ສປປລາວເປັນບ່ອນຟອກເງິນ
2017.10.03
ສະຖາບັນການປົກຄອງ Basel ທີ່ປະເທດ ສະວິດເຊີແລນ ຣາຍງານວ່າ ສປປລາວ ເປັນປະເທດນຶ່ງ ທີ່ມີການຟອກເງິນ ຫຼາຍທີ່ສຸດໃນ ໂລກ. ປີນີ້ແຮ່ງຮ້າຍ ສປປລາວ ຖືກຈັດເປັນ ປະເທດ ທີ່ມີການຟອກເງິນ ຫລາຍທີ່ສຸດ ອັນດັບທີ່ຫ້າ ລອງຈາກອັນດັບນຶ່ງ ອີຣານ, ອັນ ດັບສອງ ອັຟການິສຖານ, ສາມ Guinea-Bissau ແລະ ສີ່ Tajikistan. ເມື່ອປີກາຍ ລາວຢູ່ ໃນອັນດັບ ທີ່ສິບກວ່າ.
ສະຖາບັນການປົກຄອງ Basel ຈັດອັນດັບທັງໝົດ 146 ປະເທດໃນໂລກ ໂດຍອີງຕາມມາດຕະຖານ 14 ຂໍ້ ຊຶ່ງຂໍ້ໃຫຍ່ໆ ກໍມີການປະ- ຕິບັດ ຕາມຣະບຽບ ກົດໝາຍ ບໍ່ມີປະສິດທິພາບ ການສໍ້ຣາສບັງຫລວງ ການຄຸມຄອງ ການເງິນອ່ອນແອ ແລະ ການຄ້າເຖື່ອນ.
ປະເທດທີ່ໂປ່ງໃສແລະມີການຟອກເງິນ ໜ້ອຍທີ່ສຸດ ແມ່ນ ຟິນແລນ. ສະຖາບັນ Basel ຣາຍງານອີກວ່າ ປີນີ້ ສປປລາວ ໄດ້ກາຍເປັນ ປະເທດ ທີ່ມີການຊັກຟອກເງິນ ຫລາຍຂື້ນ ຢູ່ໃນ ກຸ່ມສິບປະເທດ ຫລື Top Ten ເປັນຄັ້ງທຳອິດ.
ການຊັກຟອກເງິນ ແມ່ນການເຮັດໃຫ້ເງິນສະອາດ ຫລືໃຫ້ຖືກຕ້ອງຕາມ ກົດໝາຍ; ຕົວຢ່າງ ພວກຄ້າຢາເສບຕິດ ຫຼືເຈົ້າໜ້າທີ່ ທີ່ສໍ້ຣາສ ບັງຫຼວງ ໄດ້ເງິນມາແບບ ຜິດກົດໝາຍ ຫຼາຍສິບ ລ້ານດອນລ່າ ສະຫະຣັດ; ເພື່ອຫລີກລ້ຽງ ການກວດກາ ພວກລ້ຳລວຍ ແບບຜິດປົກ- ກະຕິ ເຫລົ່ານີ້ ກໍຈະປອມແປງ ເອກກະສານ ຢືນຢັນວ່າ ພວກເຂົາໄດ້ ເງິນ ຈຳນວນນັ້ນມາ ຢ່າງຖືກຕ້ອງ ຕາມກົດໝາຍ ຫລືພວກເຂົາ ກໍເອົາເງິນ ໄປຝາກທະນາຄານ ຢູ່ຕ່າງປະເທດ.
ໜັງສືພິມວຽງຈັນທາມ ຂອງທາງການລາວ ຣາຍງານເມື່ອວັນທີ່ 3 ເດືອນຕຸລາ ປີ 2017 ນີ້ວ່າຣັຖບານລາວ ຕ້ອງການ ການຊ່ວຍເຫຼືອ ແລະ ຮ່ວມມືຈາກຕ່າງປະເທດ ເພື່ອ ປາບປາມ ການຊັກຟອກເງິນ; ຜ່ານມາ ຣັຖບານລາວ ກໍໄດ້ພະຍາຍາມ ແກ້ໄຂບັນຫານີ້ ແດ່ແລ້ວ ແຕ່ຍັງບໍ່ໄດ້ ຮັບຜົນສຳເຣັດ ເທົ່າທີ່ຄວນ.