ລາວ ຈະແກ້ບັນຫາການຄ້າ ຂນາດນ້ອຍ ຂນາດກາງ

ໄຊຍາ
2018.07.12
F-business ກອງປະຊຸມເຜີຍແຜ່ ນະໂຍບາຍສົ່ງເສີມທຸຣະກິດ ຂນາດນ້ອຍ-ຂນາດກາງ ຂອງເມືອງບາຈຽງຈະເຣີນສຸກ ແຂວງຈໍາປາສັກ ໄດ້ຈັດຂຶ້ນ ໃນວັນທີ 4 ກໍຣະກະດາ 2018
Screen captured : https://www.facebook.com/Champamai-Newspaper-1544416502474944/

ຜ່ານມາ ຣັຖບານລາວ ໃຊ້ຫລາຍມາຕການ ສະໜັບສະໜູນ ທຸຣະກິດຂະໜາດນ້ອຍ ແລະ ກາງ ຫຼື SME ເຊັ່ນ ດ້ານການເງີນ ດ້ານ ເທັກໂນໂລຈີ ໃຫ້ຄໍາປຶກສາດ້ານການຕລາດ ເພື່ອຍົກຣະດັບຂອງ SME ລາວ ໃຫ້ສາມາດແຂ່ງຂັນໄດ້ຢ່າງມີ ຄຸນນະພາບ. ແຕ່ການປະຕິບັດ ຕົວຈິງ ໂດຍສະເພາະ ການເຂົ້າເຖິງເງິນກູ້ຢືມ ຍັງປະຕິບັດບໍ່ໄດ້. ຖ້າໄດ້ກໍ່ພຽງບາງກຸ່ມເທົ່ານັ້ນ.

ຕໍ່ກໍຣະນີ ເຂົ້າຫາແຫຼ່ງທຶນຂອງ SME ລາວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ແຫ່ງ ສປປ ລາວ ຍອມຮັບວ່າ ຜູ້ປະກອບການ ຍັງເຂົ້າບໍ່ເຖິງແຫລ່ງທຶນ. ເຊິ່ງຣັຖບານກຳລັງສຶກສາ ຄວາມເປັນໄດ້ ໃນການສ້າງຕັ້ງກອງທຶນ ພ້ອມທັງຄັດເລືອກ SME ທີ່ມີຄຸນນະພາບ. ດັ່ງທ່ານ ໄດ້ກ່າວໃນກອງປະຊຸມ ຂອງຣັຖບານ ປະຈຳເດືອນ ມິຖຸນາ ວ່າ:

"ການຊຸກຍູ້ການຜລິດສິນຄ້າ ແລະສົ່ງເສີມ SME ຄວາມຈິງແລ້ວພວກເຮົາມີໂຄງການ ສ້າງຕັ້ງໂຄງການສົ່ງເສີມ SME ມີດຳຣັຖ ມີໂຄງການຄັກແນ່ ແຕ່ມັນບໍ່ທັນໄປເຖິງປະຊາຊົນແທ້ ແລະການຈັດຕັ້ງປະຕິບັດໂຄງການ SME ນີ້ ມັນບໍ່ທັນໄປບໍ່ທັນມາເທື່ອ ຄວາມຮຽກຮ້ອງຕ້ອງການຫຼາຍ ການສນອງພັດບໍ່ພໍ ເຮົາໄດ້ມາແລະເງິນສ່ວນນຶ່ງ ກາຢອດໃຫ້ການຊ່ອຍເຫຼືອ ADB ບໍ່ World bank ບໍ່ ເທົ່ານັ້ນ."

ພ້ອມນີ້ ທ່ານ ນາຍົກ ຍັງເນັ້ນຕື່ມວ່າ: ຈະກວດກາຄືນກ່ຽວກັບຂັ້ນຕອນຍົກເວັ້ນອາກອນສິນຄ້ານຳເຂົ້າ ສົ່ງອອກ, ຕ້ອງປະຕິບັດຕາມ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ຢ່າງເຂັ້ມງວດ ຕັດຂັ້ນຕອນ ທີ່ບໍ່ຈຳເປັນລົງ ເພື່ອແກ້ໄຂບັນຫາຫລາຍຂັ້ນ ຫລາຍຂອດ ຊັກຊ້າແກ່ຍາວເວລາ. ດັ່ງທ່ານ ໄດ້ກ່າວຕື່ມວ່າ:

