ລາວ ອາຈບໍ່ມີເຂົ້າ ພຽງພໍ

ຈໍາປາທອງ
2018.11.07
ການກະສິກັມ ປູກເຂົ້າ ໃນພາກເໜືອ ຂອງລາວ ເມື່ອ ຣະດູ ດິນຟ້າອາກາດອໍານວຍ
RFA

ຜົລກະທົບໜັກຈາກພັຍນໍ້າຖ້ວມ, ຈາກເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ແລະຈາກເຂື່ອນໄຟຟ້າ ຫລາຍແຫ່ງໃນລາວ ປ່ອຍນ້ຳຈາກ ໜ້າເຂື່ອນລົງມາຖ້ວມຕື່ມ ເຮັດໃຫ້ເກີດຄວາມເສັຍຫາຍຢ່າງໃຫຍ່ຫລວງ ແລະໜັກໜ່ວງ ຕໍ່ຊີວິດແລະຊັພສິນ ຕລອດເຖິງສະພາບຮ່າງກາຍ ແລະຈິດໃຈ ຂອງປະຊາຊົນລາວ ຢູ່ທັງໝົດ 17 ແຂວງ ແລະ ກຳແພງນະຄອນຫລວງວຽງຈັນ. ເປັນຕົ້ນ ແຂວງອັດຕະປື ທີ່ເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍ ແຕກໃສ່.

ລວມທັງໝົດໃນທົ່ວປະເທສ ປະຊາຊົນໄດ້ຮັບຜົລກະທົບ 639,000 ຄົນ, ມີຜູ້ເສັຍຊີວິດ ແລະ ຫາຍສາຍສູນ 1 ພັນປາຍຄົນ. ເວົ້າສະເພາະ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ຮັບຄວາມເສັຽຫາຍ 19 ບ້ານ ໃນນັ້ນ 6 ບ້ານໄດ້ຮັບຜົລກະທົບ ແລະ ເສັຽຫາຍທັງໝົດ.

ໃນທົ່ວປະເທສເນື້ອທີ່ ກະສິກັມເສັຍຫາຍ 1 ແສນປາຍເຮັກຕາ ຫລືປະມານ 12% ຂອງ ເນື້ອທີ່ນາ ທັງໝົດ, ຊົລປະທານເສັຍຫາຍ ເກືອບ 400 ແຫ່ງ.

ແຂວງທີ່ຖືກຜົລກະທົບຫລາຍກວ່າໝູ່ ແມ່ນແຂວງຄຳມ່ວນ ທີ່ມີເນື້ອທີ່ນາກວ້າງ, ມີຊົລປະທານຫລາຍ, ເປັນແຂວງ ຊຶ່ງທາງການ ລາວ ຝາກຄວາມຫວັງໄວ້ ໃນເຣື່ອງການປູກເຂົ້າ ສົ່ງອອກໄປຂາຍໃຫ້ຈີນ ນັ້ນເສັຽຫາຍປະມານ 36 ພັນເຮັກ ຕາ; ແຂວງ ສະຫວັນນະເຂດ ເສັຽຫາຍ 20 ພັນເຮັກຕາ, ນະຄອນຫລວງວຽງຈັນ 11 ພັນເຮັກຕາ ແລະ ຈໍາປາສັກ 8 ພັນເຮັກຕາ.

ເວົ້າສະເພາະຢູ່ແຂວງຄໍາມ່ວນ ຊາວນາຫຼາຍບ້ານ ຢູ່ເມືອງມະຫາໄຊ ທີ່ຖືກນ້ຳຖ້ວມໜັກສອງຄັ້ງ ບໍ່ສາມາດເກັບກ່ຽວເຂົ້າໄດ້, ເຂົ້າປູກແລ້ວ ກໍຫ່ຽວແຫ້ງໄປ ແລະ ຈະບໍ່ສາມາດປູກເຂົ້າໄດ້ອີກ ຍ້ອນ ດິນແຫ້ງ ຜິດປົກກະຕິນັ້ນ ຮຽກຮ້ອງໃຫ້ທາງການ ສປປລາວ ຊ່ອຍເຫຼືອໃນການ ແກ້ໄຂບັນຫາ ທີ່ເກີດຂຶ້ນໂດຍດ່ວນ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ເມືອງມະຫາໄຊ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສຈິກາ ນີ້ວ່າ:

