ການໃຫ້ສໍາປະທານ ທີ່ດິນ ຢູ່ລາວ

ອຸ່ນແກ້ວ ສຸກສະຫວັນ
2017.05.09
F-SEZ ແຜນທີ່ຣາຍລະອຽດ ຂອງເຂດເສຖກິດ 10 ແຫ່ງໃນ ສປປລາວ ທີ່ສ້າງຕັ້ງຂຶ້ນໃນປິ 2003
RFA

ຣັຖບານລາວ ຄວນອະນຸມັດ ການໃຫ້ສໍາປະທານ ເຊົ່າທີ່ດິນ ໂດຍອີງໃສ່ ປະເພດຂອງການລົງທຶນ, ຕາມຄໍາເວົ້າ ຂອງອະດີດເຈົ້າໜ້າທີ່ ລາວ, ຜູ້ທີ່ເວົ້າວ່າ ກົດໝາຍ ສະບັບ ທີ່ຫາກໍ່ ປັບປຸງໃໝ່ ທີ່ວ່າກໍານົດ ສັນຍາເຊົ່າ ພຽງ 50 ປີ ນັ້ນ ບໍ່ໄດ້ມີ ຜົນສະທ້ອນຫຍັງຕໍ່ ເຂດ ສໍາປະທານ ຫຼິ້ນການພະນັນ ຊຶ່ງເປັນທີ່ຕັ້ງ ຂອງໂຮງຄາຊີໂນ.

ອະດີດເຈົ້າໜ້າທີ່ ຜູ້ທີ່ເຄີຍເຮັດວຽກ ຢູ່ເຂດເສຖກິດພິເສດ ສະຫວັນ-ເຊໂນ ທີ່ແຂວງສະຫວັນນະເຂດ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ຜແນກ ພາສາລາວ ວ່າ, ສັນຍາເຊົ່າ 50 ປີ “ດົນໂພດ” ໃນການ ສໍາປະທານ ໃຫ້ໂຮງຄາຊີໂນ, ອັນທີ່ວ່າຜົນໄດ້ ແມ່ນສ້າງວຽກເຮັດ ງານທໍານັ້ນ ກໍເລີຍກັບໄປ ເຮັດໃຫ້ ປະຊາຊົນ ໃນທ້ອງຖິ່ນ ກາຍເປັນຄົນຕິດ ການພະນັນ.

“ລະຍະເວລາ ຂອງການສໍາປະທານ ຄວນຂຶ້ນກັບ ປະເພດ ຂອງການລົງທຶນ ຢູ່ໃນພາກສ່ວນ ຂອງ ເຂດເສຖກິດພິເສດ” ນີ້ຄືຄໍາເວົ້າ ຂອງເຈົ້າໜ້າທີ່ ຜູ້ບໍ່ປະສົງ ອອກຊື່.

"ຖ້າວ່າ ເຂດເສຖກິດພິເສດ ນັ້ນມີຫຼາຍໂຮງງານ ທີ່ຮອງຮັບເອົາ ຄົນທ້ອງຖິ່ນ ເຂົ້າເປັນຄົນງານໄດ້ນັ້ນ, ມັນກໍພໍຮັບໄດ້ ທີ່ຈະໃຫ້ ສໍາປະ -ທານ ເຖິງ 99 ປີ, ແຕ່ວ່າພວກ ຫົວໜ່ວຍ ຫຼິ້ນການພະນັນ ຫຼືໂຮງຄາຊີໂນ ທີ່ຕັ້ງຂຶ້ນໃນ ເຂດເສຖກິດພິເສດ ນັ້ນແມ້ນແຕ່ 50 ປີກໍຍັງ ດົນເກີນໄປ ເຫັນວ່າ ເປັນການລົງທຶນ ທີ່ບໍ່ຄຸ້ມຄ່າ".

ເມື່ອເດືອນພຶສຈິກາ ປີ 2016, ສະພາແຫ່ງຊາດລາວ ໄດ້ອະນຸມັດ ກົດໝາຍ ສະບັບປັບປຸງໃໝ່ ວ່າດ້ວຍການສົ່ງເສີມ ການລົງທຶນ, ໄດ້ກໍາ ນົດສັນຍາເຊົ່າ ສໍາປະທານໄວ້ 50 ປີ. ກົດໝາຍສະບັບນັ້ນ ໄດ້ຖືກນໍາໃຊ້ ໃນເດືອນທັນວາ.

