ຣັຖບານຈະເພີ້ມຈໍານວນຄຣູ
2016.10.18
ພາຍໃນປີ 2017 ຣັຖບາລລາວ ຈະເພີ້ມໂຄຕ້າ ນາຍຄຣູ ໃຫ້ໄດ້ເຖິງ 1ພັນ 900ຄົນ ເພື່ອແກ້ບັນຫາ ນາຍຄຣູ ບໍ່ພຽງພໍ ໃນແຕ່ລະ ແຂວງ ທົ່ວປະເທດ ແລະ ເພື່ອຫລຸດ ຈໍານວນ ຄຣູ ອາສາສມັກ ທີ່ເຮັດວຽກ ສອນນັກຮຽນ ບໍ່ໄດ້ ເງິນເດຶອນ.
ເນື່ອງຈາກວ່າ ສົກປີຮຽນ 2016 ໂຮງຮຽນປະຖົມ ແລະ ໂຮງຮຽນ ມັທຍົມສຶກສາ ໃນ ຫຼາຍແຂວງ ຕ້ອງເພີ່ງພາ ນາຍຄຣູ ອາສາສະໝັກ ຈໍານວນຫຼາຍ ເປັນຕົ້ນ ໂຮງຮຽນ ຊັ້ນປະຖົມ ສຶກສາ ໃນ ແຂວງອັດຕະປື ນາຍຄຣູ ໃນເຂດຫ່າງໄກ ຍັງຕ້ອງ ສອນຄວບຫ້ອງ. ຕາມການ ເປິດເຜີຍ ຂອງ ເຈົ້າໜ້າທີ່ ຂະແໜງ ປະຖົມສຶກສາ ແຂວງ ອັດຕະປື ເມື່ອວັນທີ 17 ຕຸລາ ນີ້:
“ຣັຖບາລ ເພິ່ນກໍວ່າ ບໍ່ໃຫ້ ບໍ່ຢາກໃຫ້ເອົາ ຫັ້ນແຫລະ ແຕ່ວ່າມັນມີ ຄວາມຈໍາເປັນ ໂຄຕ້າ ຂອງຣັຖບາລ ເພີ່ນໃຫ້ໜ້ອຍ ຄືເມືອງ ເມືອງນຶ່ງ ເພິ່ນໃຫ້ 6-7 ຄົນ ຈັ່ງຊີ້ນະ ກໍບໍ່ພຽງພໍ ແຫລະ ຂອງເພິ່ນກໍານົດ ໃຫ້ເທົ່ານັ້ນ ກໍ່ຄ່ອຍໆ ແກ້ກັນ ເອົາເນາະ ຈະຊອກຫາ ຄຣູ ອາສາສມັກ ແດ່ແລ້ວ ກໍຊອກຫາ ຫຼາຍພາກສ່ວນ”.
ທ່ານ ກ່າວຕື່ມວ່າ ເຖິງແມ່ນວ່າ ຣັຖບາລ ຈະຈັດສັນໂຄຕ້າ ນາຍຄຣູ ເພີ້ມຂຶ້ນກໍຕາມ ແຕ່ບາງເທື່ອ ກໍບໍ່ສາມາດ ຈັດສັນ ນາຍຄຣູ ໄປສອນ ໃນພື້ນທີ່ ທີ່ຍັງ ຂາດແຄນຄຣູ ໄດ້ຍ້ອນ ໃນຕົວເມືອງ ກໍຍັງບໍ່ພໍ ຄືກັນ ຍ້ອນມີ ນັກຮຽນ ຈໍານວນ ຫຼາຍຂຶ້ນ.
ໃນຂນະດຽວກັນ ເຈົ້າໜ້າທີ່ ຜແນກ ສຶກສາທິການ ແລະ ການກິລາ ແຂວງຄໍາມ່ວນ ເປິດເຜີຍວ່າ ໃນສົກປີ 2016 ທາງແຂວງ ຍັງຕ້ອງ ຈ້າງ ນາຍຄຣູ ອາສາສມັກ ຈໍານວນຫຼາຍ ເນື່ອງຈາກ ທາງຂັ້ນເທີງ ບໍ່ໃຫ້ ໂຄຕ້າ ນາຍຄຣູ ຕາມຈໍານວນ ທີ່ທາງແຂວງ ໄດ້ສເນີໄປ. ດັ່ງ ທ່ານເວົ້າ ໃນຕອນນຶ່ງ ວ່າ:
“ເຣື້ອງ ການສົ່ງເສີມຄຣູ ທີ່ວ່າ ເພິ່ນເອົາໃຫ້ ມັນບໍ່ພຽງພໍ ກັບ ຄວາມຕ້ອງການ ຂອງທາງເມືອງ ເພິ່ນເຮັດແຜນ ຄວາມຕ້ອງການ ລົງໄປ ແຕ່ລະປີ ແຕ່ບໍ່ໄດ້ ຕາມແຜນ ຂອງເພິ່ນ ມັນກໍຂາດ ຄຣູຫຼາຍ ບາງໂຮງຮຽນ ມັນກໍມີ 5 ຫ້ອງສອນ ແຕ່ວ່າ ມີຄຣູ ຜູ້ດຽວ ສອນ ກໍມີ ຫັ້ນນະ”.
ບັນຫາ ການຂາດແຄນຄຣູ ເຮັດໃຫ້ ນາຍຄຣູ ຕ້ອງສອນ ຄວບຫ້ອງ ເປັນບັນຫາ ດ້ານການສຶກສາ ທີ່ສໍາຄັນ ຂອງ ສປປລາວ, ໃນບາງ ເມືອງ ຈໍາເປັນຕ້ອງ ຈ້າງນາຍຄຣູ ອາສາສມັກ ທີ່ ໄດ້ເງິນເດຶອນ ໜ້ອຍເພື່ອ ຊ່ວຍຫລຸດຜ່ອນ ບັນຫາ ຕົວຢ່າງ ເມືອງ ໄຊເສດຖາ ແຂວງ ອັດຕະປື ປັຈຈຸບັນ ມີ ຄຣູ ອາສາສມັກ ເຖິງ 60 ຄົນ.