"ເອີ ! ດິນມັນກໍ່ເສັຽໝົດ ການປູກເຂົ້າຕາຍໝົດຢູ່ທົ່ງນາ ຄຸ້ມເໜືອນີ້ເນາະ ກັບອັນໜອງປາ ຂາວ ແລະຢູ່ໂພວ່າ ບໍ່ມີຈັກເຈົ້າເລີຍ ນາ ປີຍັງບໍ່ໄດ້ມັດໃດ ປີນີ້ໃດ ດິນມັນເປັນດິນແຫ້ງໄປເລີຍ ມັນມີແຕ່ແບບເສັຽແບບບໍ່ມີຜົລ ແລະຫ່ຽວແຫ້ງໄປເລີຍ ຫັ້ນແຫຼະ ກະສິກັມ ກໍ່ຄືບໍ່ເຫັນລົງມາກວດເບິ່ງດິນ ຈັງຊັ້ນຈັງຊີ້ ຄືບໍ່ເຫັນ."

ໃນຂນະດຽວກັນ ເຈົ້າໜ້າທີ່ຂແນງປູກຝັງ ແຂວງໄຊຍະບູຣີ ກໍກ່າວກ່ຽວກັບ ເຣຶ່ອງຄວາມຫຍຸ້ງຍາກ ໃນການປູກເຂົ້າ ທັງເຂົ້ານາປີ ແລະ ນາແຊງ ວ່າຍ້ອນຣະບົບ ຊົລປະທານ ບໍ່ດີ.

ການປູກເຂົ້າຢູ່ ສປປລາວ ມີຫຼາຍສິ່ງຫຼາຍຢ່າງ ທີ່ສ້າງຄວາມຫຍຸ້ງຍາກ ໃຫ້ທັງພັຍທັມຊາດ ແລະສິ່ງທີ່ຄົນເປັນຜູ້ສ້າງຂຶ້ນ ຄື; ນອກຈາກ ພັຍນໍ້າຖ້ວມໜັກໜ່ວງແລ້ວ ກໍຍັງມີບັນຫາທີ່ດິນ ກະສິກັມ ຮວມທັງດິນນາ ດິນໄຮ່ ຢູ່ ສປປລາວ ທີ່ມີການປົກຄອງ ດ້ວຍຣະບົບ ພັກດຽວ ຜູກຂາດອຳນາດ ແບບຜະເດັດການ ເກີດຂຶ້ນຍ້ອນ ຜູ້ມີສິດ ມີອຳນາດ ມີໜ້າທີ່ຕຳແໜ່ງ ໃນກົງຈັກການຈັດຕັ້ງ ພັກແລະຣັຖ ຍຶດເອົາດິນ ຂອງປະຊາຊົນ ເປັນຂອງຕົນເອງ ແລະໃຫ້ຕ່າງປະເທສ ສໍາປະທານສ້າງເຂື່ອນໄຟຟ້າ ປູກຢາງພາຣາ ສ້າງເຂດເສຖກິດພິເສດເຂດເສຖກິດ ສະເພາະ ສ້າງໂຮງງານຕ່າງໆ ຂນະທີ່ການບຸກເບີກຂຍາຍເນື້ອທີ່ນາໃໝ່ ບໍ່ໄດ້ພໍເທົ່າໃດ. ດັ່ງພະນັກງານບຳນານ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ເມື່ອບໍ່ນານມານີ້ວ່າ:

"ເຈົ້ານາຍລະມີສິດເອົາດິນຈັກວ່າເທົ່າໃດເຮັກຕາ ດິນປະຊາຊົນບຸກເບີກມາຢູ່ແລ້ວ ແມ່ນຢູ່ເຈົ້າດິນຣັຖ ແຕ່ວ່າເຈົ້າເອົາເຈົ້າກະຕ້ອງຊົດເຊີຍ ບໍ່ແມ່ນສິເອົາລ້າໆ."

