ຊົນນະບົດລາວຍັງທຸກຍາກ
2015.06.02
ການ ປະຕິຮູບ ທາງດ້ານ ການຕລາດ ໄດ້ ຊ່ວຍໃຫ້ ສປປ ລາວ ມີການ ເຕີບໂຕ ຢ່າງ ໝັ້ນຄົງ, ຫລຸດຜ່ອນ ຄວາມ ທຸກຍາກ, ແຕ່ວ່າ ຄວາມ ບໍ່ ເທົ່າທຽມ ຣະຫວ່າງ ຕົວເມືອງ ກັບ ຊົນນະບົດ ກໍ ເພີ້ມຂຶ້ນ. ອີງຕາມ ການ ສຶກສາ ວິໄຈ ຂອງ ທະນາຄານ ພັທນາ ເອເຊັຽ.
ທ່ານ ຊານດຣາ ນີໂຄລ ຜູ້ ຕາງໜ້າ ທະນາຄານ ພັທນາ ເອເຊັຽ ປະຈໍາ ລາວ ກ່າວວ່າ: ຄວາມ ບໍ່ ເທົ່າທຽມ ກັນ ທີ່ ເພີ້ມສູງ ຂຶ້ນ ເປັນບັນຫາ ທີ່ ໜ້າ ເປັນຫ່ວງ ຕໍ່ ນະໂຍບາຍ ຂອງ ຣັຖບານ ລາວ ຍ້ອນວ່າ ມັນເປັນ ພັຍ ຂົ່ມຂູ່ ຕໍ່ ຄວາມ ສາມັກຄີ ຂອງຊາດ ແລະ ການ ເຕີບໂຕ ທາງດ້ານ ເສຖກິດ ແບບ ຍືນຍົງ ໃນ ອະນາຄົດ.
ນອກຈາກ ນີ້ ທ່ານ ຈາຢັນ ເມັນນອນ ນັກ ເສຖສາດ ປະຈໍາ ທະນາຄານ ພັທນາ ເອເຊັຽ ກໍ ກ່າວວ່າ: ການ ສຶກສາ ວິໄຈ ໄດ້ ສະແດງ ໃຫ້ ເຫັນວ່າ ຄວາມ ບໍ່ ເທົ່າທຽມ ກັນ ໄດ້ ເພີ້ມຂຶ້ນ ຣະຫວ່າງ ຕົວເມືອງ ແລະ ເຂດ ຊົນນະບົດ.
ຄວາມ ບໍ່ ເທົ່າທຽມ ກັນ ແມ່ນໄດ້ ມາຈາກ ການ ສົມທຽບ ການ ຊົມໃຊ້ ພາຍໃນ ຄົວເຮືອນ ຊຶ່ງ ມາຈາກ ການ ສໍາຣວດ ຂໍ້ມູນ ຄົວເຮືອນ ຕລອດ ລະຍະ ເວລາ 20 ປີ ໃນ ຄັ້ງ ທໍາອິດ, ແລະ ການ ສົມທຽບ ການ ຊົມໃຊ້ ພາຍໃນ ຄົວເຮືອນ ໃນ ປີ 2012 ແລະ 2013.