ເງິນກີບລາວ ເຟີ້
2019.02.24

ເງິນກີບ ຂອງລາວເຟີ້ ຫລື ມີຄ່າ ຕົກຕ່ຳລົງ ໂດຍສະເພາະ ເມື່ອທຽບກັບ ເງິນບາດ ແລະ ເງິນດອນລາຣ໌ ສະຫະຣັດ, ອີງຕາມຄວາມເວົ້າ ຂອງ ນັກທຸຣະກິຈ ແລະ ພະນັກງານ ຮ້ານແລກປ່ຽນເງິນ ຢູ່ນະຄອນຫຼວງວຽງຈັນ. ນັກທຸຣະກິຈ ຜູ້ນຶ່ງ ຢູ່ນະຄອນຫຼວງວຽງຈັນ ທີ່ເກັບເງິນ ກັບລູກຄ້າ ທຸກໆເດືອນ ຈາກທົ່ວປະເທດ ແລະ ເງິນທີ່ເກັບ ສ່ວນຫຼາຍ ກໍແມ່ນເງິນກີບ ແລະ ງິນບາດ ກ່າວກັບນັກຂ່າວ ວິທຍຸເອເຊັຍເສຣີ ຂອງພວກເຮົາ ເມື່ອອາທິດ ທີ່ແລ້ວວ່າ:
“ປັດຈຸບັນ ມື້ນີ້ 277 ເອີ 277 ທະນາຄານນະ; ຕລາດມືດ ບາງເທື່ອກໍ 278 ປະມານນັ້ນແຫລະ; ເອີກໍວ່າ ຂື້ນແລ້ວ ຄັນທຽບໃສ່ ເດືອນກ່ອນ ເດືອນກ່ອນ ກໍມີແຕ່ 265. ມັນກໍໄລ່ລຽງກັນແຫລະ ບາດຂຶ້ນດອນລ່າກະຂຶ້ນ ດອນລາຣ໌ນີ້ 100 (ທໍ່ກັບ) 860,000 ປາຍ ເອີດອນລາຮ໌ ກະອຶດໄດ໋ດຽວນີ້ ຢາກໄດ້ດອນລາຣ໌ນີ່ ດອນລາຣ໌ ຊອກຍາກ.”
ກ່ອນນັ້ນມື້ນຶ່ງ ນັກທຸຣະກິຈ ອີກຜູ້ນຶ່ງ ທີ່ປຸກເຮືອນໃຫ້ຄົນເຊົ່າ ຢູ່ບ້ານຈອມມະນີ ນະຄອນຫຼວງວຽງຈັນ ເລົ່າໃຫ້ ຂ້າພະເຈົ້າຟັງ ວ່າ ນາງໄປ ທະນາຄານ ລາວ-ວຽດ ໃນມື້ນັ້ນ ນາງສັງເກດເຫັນ ອັດຕຣາແລກປ່ຽນເງິນ ຢູ່ໜ້າຈໍ ຄອມພິວເຕີ ໃນທະນາຄານ ນັ້ນວ່າ ເງິນບາດມີຄ່າ 278 ກີບ ແລະ ເງິນດອນລາຣ໌ 8,580 ກີບ. ນັ້ນແມ່ນອັດຕຣາແລກປ່ຽນ ເມື່ອອາທິດທີ່ແລ້ວ. ເມື່ອຕົ້ນອາທິດນີ້ ຂ້າພະເຈົ້າ ໄດ້ໂທຣະສັບ ຫາຮ້ານ ແລກປ່ຽນເງິນຕຣາແຫ່ງນຶ່ງ ໃນນະຄອນຫລວງ ວຽງຈັນ ແລະ ຖາມວ່າ:
“ອັດຕຣາແລກປ່ຽນ ຣະຫວ່າງ ເງິນກີບ ແລະ ເງິນບາດ ເທົ່າໃດແລ້ວດຽວນີ້ 278.5 ບາດ ເງິນດອນລາຣ໌ເດ໋ ເທົ່າໃດ 8,670.”
ຕໍ່ມາມື້ວານ ເຈົ້າຂອງຮ້ານແລກປ່ຽນເງິນຕຣາ ອີກແຫ່ງນຶ່ງ ຕອບຄຳຖາມ ດຽວກັນນັ້ນວ່າ:
“ມື້ນີ້ມັນຂຶ້ນເປັນ 281 ຕົ້ວະອ້າຍ ໝາຍຄວາມວ່າ ບາດນຶ່ງນີ່ ມີຣາຄາ 281 ກີບແມ່ນບໍ່? ເຈົ້າ ແມ່ນແລ້ວແມ່ນແລ້ວ ໝາຍຄວາມວ່າ ເງິນກີບ ມີຣາຄາ ຕົກຕ່ຳລົງ ໃນໄລຍະອາທິດສອງອາທິດ ຜ່ານມານີ້ ແມ່ນບໍ່ ຫລືວ່າ ແນວໃດ? ເຈົ້າ ບັດນີ້ ເງິນດອນລາຣ໌ເດ໋ ເປັນທໍ່ໃດແລ້ວ 860, 862 ຢູ່ຕື່ມ 2,000 ເດີ.”