ຍ້ອນເປັນຄືແນວນັ້ນ ອະດີດ ເຈົ້າໜ້າທີ່ທາງການ ຜູ້ຂໍສງວນຊື່ແລະສຽງ ຈຶ່ງກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 6 ພຶສຈິກາ 2018 ນີ້ວ່າ:

"ຢ້ານຂາດເຂີນເຂົ້າກິນ. ການເກັບກ່ຽວເຂົ້ານາປີປີນີ້ ອາຈບໍ່ໄດ້ກຸ້ມກິນ ເພາະວ່ານໍ້າຖ້ວມນາຫລາຍ ຢູ່ທຸກແຂວງບາງແຂວງ ກໍຖ້ວມໜັກ ເຊັ່ນແຂວງຄໍາມ່ວນ ແລະ ສະຫວັນນະເຂດ, ເຫັນທາງກະຊວງ ກະສິກໍັມແລະປ່າໄມ້ ເພິ່ນເລັ່ງເອົາພະນັກງານ ລົງໄປ ຊຸກຍູ້ປະຊາຊົນ ປູກເຂົ້ານາແຊງ. ເບິ່ງຄືວ່າຈະມີບັນຫາໜັກ ເຣຶ່ອງເຂົ້າຈະບໍ່ພໍກິນ.ແຕ່ປັດຈຸບັນ ຣາຄາເຂົ້າຕາມທ້ອງຕລາດ ຍັງຄືເກົ່າຢູ່."

ແຕ່ເຖິງຢ່າງໃດກໍຕາມ ທາງການລາວກໍເວົ້າວ່າ ຍັງຈະມີເຂົ້າພຽງພໍ ກັບຄວາມຕ້ອງການຢູ່ພາຍໃນປະທສ. ດຣ. ລຽນ ທິແກ້ວ ຣັຖມົນຕຣີ ກະຊວງກະສິກັມແລະປ່າໄມ້ ໄດ້ເວົ້າຕໍ່ກອງປະຊຸມ ຖແລງຂ່າວວ່າ ຈະບໍ່ປະເຊີນກັບບັນຫາຂາດເຂີນອາຫານ ຂັ້ນຮ້າຍແຮງ ແຕ່ຈະປະເຊີນ ກັບບັນຫາ ຫຍູ້ງຍາກພຽງຊົ່ວຄາວ ເທົ່ານັ້ນ. ຕາມຣາຍງານຂ່າວ ວຽງຈັນທາມ ໃນມື້ວັນທີ 26 ຕຸລາ 2018 ນີ້.

ເຖິງແມ່ນຄວາມສູນເສັຽມີໜັກໜ່ວງ ໃນເຂດທົ່ງພຽງຂອງ ແຂວງພາກກາງ ແຕ່ທາງການ ສປປລາວ ກໍເວົ້າວ່າ ມີເຂົ້າແຮສາງໄວ້. ແລະ ເຈົ້າໜ້າທີ່ ທາງການ ທີ່ກ່ຽວຂ້ອງ ແຂວງຄໍາມ່ວນ ຊຶ່ງເນື້ອທີ່ນາເສັຍຫາຍ ຫຼາຍກວ່າແຂວງອື່ນໆນັ້ນ ກໍເວົ້າຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 6 ພຶສຈິກາ ນີ້ວ່າ:

"ເຂົ້າກະເຫັນວ່າຍັງພໍມີຢູ່ ເພາະວ່າມັນຍັງມີເຂົ້າຄັງແຮ ແລະວ່າ ເຂົ້າຄັງແຮທີ່ຣັຖບາລ ເພິ່ນໃຫ້ໂຮງສີເກັບໄວ້ ແຕ່ເມື່ອກ່ອນພຸ້ນ ຄືສິພໍຢູ່ດອກ."

