ສປປລາວ ບໍ່ມີເງິນໃຊ້ໜີ້

ອະວາຣີ
2015.06.26
F-Laos ທະນາຄານ ແຫ່ງ ສປປລາວ ສົ່ງເສີມໃຫ້ ໃຊ້ເງິນກີບ
Citizen Journalist

ສປປ ລາວ ມີ ບັນຫາ ການເງິນ ຢ່າງໜັກ, ມີ ຄວາມສ່ຽງ ສູງ ຈະຕົກ ຢູ່ໃນ ສະພາບ ວິກິຕການ ທາງດ້ານ ການເງິນ ເພາະ ຂາດເຂີນ ງົບປະມານ, ເກັບ ພາສີ ອາກອນ ບໍ່ໄດ້, ບໍ່ມີເງິນ ໃຊ້ໜີ້ ຕ່າງ ປະເທດ.

ກອງເງິນທຶນ ສາກົນ ຫລື IMF ເຕືອນ ຣັຖບານ ສປປລາວ ເມື່ອ ຕົ້ນປີ ນີ້ວ່າ, ຣັຖບານ ລາວ ຕ້ອງ ປະຫຍັດ ເພື່ອ ຫລີກລ້ຽງ ວິກິຕການ ທາງດ້ານ ການເງິນ ແລະ ເສຖກິດ. ທ່ານ Ashvin Ahuja ຫົວໜ້າ ຄນະ ຜູ້ແທນ ກອງທຶນ ສາກົນ, ທີ່ ໄປ ຢ້ຽມຢາມ ສປປລາວ ເມື່ອ ປີກາຍ, ກໍ ແນະນຳ ວ່າ, ຣັຖບານ ລາວ ຈຳເປັນ ຕ້ອງ ປ່ຽນແປງ ນະໂຍບາຍ ຢ່າງ ຮີບດ່ວນ ເພື່ອ ຫລຸດຜ່ອນ ຄວາມສ່ຽງ ຈະຕົກ ຢູ່ໃນ ວິກິຕການ ທາງດ້ານ ການເງິນ.

ຕໍ່ມາ ນາຍົກ ຣັຖມົນຕຣີ ທ່ານ ທອງສິງ ທໍາມະວົງ ຂອງ ສປປລາວ ກໍອອກ ຄຳສັ່ງ ໃຫ້ ກະຊວງ ກົມກອງ ຕ່າງໆ ຄວບຄຸມ ຣາຍຈ່າຍ ຢ່າງ ເຂັ້ມງວດ, ໃຫ້ ປະຫຍັດ ເງິນ ເພື່ອ ຣັຖບານ ຈະມີເງິນ ໃຊ້ໜີ້ ຕ່າງ ປະເທດ ແລະ ຈຸດປະສົງ ໃຫຍ່ ກໍເພື່ອ ຫລີກລ້ຽງ ວິກິຕການ ທາງດ້ານ ການເງິນ ແລະ ເສຖກິດ.

ປັດຈຸບັນ ສປປລາວ ກໍຈະຕົກ ຢູ່ໃນ ວິກິຕການ ທາງດ້ານ ການເງິນ ຢູ່ແລ້ວ ເພາະ ຂາດເຂີນ ງົບປະມານ ຢ່າງໜັກ ເກັບ ພາສີ ອາກອນ ບໍ່ໄດ້ ຕາມ ຄາດໝາຍ ແລະ ບໍ່ມີເງິນ ທີ່ ຈະໃຊ້ໜີ້ ຕ່າງ ປະເທດ.

ໃນດ້ານ ການຂາດເຂີນ ງົບປະມານ ໜັງ ສືພິມ ວຽງຈັນທາມສ ຂອງ ທາງການ ລາວ ຣາຍງານ ວ່າ, ເມື່ອປີ 2013 ຣັຖບານ ລາວ ຂາດດູນ ງົບປະມານ ຫລື ຣາຍຈ່າຍ ຫລາຍກວ່າ ຣາຍໄດ້ 260 ລ້ານ ໂດລາ ສະຫະຣັຖ, ແຕ່ປີນີ້ ຂາດດູນ ເພິ້ມຂຶ້ນ ເປັນກວ່າ ສອງເທົ່າ. ສາເຫດ ໃຫຍ່ ທີ່ ພາໃຫ້ ຂາດດູນ ງົບປະມານ ຫລາຍ ກໍແມ່ນ, ການ ເກັບພາສີ ອາກອນ ບໍ່ໄດ້ ຕາມ ຄາດໝາຍ ແລະ ການ ສໍ້ຣາສ ບັງຫລວງ.

