ເງິນເດືອນພະນັກງານຣັດ ຍັງ ຊ້າຢູ່
2017.02.09
ການຈ່າຍເງິນເດືອນ ໃຫ້ພະນັກງານຣັດ ໃນບາງເມືອງ ທີ່ແຂວງຫົວພັນ ຍັງຫລ້າຊ້າຢູ່ ເປັນຕົ້ນ ເມືອງຊຳໃຕ້ ພະນັກງານຣັດ ຈະໄດ້ຮັບ ເງິນເດືອນ ບໍ່ຕຣົງກັບ ເວລາ ບາງເທື່ອ ກໍຮອດ ສອງ-ສາມ ເດືອນ ຈຶ່ງໄດ້, ແຕ່ບາງຄົນ ກໍວ່າ ຍ້ອນຢູ່ຫ່າງໄກ ແລະ ການເດີນທາງ ລຳບາກ ທີ່ຫ້ອງການເມືອງ ຈະເຂົ້າໄປຫາ ຫ້ອງການແຂວງ ເພື່ອໄປເອົາເງິນ ມາເບີກໃຫ້ ເຈົ້າຫນ້າທີ່ ໃນແຕ່ລະ ເດືອນ. ດັ່ງ ພະນັກງານ ນາງນຶ່ງ ທີ່ເມືອງຊຳໃຕ້ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 8 ກຸມພາ ວ່າ:
"ສຳລັບເດືອນນີ້ ແມ່ນນັ້ນ ສອງສາມເດືອນ ຈຶ່ງໄດ້ນະ ມັນບໍ່ໄດ້ ແຕ່ລະເດືອນເດ້ ເມືອງຊຳໃຕ້ ນີ້ໄລຍະທາງ ໄປຫາແຂວງ ມັນຮ້ອຍກິໂລ ປາຍເນີ ແລ້ວເຂົາ ບໍ່ໄປເອົາຊີ້ນະ ແລ້ວບໍ່ມີ ອັດຕາກິນຢູ່ ພະນັກງານ ໄປຄິດໄລ່ ເງິນເດືອນ ອັນນີ້ດົນໆ ເຂົາຈະໄປເອົາ ເທື່ອນຶ່ງຊີ້ຫນ່າ".
ນາງກ່າວຕື່ມວ່າ ພະນັກງານຣັດ ໃນເມືອງຊຳໃຕ້ ທຸກຄົນກໍຮູ້ວ່າ ໄລຍະທາງ ມັນໄກ ແລະລຳບາກ ການເດີນທາງ ແຕ່ລະເທື່ອໄປ ແຂວງ ໃຊ້ເວລາ 2-3 ວັນ ກ່ອນຈະຮອດ. ດັ່ງນັ້ນ ເຈົ້າຫນ້າທີ່ຣັດ ສ່ວນໃຫຍ່ ກໍຈະໄດ້ຮັບ ເງິນເດືອນ ສອງເດືອນ ຕໍ່ຄັ້ງ, ສຳລັບ ຕຳຣວດ ແລະ ທະຫານ ນັ້ນຈະໄດ້ ຕຣົງເວລາ ທຸກເດືອນ.
ວິທຍຸເອເຊັຽເສຣີ ກໍໄດ້ສອບຖາມ ເຣື້ອງນີ້ໄປຫາ ຜແນກການເງິນ ທີ່ແຂວງຫົວພັນ ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ ນະໂຍບາຍ ຈ່າຍເງິນ ເດືອນໃຫ້ແກ່ ພະນັກງານຣັດ ທຸກຄົນ ຕຣົງເວລາ ທຸກເດືອນ ໂດຍຈະຈ່າຍ ຣະຫວ່າງ ວັນທີ 25-28 ໃນແຕ່ລະ ເດືອນ ແຕ່ມີ ບາງເມືອງ ບໍ່ເຂົ້າມາ ເອົາເງິນໄປ ເບີກຈ່າຍ ໃຫ້ພະນັກງານຣັດ ເອງ.
"ມັນຕົວນີ້ແມ່ນນຳການເງິນ ຂອງເມືອງ ເຂົາເນີ ເມືອງເຂົາແລ້ວ ເຂົາບໍ່ມີ ແລ່ນເອົາຫັ້ນນ່າ ມັນບໍ່ແມ່ນຂຶ້ນ ກັບແຂວງ ເພາະວ່າມັນ ເຂົາ ເຮັດໃຫ້ ມາແລ່ນ ແລ້ວກໍໃຫ້ເລີຍນະ ຕົວນີ້ ມັນການເງິນເມືອງ ເຂົາມາແລ່ນ ເອົາຊ້າຊື່ໆ ເຂົາບໍ່ມາແລ່ນ ກໍສະແດງວ່າ ເມືອງບໍ່ໄດ້ ເງິນເດືອນ".
ທ່ານກ່າວຕື່ມວ່າ ຢູ່ແຂວງຫົວພັນ ໃນເດືອນນີ້ນອກຈາກ ເມືອງຊຳໃຕ້ແລ້ວ ກໍຍັງມີ ເມືອງຮຽມ ທີ່ຍັງບໍ່ທັນ ເຂົ້າມາເບີກຈ່າຍ ເອົາເງິນໄປ ໃຫ້ ພະນັກງານຣັດ.