ລາວ ໃຫ້ວຽດນາມເລີ້ມປູກ ຢາງພາຣາ ອີກ

ອຸ່ນແກ້ວ ສຸກສະຫວັນ
2017.12.01
F-Rubber ພື້ນທີ່ດິນ ທີ່ປູກຢາງພາຣາ ແລ້ວດຸດຖິ້ມ ຍ້ອນຣາຄາຢາງຕົກຕໍ່າ ປ່ຽນເປັນສວນປູກກ້ວຍ ແລະ ປະຈຸບັນກໍມີຄໍາສັ່ງ ຫ້າມປູກກ້ວຍ
RFA/VD

ຣັຖບານລາວ ໄດ້ໃຫ້ສັມປະທານທີ່ດິນ ປູກຢາງພາຣາ 500 ເຮັກຕາ ແກ່ບໍຣິສັດ ປູກຢາງພາຣາ ຂອງ ວຽດນາມ ເປັນເວລາ 30 ປີ ຢູ່ ເມືອງສະໝ້ວຍ ແຂວງສາລະວັນ ຫລັງຈາກ ທີ່ໄດ້ອອກຄຳສັ່ງ ໂຈະການໃຫ້ ສັມປະທານ ປູກຢາງພາຣາ ໄປໃນເດືອນ ມິຖຸນາ ປີ 2012.

ພິທີເຊັນສັນຍາ ການໃຫ້ສັມປະທານປູກຢາງພາຣາ ໄດ້ມີຂຶ້ນໃນວັນທີ 29 ພຶສຈິກາ ຣະຫວ່າງ ກະຊວງແຜນການ ແລະການລົງທຶນ ກັບ ບໍຣິສັດວຽດນາມ ທີ່ຊື່ວ່າ ກາວຊູ ກວາງຈີ ຈຳກັດ ຢູ່ ນະຄອນຫລວງວຽງຈັນ, ຊຶ່ງມີມູນຄ່າການລົງທຶນປະມານ 10 ລ້ານໂດລາ. ແຕ່ການ ປູກຢາງພາຣາ ທີ່ຜ່ານມາ ໄດ້ສ້າງຜົນກະທົບ ຕໍ່ປະຊາຊົນ ເປັນຈຳນວນຫຼວງຫຼາຍ ຍ້ອນວ່າ ການໃຫ້ສັມປະທານ ປູກຢາງພາຣາໄດ້ໄປ ກວມເອົາ ເນື້ອທີ່ດິນປູກຝັງ ຂອງປະຊາຊົນ ແລະການໃຫ້ສັມປະທານ ກໍບໍ່ເປັນໄປຕາມລະບຽບຫລັກການ ທີ່ກຳນົດໄວ້.

ນັກລົງທຶນຕ່າງປະເທສ ເຂົ້າມາເອົາທີ່ດິນຂອງປະຊາຊົນ ປູກຢາງພາຣາ ດ້ວຍການບຸກເບີກເອົາທີ່ດິນ ປະຊາຊົນກ່ອນ ແລ້ວຈຶ່ງຂໍອະນຸຍາດ ຕາມພາຍຫລັງ, ດ້ວຍການໃຊ້ອຳນາດ ແລະດ້ວຍການ ຕົວະຍົວະປະຊາຊົນ. ດັ່ງປະຊາຊົນ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍ ເສຣີ ໃນວັນທີ 21 ພຶສຈິກາ ວ່າ:

"ເຂົາຈະໃຊ້ວິທີບຸກເບີກກ່ອນແລ້ວ ຈຶ່ງໄປຂໍນຳພໍ່ແມ່ປະຊາຊົນ ຕາມຫລັງ, ອັນທີສອງມາ ແມ່ນເຂົາຈະໃຊ້ອຳນາດ ຜູ້ທີ່ມີບາລະມີ ຫລື ຜູ້ທີ່ມີ ອຳນາດໃນຂົງເຂດນັ້ນ, ອັນທີ 3 ມາແມ່ນການ ຕົວະຍົວະ ຕົວະຍົວະແນວໃດ ເຂົາຈະເວົ້າວ່າ ໝາຍເຖິງວ່າ ເຂົາເຈົ້າໄດ້ບອກໄວ້ວ່າ ຖ້າວ່າ ໃຫ້ສຳປະທານ ເງິນຈະໄຫລເຂົ້າເຮືອນທຸກມື້ ທຸກວັນ ບໍ່ຢຸດ."

ການປູກຢາງພາຣາເຣີ້ມເຂົ້າມາ ໃນປະເທສລາວນັບແຕ່ປີ 1994 ເປັນຕົ້ນມາ ຢູ່ແຂວງຫຼວງນ້ຳທາ ພາກເໜືອ ຂອງປະເທດລາວ ຈາກນັ້ນ ກໍເຣີ້ມຂະຫຍາຍໄປຫຼາຍແຂວງ, ມາເຖິງປັດຈຸບັນ ທາງການລາວໃຫ້ສັມປະທານ ເນື້ອທີ່ດິນປູກຢາງພາຣາ ແກ່ນັກລົງທຶນຕ່າງປະເທດ ທັງໝົດປະມານ 3 ແສນເຮັກຕາ ອີງຕາມຂໍ້ມູນຈາກກະຊວງ ຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.