ຣັຖບານ ລາວ ເກັບ ພາສີ ອາກອນ ສ່ວນໃຫຍ່ ຈາກ ບໍຣິສັດ ຂຸດຄົ້ນ ບໍ່ແຮ່ ແຕ່ ປີນີ້ ຣາຄາ ແຮ່ທາດ ເປັນ ຕົ້ນຄຳ ເງິນ ແລະ ທອງ ຕົກຕ່ຳ. ການເກັບ ພາສີ ອາກອນ ອີກ ສ່ວນນຶ່ງ ຈາກ ປະຊາຊົນ, ແຕ່ ປະຊາຊົນ ສ່ວນຫລາຍ ຍັງ ທຸກຍາກ, ຜູ້ຮັ່ງມີ ກໍ ຫລີກລ້ຽງ ພາສີ ດ້ວຍວິທີ ຊື້ຈ້າງ ເຈົ້າໜ້າທີ່.

ກ່ຽວກັບ ໜີ້ສິນ ຕ່າງ ປະເທດ ປີນີ້ ຣັຖບານ ລາວ ຈະຕິດໜີ້ ຕ່າງ ປະເທດ ເພິ້ມຂື້ນ ເປັນ 6.1 ຕື້ ໂດລາ ສະຫະຣັຖ, ເຄິ່ງນຶ່ງ ຂອງ ຜົນຜລິດ ພາຍໃນ ປະເທດ ຫລື ຈີດີພີ ຊຶ່ງ ຖືວ່າ ເປັນໜີ້ ທີ່ ຫລາຍ ເກີນໄປ. ປັນຍາຊົນ ລາວ ທ່ານນຶ່ງ ຢູ່ ສະຫະຣັຖ ອະເມຣິກາ ທີ່ ຕິດຕາມ ສະພາບການ ຢູ່ ສປປລາວ ເປັນປະຈຳ ຢືນຢັນ ວ່າ:

“ໃນ ບັນດາ ປະເທດ ທີ່ວ່າ ຊ່ວຍ ຕົນເອງ ບໍ່ໄດ້ ລາວ ເປັນ ປະເທດ ທີ່ ຕິດ ໜີ້ຫລາຍ ກວ່າໝູ່.”

ອີກຢ່າງນຶ່ງ ປີນຶ່ງໆ, ຣັຖບານ ລາວ ຕ້ອງໃຊ້ໜີ້ ຄືນ ຕ່າງ ປະເທດ ເຖິງ 1.5 ຕື້ ໂດລາ ເກືອບ 50 ສ່ວນຮ້ອຍ ຂອງ ງົບປະມານ ຂອງຣັດ, ຊຶ່ງ ເປັນເງິນ ຈຳນວນ ມະຫາສານ. ເມື່ອຕົ້ນ ອາທິດ ນີ້ ສະມາຊິກ ສະພາ ແຫ່ງຊາດ ລາວ ຫລາຍຄົນ ກໍ ສະແດງ ຄວາມວິຕົກ ກັງວົນ ຢ້ານ ຣັຖບານ ລາວ ຈະບໍ່ ສາມາດ ໃຊ້ໜີ້ ຄືນ ຕາມ ຈຳນວນ ແລະ ກຳນົດ ເວລາ ໄດ້. ແຕ່ ຣັຖມົນຕຣີ ກະຊວງ ການເງິນ ຕອບວ່າ ປັດຈຸບັນ ຣັຖບານ ກຳລັງ ເຈຣະຈາ ຮຽກຮ້ອງ ໃຫ້ ເຈົ້າໜີ້ ໂຍະຍານ ການ ໃຊ້ໜີ້ ຄືນ ນັ້ນຢູ່.

ຣັຖບານ ສປປລາວ ໄດ້ໃຊ້ ມາຕການ ແນວໃດ ເພື່ອ ຫລີກລ້ຽງ ວິກິຕການ ທາງດ້ານ ການ ເງິນ?

ໂດຍ ທົ່ວໄປ ຣັຖບານ ລາວ, ໄດ້ ປະຫຍັດ ຣາຍຈ່າຍ. ກ່ອນອື່ນ ໝົດ ຣັຖບານ ປະກາດ ຍົກເລີກ ໂຄງການ ພັທນາ ໃຫຍ່ໆ ຫຼາຍຮ້ອຍ ໂຄງການ ເຊັ່ນ ໂຄງການ ສ້າງ ເຂື່ອນ ໄຟຟ້າ ແລະ ຖນົນ ຫົນທາງ.

2. ຣັຖບານ ຕັດເງິນ ອຸດໜຸນ ພະນັກງານ ຣັຖກອນ.

3. ຕັດ ງົບປະມານ ສ້ອມແປງ ຖນົນ ຫົນທາງ.

4. ສັ່ງໃຫ້ ກະຊວງ ກົມກອງ ແລະ ພະນັກງານ ຂອງຣັດ ບໍ່ໃຫ້ ໃຊ້ຈ່າຍ ຟຸມເຟືອຍ ເຊັ່ນ ໃນຍາມ ສລອງ ບຸນ ປີໃໝ່ ລາວ.

5. ເມື່ອ ອາທິດ ທີ່ແລ້ວ ຣັຖບານ ລາວ ໄດ້ ປະກາດ ຂາຍ ພັນທະບັດ ເປັນ ເງິນບາດ ເປັນ ຄັ້ງທີ່ສາມ ເພື່ອ ຫາເງິນ ມາຖົມຂຸມ ງົບປະມານ.