ແຕ່ເຖິງແນວໃດກໍຕາມ ເພື່ອແກ້ໄຂຫາງສຽງຂອງຫລາຍຄົນ ທີ່ກັງວົນຢ້ານເຂົ້າບໍ່ພໍກິນ, ພາຍຫຼັງເຂື່ອນໄຟຟ້າ ເຊປຽນ-ເຊນ້ຳນ້ອຍແຕກ ທີ່ສ້າງຄວາມເສັຍຫາຍ ໜັກໜ່ວງໃຫ້ຊາວເມືອງສະໜາມໄຊ ໝື່ນປາຍຄົນ ມາໄດ້ນຶ່ງເດືອນ, ນາຍຍົກຣັຖມົນຕຣີ ສປປລາວ ກໍໄດ້ອອກ ຄຳສັ່ງເລກທີ 12 ລົງວັນທີ 23 ສິງຫາ 2018 ວ່າດ້ວຍການຈັດຕັ້ງ ປະຕິບັດ 8 ມາຕການຊຸກຍູ້ເສຖກິດ ຊຶ່ງໃນນັ້ນ ມາຕການທີ 7 ບົ່ງໄວ້ເຖິງການຈັດສັນ ແລະຄຸ້ມຄອງທີ່ດິນກະສິກັມ ໃຫ້ເປັນຣະບົບ, ຊັດເຊນ ແລະເອື້ອອຳນວຍໃຫ້ແກ່ ການຜລິດ ພ້ອມທັງກວດກາ ແລະປະເມີນຄືນ ປະສິດທິຜົລຂອງການນຳໃຊ້ ທີ່ດິນສຳປະທານ ເພື່ອການຜລິດກະສິກັມ ພ້ອມທັງກຳນົດເຂດປູກຝັງ, ເຂດລ້ຽງສັດ ໃຫ້ຊັດເຊນ ເພື່ອກຳນົດເປັນທິດທາງ ແລະມາຕການ ການ ປັບປຸງໃນຕໍ່ໜ້າ.

ມາເຖິງປັດຈຸບັນ ຊາວນານະຄອນຫລວງວຽງຈັນ ເກັບກ່ຽວເຂົ້ານາປີໄດ້ ປະມານ 60% ຂອງເນື້ອທີ່ ທີ່ໄດ້ປັກດຳ 52,300 ປາຍເຮັກຕາ ຊຶ່ງໃນຈໍານວນນັ້ນ ຖືກນ້ຳຖ້ວມເສັຍຫາຍໄປ 11 ພັນປາຍເຮັກຕາ. ຕາມຄຳເວົ້າຂອງ ທ່ານ ໜຽວຄຳ  ຄຳມີນາທີ ຮອງຫົວໜ້າຂແນງປູກຝັງ ຜແນກກະສິກັມ ແລະປ່າໄມ້ ແລະ ພັທນາຊົນນະບົດ ນະຄອນຫຼວງວຽງຈັນ ໃນມື້ວັນທີ 31 ຕຸລາທີ່ຜ່ານມາ ແລະກະກຽມ ປູກເຂົ້ານາແຊງ ໃນເນື້ອທີ່ 19,500 ເຮັກຕາ ເພື່ອໃຫ້ມີເຂົ້າກຸ້ມກິນ. ບາງແຫ່ງທີ່ມີ ນ້ຳຊົລປະທານ ກໍກຳລັງກະກຽມ ຕົກກ້າ ເປັນຕົ້ນໃນເຂດ ເມືອງປາກງື່ມ ແລະ ເມືອງໄຊທານີ.

ຣັຖບານ ສປປລາວ ກໍໄດ້ຮຽກຮ້ອງໃຫ້ຂແນງການກ່ຽວຂ້ອງ ຊຸກຍູ້ຊາວກະສິກອນ ປູກເຂົ້ານາແຊງຫລາຍຂຶ້ນ. ສໍາລັບແຂວງສາລະວັນ ກໍກໍານົດໃຫ້ປູກ ໃນເນື້ອທີ່ທັງໝົດ 15 ພັນເຮັກຕາ ແຕ່ກໍອາດເປັນໄປໄດ້ຍາກ ຍ້ອນນໍ້າບໍ່ພຽງພໍ ແລະຕົ້ນທຶນ ປູກເຂົ້ານາແຊງ ກໍສູງ; ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງສາລະວັນກ່າວໃນມື້ວັນທີ 26 ຕຸລາ ຜ່ານມາວ່າ:

"ປີນີ້ພວກເຮົາສິເລັ່ງ ໃສ່ການຜລິດຣະດູແລ້ງ ຕາມແຜນການຊຸມຊົນ ທີ່ຣັຖບານກໍານົດໃຫ້ພວກເຮົານີ້ ແຕ່ເພິ່ນຢາກໃຫ້ພວກເຮົາ 15 ພັນ ແຕ່ວ່າຄວາມສາມາດ ຂອງແຂວງແທ້ໆນີ້ ແມ່ນທີ່ຜ່ານມາ 13 ພັນ 200 ສູງສຸດແລ້ວ."

