ບໍຣິສັດຖ່ານຫີນ ຂ.ຫົວພັນ ຍອມຈ່າຍ ຄ່າເສັຽຫາຍ
2018.04.19

ບໍຣິສັດ CCF ຂອງຈີນ ຊຶ່ງເປັນເຈົ້າຂອງໂຮງງານ ໄຟຟ້າຖ່ານຫີນຢູ່ ເມືອງຊຳເໜືອ ແຂວງຫົວພັນ ຍອມຈ່າຍຄ່າຊົດເຊີຍ ຄວາມເສັຍຫາຍ ໃຫ້ແກ່ປະຊາຊົນ 100 ຄອບຄົວ ທີ່ຖືກໂຄງການເຮັດໃຫ້ທີ່ດິນແດງ ເຂົ້າໄປຖົມນາຂອງພວກຂະເຈົ້າ ພາຍຫລັງທີ່ ເຈົ້າຂອງບໍຣິສັດໄດ້ຫາລື ກັບທາງການ ເມືອງຊຳເໜືອ ເມື່ອບໍ່ດົນມານີ້ ທັງສອງຝ່າຍເປັນ ເອກກະພາບກັນ ວ່າທາງບໍລຣິສັດ ຈະຈ່າຍຊົດເຊີຍ ຄ່າເສັຽຫາຍໃຫ້ ປະຊາຊົນ ຢ່າງເປັນທັມ. ດັ່ງເຈົ້າໜ້າທີ່ ຫ້ອງການຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ເມືອງຊຳເໜືອ ກ່າວໃນວັນທີ 19 ເມສາ ນີ້ວ່າ:
"ໄດ້ຕົກລົງລະອຽດແລ້ວ ຖືວ່າກະໄດ້ຍອມຮັບນຳ ຮັບຮູ້ນຳເນາະ ຕາມຄຳປະຊາຊົນຫັ້ນສະເໜີ 100 ລ້ານ ກັບ 95 ລ້ານ ຕໍ່ເຮັກຕ້າ ສະເພາະໜ້ານີ້ນ່າ ຈ່າຍໃຫ້ເມືອງນີ້ເນາະ ເມືອງຈະເອົາລົງໄປຫາປະຊາຊົນ."
ທ່ານ ກ່າວຕື່ມວ່າ ປັດຈຸບັນ ບໍຣິສັດດັ່ງກ່າວ ຍັງບໍ່ໄດ້ເລີ້ມຊົດເຊີຍເທື່ອ ຍັງລໍຖ້າໃຫ້ເຈົ້າໜ້າທີ່ ວິຊາການຂັ້ນເມືອງລົງໄປ ສຳຣວດດິນ ທີ່ປະຊາຊົນໄດ້ຮັບຄວາມເສັຽຫາຍ ນັ້ນກ່ອນ ຫາກສຳຣວດພົບວ່າ ດິນບ່ອນໃດ ບໍ່ສາມາດຟື້ນຟູໄດ້ ກໍ່ຈະໃຫ້ເງິນຊົດເຊີຍ ແກ່ຊາວບ້ານ ຕາມຂໍ້ຕົກລົງ ຣະຫວ່າງ ບໍຣິສັດ ຈີນ ກັບທາງການເມືອງຊໍາເໜືອ ຊຶ່ງປະຊາຊົນ ຜູ້ຖືກຜົນກະທົບ ຮູ້ສຶກບໍ່ພໍໃຈ ກັບການຕົກລົງເຣື້ອງເງິນ.
ທ່ານກ່າວອີກວ່າ ຈຳນວນປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຮງງານໄຟຟ້າຖ່ານຫີນ ມີສອງບ້ານຄື; ບ້ານຫ້ວຍຄົງ ມີ 80 ຄອບຄົວ ແລະ ບ້ານຫລັກຊາວ ມີ 20 ຄອບຄົວ.
ບໍລິສັດໄຟຟ້າຖ່ານຫີນຂອງຈີນ ໄດ້ເລິ້ມສຳຣວດໂຄງການນີ້ມາຕັ້ງແຕ່ປີ 2012 ປັດຈຸບັນ ຢູ່ໃນຂັ້ນຕອນ ການກໍ່ສ້າງໂຮງງານ ແລະແຄ້ມພັກ ຂອງຄົນງນ ຄາດວ່າການສ້າງ ຈະສຳເຣັດພາຍ ໃນປີ 2018 ນີ້ນັບແຕ່ເກີດ ຜົນກະທົບ ເມື່ອກາງປີ 2017 ຊາວບ້ານ ໄດ້ຂຽນຄຳຮ້ອງຮຽນ ໄປຍັງອຳນາດການປົກຄອງ ຂັ້ນເມືອງ ແລະຂັ້ນແຂວງປະມານ 3 ຫາ 4 ເທື່ອ.