"ພາຍໃຕ້ກົດໝາຍສົ່ງເສີມການລົງທຶນ ກໍ່ຕ້ອງຜ່ານຫລາຍຂອດຫລາຍຂັ້ນ ຕໍ່ໄປເຮັດໃຫ້ຂອດຂັ້ນນ້ອຍໆລົງ ແລະສັ້ນເຂົ້າ ຂ້າພະເຈົ້າໄດ້ບອກ ພາກສ່ວນກ່ຽວຂ້ອງ ໄປກວດຄືນອັນໃດມັນຍາວ ໃຫ້ເຮັດໃຫ້ສັ້ນເຂົ້າ ອັນໃດມັນຫລາຍ ໃຫ້ເຮັດໜ້ອຍລົງ ບັນຫາໃຫຍ່ແກ້ໄຂ ໃຫ້ເປັນບັນຫາ ນ້ອຍ ຖ້າຫາກວ່າມີນ້ອຍ ແກ້ໄຂບໍ່ໃຫ້ມັນມີບັນຫາ ຂ້າພະເຈົ້າຄິດວ່າ ແນວທາງການປະຕິບັດໂຕນີ້ ການຂໍການຮ່ວມມື ກັບພາກທຸຣະກິດ ສົ່ງຂ່າວ ສເນີຂໍ້ຂັດຂ້ອງໝອງໃຈ ນັ້ນຂຶ້ນມາ ໃຫ້ທັນການ."

ກອງທຶນສົ່ງເສີມ SME ອີງຕາມແຫລ່ງຂ່າວພາຍໃນ ຣາຍງານແມ່ນໄດ້ກູ້ຢືມຈາກ ຈີນ 300 ລ້ານໂດລາ ສະຫະຣັຖ ຫລື ປະມານ 2,715 ຕື້ກີບ. ເຊິ່ງເປັນສັນຍາຜູກພັນ ລາວ-ຈີນ ທີ່ໄດ້ເຊັນສັນຍາກັນ ໃນຣະວ່າງການເດີນທາງມາຢາມ ສປປ ລາວ ຢ່າງເປັນທາງການຂອງ ທ່ານ ສີ ຈິ້ນຜີງ ປະທານາທິບໍດີ ສປ ຈີນ ເມື່ອເດືອນພຶສຈິກາ ປີກາຍ.

ງົບປະມານ ດັ່ງກ່າວນີ້ ຍານາງ ສອນສະຫວັນ ວິຍະເກດ ເລຂາທິການ ສະພາແຫ່ງຊາຕ ໄດ້ສເນີຜ່ານຮ່າງຫລັກການ ຕໍ່ກອງປະຊຸມສະພາ ແຫ່ງຊາຕ ສະໄໝສາມັນ ເທື່ອທີ 5 ແລ້ວ ໃນນັ້ນ 2,515 ຕຶ້ກີບ ສະພາຮອງຮັບໃຫ້ຣັຖບານ ນໍາໄປແກ້ໄຂບັນຫາ ຜູ້ປະກອບການ ແລະ ສ້າງເງື່ອນໄຂໃຫ້ ເຂົ້າເຖິງແຫລ່ງທຶນໄດ້ງ່າຍ, ນະໂຍບາຍດອກເບັ້ຍຕໍ່າ ແລະ ການກູ້ຢືມທີ່ຈຳເປັນເພື່ອ ຂຍາຍທຸຣະກິດ.

ຖ້າກ່າວເຖິງ SME ລາວ ແມ່ນມີຈຸດເຣີ້ມຕົ້ນທີ່ຕໍ່າຫຼາຍ ເປັນທຸຣະກິດ ແບບພື້ນຖານງ່າຍດາຍ, ບໍ່ໄດ້ນໍາໃຊ້ວິທຍາການ ແລະເທັກໂນໂລຢີ ເຂົ້າໃນການຜລິດ, ເຮັດໃຫ້ການສ້າງມູນຄ່າຈຶ່ງມີໜ້ອຍ, ຄຸນນະພາບ ແລະມາຕຖານ ຜລິດຕະພັນກໍ່ຕໍ່າ. ດັ່ງ ບົດ ຣາຍງານ ຂອງສະພາ ການຄ້າ ແລະອຸດສະຫະກັມ ແຫ່ງຊາຕ ສະບັບບອອກເມື່ອ ທ້າຍປີ 2017 ໄດ້ຢັ້ງຢືນເຖິງສາເຫດດັ່ງກ່າວ ວ່າ:

"ກະຊວງ ອຸດສະຫະກັມ ການຄ້າ ໄດ້ອອກນິຕິກັມ SME ລາວ ເຣີ້ມຕັ້ງແຕ່ປີ 2004 ເພື່ອເປັນຂອບໃນການສົ່ງເສີມ SME ແລະໄດ້ອອກ ແຜນຍຸທສາດ ການພັທນາ ມາແລ້ວສອງສະບັບ ຣະວ່າງ ປີ 2006 ຫາ 2010 ແລະ ປີ 2011 – 20115.ແຕ່ການປະຕິບັດຕົວຈິງ ຍັງປະສົບບັນຫາ ການເຂົ້າເຖິງແຫລ່ງທຶນກູ້ຢືມ ຂຍາຍກິຈການ."

ອີງໃສ່ໂຄງປະກອບວິສາຫະກິດຂະໜາດນ້ອຍ ແລະ ກາງ 63% ແມ່ນດຳເນີນທຸຣະກິດ ໃນຂແນງການຄ້າ, ຂາຍຍົກ, ຂາຍຍ່ອຍ ແລະ ສ້ອມແປງຣົດ, ຂແນງອຸດສາຫະກັມ ປຸງແຕ່ງກວມ 12,5%. ຂແນງບໍຣິການອາຫານ ແລະ ທີ່ພັກກວມ 11,7%. ສລຸບໄດ້ວ່າ ຈັດເປັນ ຈຸລວິສາຫະກິດ ທີ່ມີແຮງງານແຕ່ 1 ຫາ 5 ຄົນ ສ່ວນໃຫຍ່ ດຳເນີນທຸຣະກິດ ຢູ່ນອກຣະບົບ ແບບເອກະເທດ ຫຼື ເປັນລັກສນະການສ້າງ ເສຖກິດຄອບຄົວ.

ຣາຍງານ ຍັງເໜັ້ນໜັກຕື່ມວ່າ: ການຄຸ້ມຄອງຂອງຣັຖ ແລະ  ການເຄື່ອນໄຫວທຸຣະກິດ ຍັງບໍ່ໄປທິດທາງດຽວກັນ ເຊັ່ນການຂຶ້ນທະບຽນ ວິສາຫະກິດ ຍັງໃຊ້ເວລາຫລາຍ ແລະຄ່າໃຊ້ຈ່າຍກໍ່ສູງ ການເຂົ້າເຖິິງແຫຼ່ງສິນເຊື່ອ ມີຄວາມຫຍຸ້ງຍາກ ແລະ ບໍ່ທົ່ວເຖິງ  ຜ່ານມາ SME 60% ບໍ່ໄດ້ຂື້ນທະບຽນວິສາຫະກິດສ່ວນບຸກຄົນ ເຮັດໃຫ້ຣັຖຂາດລາຍໄດ້.

ປີ 2004 SME ລາວເຣີ້ມຕົ້ນ ໃນນັ້ນກະຊວງການເງິນ ໄດ້ຈັດສັນງົບປະມານສະໜັບສະໜູນປະມານ 2 ລ້ານໂດລາສະຫະຣັຖ. ທະນາຄານພັທນາ ແຫ່ງເອເຊັຍ ຫຼື ADB ໃຫ້ການຊ່ອຍເຫຼືອ15 ລ້ານໂດລາ ສະຫະຣັຖ ໃນຮູບແບບປ່ອຍສິນເຊື່ອ ດອກເບັ້ຍຕໍ່າ ພຽງ 1% ໃຊ້ເວລາສຳຣະຄືນ 10 ປີ. ທະນາຄານໂລກ ຫຼື World Bank ໃຫ້ຣັຖບານກູ້ຢືມເພື່ອປ່ອຍໃຫ້ SME ຕື່ມອີກ ກວ່າ 20 ລ້ານໂດລາ ສະຫະຣັຖ ກຳນົດສຳຣະຄືນ 30 ປີ. ການຊ່ອຍເຫລືອເລົ່ານີ້ ຍັງບໍ່ສາມາດຂັບເຄື່ອນ SME ໄດ້ຢ່າງເຕັມທີ່ ເນື່ອງຈາກມາຄາຂອດ ການບໍຣິຫານ ຂອງທາງພາກຣັຖ ເປັນຈຸດອຸດຕັນ. ເຊິ່ງຕ້ອງຜ່ານຫລາຍຂັ້ນຫລາຍຂອດ, ບັນຫາເງິນກ້ອງໂຕະ ແລະນາຍໜ້າ ເຊິ່ງເປັນສາເຫດເຮັດໃຫ້ ການດຳເນີນທຸຣະກິດຊັກຊ້າ.

