ນັກທຸຣະກິດ ຢູ່ລາວ ຕ້ອງ ມີເສັ້ນ ມີສາຍ ຮູ້ຈັກ ມີຄວາມສຳພັນ ໃກ້ຊິດ ຕິດກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ ຣັຖບານ ເພື່ອ ທຸຣະກິດ ຈະເດີນດີ ແລ່ນ ສະດວກ.
ຢູ່ສປປ ລາວ ຣັຖບານ ຄວບຄຸມ ການລົງທຶນ ແລະ ການເຮັດ ທຸຣະກິດ ທຸກຢ່າງ ແລະ ເຈົ້າໜ້າທີ່ ຣັຖບານ ຫລາຍຄົນ ສໍ້ຣາສ ບັງຫລວງ ຮັບເງິນ ສິນບົນ, ສະນັ້ນ ນັກລົງທຶນ ຫລືນັກ ທຸຣະກິດ ຈຶ່ງມັກຊື້ຈ້າງ ຈອບອອຍ ແລະ ໃກ້ຊິດ ກັບເຈົ້າ ໜ້າທີ່ ຣັຖບານ ດັ່ງ ຊາວລາວ ຜູ້ນຶ່ງ ເວົ້າວ່າ:
“ຢ່າງນັ້ນ ແຫລະ ສຳຣັບ ຢູ່ລາວ ເພາະວ່າ ດຳເນີນ ທຸຣະກິດ ໃດໆ ຖ້າບໍ່ເຂົ້າ ຂ້າງ ຣັຖບານ ກໍຖືວ່າ ຢູ່ຍາກ ທຸຣະກິດ ນັ້ນ ຣະຫວ່າງ ຣັດ ກັບ ເອກກກະຊົນ ຣັຖ ຕ້ອງໄດ້ ຄວບຄຸມ ເອກກະຊົນ ເພາະວ່າ ຕ້ອງໄດ້ ເຂົ້າຂ້າງທຸກເຣື່ອງ ແກ່ ຣັຖບໍ່ວ່າ ອົງກອນໃດໆ ກໍແລ້ວແຕ່ ນັກທຸຣະກິດ ທີ່ຢູ່ໃນ ສປປລາວ ນັ້ນ ເພື່ອຢູ່ລອດ ທຸກເຣື່ອງ ໂດຍແມ່ນ ຣັຖ ເປັນຜູ້ ຄວບຄຸມ ມັນກໍຈະ ຫລິ້ນພັກ ຫລິ້ນພວກ ຫລິ້ນກຸ່ມ ຈຸນເຈືອກັນ ຢ່າງນັ້ນ ແຫລະ.”
ສ່ວນ ເຈົ້າໜ້າທີ່ ຣັຖບານ ທ່ານນຶ່ງ ເວົ້າວ່າ ການຫລິ້ນພັກ ຫລິ້ນພວກ ເປັນຂອງ ທັມມະດາ ຢູ່ປະເທດໃດ ກໍມີ ຢູ່ປະເທດ ທີ່ຈະເຣີນ ແລ້ວ ກໍມີ ແຕ່ອາດຈະ ບໍ່ຫລາຍຄື ຢູ່ລາວ ເພາະ ສປປລາວ ເປັນປະເທດ ທີ່ກໍາລັງ ພັທນາ. ການສໍ້ຣາສ ບັງຫລວງ ຢູ່ລາວ ແຮງຣະບາດ; ປະຊາຊົນ ຜູ້ໃດ ກໍຈົ່ມວ່າ ຣັຖມົນຕຣີ ຜູ້ນັ້ນ ນາຍພົນ ຜູ້ນີ້ ຮັ່ງມີເປັນດີ ຂື້ນ ຢ່າງໄວວາ ມີເຮືອນ ໃຫຍ່ໆງາມໆ ປານພຣະຣາຊວັງ ຫລາຍຫລັງ ມີຣົດ ດີໆແພງໆ ຂີ່ຫລາຍຄັນ ເອົາເງິນ ມາຈາກໃສ ຖ້າບໍ່ສໍ້ໂກງ ແລະ ວິທີ ສໍ້ຣາສ ບັງຫລວງ ທີ່ງ່າຍທີ່ສຸດ ກໍແມ່ນ ການຮັບ ເງິນສິນບົນ ຈາກ ນັກລົງທຶນ ແລະ ນັກທຸຣະກິດ ທັງພາຍໃນ ແລະ ຕ່າງປະເທດ.
ອົງການ ຄວາມໂປງສັຍ ສາກົນ ທີ່ມີ ສຳນັກງານ ຢູ່ ປະເທດ ເຍັຍຣະມັນ ຣາຍງານ ວ່າ ສປປ ລາວ ເປັນປະເທດ ນຶ່ງ ທີ່ມີການ ສໍ້ຣາສ ບັງຫລວງ ຫລາຍທີ່ສຸດ ໃນໂລກ ປີກາຍ ໃນອັນດັບ 160 ຕົກຈາກ ອັນດັບ 154 ເມື່ອປີກ່ອນ ໃນ ຈຳນວນ ທັງໝົດ 174 ປະເທດ.