ໂຄງການຣົດໄຟຈ່າຍຄ່າ ຊົດເຊີຍ 138 ຄອບຄົວ

ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເຂດບ້ານ ນາເຕີຍ ແຂວງ ຫລວງນໍ້າທາ
ການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ເຂດບ້ານ ນາເຕີຍ ແຂວງ ຫລວງນໍ້າທາ (RFA)

0:00 / 0:00

ປະຊາຊົນເມືອງຫລວງນໍ້າທາ ແຂວງຫລວງນໍ້າທາ 138 ຄອບຄົວ ໃນ 4 ບ້ານ ຄືບ້ານບໍ່ເຕັນ, ບໍ່ປຽດ, ຕີນຕົກ ແລະ ບ້ານນາເຕີຍ ໄດ້ຮັບ ຄ່າຊົດເຊີຍ ຄວາມເສັຍຫາຍ ຈາກໂຄງການສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ, ງວດທີ; 1-ຄ່າສິ່ງປຸກສ້າງ ແລະ ງວດທີ; 2-ຄ່າດິນ ປູກຝັງ ຮວມມູນຄ່າ ທັງໝົດ 77 ຕື້ກີບ.

ພາຍຫລັງທີ່ໄດ້ຄອງຄອຍມາດົນນານ ນັບຕັ້ງແຕ່ໄດ້ມີການສ້າງທາງນັ້ນມາ, ດັ່ງເຈົ້າໜ້າທີ່ ເມືອງຫລວງນໍ້າທາ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 8 ພຶສຈິການີ້ວ່າ:

"ຈ່າຍບຸຣິມະສິດທີນຶ່ງ ກະເລີ້ມຈ່່າຍ ຈ່າຍຜູ້ທີ່ວ່າມີຄວາມຈໍາເປັນຫັ້ນນະ ກະເລີ້ມຈ່າຍໄປແລ້ວ ເຂົາເຊັນແຕ່ລະຄອບຄົວແລ້ວກະຈ່າຍ ແຕ່ມີ ຈໍານວນນຶ່ງ ບໍ່ທັນໄດ້ໝົດ ກະຍ້ອນວ່າມັນບໍ່ທັນລະອຽດຫັ້ນນະ."

ເງິນຄ່າຊົດເຊີຍຈໍານວນທີ່ວ່ານັ້ນ ແບ່ງອອກເປັນສອງສ່ວນ. ສ່ວນນຶ່ງ 28 ຕື້ກີບໃຫ້ປະຊາຊົນ 41 ຄອບຄົວ ແລະອີກສ່ວນນຶ່ງ 49 ຕື້ກີບໃຫ້ 97 ຄອບຄົວ. ທ່ານກ່າວວ່າ ການຊົດເຊີຍສິ່ງປຸກສ້າງ ແລະດິນປູກຝັງ ແມ່ນຮຽບຮ້ອຍແລ້ວ ແລະຜູ້ທີ່ໄດ້ຮັບກໍພໍໃຈ. ແຕ່ ສໍາລັບຄ່າຊົດເຊີຍ ທີ່ດິນລ້ຽງສັດ, ດິນສວນ ແລະປ່າໄມ້ ທີ່ປະຊາຊົນເສັຍໃຫ້ ທາງໂຄງການ ຊຶ່ງເປັນບຸຣິມະສິດ ທີ 3 ນັ້ນ ຍັງບໍ່ທັນໄດ້ຮັບເທື່ອ, ຕ້ອງໄດ້ລໍຖ້າ ຕໍ່ໄປອີກ.

ທີ່ຜ່ານມາ ປະຊາຊົນ 13 ຄອບຄົວ ຢູ່ເມືອງໄຊ ແຂວງອຸດົມໄຊ ແລະອີກ 13 ຄອບຄົວ ຢູ່ເມືອງຫີນເຫີບ ແຂວງວຽງຈັນ ໄດ້ຮັບຄ່າຊົດເຊີຍ ຄວາມເສັຍຫາຍ ຈາກໂຄງການທາງຣົດໄຟສາຍນີ້ ໄປແລ້ວສ່ວນນຶ່ງ ແລະໃນເດືອນພຶສຈິການີ້ ປະຊາຊົນ 305 ຄອບຄົວໃນ 8 ບ້ານ ຢູ່ ເມືອງໂພນໂຮງ ແຂວງວຽງຈັນ ກໍຈະໄດ້ຮັບຄ່າຊົດເຊີຍ ເຊັ່ນກັນ.