ໃນທຳນອງດຽວກັນ ແມ່ຄ້າຂາຍເຂົ້າ ຢູ່ຕລາດແຫ່ງນຶ່ງ ໃນນະຄອນຫລວງວຽງຈັນ ກໍໃຫ້ສຳພາດ ແກ່ນັກຂ່າວຂອງພວກເຮົາວ່າ:
“ເອີແພງກວ່າປີກາຍ ປີກາຍນີ້ 27 ກໍບໍ່ຮອດ 269 ປີນີ້ເຖິງ 280 82 ອີກ; ວ່າງນັ້ນ ເຮົາປ່ຽນຢູ່ 270 ດຽວນີ້ ເຂົາບໍ່ມາປ່ຽນແລ້ວ ເງິນ ຂຶ້ນແພງ ແລະ ເຮົາກໍບໍ່ປ່ຽນອີກ ເງິນມັນຂຶ້ນໂພດ ຖ້າມັນລົງ ຈັ່ງປ່ຽນ.”
ຈາກໂຕເລຂ ທີ່ກ່າວມານັ້ນ ໃນໄລຍະນຶ່ງເດືອນ ທີ່ຜ່ານມາ ເງິນກີບລາວ ເຟີ້ ຫລື ມີຄ່າຕົກຕ່ຳລົງ ເຖິງ 6 ສ່ວນຮ້ອຍ ເມື່ອທຽບໃສ່ເງິນບາດ ຂອງໄທ ແລະ ກໍເຟິ້ ໃນອັດຕຣາ ໃກ້ຄຽງກັນ ເມື່ອທຽບໃສ່ດອນລາຣ໌ສະຫະຣັດ. ເຈົ້າໜ້າທີ່ ທະນາຄານແຫ່ງນຶ່ງ ໃນລາວ ກໍຢືນຢັນ ການມີ ຄ່າສູງຂຶ້ນ ຂອງເງິນບາດ ແລະ ດອນລ່າ ເມື່ອທ້າຍປີກາຍວ່າ:
“ປັດຈຸບັນ ເງິນດອນລ່າ ແລະ ບາດຈະແຂງໂຕ; ສຳຣັບ ບາດເອົາກີບ ດອນລາຣ໌ ເອົາກີບ ສາມາດປ່ຽນໄດ້ ບໍ່ມີຈຳກັດ ແຕ່່ຖ້າວ່າ ກີບຊື້ບາດ ຫລືວ່າ ຊື້ດອນລາຣ໌ ຈະບໍ່ໄດ້ເນາະ.”
ທະນາຄານໂລກ ຊຶ່ງເປັນສະຖາບັນການເງິນສາກົນ ທີ່ໃຫ້ການຊ່ອຍເຫລືອ ແກ່ລາວເປັນປະຈຳ ຣາຍງານ ເມື່ອເດືອນທີ່ແລ້ວວ່າ ປີກາຍເງິນກີບ ຂອງລາວ ເຟີ້ 2 ສ່ວນຮ້ອຍ ເມື່ອທຽບໃສ່ເງິນດອນລາຣ໌ ແລະ ເງິນກີບເຟີ້ ເຖິງ 7.8 ສ່ວນຮ້ອຍ ເມື່ອທຽບໃສ່ເງິນບາດ ຊຶ່ງຖືວ່າ ເປັນການເຟີ້ ທີ່ສູງສົມຄວນ. ທະນາຄານໂລກ ອະທິບາຍວ່າ ເງິນກີບເຟີ້ແຮງ ກໍເພາະວ່າ 1. ຣັຖບານລາວ ຈຳກັດທະນາຄານ ບໍ່ໃຫ້ຂາຍເງິນຕຣາ ຕ່າງປະເທດ ໃຫ້ລູກຄ້າ; ແລະ 2. ຄວາມຕ້ອງການ ເງິນຕ່າງປະເທດ ສູງຂຶ້ນ ໂຕຢ່າງ ແມ້ແຕ່ ຣັຖບານເອງ ກໍຕ້ອງການເງິນ ດອນລາຣ໌ສະຫະຣັດ ເພື່ອໃຊ້ໜີ້ຕ່າງປະເທດ ແລະ ເພື່ອຊື້ສິນຄ້າ ທີ່ຈຳເປັນຈາກຕ່າງປະເທດ.
