ທາງການກວດຄືນໂຄງການ ຜີ

ອຸ່ນແກ້ວ ສຸກສະຫວັນ
2016.06.28
F-Oudomxay ສນາມກິລາ ທີ່ ແຂວງ ອຸດົມໄຊ ທີ່ສ້າງສໍາເຣັດ ໄປແລ້ວ ແຕ່ປາກົດວ່າ ໂຄ່ງຮ່າງພື້ນຖານ ຫຼາຍຢ່າງ ກາຍເປັນໂຄງການ ບໍ່ມີຕົວຕົນ
RFA/VD

ທາງການລາວ ຈະດຳເນີນການ ຕາມກົດໝາຍ ຕໍ່ຜູ້ທີ່ມີ ສ່ວນສົມຮູ້ ໃນໂຄງການ ບໍ່ມີຕົວຕົນ ຫລື ໂຄງການຜີ ແລະ ຈະຍຶດ ຊັພສິນ ທີ່ ຖືກສໍ້ໂກງ ໄປນັ້ນ ກັບຄືນມາ. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ທ່ານນຶ່ງ ທີ່ເຮັດວຽກ ຢູ່ໃນຄນະ ກວດກາ ໂຄງການ ບໍ່ມີຕົວຕົນ ຕໍ່ ເອເຊັຽເສຣີ ວ່າ:

"ຕ້ອງຖືກຈັບກຸມ ຫັ້ນແຫຼະເນາະ ຕ້ອງຖືກຊົດໃຊ້ ຫັ້ນແຫຼະເນາະ ແຕ່ສ່ວນຫຼາຍ ກະຄື ເຂົາຈິງໃຈ ລະເຂົາກະ ສົ່ງຄືນ ຫາກແຕ່ວ່າ ຈຳນວນນຶ່ງ ຍັງບໍ່ທັນ ໄດ້ ສົ່ງເນາະ, ເພິ່ນ ຍັງດຳເນີນຢູ່ ມັນຍັງ ດຳເນີນ ບໍ່ທັນແລ້ວນ່າ ຄັນເຮົາ ເວົ້າໄປມັນ ກະຊິອາດຈະ ຜິດພ້ຽນ ໄປຫັ້ນນ່າ ເນາະ".

ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ຕອນນີ້ ກຳລັງ ຂຸ້ນຂ້ຽວ ໃນການສືບສວນ ສອບສວນ ຜູ້ທີ່ມີ ສ່ວນກ່ຽວຂ້ອງ, ຊຶ່ງການ ອະນຸມັດ ໂຄງການ ດັ່ງກ່າວ ໄດ້ເກີດຂຶ້ນ ໃນສະໄໝ ຣັຖບານຊຸດ ຜ່ານມາ ແລະ ມີການ ອະນຸມັດ ຫຼາຍໂຄງການ ທັງໂຄງການ ທີ່ຮັບ ອະນຸມັດ ຈາກ ສະພາ ແຫ່ງຊາດ ແລະ ບໍ່ໄດ້ຮັບຮອງ ຈາກ ສະພາ ແຫ່ງຊາດ. ແຕ່ສິ່ງທີ່ສຳຄັນ ກໍຄື ຈະຕ້ອງ ມີການ ອາຍັດຊັພ ແລະ ເອົາກັບຄືນມາ ເປັນ ຂອງຣັຖ ໃຫ້ໝົດ, ດັ່ງທ່ານ ກ່າວຕື່ມວ່າ:

"ຈະຕ້ອງໃຊ້ຄືນເໝິດແຫຼະ ສິ່ງທີ່ເອົາໄປ, ຄືຕົວຢ່າງດຽວນີ້ ພວກເຮົາ ເຮັດຢູ່ ແຂວງຫົວພັນ ເນາະ, ຕິດຄຸກ 10 ປີ 5 ປີ ກະແລ້ວ ແຕ່ ຕາມລຳດັບ ຫັ້ນນ່າ ລະກະອາຍັດ ຊັພສິນ ຕ້ອງເອົາ ຄືນມາໃຫ້ຣັຖ ເໝິດ ຜູ້ໃດເຮັດຜິດ ກະຕ້ອງມາ ລົງໂທສເໝິດ ດຽວນີ້".

ໃນທ້າຍປີ 2015 ທີ່ຜ່ານມາ, ກໍມີຣາຍງານວ່າ ອະດີດ ຣັຖມົນຕຼີ ກະຊວງ ການເງິນ ທ່ານ ພູເພັດ ຄຳພູນວົງ ຖືກກັກ ບໍຣິເວນ ເພື່ອ ສືບສວນ ສອບສວນ ກ່ຽວກັບ ການອອກ ພັນທະບັດ ໂຄງການ ບໍ່ມີຕົວຕົນ, ແລະ ມີການຈັບກຸມ ພະນັກງານ ກະຊວງ ການເງິນ ອີກຫຼາຍຄົນ. ໂຄງການ ບໍ່ມີຕົວຕົນ ແມ່ນເກີດຂຶ້ນ ຢູ່ແຂວງ ຢູ່ແຂວງ ອຸດົມໄຊ ໃນຊ້ວງ ທີ່ມີການຈັດ ການແຂ່ງຂັນ ກິລາ ແຫ່ງຊາດ ໃນ ທ້າຍປີ 2014, ໂດຍສະເພາະ ໂຄງການ ກໍ່ສ້າງ ຖະໜົນ, ຊຶ່ງ ຜູ້ຮັບເໝົາ ໂຄງການ ແມ່ນມາແລ່ນ ວິງເຕັ້ນ ເອົາເງິນໄປກ່ອນ ແລ້ວ ບໍ່ມີການ ກໍ່ສ້າງ ຫຍັງໝົດ.

ອົງການ ກວດສອບ ແຫ່ງຣັຖ ໄດ້ສເນີ ຣາຍງານ ບົດສະຫຼຸບ ຂາດຕົວ ສົກ ງົປມານ 2012-13 ແລະ 2013-14 ຕໍ່ສະພາ ແຫ່ງຊາຕລາວ ໃນຫຼາຍ ວາລະ ວ່າມີ ງົປມານຮົ່ວໄຫຼ ໃນໂຄງການ ພັທນາ ຂອງຣັຖ ຫຼາຍໂຄງການ ທີ່ເປັນເງິນ ຈຳນວນ ຫຼາຍກວ່າ 700 ຕື້ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.