ໃນຮ່າງກົດໝາຍ ວ່າດ້ວຍການສົ່ງເສີມ ການລົງທຶນ ສະບັບກ່ອນ, ທີ່ຖືກນໍາໃຊ້ໃນ ປີ 2009 ນັ້ນ, ຜູ້ລົງທຶນ ອາຈໄດ້ຮັບ ການສໍາປະທານ ທີ່ດິນ ເຖິງ 99 ປີ ພາຍຫລັງທີ່ ຄນະ ກັມມະການ ເຂດເສຖກິດພິເສດ ຂອງສະພາແຫ່ງຊາດ ອະນຸມັດ ໃຫ້. ກ່ອນໜ້ານັ້ນ ພວກນັກລົງທຶນ ພາກັນຫາທາງ ຂໍອະນຸມັດ ໂດຍຕຣົງ ຈາກ ຮອງນາຍົກ ຣັຖມົນຕຣີ ລາວ.

ຣັຖບານລາວ ຍັງບໍ່ມີການ ຊີ້ແຈງ ຢ່າງເປັນ ທາງການວ່າ ເປັນດ້ວຍເຫດໃດ ຈຶ່ງມີການປັບປຸງ ກົດໝາຍ ສົ່ງເສີມ ການລົງທຶນ ເມື່ອປີກາຍ. ເຖິງແມ່ນວ່າ ເຈົ້າໜ້າທີ່ ທາງການ ກໍເຄີຍຊີ້ແນະ ຢູ່ເລື້ອຍໆວ່າ ກົດລະບຽບ ຂອງການໃຫ້ ສໍາປະທານ ຄວນມີ ການປັບປຸງ ແກ້ໄຂ.

ອີງຕາມ ກະຊວງແຜນການ ແລະການລົງທຶນ, ສປປລາວ ໄດ້ສ້າງຕັ້ງ 10 ເຂດເສຖກິດ ຕັ້ງແຕ່ປີ 2003, ເພື່ອຊອກຫາ ນັກລົງທຶນ ທັງ ຈາກພາຍໃນ ແລະຈາກ ຕ່າງປະເທດ ໂດຍການ ຫລຸດຜ່ອນ ການເສັຽ ພາສີອາກອນ ເພື່ອໃຫ້ມີ ການພັທນາໂຄ່ງຮ່າງ ພື້ນຖານ, ສ້າງວຽກ ເຮັດງານທໍາ ແລະ ໃຫ້ມີຜົນປລິດ ຢູ່ໃນຂົງເຂດນັ້ນ.

ຢ່າງນ້ອຍກໍມີ 2 ເຂດເສຖກິດ ເຊັ່ນ:ເຂດເສຖກິດສະເພາະ ບໍ່ເຕັນແດນງາມ ແຂວງຫຼວງນໍ້າທາ ທີ່ສ້າງຂຶ້ນໃນປີ 2003 ແລະເຂດເສຖກິດ ພິເສດ ສາມຫລ່ຽມຄໍາ ທີ່ເປີດຂຶ້ນ ໃນປີ 2007 ຢູ່ແຂວງບໍ່ແກ້ວ ທີ່ໃກ້ກັບ ຊາຍແດນ ລາວ-ພະມ້າ, ປະເທດໄທ ແລະປະເທດຈີນ ແມ່ນ ເປັນເຈົ້າການ ນໍາເອົາ ໂຮງຄາຊີໂນ ເຂົ້າມາໃນເຂດນີ້.

ຢ່າງນ້ອຍກໍມີອີກ 2 ເຂດເສຖກິດ ຄື: ເຂດເສຖກິດສະເພາະ ດົງໂພສີ ຕັ້ງຂຶ້ນໃນປີ 2012 ຢູ່ເມືອງວຽງຈັນ ແລະ ເຂດເສຖກິດພິເສດ ສະຫວັນ-ເຊໂນ ຕັ້ງຂຶ້ນໃນປີ 2003 ຊຶ່ງ ໄດ້ສ້າງຕັ້ງ ໂຮງຄາຊີໂນ ຢູ່ໃນເຂດ ດັ່ງກ່າວນີ້.