ຕໍ່ບັນຫາດັ່ງກ່າວນີ້ ທ່ານ ນາງເຂັມມະນີ ພົນເສນາ ຣັຖມົນຕຣີ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ກ່າວໃນກອງປະຊຸມ ນັກທຸຣະກິດ ຄັ້ງທີ 11 ເມື່ອອາທິດຜ່ານມາວ່າ ຈະແກ້ໄຂສາມບັນຫາ ທີ່ກອງປະຊຸມສເນີ ໃນນັ້ນກໍ່ມີບັນຫາ ອາກອນທຸຣະກິດ, ການອຳນວຍຄວາມ ສະດວກ ການຂົນສົ່ງ ແລະ ການພັທນາການທ່ອງທ່ຽວ.

ນີ້ແມ່ນນຶ່ງໃນຜູ້ປະກອບທີ່ສເນີ ຈຸດອັດຕັນໃຫ້ຣັຖ ຊ່ວຍເຫຼືອໃນການຊອກຫາ ແຫລ່ງວັດຖຸດິບ ເພື່ອເຮັດໃຫ້ຣາຄາຖືກລົງ ຜ່ານມາຫລາຍໆ ທຸຣະກິດຈະນຳເຂົ້າວັຖຸດິບ ເຊິ່ງເຮັດໃຫ້ຣາຄາສີນຄ້າຜລິດ ອອກຈຳໜ່າຍນັ້ນແພງ. ດັ່ງທ່ານໃຫ້ຄຳເຫັນວ່າ:

ສະໜອງວັດຖຸດິບໃຫ້ເຮົາໄດ້ ເວົ້າເຣື່ອງແຫຼ່ງທຶນ ການກູ້ຢືມຈາກທາງພັກຣັຖ ຍັງບໍ່ທັນມີເທື່ອ ຢາກໃຫ້ເພີ່ນສະໜັບສະໜູນ ຫາແຫຼ່ງ ວັດຖຸດິບນີ້ນ່າ ຄືວ່າເປັນແຫຼ່ງວັດຖຸດິບ ສ່ວນໃດສ່ວນນຶ່ງ ຊ່ອຍທາງພວກເຮົາ ເຮົາຢາກໄດ້ວັດຖຸດິບ ທີ່ີຣາຄາຖືກລົງ ເພາະວ່າເວລາ ພວກເຮົາມາຜລິດ ເປັນສິນຄ້າແລ້ວພວກເຮົາ ຈະໄດ້ເຮັດໃຫ້ສິນຄ້າມັນຖືກລົງໄດ້.

ທ່ານ ຜູ້ຟັງທີ່ເຄົາຣົບ ສູນສະຖິຕິແຫ່ງຊາຕ ກະຊວງແຜນການ ແລະການລົງທຶນ ໄດ້ສຳຣວດໃນປີ 2017 ພົບວ່າ 124,830 ຫົວໜ່ວຍ ເສຖກິດ ທົ່ວປະເທດ ຫຼືປະມານ 94% ເປັນຫົວໜ່ວຍຜລິດສິນຄ້າ ແລະ ບໍຣິການຕອບສະໜອງ ບໍຣິໂພກພາຍໃນ ເປັນຫຼັກ. ໃນນັ້ນມີພຽງ 630 ຫົວໜ່ວຍ ຫຼື 0,5% ເນັ້ນໜັກຜລິດສິນຄ້າ ເພື່ອສົ່ງອອກຕ່າງປະເທດ ແລະ 1700 ຫົວໜ່ວຍ ຫຼື 1,4% ເນັ້ນການຜລິດ ສົ່ງອອກ ແລະ ບໍຣິໂພກ ພາຍໃນປະເທດ.

