ຄຸນນະພາບແຮງງານລາວ

ສິດນີ
2014.06.30
f-default2 ຄຸນນະພາບແຮງງານລາວ
RFA

 

ດັຊນີ ຄວາມສຽ່ງ ທາງດ້ານ ແຮງງານ ໄດ້ ຣະບຸ ສປປລາວ ວ່າ ແຮງງານ ລາວ ມີ ຄຸນນະພາບ ຕ່ຳກວ່າ ຫລາຍ ປະເທດ ໃນ ຂົງເຂດ ສ້າງ ຜົລປໂຍດ ໃຫ້ ແກ່ ອຸດສາຫະກັມ ທີ່ ບໍ່ຕ້ອງການ ແຮງງານ ຄຸນນະພາບ ສຸງ ດັ່ງການ ຕັດຫຍິບ ເປັນຕົ້ນ ແຕ່ ກຸ່ມ ນັກລົງທຶນ ທີ່ ຕ້ອງການ ແຮງງານ ຄຸນນະພາບ ສູງ ນັ້ນ ຕ້ອງໄດ້ ນຳເອົາ ແຮງງານ ຈາກ ປະເທດ ອຶ່ນ ເຂົ້າມາ ເຮັດວຽກ ທີ່ ຕ້ອງການ ຝີມື ແລະ ຄວາມສາມາດ.

ດັຊນີ ຄວາມສ່ຽງ ທາງດ້ານ ແຮງງານ ໃຫ້ຄະແນນ ສປປລາວ 40 ຄະແນນ ໃນ ຈຳນວນ 100 ຄະແນນ ແລະ ຕົກຢູ່ໃນ ອັນດັບ ທີ 25 ໃນ ຈຳນວນ 30 ປະເທດ ໃນຂົງເຂດ ເອເຊັຽ.

ດັຊນີ ຄວາມສ່ຽງ ຍັງຣະບຸ ວ່າ ການສຶກສາ ໃນລາວ ໃຫ້ປຽບ ປະຊາຊົນ ຢູ່ໃນເຂດ ຕົວເມືອງ ຜູ້ທີ່ມີ ເງິນ ຫລາຍກວ່າ ຜູ້ຄົນ ໃນເຂດ ຊົນນະບົດ ຊື່ງເປັນ ບ່ອນຢູ່ ຂອງ ປະຊາກອນ ລາວ ກວ່າ 65%.

ຄ່າຈ້າງ ແຮງງານ ໃນລາວ ເພີ້ມຂື້ນ ແດ່ເລັກນອ້ຍ ໃນຣະຍະ ຜ່ານມານີ້ ຮ່ວມທັງ ຄ່າປະກັນ ສັງກຄົມ ແລະ ການໃຊ້ຈ່າຍ ໃນການ ນຳເຂົ້າ ແຮງງານ ທີ່ ມີຄຸນນະພາບ ຈາກ ຕ່າງປະເທດ ເປັນການ ສິ້ນເປືອງ ຕໍ່ກຸ່ມ ນັກລົງທຶນ ຜູ້ທີ່ ຈະມາລົງທຶນ ໃນລາວ.

ການຂາດ ຄຸນນະພາບ ທາງດ້ານ ການສຶກສາ ໃນລາວ ເປັນກຸນແຈ ຄວາມສ່ຽງ ທີ່ ສຳຄັນ ຕໍ່ ນັກລົງທຶນ ໃນລາວ. ຄວາມສ່ຽງ ທາງດ້ານ ຄຸນນະພາບ ການສຶກສາ ຕ່ຳ ໃນລາວ ຂຍາຍ ວົງກວ້າງ ເລີ້ມແຕ່ ການສຶກສາ ຂັ້ນປະຖົມ ມາ ບໍ່ວ່າ ທາງດ້ານ ການເຂົ້າ ໂຮງຮຽນ ແລະ ຄຸນນະພາບ ຂອງ ນາຍຄຣູ, ນັກຮຽນ ລາວ ໂດຍສະເຣັ່ຍ ສາມາດ ຈົບການ ສຶກສາ ພຽງແຕ່ ຂັ້ນ ປ 5 ເທົ່ານັ້ນ ຍ້ອນເຫດຜົລ ດັ່ງກ່າວ ຈືາງເຮັດໃຫ້ ຄຸນນະພາບ ແຮງງານ ໃນລາວ ຕ່ຳ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.