ໜີ້ສິນຂອງຊາດ ຊາວລາວ ເປັນຫ່ວງ

ຈໍາປາທອງ
2018.12.07
F-Laos ນະຄອນຫລວງວຽງຈັນ ສປປລາວ
RFA/SN

ປະຊາຊົນລາວເປັນຫ່ວງນໍາ ສປປລາວ ທີ່ມີໜີ້ສິນຕ່າງປະເທສຫລາຍທີ່ສຸດ ຖ້າທຽບໃສ່ປະເທສຕ່າງໆໃນກຸ່ມອາຊຽນຍ້ອນຣັຖບາລໄປຢືມເງິນ ຕ່າງປະເທສ ເປັນຕົ້ນແມ່ນຈີນມາໃຊ້ເຂົ້າໃນໂຄງການພັທນາຕ່າງໆ ເຊັ່ນໂຄງການສ້າງທາງຣົດໄຟ ລາວ-ຈີນ, ໂຄງການສ້າງເຂື່ອນໄຟຟ້າ, ຍ້ອນວ່າບໍ່ມີເງິນ. ຕາມຄໍາເວົ້າຂອງ ຊາວນະຄອນຫລວງວຽງຈັນທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 6 ທັນວານີ້:

"ມີແຕ່ເສັຍໃຈ ຣັຖບາລລາວເຮົາຢືມເງິນຈີນມາເຮັດເດ້ ຢືມຈີນນັ້ນແຫຼະມາເຮັດທາງ ລາງຣົດໄຟກໍໄປຢືມ ເຂື່ອນໄຟຟ້າ ໂຮງການຂຸດຄົ້ນໄມ້ ເຂົາເຮັດໄດ້ໝົດ ເປັນນໍາຜູ້ໃຫຍ່ໃຫ້ທໍາເນອະ ເພິ່ນໃຫ້ອິດທິພົນ ໃຫ້ສິດທິເຂົາຫລາຍໂພດ ໃຫ້ອໍານາດ ແບບເຂົາຢາກເຮັດຫຍັງ ກໍໃຫ້ເຂົາ ເຮັດໄດ້ໝົດ ລາວນີ້ເຮັດບໍ່ໄດ້."

ທ່ານກ່າວຕື່ມວ່າ ເຖິງແມ່ນປະເທສລາວ ມີໜີ້ສູງທີ່ສຸດໃນກຸ່ມປະເທສອາຊຽນ ແຕ່ຕົນເອງ ໃນຖານະຜູ້ປະກອບທຸຣະກິດ ຂນາດນ້ອຍກໍຕ້ອງ ໄດ້ປະຄັບປະຄອງ ທຸຣະກິດຂອງຕົນ ໃຫ້ຢູ່ລອດຕໍ່ໄປໄດ້ ເຖິງແມ່ນວ່າ ໃນປັດຈຸບັນຈະພົບ ຄວາມຫຍຸ້ງຍາກ ຫລາຍຢ່າງ ກໍຕ້ອງໄດ້ອົດ ທົນເອົາ ຍ້ອນເປັນຜູ້ນ້ອຍ ບໍ່ກ້າເວົ້າເຖິງຂັ້ນເທິງຫລາຍ ດັ່ງທີ່ທ່ານກ່າວວ່າ:

"ເຮົາເດັກນ້ອຍບໍ່ກ້າວຸ້ນວາຍ ບໍ່ສິເວົ້າໄດ້ຢ້ານຄືກັນ ເພິ່ນສິເຮັດຫຍັງກໍແລ້ວແຕ່ເພິ່ນ ທຸຣະກິດເຮົາປະສົບບັນຫາຫຼາຍຢ່າງໂພດກໍອົດທົນເອົາ ໃຫ້ທຸຣະກິດເຮົາ ໄປລອດກໍແລ້ວ."