ເຖິງວ່າອັດຕຣາການຂຍາຍຕົວ GDP ຢູທີ່ປະມານ 7,5% ແຕ່ສ່ວນຫຼາຍແມ່ນການລົງທຶນ ທ້າງດ້ານບໍ່ແຮ່, ພລັງງານ ແລະ ອຸດສະຫະກັມ ຈຳນວນນຶ່ງ. ທົສວັດທີ່ຜ່ານມາ ອຸດສາຫະກັມ ດ້ານກະສິກັມ ຫາກໍ່ເຣີ້ມ ເຊັ່ນໂຮງງານນໍ້າຕານ, ການປູກອ້ອຍ, ການປູກ ກາເຟ ໂດຍ ທາງການລາວເຫັນວ່າ ເປັນທ່າແຮງເສຖກິດ ບໍ່ໜາແໜ້ນ ອີກດ້ານນຶ່ງ ປະເທດມີປະຊາກອນໜ້ອຍ ຣະດັບການສຶກສາ ບໍ່ໄດ້ມາຕຖານ ເວລາອຸດສາຫະກັມ ຂຍາຍຕົວມັນຈຶ່ງຂາດແຮງງານ ບໍ່ດຸ່ນດ່ຽງກັນ,

ແຕ່ໃນທາງກັບກັນແຮງງານລາວ ພັດນິຍົມໄປຂາຍແຮງງານ ຢູ່ປະເທດໃກ້ຄຽງຫລາຍຂື້ນ.

ເມື່ອເບິ່ງໄປອະນາຄົດ SME ລາວ ນອກຈາກ ຕ້ອງແກ້ໄຂບັນຫາພາຍໃນຮີບດ່ວນແລ້ວ ຍັງຕ້ອງມາຍາດສ່ວນແບ່ງ ການຂາຍກັບ ນັກລົງທຶນ ຈາກຈີນ, ໄທ ແລະ ວຽດນາມ ທີ່ເຂົ້າມາລົງທຶນເຮັດ ການຄ້າ, ການຂາຍຍ່ອຍ ແລະການບໍຣິການ ຖືວ່າເປັນ ບັນຫາໃຫຍ່ ທີ່ຣັຖບານ ຍັງບໍ່ທັນໄດ້ເຂົ້າໄປແກ້ໄຂ ຢ່າງເອົາຈິງເອົາຈັງເທື່ອ ເພື່ອສງວນບາງອາຊີບ ໃຫ້ກັບຄົນຫາເຊົ້າກິນຄໍ່າ.

ນອກຈາກນີ້ ຣັຖບານຍັງມີງົບປະມານມີຈຳກັດ, ການຈັດເກັບຣາຍຮັບ ບໍ່ໄດ້ຕາມແຜນການ, ໜີ້ສາທາຣະນະກໍ່ສູງ ໃນຂນະດຽວກັນ SME ໄດ້ຮັບການຊ່ອຍເຫຼືອໜ້ອຍລົງ ກໍ່ໝາຍຄວາມວ່າ ຕ້ອງເພິ່ງພາຕົນເອງ ໃນສະພາບແວດລ້ອມ ເກືອບວ່າບໍ່ອຳນວຍ ໃຫ້ກັບຜູ້ປະກອບການ ຈຳນວນຫຼາຍຕັ້ງໂຕໄດ້. ການເຂົ້າຫາແຫລ່ງທຶນ ບໍ່ມີຫລັກຄໍ້າປະກັນ, ສ່ວນໃຫຍ່ແມ່ນເຂົາເຈົ້າ ຈະໄປກູ້ຢືມກັບ ສະຖາບັນການເງິນ ນອກຣະບົບເພື່ອມາເປັນທຶນ ໃນການພັທນາທຸຣະກິດ.

ປະຈຸບັນ ການສ້າງກອງທຶນຂອງຣັຖບານ ເພື່ອສົ່ງເສີມ SME ກຳລັງເກັບກຳຂໍ້ມູນ ເພື່ອໃຫ້ທຶນເຂົ້າເຖິງກຸ່ມ SME ທີ່ສາມາດດຳເນີນ ກິຈການໄດ້ ພ້ອມກັບ ມີຄວາມອາດສາມາດ ສຳຣະຄືນໄດ້ ແຕ່ຜູ້ປະກອບການ ຕ້ອງການໃຫ້ຣັຖບານ ມີຫລັກການ ທີ່ແນ່ນອນ ເພື່ອ ອຳນວຍຄວາມສະດວກ ການເຂົ້າຫາແຫລ່ງທຶນ.

ຣັຖບານຈະເຣີ້ມກະຈາຍເງິນກອງທຶນເຂົ້າຊູ່ SME ເມື່ອໃດຈະເປັນໄປຕາມແຜນການ ສົ່ງເສີມຫຼືບໍ່ ຕົວເລກການເພີ່ມຂຶ້ນ ຂອງຣາຍຮັບ ຣັຖບານ ຈະເປັນຄຳຕອບວ່າ ໂຄງການສົ່ງເສີມ ປະສົບຜົນສຳເຣັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.