ທາງການຢາຍຊອງປະມຸນ ຣົດຫລູ
2017.02.14

ຣົດຫລູ ປະຈຳຕຳແໜ່ງ ຂອງຜູ້ນຳລາວ ຍີ່ຫໍ້ BMW series 7 ລຸ້ນ 730Li ແລະ ຍີ່ຫໍ້ Mercedes Benz ລຸ້ນ S350 ທີ່ຖືກສົ່ງຄືນ ໃນເບື້ອງຕົ້ນ ຈຳນວນ 14 ຄັນນັ້ນ ໄດ້ຖືກນຳມາ ວາງສະແດງ ແລະ ເປີດປະມູລຂາຍ ທີ່ຫໍປະຊຸມ ແຫ່ງຊາຕ ຫຼັກ 6 ຢ່າງເປັນທາງການ ແລ້ວ, ໂດຍຜູ້ສົນໃຈ ຢາກຊື້ຣົດ ດັ່ງກ່າວ ສາມາດ ເຂົ້າມາເບິ່ງຊົມ ແລະ ຮັບຊອງປະມູລໄດ້ ນັບຕັ້ງແຕ່ວັນທີ 13 ຫາ 20 ກຸມພາ 2017 ນີ້. ດັ່ງທ່ານ ສົມສີ, ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 13 ກຸມພາ ນີ້ວ່າ:
"ໂດຍພື້ນຖານ, ມື້ນີ້ພວກເຮົາໄດ້ຈັດ ເປັນໂຊນຣົດ ເບື້ອງຣົດບີເອັມ ກັບຣັດເບັ້ນຊ ຖືວ່າເຮົາຈັດເປັນ ກຸ່ມແລ້ວ. ຣົດເບັ້ນຊ 7 ຄັນ ແລະ ບີເອັມ 7 ຄັນ ເປັນທີ່ຮຽບຮ້ອຍ ເໝິດແລ້ວ ລະກະມີ ອະນຸກັມມະການ ປະຈຳຢູ່ຫັ້ນ ແຈກບັດປະມູລ ປະຈຳຢູ່ກັບທີ່ ເຣີ້ມແຕ່ມື້ນີ້. ຜູ້ທີ່ ຕ້ອງການ ເຂົາກະມາພົວພັນ ແຕ່ເຊົ້າພຸ້ນແຫຼະ".
ທ່ານກ່າວຕື່ມວ່າ ການເປີດປະມູລ ຂາຍຣົດຄັ້ງນີ້ ແມ່ນເຮັດໄປຕາມ ດຳຣັຖ ນາຍົກຣັຖມົນຕຼີລາວ ວ່າດ້ວຍການ ຕ້ານການຟຸມເຟືອຍ ແລະ ຜູ້ນຳຕ້ອງເຣີ້ມ ປະຕິບັດ ໃຫ້ເຫັນເປັນ ແບບຢ່າງກ່ອນ. ທ່ານ ທອງລຸນ ສີສຸລິດ, ກໍ່ໄດ້ກ່າວຕໍ່ ສື່ມວນຊົນ ທ້ອງຖິ່ນ ຢ່າງໝັ້ນໃຈ ເມື່ອບໍ່ດົນ ມານີ້ວ່າ ນະໂຍບາຍ ຕ້ານການຟຸມເຟືອຍ ແລະ ການເປັນຜູ້ນຳ ຕົວຢ່າງ ທີ່ບໍ່ຟຸມເຟືອຍ ຂອງທ່ານ ໄດ້ຮັບການ ສນັບສນູນ ຈາກປະຊາຊົນ ຢ່າງກວ້າງຂວາງ.
"ໃນເວລາທີ່ປະເທສເຮົາ ກຳລັງຫຍຸ້ງຍາກ ທາງດ້ານງົບປະມານ, 2 ມາ ປະຊາຊົນ ຍັງທຸກຍາກ ເຮົາຊິເຮັດຫຼູຫຼາ ເຮັດເໜືອ ປະຊາຊົນຫຼາຍ ມັນຫ່າງກັນຫຼາຍ. ປະຊາຊົນ ເຂົາກະບໍ່ວ່າ ຊິໃຫ້ທໍ່ ກັບເຂົາເໝິດ ທຸກອັນທຸກແນວ, ແຕ່ວ່າບໍ່ໃຫ້ມັນ ໂຕນກັນຫຼາຍ, ອັນນີ້ໄດ້ຮັບ ການ ສນັບສນູນ ຫຼາຍໄດ໋ ໄດ້ຮັບຜົລແທ້. ປະຊາຊົນ ເປັນລ້ານ 2-3 ລ້ານຄົນໄດ໋ ສົ່ງຂ່າວມາ ຊົມເຊີຍ ນະໂຍບາຍ ອັນນີ້. ຄັນວ່າຜູ້ນຳ ບໍ່ ເປັນແບບຢ່າງ ຈັກໜ່ອຍ ອ້າຍນ້ອງ ຂັ້ນລຸ່ມລັງເລ ບໍ່ຢາກ ປະຕິບັດ".
ກ່ຽວກັບການຈັດປະມູລ ຂາຍຣົດຫຼູຫຼາ ຂອງຜູ້ນຳລາວ ໃນຄັ້ງນີ້ ທ່ານ ເຈີ່ ຊົງປ້າວ ຊາວລາວທ່ານນຶ່ງ ຈາກແຂວງຊຽງຂວາງ ກໍ່ໄດ້ໃຫ້ ຄໍາເຫັນ ຕໍ່ຜູ້ສື່ຂ່າວ ເອເຊັຽ ເສຣີວ່າ ທ່ານ ກໍ່ຮູ້ສຶກຍິນດີ ເພາະຈະເປັນ ການຫຼຸດຜ່ອນ ການສິ້ນເປືອງ ງົບປະມານ ຣັຖບານ.
"ຕາມຄວາມຮູ້ສຶກສ່ວນຕົວ ຂອງຂ້າພະເຈົ້າ ເຫັນວ່າດີຫັ້ນແຫຼະ ເພາະວ່າມັນ ເປັນການປະຍັດ ລະກະເປັນການ ທີ່ວ່າ ຄືຄູ່ມື້ນີ້ເນາະ ຍົກຕົວຢ່າງ ຄືເພິ່ນກະໃຊ້ຣົດ ຣາຄາສູງ ຫຼາຍ ລະກະເປັນການສິ້ນເປືອງ ເປັນເງິນ ງົບປະມານ ຂອງຣັຖບານ ກະຄື ຂອງປະຊາຊົນ ຫັ້ນແຫຼ້ວ, ແນວນີ້ກະດາຍ".
ການເອີ້ນຄືນຣົດຫຼູຫຼາ ຂອງຜູ້ນໍາຫຼາຍທ່ານ ຄັ້ງນີ້ເປັນນຶ່ງ ໃນນະໂຍບາຍ ຕ້ານການຟຸມເຟືອຍ ແລະ ຕ້ານການ ສໍ້ຣາສບັງຫຼວງ ທີ່ທ່ານ ທອງລຸນ ສີສຸລິດ ໄດ້ກ່າວ ໃນກອງປະຊຸມ ສະພາແຫ່ງຊາຕ ສມັຍສາມັນ ເທື່ອທີ 2 ຂອງ ສະພາແຫ່ງຊາຕ ຊຸດທີ 8 ເມື່ອ ເດືອນຕຸລາ 2016 ທີ່ຜ່ານມາ.