ແຂວງສາລະວັນ ກໍຄືກັນກັບແຂວງອື່ນໆ ຍັງມີບັນຫາເຣື່ອງການຂາດນໍ້າເຂົ້ານາ ເຣື່ອງຄ່າປຸ໊ຍ ແລະຄ່າໄຟຟ້າແພງ ໃນຂນະທີ່ຊາວນາ ສ່ວນຫລາຍບໍ່ມີທຶນຮອນ. ຖ້າປູກກໍບໍ່ກຸ້ມຄ່າ ຍ້ອນຕົ້ນທຶນສູງ ເຮັດໃຫ້ພວກເຂົາເຈົ້າບໍ່ຢາກເຮັດນາ ປູກເຂົ້ານາແຊງ ແລ້ວຫັນໄປປູກພືດ ຊນິດອື່ນ ທີ່ໄດ້ຮັບຜົລ ຕອບແທນຫລາຍກວ່າ.

ນອກຈາກພັຍນໍ້າຖ້ວມແລ້ວ ຢູ່ແຂວງໄຊຍະບູຣີ ໂດຍສະເພາະຢູ່ເຂດເມືອງແກ່ນທ້າວ ກໍກໍາລັງປະເຊີນກັບ ພັຍແຫ້ງແລ້ງ ເຮັດໃຫ້ຊາວນາ ກັງວົນວ່າ ເຂົ້ານາປີ ປີນີ້ ຈະແຫ້ງຕາຍກ່ອນຮອດ ຍາມເກັບກ່ຽວ. ດັ່ງນັ້ນຈຶ່ງຢາກໃຫ້ ທາງການ ຊ່ວຍແກ້ໄຂດ່ວນ.

ແລະເພື່ອທົດແທນ ເຂົ້ານາປີ ທີ່ສູນເສັຽໃນທົ່ວປະເທສ ຢ່າງໜ້ອຍ 300 ພັນຕັນ ຍ້ອນຖືກນໍ້າຖ້ວມນັ້ນ ທາງກະຊວງກະສິກັມ ແລະປ່າໄມ້ ກໍມີແຜນປູກເຂົ້ານາ ແຊງ ໃນເນື້ອທີ່ 1 ແສນເຮັກຕາ. ແຕ່ກໍຍັງມີບັນຫາເຣຶ່ອງເອົານໍ້າເຂົ້ານາ ຍ້ອນຣະບົບ ຊົລປະທານເປ່ເພ ຫຼາຍຮ້ອຍ ແຫ່ງ ຢູ່ແຂວງຕ່າງໆໃນທົ່ວປະເທດ. ນອກຈາກນັ້ນ ແນວພັນເຂົ້າ, ປຸຍ ແລະຢາຂ້າສັດຕຣູພືດ ກໍມີຄວາມຈໍາເປັນ ທີ່ຈະຕ້ອງໄດ້ໃຊ້.

ຍ້ອນພັຍນໍ້າຖ້ວມ ໜັກເກືອບວ່າຢູ່ທຸກແຂວງ ແລະພັຍແຫ້ງແລ້ງ ຢູ່ບາງເມືອງ ຄື ດັ່ງທີ່ວ່າມານັ້ນ ຈຶ່ງເຮັດໃຫ້ຫລາຍຄົນ ກັງວົນວ່າ ປີນີ້ ອາດຈະມີບັນຫາ ເຂົ້າ ບໍ່ພໍກິນ ແລະມີຣາຄາແພງຂຶ້ນ ຂນະທີ່ທາງການ ສປປລາວ ປະກາດວ່າ ຈະມີເຂົ້າພໍກຸ້ມກິນຢູ່ ແລະ ມີມາຕການ ເຂັ້ມງວດ ບໍ່ໃຫ້ຂຶ້ນຣາຄາເຂົ້າຕາມອໍາເພີໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.