ບັນຫາຄົນງານເຖື່ອນ ຢູ່ ລາວ

ໄຊຍາ
2018.11.16
ຄົນວຽດນາມ ໃນນະຄອນຫຼວງວຽງຈັນ ທີ່ຂີ່ຣົດຖີບ ເລາະຂາຍເຄື່ອງ ຕາມເຂດຊຸມຊົນ
RFA/LX

ທາງການລາວຍັງລະເລີຍ ແລະ ບໍ່ໃຊ້ມາຕການເດັດຂາດຄວບຄຸມ ຕໍ່ແຮງງານຕ່າງດ້າວ ທີ່ບໍ່ມີບັດອະນຸຍາດເຮັດວຽກ ກຸ່ມຄົນເຫລົ່ານີ້ ຍັງເຄື່ອນໄຫວ ທຳມາຫາກິນໃນລາວ ແບບເປີດເຜີຍ ພ້ອມທັງມາຍາດອາຊີບຂອງຄົນລາວ. ເຮັດໃຫ້ຄົນລາວ ທຳມາຫາກິນລຳບາກ.

ແຮງງານຕ່າງດ້າວທີ່ບໍ່ມີໃບອະນຸຍາດເຮັດວຽກຢູ່ໃນລາວ ໂດຍສະເພາະແມ່ນແຮງງານຄົນວຽດນາມ ແລະຄົນຈີນ ຫລື ເອີ້ນອີກຢ່າງນຶ່ງ ກຸ່ມຄົນເຄື່ອນທີ່ ທີ່ເຂົ້າມາທຳມາຫາກິນໃນລາວ ມີຢູ່ທົ່ວໄປ ໂດຍມາຍາດແຍ່ງອາຊີບຂອງຄົນລາວ ຢ່າງຫຼວງຫຼາຍ ແລະ ໃນກໍຣະນິນິ້ ທາງການຍັງປ່ອຍປະລະເລີຍ ບໍ່ມີມາຕການລົງໂທດຂັ້ນເດັດຂາດ. ດັ່ງປະຊາຊົນຢູ່ແຂວງຜົ້ງສາລີ ໄດ້ກ່າວຕໍ່ RFA ວ່າຄົນຈີນທີ່ມາເປີດ ຮ້ານຂາຍຍ່ອຍ ຂາຍແຂ່ງກັບຄົນລາວນັ້ນ ຖືວ່າແມ່ນການຍາດອາຊີບຄົນລາວເຮັດ.

ມີແຕ່ວ່າຄົນຈີນ ເຣຶ້ອງຍາດອາຊີບນັ້ນແຫລະ ຂະເຈົ້າມາທໍາການຄ້າແບບວ່າ ຂາຍຍ່ອຍຂາຍຫຍັງຊື່ໆ ແລ້ວຣັຖບານອະນຸຍາດໃຫ້ ມາຂາຍຍ່ອຍຢູ່ຕາມປະເທສລາວ ເຮັດໃຫ້ຄົນລາວທຸກ ບໍ່ສາມາດຂາຍຫາເງິນໄດ້ດ້ວຍຕົວເອງ.

ສ່ວນປະຊາຊົນຢູ່ນະຄອນຫລວງວຽງຈັນເວົ້າຕໍ່ RFA ວ່າ ຕ້ອງການໃຫ້ເຈົ້າໜ້າທີ່ ອອກກວດກາໂດຍສະເພາະ ກຸ່ມທີ່ມາລັກເປີດທຸຣະກິດ ຜິດກົດໝາຍ.

ຫລາຍອີ່ຫລີຕລາດຫັ້ນຮ້ານລາວ ບໍ່ພໍ 10 ຮ້ານດອກຂາຍອີ່ຫຍັງ ກໍ່ມີແຕ່ພວກນີ້ເບິດ ສ່ວນຫລາຍເຮັດຫຍັງກໍ່ແມ່ນພວກນີ້ ມັນຂາຍ ຮອດສິ້ນໃໝ ເຂົາກໍກວດໄປຈັ່ງຊັ້ນລະ ຄັນຮຽກເງິນຮຽກຄຳ ເຂົາກະຊິໃຫ້ກັນເບາະ ຫຼືຈັ່ງໃດລະກະບໍຮູ້ ກໍຢາກໃຫ້ສງວນໄວ້ລະເນາະ ກໍຢາກໃຫ້ ແຕ່ຄົນລາວນັ້ນລະຂາຍ ຄັນສິເວົ້າແລ້ວກະດາຍ ໃກ້ສິບໍ່ມີວຽກເຮັດງານທໍາແລ້ວ ກໍດີແຫລະຄັນເຮັດໄດ້ ສິເຮັດໄດ້ບໍ້ ແນວເຂົາເງິນຫລາຍເນາະ ເຂົາເອົາເງິນວ່ານ ແພງເຂົາກໍ່ຊື້ຮ້ານບ່ອນໃດ ມັນເໝາະສົມ.

