ດຳຣັດໃໝ່ກວດກາການ ລົງທຶນ

ຈໍາປາທອງ
2015.02.19
F-gov ສຳນັກງານ ສຳນັກ ນາຍົກ ຣັດມົນຕຣີ ທີ່ ນະຄອນຫລວງ ວຽງຈັນ
LPDR

ໃນວັນທີ 6 ມົກກະຣາ 2015, ທ່ານ ທອງສິງ ທຳມະວົງ ນາຍົກ ຣັຖມົນຕຣີ ໄດ້ອອກ ດຳຣັດ ສະບັບ ໃໝ່ ວ່າດ້ວຍ ການ ຕິດຕາມ ກວດກາ ໂຄງການ ລົງທຶນ ຂອງ ຣັດ. ຈຸດປະສົງ ຂອງ ດຳຣັດ ແມ່ນ ເພື່ອ ປ້ອງກັນ ການ ຣະເມີດ ກົດໝາຍ, ຣະບຽບ ການ ແລະ ພຶຕກັມ ອື່ນໆ ທີ່ ສໍ້ຣາສ ບັງຫຼວງ ໂດຍ ແນໃສ່ ຄວາມ ໂປ່ງໄສ, ປະຫຍັດ ແລະ ມີ ປະສິດ ທິພາບ.

ນອກຈາກນັ້ນ ກໍເພື່ອ ເພີ່ມ ອຳນາດ ໃຫ້ ແກ່ 5 ພາກສ່ວນ ເພື່ອ ຕິດຕາມ ກວດກາ ໂຄງການ ລົງທຶນ ຂອງຣັດ ຊຶ່ງ ປະກອບ ດ້ວຍ ອົງການ ກວດກາ ຣັຖບານ, ກົມ ກວດກາ ຂອງ ກະຊວງ ອົງການ ຕລອດເຖິງ ຂະແໜງ ກວດກາ ຣັດ ຂອງ ຜແນກ ອ້ອມຂ້າງ ແຂວງ ນະຄອນ.

ກ່ຽວກັບ ດໍາຣັດ ທີ່ວ່ານີ້ ຊາວລາວ ທີ່ ສັງກັດ ອົງການ ຈັດຕັ້ງ ສາກົນ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຜູ້ ຂໍສງວນ ຊື່ ໃຫ້ ທັສນະ ວ່າ ການ ອອກ ດຳຣັດ ສະບັບ ນີ້ ຈະບໍ່ມີ ຜົນດີ ຫຍັງ ຕາບໃດ ທີ່ ພາກສ່ວນ ບັງຄັບ ໃຊ້ ກົດໝາຍ ຍັງບໍ່ ເຂັ້ມງວດ ເພາະ ກົດໝາຍ ອື່ນໆ ກໍ່ມີ ຢູ່ແລ້ວ. ອາຈ ເປັນໄປໄດ້ ວ່າ ຣັຖບານ ລາວ ຖືກ ກົດດັນ ຈາກ ບັນດາ ປະເທດ ທີ່ ໃຫ້ການ ຊ່ວຍເຫຼືອ ໂດຍ ສະເພາະ ເຣື້ອງ ຄວາມ ໂປ່ງໄສ ຂອງ ການ ໃຊ້ຈ່າຍ ງົບປະມານ ຈຶ່ງ ມີດຳຣັດ ສະບັບນີ້ ອອກມາ ເພື່ອ ເປັນ ການ ແກ້ຕົວ ໃຫ້ ປະຊາຄົມ ສາກົນ ເຫັນວ່າ ສປປລາວ ຍັງ ເອົາໃຈໃສ່ ໃນການ ຕ້ານ ການ ສໍ້ຣາສ ບັງຫຼວງ ຢ່າງ ຈິງຈັງ ຢູ່:

"ໃຫ້ມີຜົນ ມັນ ບໍ່ມີຜົນ ດອກ ຕາບໃດ ເຂົາ ບໍ່ໃຊ້ ກົດໝາຍ ຕາບໃດ ທີ່ ບໍ່ລົງໂທສ ຄົນ. ເຈົ້າເວົ້າ ເຈົ້າ ກະເວົ້າ ໃນເຈັ້ຽສໍ ຊື່ໆ ແຕ່ພາກ ປະຕິບັດ ເຈົ້າເຮັດ ບໍ່ໄດ້. ແຕ່ວ່າ ເປັນຫຍັງ ເຂົາ ຈຶ່ງເຮັດ, ເຮັດເພື່ອ ແກ້ຕົວ ເຂົ້າໃຈບໍ່? ຄັນບໍ່ ເຮັດຫຍັງ ຈັກໜ້ອຍ ປະຊາຄົມ ໂລກ ເຂົາຊິ ກ່າວຫາ ວ່າ ເຈົ້າ ບໍ່ເໜັງ ບໍ່ຕີງ ບໍ່ເອົາ ຈິງ ເອົາຈັງ".

ທ່ານກ່າວ ຕື່ມວ່າ, ເຖິງ ດຳຣັດ ສະບັບ ນີ້ ຈະຂຽນ ອອກມາໄດ້ ເນື້ອໃນ ໃຈຄວາມ ງາມ ປານໃດ ກໍ່ຕາມ, ແຕ່ພາກ ປະຕິບັດ ໂຕຈິງ ແມ່ນຍັງ ເຮັດບໍ່ໄດ້ ຍ້ອນ ທຸກການ ເຄື່ອນໄຫວ ຍັງຖືກ ແຊກແຊງ ຈາກ ຝ່າຍ ການເມືອງ ໄດ້ຢ່າງ ງ່າຍ ດາຍ. ໂຄງການ ພັທນາ ຕ່າງໆ ທີ່ ເປັນການ ລົງທຶນ ຂອງຣັດ ເຖິງຈະ ເປີດໃຫ້ ມີການ ປະມູນ ຢ່າງ ເປີດກວ້າງ ແນວໃດ ກໍ່ຕາມ, ແຕ່ ສຸດທ້າຍ ກໍ່ຈະແມ່ນ ບໍຣິສັດ ທີ່ ໃກ້ຊິດ ກັບ ນັກ ການເມືອງ ຄົນ ສໍາຄັນ ຫຼື ລູກຫຼານ ຂອງ ເຂົາເຈົ້າ ຊນະ ການປະມູນ ນັ້ນ ຢູ່ ສເມີ.

ກ່ອນໜ້ານີ້, ທາງການ ລາວ ຖືກ ກົດດັນ ຈາກ ປະຊາຄົມ ສາກົນ ເພື່ອ ໃຫ້ ແກ້ໄຂ ບັນຫາ ການ ສໍ້ຣາສ ບັງຫຼວງ. ແຕ່ມາເຖິງ ປັດຈຸບັນ ການ ສໍ້ຣາສ ບັງຫຼວງ ຢູ່ ສປປລາວ ຍິ່ງ ຮ້າຍແຮງ ຂຶ້ນ ນັບມື້, ການໃຊ້ ຈ່າຍ ງົບປະມານ ຂາດ ຣະບຽບ ວິໄນ ຂອງ ຣະບົບ ການເງິນ ແລະ ການ ບັນຊີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.