ທະນາຄານກາງໂຈະເງິນກູ້ໃຫ້ ຣັດ

ມະນີຈັນ
2014.11.21
F-Vientiane ນະຄອນຫລວງວຽງຈັນ ທີ່ກໍາເລັ່ງການພັທນາ ໂຄງຮ່າງພື້ນຖານ
RFA

 

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ການເງິນ ຂອງລາວ ຜູ້ ຂໍສງວນຊື່ ຢືນຢັນ ວ່າ ທະນາຄານ ແຫ່ງຊາດ ລາວ ໄດ້ ໂຈະ ການໃຫ້ ສິນເຊື່ອ ແກ່ ໂຄງການ ພັທນາ ຕ່າງໆ ຂອງ ຣັຖບານ ທີ່ ບໍຣິສັດ ເອກກະຊົນ ເປັນຜູ້ ລົງທຶນໃຫ້ ກ່ອນ ຊຶ່ງ ມີເຖິງ 2,600 ໂຄງການ ເພາະ ໂຄງການ ເຫຼົ່ານັ້ນ ບໍ່ຄືບໜ້າ ທະນາຄານ ຈຶ່ງ ຢ້ານວ່າ ມັນຈະ ກາຍເປັນ ໜີ້ສິນ ທີ່ ບໍ່ສາມາດ ໃຊ້ຄືນໄດ້ ຫລື ເປັນໜີ້ເສັຽ ໃນຣະບົບ ການເງິນ ການ ທະນາຄານ ທີ່ ເອີ້ນວ່າ NPL ນັ້ນ.

ຈາກການ ກວດກາ ໃນທ້າຍ ປີ 2013 ພົບວ່າ ມີໜີ້ເສັຽ ໃນຣະບົບ ທະນາຄານ ຂອງລາວ ເປັນ ມູນຄ່າ ເຖິງ 140 ລ້ານ ໂດລາ ສະຫະຣັດ ຄື ເກີນກວ່າ ສິນເຊື່ອ ທັງໝົດ ໃນຣະບົບ ທະນາຄານ ໃນລາວ 2.5 ສ່ວນຮ້ອຍ ແລະ ທັງໝົດ ເປັນ ໜີ້ເສັຽ ທີ່ ເກີດຈາກ ໂຄງການ ພັທນາ ຂອງ ຣັຖບານ, ຍ້ອນວ່າ ບໍຣິສັດ ເອກກະຊົນ ບໍ່ມີທຶນ ຢ່າງ ແທ້ຈິງ ມີແຕ່ ສວຍໃຊ້ ໂອກາດ ຈາກການ ເປັນຜູ້ທີ່ ໄດ້ຮັບ ສໍາປະທານ ໂຄງການ ຂອງ ຣັຖບານ ມາເປັນຂໍ້ອ້າງ ໃນການ ກູ້ຢືມເງິນ ຈາກ ທະນາຄານ. ດັ່ງ ເຈົ້າໜ້າທີ່ ທ່ານນີ້ ກ່າວວ່າ:

"ຕາມທີ່ ພວກ ຂ້າພະເຈົ້າ ໄດ້ ໄປລົງເບິ່ງ ໃນ ພາກສນາມ ຕົວຈິງ ເຫັນວ່າ ຄືຈະບໍ່ ສໍາຣວດ ຕາມ ໂຄງການ ອັນເນື່ອງ ມາຈາກວ່າ ສາເຫດ ເປັນຕົ້ນວ່າ ໂຄງການ ຕ່າງໆ ຊັ້ນນະ ແມ່ນ ບໍຣິສັດ ເປັນຜູ້ ຮັບເໝົາ ຜູ້ດຽວ ເພາະວ່າ ເບິ່ງໃນ ປັຈຈຸບັນ ນີ້ນະ ພາຫານະ ກົລຈັກ ທີ່ຮັບໃຊ້ ຢູ່ໃນ ໂຄງການ ມີ ຣົດດຸດ 1 ຄັນ ຣົຖຈົກ 1 ຄັນ ຣົຖນໍ້າ 1 ຄັນ ແລະ ມີກັມກອນ ແຕ່ 8 ຄົນ".

ປັດຈຸບັນ ຣັຖບານ ລາວ ທັງໃນ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃນ ທົ່ວປະເທດ ມີ ພັນທະ ທີ່ຈະຕ້ອງ ໄດ້ຊໍາຣະ ໜີ້ ທີ່ເກີດຈາກ ໂຄງການ ພັທນາ ຂອງຣັຖ ຊຶ່ງ ບັນດາ ບໍຣິ ສັດ ເອກກະຊົນ ໄດ້ ລົງທຶນ ໃຫ້ກ່ອນ ຄິດເປັນ ມູນຄ່າ ກວ່າ 18,000 ຕື້ກີບ ຫລື ກວ່າ 2 ຕື້ 250 ລ້ານ ໂດລາ ສະຫະຣັດ.

ໜີ້ ດັ່ງກ່າວ ເກີດຈາກ ການທີ່ ໜ່ວຍງານ ຂອງ ຣັຖບານ ໄດ້ ອະນຸມັດ ໃຫ້ ບໍຣິສັດ ເອກກະຊົນ ລົງທຶນ ໃຫ້ກ່ອນ ໃນ 6,600 ກວ່າ ໂຄງການ ຍັງບໍ່ນັບ 2,600 ໂຄງການ ທີ່ ຖືກໂຈະ ໃຫ້ ສິນເຊື່ອ ນັ້ນ ເຂົ້ານໍາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.