ໃນກໍຣນີດັ່ງກ່າວສາມາດຈຳແນກໄດ້ສອງແບບ; 1-ແມ່ນກຸ່ມແຮງງານທີ່ຂຶ້ນທະບຽນ ຖືກຕ້ອງຕາມກົດໝາຍ ໂດຍມີອົງກອນສັງກັດຈະແຈ້ງ ມີໃບອະນຸຍາດເຮັດວຽກ ປະກອບອາຊີບໄດ້ຕາມກົດໝາຍ. 2-ແມ່ນກຸ່ມຄົນທີ່ເຄື່ອນທີ່ ແຕ່ຈັດຢູ່ໃນແຮງງານ ທີ່ບໍ່ມີໃບອະນຸຍາດເຮັດວຽກ ເປັນກຸ່ມຄົນທີ່ສວຍໂອກາດ ກຸ່ມນີ້ຈະໄປຂໍວຽກເຮັດ ຕັ້ງຮ້ານຂາຍເຄື່ອງຕາມຊຸມຊົນ ຫລືຕລາດ ແລະອີກຫລາຍອາຊີບ ທີ່ກຸ່ມຄົນເຫລົ່ານີ້ ມາຍາດແຍ່ງອາຊີບຄົນລາວ ທີ່ຫາເຊົ້າກິນຄໍ່າ ແບບເປີດເຜີຍ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກະຊວງແຮງງານ ແລະສວັດດີການສັງຄົມ ໄດ້ໃຫ້ສຳພາດ ຕໍ່ RFA ວ່າ; ສະພາບໂດຍລວມການເກັບຂໍ້ມູນ ເພື່ອຂຶ້ນທະບຽນໃຫ້ເປັນແຮງງານ ທີ່ຖືກຕ້ອງໃນລາວ ມາເຖິງປັດຈຸບັນ ໜ່ວຍງານທີ່ໄດ້ຮັບມອບໝາຍ ແມ່ນເລີ້ມປະຕິບັດການ ມາສອງປີແລ້ວ ພ້ອມທັງໄດ້ ດຳເນີນການຂຶ້ນທະບຽນ ແຮງງານຕ່າງດ້າວໃນລາວ ເປັນຄັ້ງທີສອງແລ້ວ.

ສຳພາດ: ພວກເຮົາກາໄດ້ແຈ້ງການຣະອຽດຫລັງຈາກຂຶ້ນທະບຽນແລ້ວຄັ້ງທີ 2 ນີ້ ແມ່ນໃຫ້ບັນດາແຂວງ ແລະ ນະຄອນຫລວງວຽງຈັນ ສັງລວມຂໍ້ມູນ ໃຫ້ຣະອຽດ ເພື່ອໃຈ້ແຍກວິເຄາະໃຫ້ຣະອຽດເປົ້າໝາຍຕ່າງໆ.

ທ່ານກ່າວຕື່ມ ສ່ວນການແບ່ງຄວາມຮັບຜິດຊອບ ກ່ຽວກັບຄົນຕ່າງດ້າວ ທີ່ເຄື່ອນໄຫວບໍ່ຖືກຕ້ອງຫັ້ນ ຫຼັກໆລະແມ່ນຜແນກແຮງງານ ແລະ ສວັດດີການສັງຄົມ ຮັບຜິດຊອບແຮງງານຕ່າງປະເທສ ແຮງງານຕ່າງປະເທສແມ່ນໝາຍເຖິງ ຄົນທີ່ເຮັດວຽກຢູ່ໃນ ຫົວໜ່ວຍທຸຣະກິດ ການຜລິດ ແລະການບໍຣິການຕ່າງໆ ທີ່ເຮັດນຳໂຄງການ.

ສຳລັບຂແນງ ປສກ ກໍມີໜ້າທີ່ຮັບຜິດຊອບ ຜູ້ບໍ່ມີລັກແຫລ່ງ ລັກສນະແບບເຂົ້າເມືອງຜິດກົດໝາຍ ຫລືວ່າເຄື່ອນໄຫວແບບອິສຣະ ບໍ່ຂຶ້ນກັບໃຜ ເປັນແຮງງານແຕ່ວ່າບໍ່ມີນາຍຈ້າງ ໄປຫາເລາະຂໍເຮັດວຽກກໍ່ສ້າງ ເຮືອນຊານບ້ານຊ່ອງ ອີ່ຫຍັງຕ່າງໆທີ່ມີວຽກ ບໍ່ມີນາຍຈ້າງ.