ຕາມກົດເກນ ຂອງເສຖກິຈການຕລາດ ໃນເມື່ອເງິນຕຣາຕ່າງປະເທດ ມີຄ່າສູງຂຶ້ນ ສິນຄ້າ ໂດຍສະເພາະ ສິນຄ້ານຳເຂົ້າ ກໍຕ້ອງມີຣາຄາສູງຂຶ້ນ ເປັນເງົາຕາມຕົວ. ສິນຄ້າ ນຳເຂົ້າທີ່ສຳຄັນ ແລະ ທີ່ມີຣາຄາແພງຂຶ້ນເລື້ອຍໆ ເມື່ອປີກາຍ ກໍແມ່ນນ້ຳມັນຣົດ. ຣາຄານ້ຳມັນ ເມື່ອທ້າຍປີກາຍ ສູງຂຶ້ນ ເຖິງ 19 ສ່ວນຮ້ອຍ ເມື່ອທຽບໃສ່ ຣາຄາເມື່ອຕົ້ນປີນັ້ນ ຕາມຣາຍງານ ຂອງທະນາຄານ ໂລກສະບັບສຸດທ້າຍ. ເມື່ອເດືອນ 10 ປີກາຍ ມື້ນຶ່ງ ກ່ອນຣັຖບານລາວ ປະກາດຂຶ້ນຣາຄານ້ຳມັນ ຊາວເມືອງທ່າແຂກ ແຂວງຄຳມ່ວນ ຜູ່ນ່ຶງ ຈົ່ມກັບ ນັກຂ່າວວິທຍຸເອເຊັຽເສຣີວ່າ:
“ນ້ຳມັນຂຶ້ນ ຄືຊິຂຶ້ນມື້ອື່ນ ຖ້າມັນຂຶ້ນ ຈະຂຶ້ນຕລອດ ເດືອດຮ້ອນ ຖ້ານ້ຳມັນຂຶ້ນ ເຄື່ອງກໍຢາກຂຶ້ນ.”
ເຊັ່ນດຽວກັນ ຫລັງຈາກ ນ້ຳມັນຂຶ້ນຣາຄາອີກ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ໃນນະຄອນປາກເຊ ແຂວງຈຳປາສັກ ກໍເວົ້າວ່າ:
“ກໍບໍ່ພໍໃຈແລ້ວ ບໍ່ພໍໃຈປານໃດແລ້ວ ຜູ້ປະກອບການນະເນາະ ມັນຂຶ້ນປຸບ ອີ່ຫຍັງມັນກໍຂຶ້ນໆຕາມຣະດັບ; ຈາກເສັຽຊ່ຳນີ້ ກໍຊິເສັຽເພິ້ມຂຶ້ນອີກ ພວກຂາຍຂອງຂາຍຫຍັງ ມັນຂຶ້ນມັນຄວບຄຸມບໍ່ໄດ້.”
ສິນຄ້ານຳເຂົ້າປະເພດອື່ນໆ ເປັນຕົ້ນ ສິນຄ້ານຳເຂົ້າ ຈາກໄທ ຣາຄາກໍແພງຂຶ້ນ ເຊັ່ນດຽວກັນ. ເຈົ້າຂອງບໍຣິສັດຮັບເໝົາກໍສ້າງ ຢູ່ນະຄອນຫຼວງ ວຽງຈັນ ຜູ່ນຶ່ງ ທີ່ບໍ່ປະສົງບອກຊື່ ແລະ ອອກສຽງ ກ່າວ ວິທະຍຸເອເຊັຍເສຣີ ຟັງວ່າ:
“ສິນຄ້າໄທ ມີຣາຄາສູງຂຶ້ນ ເປັນຕົ້ນສິນຄ້າປະເພດເຄື່ອງໃຊ້ຂອງສອຍໃນເຮືອນ ເຊັ່ນສະບູ ແຟບ ຢາສີຟັນ ນົມ ແລະ ຢາລ້າງຫ້ອງນ້ຳ ດັ່ງນີ້ ເປັນຕົ້ນ ສ່ວນອາຫານນັ້ນ ແພງຂຶ້ນເລັກນ້ອຍ ເພາະອາຫານຫລາຍຢ່າງ ເຊັ່ນ ຜັກ, ປາ ແລະ ໄກ່ ປະເທດລາວ ກໍຜລິດ ໄດ້ແດ່ແລ້ວ.”
ສະພາອຸດສາຫະກັມການຄ້າ ແຫ່ງຊາດລາວ ອະທິບາຍວ່າ ຣາຄາສິນຄ້າ ພາຍໃນປະເທດລາວ ກໍຂຶ້ນກັບ ສະພາບເສຖກິຈຂອງໂລກ; ຖ້າ ສິນຄ້າໃນໂລກແພງຂຶ້ນ ຣາຄາສິນຄ້າໃນລາວ ກໍຈະແພງຂຶ້ນ ເຊັ່ນດຽວກັນ ໂຕຢ່າງ ນ້ຳມັນ.
ເຖິງຢ່າງໃດກໍຕາມ, ທາງການລາວ ກໍໃຊ້ມາຕການ ກວດກາ ແລະ ຄວບຄຸມ ຣາຄາສິນຄ້າເລື້ອຍໆ ເປັນຕົ້ນ ຣາຄາອາຫານການກິນ ໃນຍາມ ເທສການໃຫຍ່ໆ ເຊັ່ນບຸນປີໃໝ່ສາກົນ ແລະ ປີໃໝ່ລາວ.