ໃນຂນະດຽວກັນ ຊາວລາວແຂວງຈໍາປາສັກ ກໍມີຄວາມເຫັນກ່ຽວກັບວ່າ ສປປ ລາວ ມີໜີ້ສິນສູງທີ່ສຸດ ໃນກຸ່ມອາຊຽນນັ້ນວ່າ ແມ່ນຄວາມຈໍາ ເປັນ ເພາະການພັທນາປະເທສໃດ ກໍຕ້ອງມີໜີ້ສິນ ບໍ່ສະເພາະແຕ່ລາວ ດັ່ງທີ່ທ່ານກ່າວວ່າ:

"ເຣຶ່ອງໜີ້ ປະເທສໄໜກໍມີຄືກັນ ຈະບໍ່ມີແຕ່ປະເທສລາວ ແນ່ນອນວ່າການພັທນາເບື້ອງຕົ້ນຕ້ອງມີໜີ້."

ເຖິງແມ່ນວ່າ ສປປລາວ ມີໜີ້ສູງທີ່ສຸດໃນກຸ່ມອາຊຽນ ແຕ່ກໍຕ້ອງເບິ່ງວ່າ ການພັທນາປະເທສມາຮອດປັດຈຸບັນນີ້ ມີການປ່ຽນແປງ ຫຍັງແດ່ ດັ່ງທີ່ທ່ານກ່າວວ່າ:

"ມາແຕ່ຣະຍະປົດປ່ອຍມານີ້ ຣະຍະຜ່ານມາ ກັບປັດຈຸບັນໃຫ້ເບິ່ງເອົາ ມີການພັທນາຢ່າງໃດ ຄືເບື້ອງການພັທນາປະເທສຊາດ ຕະກີ້ໃນ ເມືອງບໍ່ມີຕຶກໃຫຍ່ ມີແຕ່ເຮືອນໄມ້ ປັດຈຸບັນມີຕຶກໃຫຍ່ ດຶງນັກລົງທຶນເຂົ້າມາ."

ຕາມຣາຍງານຂອງໄຟແນນຊຽວທາມສ໌ ເມື່ອບໍ່ດົນມານີ້ວ່າ 6 ປະເທດ ໃນເອເຊັຍຕາເວັນອອກສຽງໃຕ້ຄື ສປປລາວ, ມາເລເຊັຍ, ກໍາພູຊາ, ອິນໂດເນເຊັຍ, ວຽດນາມ ແລະໄທ ມີຍອດໜີ້ສູງຫຼາຍ ເມື່ອທຽບກັບກຸ່ມປະເທດ ກໍາລັງພັທນາ ຊຶ່ງມີຍອດໜີ້ ສະເລັ່ຽ 26% ຂອງຣາຍໄດ້ ມວນລວມຂອງປະເທດ.

ເວົ້າສະເພາະ ສປປລາວ ມີຍອດໜີ້ສູງກວ່າຣາຍໄດ້ມວນລວມເຖິງ 93.1% ຄືມີໜີ້ສູງທີ່ສຸດໃນພາກພື້ນ ຕໍ່ມາກໍແມ່ນ ມາເລເຊັຍ 69.6%, ກໍາພູຊາ-54.4%. ສໍາລັບວຽດນາມ ແລະໄທ ກໍຕິດໜີ້ຫລາຍ ແຕ່ກໍຍັງບໍ່ໜ້າວິຕົກ ເທົ່າກັບປະເທດອື່ນໆ ເນື່ອງຈາກ ມີເງິນທຶນສໍາຮອງ ທີ່ເປັນເງິນຕຣາຕ່າງປະເທດ ສູງກວ່າໜີ້ ຣະຍະສັ້ນເຖິງ 6.1 ເທົ່າຕົວ. ຣາຍງານຣະບຸວ່າ ໜີ້ຂອງ ສປປລາວ ເພີ່ມຂື້ນ ເພາະໂຄງການ ໂຄງຮ່່າງພື້ນຖານ ພາຍໃຕ້ໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງຈີນ ເຊັ່ນໂຄງການ ເຊື່ອມເມືອງຄຸນໝິງ ທາງໃຕ້ຂອງຈີນ ກັບນະຄອນ ຫຼວງວຽງຈັນ ຊຶ່ງຄາດວ່າມີຄ່າໃຊ້ຈ່າຍ ປະມານ 6 ພັນລ້ານໂດລາສະຫະຣັຖ ຫຼືເກືອບ 40% ຂອງລວມຍອດມູນຄ່າຜລິຕພັນພາຍໃນ ຫຼື GDP ຂອງ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.