ສຳລັບຄົນຕ່າງປະເທສ ທີ່ເຄື່ອນໄຫວໃນລັກສນະ ຕັ້ງຮ້ານຄ້າຂາຍ ເປັນການລົງທຶນທີ່ເປັນລັກສນະທຸຣະກິດຫັ້ນ ພວກເຮົາກໍ່ໄດ້ມອບໃຫ້ ຂແນງການຄ້າ ອຸດສາຫະກັມການຄ້າ ເປັນຜູ້ຕິດຕາມເປັນຜູ້ແກ້ໄຂຕາມນິຕິກັມ.

ປີນີ້ທາງການສາມາດຂຶ້ນທະບຽນ ທັງຄັ້ງທີ 1 ແລະ 2 ໄດ້ທັງໝົດ 42 ພັນປາຍຄົນ ໃນນັ້ນກໍ່ໄດ້ແຍກອອກເປັນສັນຊາດ ຜູ້ເຄື່ອນໄຫວ ແບບທີ່ສາມາດປັບສະຖານະພາບໄດ້ ແລະ ຜູ້ທີ່ບໍ່ສາມາດປັບສະຖານະພາບໄດ້.

ຕໍ່ກັບການບັງຄັບໃຊ້ກົດໝາຍຕໍ່ກຸ່ມແຮງງານດັ່ງກ່າວ ຂອງຂແນງການທີ່ກ່ຽວຂ້ອງ ຍັງມີຂໍ້ບົກຜ່ອງຫລາຍ ພະນັກງານບໍ່ເຂັ້ມງວດ ລະເລີຍ ເຮັດໃຫ້ກຸ່ມຄົນດັ່ງກ່າວ ຍັງເຄື່ອນໄຫວໄດ້; ໂດຍທ່ານໄດ້ໃຫ້ຄວາມເຫັນວ່າ:

ສຳພາດ ການລະເລີຍໃນການປະຕິບັດ ການບັງຄັບໃຊ້ກົດໝາຍ ຂອງຂແນງການທີ່ກ່ຽວຂ້ອງ ດັ່ງກ່າວອາດຈະເປັນຍ້ອນຄວາມ ບໍ່ ເອົາໃຈໃສ່ ຫຼືຄວາມບໍ່ເຂັ້ມງວດຕໍ່ການຍັງຄັບໃຊ້ຣະບຽບກົດໝາຍ ແລະ ກໍ່ການໃຫ້ການຮ່ວມມື ຂອງປະຊາຊົນທ້ອງຖິ່ນ ຂອງເຮົາ ນີ້ແຫລະ ເຂົາເຈົ້າຈຶ່ງເຄື່ອນໄຫວໄດ້ ຖືກຕ້ອງຕາມກົດໝາຍ ເພາະສະນັ້ນ ພວກເຮົາກໍ່ບໍ່ມີທາງອື່ນ ທີ່ຈະສເນີຣັຖບານແກ້ໄຂແນວໃດ ຕ້ອງໃຫ້ຫັນເຂົ້າສູ່ຣະບຽບກົດໝາຍ.

ໃນສ່ວນການບັງຄັບໃຊ້ກົດໝາຍ ທ່ານກ່າວຕື່ມວ່າ ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຂອງ 3 ຂແນງການທີ່ໄດ້ເວົ້າມານັ້ນ ຕ້ອງໄດ້ເຂັ້ມງວດ ຕ້ອງປະຕິບັດໃຫ້ໄດ້ຕາມຣະບຽບກົດໝາຍ ທີ່ທາງການໄດ້ກຳນົດໄວ້ ເຮົາກາໄດ້ສເນີທາງຫ້ອງວ່າການ ສຳນັກງານນາຍົກ ຣັຖມົນຕຣີ ຄືແນວນັ້ນ ປະມານເດືອນເມສາ 2018 ກໍມີແຈ້ງການ ຂອງຫ້ອງວ່າການ ສຳນັກງານນາຍົກຣັຖມົນຕຣີ ເພິ່ນວ່າເຫັນດີໃຫ້ແກ້ໄຂ ຕາມ ຣັຖມົນຕຣີ ສອງກະຊວງນຳສເນີ ຫລັງຈາກນັ້ນຈຶ່ງມີການສລຸບຜົລປະເມີນຣາຍງານ ໃຫ້ເພິ່ນອີກເທື່ອນຶ່ງ ເພາະສະນັ້ນ ກໍສະແດງວ່າ ນັບແຕ່ເດືອນ 5 ມານີ້ ພວກເຮົາກໍ່ໄດ້ວາງແຜນສືບຕໍ່, ແຜນສືບຕໍ່ກາບໍ່ມີຫຍັງ ມີແຕ່ວ່າພວກເຮົາໄດ້ມີການແຈ້ງຣະອຽດ 3 ຂແນງການ ຫລັກໆຂໍໃຫ້ເພີ່ມທະວີ ຄວາມຮັບຜິດຊອບ ຕາມກົດໝາຍໜ້າທີ່ ຂອງພວກເຮົາມີຢູ່ ໃນປັດຈຸບັນນີ້ ໃຫ້ເຂັ້ມງວດຂຶ້ນກວ່າເກົ່າ ຊຶ່ງພວກເຮົາ ກໍ່ສເນີແຜນຕໍ່ ສນຍ ເພື່ອໃຫ້ເພິ່ນອະນຸຍາດ ເຮັດແຜນສືບຕໍ່ ແລະວາງແຜນແກ້ໄຂໂຕນີ້ ປັດຈຸບັນລໍຖ້າເພິ່ນຢູ່.