ກ່ຽວກັບ ເຣື່ອງ ປະຫຍັດ ເຈົ້າໜ້າທີ່ ລາວ ທ່ານນຶ່ງ ທີ່ ບໍ່ ປະສົງ ບອກຊື່ ກໍຍອມຮັບ ວ່າ:

“ເພິ່ນ ຣະດົມ ປະຊາຊົນ ໃຫ້ ປະຫຍັດ ມັນກໍ ຂາດ ເຂົາເອິ້ນວ່າ ປັດໄຈ ທາງດ້ານ ງົບປະມານ ແຕ່ ຈຸດອ່ອນ ດັ່ງກ່າວ ນີ້ ມັນ ເປັນພຽງ ເຂົາ ເອິ້ນວ່າ ມັນ ບໍ່ແມ່ນ ເປັນ ພື້ນຖານ ມັນ ສາມາດ ແກ້ໄຂ ໄດ້.”

ປັດຈຸບັນ ຣັຖບານ ລາວ ກຳລັງ ວິຕົກ ກັງວົນ ຢ້ານ ບໍ່ມີເງິນ ທີ່ ຈະສລອງ ວັນ ຄົບຮອບ 40 ປີ ຂອງ ການ ສ້າງຕັ້ງ ສປປ ລາວ, ຊຶ່ງ ແນ່ນອນ ຄນະ ຜູ້ນຳ ພັກ-ຣັດ ຕ້ອງ ຢາກ ສເລີມ ສລອງ ຢ່າງໃຫຍ່ ໂຕ. ອີກ ຢ່າງນຶ່ງ ຣັຖບານ ລາວ ກໍຢ້ານ ບໍ່ມີເງິນ ທີ່ ຈະຈັດ ກອງປະຊຸມ ສຸດຍອດ ອາຊຽນ ໃນ ປີໜ້າ. ວິທີ ແກ້ໄຂ ຣັຖບານ ລາວ ກຳລັງ ເພິ້ມ ຂໍເງິນ ຊ່ວຍເຫລືອ ລ້າ ຈາກ ຕ່າງ ປະເທດ, ໂດຍສະເພາະ ຈາກ ຈີນ ແລະ ວຽດນາມ.

ທ່ານ ທັງຫລາຍ ອາດ ຢາກຮູ້ວ່າ ຣັຖບານ ລາວ ມີຣາຍໄດ້ ຣາຍຮັບ ສ່ວນຫລາຍ ມາຈາກໃສ? ແຕ່ລະປີ ມີ ງົບປະມານ ຫລາຍ ເທົ່າໃດ?

ທະນາຄານ ໂລກ ຣາຍງານ ວ່າ, ປີນຶ່ງ ຕົວຢ່າງ ປີກາຍ ຣັຖບານ ລາວ ມີຣາຍຮັບ ທັງໝົດ ປະມານ 2.7 ຕື້ ໂດລາ ຊຶ່ງ ໃນນັ້ນ 700 ລ້ານ ໂດລາ ແມ່ນ ເງິນ ຊ່ວຍເຫລືອ ລ້າ. ແຕ່ ຣັຖບານ ລາວ ມີ ຣາຍຈ່າຍ ເຖິງ 3.2 ຕື້ ໂດລາ, ເກີນ ຣາຍຮັບ 500 ລ້ານ ໂດລາ, ຫລື ເວົ້າອີກ ຢ່າງນຶ່ງ ຣັຖບານ ລາວ ຂາດດູນ ງົບປະມານ ເຖິງ 500 ລ້ານ ໂດລາ. ໃນປີນີ້ ການຂາດດູນ ນັ້ນ ແຮງຈະ ເພິ້ມຂຶ້ນເປັນ ປະມານ 700 ລ້ານ ໂດລາ.

ຖ້າ ຣັຖບານ ລາວ ຕົກລົງ ຢືມເງິນ 7.2 ຕື້ ໂດລາ ຈາກ ຈີນ ເພື່ອ ສ້າງ ທາງ ຣົດໄຟ ຄວາມໄວ ສູງ ລາວ-ຈີນ ຕື່ມ, ສປປລາວ ຈະມີ ຄວາມສ່ຽງສູງ ທີ່ ຈະ ປະສົບ ກັບ ວິກິຕການ ທາງ ດ້ານ ການເງິນ ໃນ ອະນາຄົດ.

ປັດຈຸບັນ ເຖິງ ຍັງບໍ່ ປະສົບ ກັບ ວິກິຕການ ທາງດ້ານ ການເງິນ ເທື່ອ, ແຕ່ ຣັຖບານ ລາວ ກໍມີ ບັນຫາ ການເງິນ ຢ່າງໜັກ ຊຶ່ງ ສົ່ງ ຜົນກະທົບ ໂດຍກົງ ຕໍ່ການ ພັທນາ ເສຖກິດ ແລະ ຊີວິດການ ເປັນຢູ່ ຂອງ ປະຊາຊົນ ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.