ແນວໃດກໍຕາມເພື່ອກຳນົດການປະຕິບັດງານ ໃຫ້ຫັດກຸມເຂັ້ມງວດເຂົ້າຕື່ມ ຂແນງແຮງານ ກໍຈະໄດ້ຈັດກອງປະຊຸມຣະດັບສູງ ຮ່ວມກັບ ພາກສ່ວນກ່ຽວຂ້ອງ ເພື່ອມອບໜ້າທີ່ໃຫ້ 3 ຂແນງການ:

ສຳພາດ : ແຜນພວກເຮົາຈະມີການຈັດກອງປະຊຸມ ຣະດັບສູງໝາຍຄວາມວ່າ ຈະມີຄນະນຳຂັ້ນສູງ ຂອງບັນດາກະຊວງທີ່ກ່ຽວຂ້ອງ ແລະບັນດາແຂວງ ນະຄອນຫລວງ ເຂົ້າຮ່ວມກອງປະຊຸມ; ໃນກອງປະຊຸມຈະໄດ້ເນັ້ນ ເຣື້ອງນິຕິກັມ ທີ່ມີຢູ່ໃນປັດຈຸບັນ ພາລະບົດບາດ ໃຫ້ມັນຈະມັນແຈ້ງ. ແຮງງານຮັບຜິດຊອບກຸ່ມເປົ້າໝາຍໃດ, ປກສ ຮັບຜິດຊອບກຸ່ມເປົ້າໝາຍໃດ, ກະຊວງອຸດສາຫະກັມ ການຄ້າ ຮັບຜິດຊອບກຸ່ມເປົ້າໝາຍໃດ ແລະ ເຣື້ອງນິຕິກັມ ຂອງແຕ່ລະຂແນງການ ກໍຕ້ອງໄດ້ເວົ້າຄືນອີກເທື່ອນຶ່ງ ໃຫ້ແກ່ເຈົ້າໜ້າທີ່ຂອງຕົນເອງ ໃຫ້ຮັບຮຸ້ ແລະເຂົ້າໃຈເປົ້າແນວນີ້.

ສລຸບລວມແລ້ວ ເຈົ້າໜ້າທີ່ທາງການຂອງລາວ ຍອມຮັບວ່າ ເປັນເຣຶ້ອງທີ່ຍາກຢ່າງຍິ່ງ ທີ່ຈະດຳເນີນມາຕການຢ່າງເດັດຂາດ ກັບກຸ່ມຄົນ ເຫລົ່ານີ້ ສ່ວນໃຫຍ່ເປັນຄົນວຽດນາມ ແລະຄົນຈີນ ທີ່ມີຄວາມສໍາພັນຢ່າງໃກ້ຊິດກັບລາວ ເພາະສະນັ້ນ ການດໍາເນີນ ມາຕການ ຈຶ່ງໄດ້ ຄໍານຶງເຖິງສາຍພົວພັນ ມິຕພາບຣະວ່າງ ລາວກັບວຽດນາມ ແລະຈີນ ເປັນສໍາຄັນ ຊຶ່ງກໍໄດ້ເປັນຜົນ ເຮັດໃຫ້ ທາງການລາວບໍ່ສາມາດ ດໍາເນີນມາຕການໄດ້ພຽງ ການກ່າວຕັກເຕືອນ ແລະໂຄສະນາອົບຮົມໃຫ້ພວກເຂົາເຈົ້າຍິນຍອມ ປະຕິບັດຕາມລະບຽບກົດໝາຍຢູ່ລາວ ຢ່າງຖືກຕ້ອງເທົ່ານັ້ນ.

ໃນຂນະດຽວກັນປະເທດເພື່ອບ້ານຢ່າງໄທ ກໍໄດ້ປາບປາມແຮງງານຕ່າງດ້າວ ຢ່າງເອົາຈີງເອົາຈັງ ບໍ່ເວັ້ນກະທັ້ງຄົນລາວກໍຖືກປາບປາມ ມາແລ້ວ ໂດຍທາງການໄທ ອ້າງວ່າເພື່ອສງວນອາຊີບໃຫ້ຄົນໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.