ອະດີດເຈົ້າໜ້າທີ່ລາວ ໄດ້ບອກກັບ ວິທຍຸ ເອເຊັຽເສຣີ ວ່າໃນຂນະທີ່ ເຂດເສຖກິດ ນັ້ນມີໂຮງງານ, ຄືດັ່ງ ສະຫວັນ-ເຊໂນ, ທີ່ສາມາດມີການ ຈ້າງງານ ທີ່ໃຫ້ໂອກາດຊາວບ້ານ ໃນເຂດທ້ອງຖິ່ນ ໄດ້ເປັນຮ້ອຍໆ, ພວກເພິ່ນ ກັບສົ່ງເສີມ ນໍາສເນີ ໂຮງຄາຊີໂນ ທີ່ສ້າງຄວາມເສັຽຫາຍ ໃຫ້ແກ່ຄົນທ້ອງຖິ່ນ ຫຼາຍກວ່າ ຜົນດີທີ່ໄດ້ຮັບ, ຈຶ່ງຂໍບອກວ່າ ການກໍານົດ ຈໍາກັດ ສັນຍາເຊົ່າ ນັ້ນແມ່ນ ບໍ່ໄດ້ຜົນ.

“ປະຊາຊົນ ທີ່ໄປພົວພັນ ກັບການພະນັນ ເປັນປະຈໍາ ມີແຕ່ສູນເສັຽເງິນຂອງຕົນເອງ, ຈົນກາຍເປັນຄົນລົ້ມລະລາຍ ຍ້ອນວ່າ ກາຍເປັນ ຜີການພະນັນ, ຕ້ອງຂາຍຊັພສິນ ສ່ວນຕົວໝົດກ້ຽງ,” ທ່ານກ່າວ.

“ເວົ້າຕາມຫລັກການແລ້ວ ຄົນລາວ ແມ່ນຫ້າມເຂົ້າໃກ້ ໂຮງຄາຊີໂນ ແຕ່ຄວາມຈິງແລ້ວ, ຄົນຫຼິ້ນສ່ວນໃຫຍ່ ແມ່ນຄົນລາວ.”

ພຍາຍາມຕິດຕໍ່ຫາ ທ່ານ ບົວທາ ຄັດຕິຍະ ຮອງປະທານ ຄນະກັມມະການ ຄຸ້ມຄອງ ເຂດເສຖກິດພິເສດ ແຫ່ງຊາດ ກ່ຽວກັບຜົນກະທົບ ຕໍ່ສັງຄົມຄົນລາວ ຈາກ ໂຮງຄາຊີໂນ ແຕ່ບໍ່ໄດ້ຮັບ ຄໍາຕອບ.

ນອກເໜືອຈາກ ສະຫວັນ-ເຊໂນ, ສາມຫລ່ຽມຄໍາ, ບໍ່ເຕັນ ແລະ ດົງໂພສີ, ສປປລາວ ຍັງໄດ້ສ້າງຕັ້ງ ເຂດພັທນາ ກວມລວມ ໄຊເຊດຖາ ໃນປີ 2010, ເຂດເສຖກິດສະເພາະ ພູຂຽວ ຢູ່ແຂວງຄໍາມ່ວນ ໃນປີ 2010, ເຂດນິຄົມ ອຸດສາຫະກັມ ວຽງຈັນ ຢູ່ເມືອງວຽງຈັນ ໃນປີ 2011, ເຂດເສຖກິດສະເພາະ ບຶງທາດຫລວງ ຢູ່ເມືອງວຽງຈັນ ໃນປີ 2011, ເຂດເສຖກິດສະເພາະ ລ່ອງແທ່ງ-ວຽງຈັນ ໃນປີ 2012, ແລະ ເຂດເສຖກິດ ສະເພາະ ທ່າແຂກ ຢູ່ແຂວງຄໍາມ່ວນ ໃນປີ 2012.

ເຂດພັທນາກວມລວມໄຊເສດຖາ ທີ່ ນະຄອນຫຼວງວຽງຈັນ (ຮູບຖ່າຍ 03-23-2017)

ສປປລາວ ເປັນປະເທດທີ່ ດ້ອຍພັທນາ ໃນບັນດາ ປະເທດເອເຊັຽ ຕາເວັນອອກ ສ່ຽງໃຕ້, ໄດ້ກາຍເປັນຈຸດສູນ ຂອງການລົງທຶນ ຢ່າງ ມະຫາສານ ຈາກຕ່າງປະເທດ. ໂດຍສະເພາະ ຈໍາພວກ ບໍຣິສັດ ຈາກ ປະເທດຈີນ, ປະເທດໄທ, ແລະ ປະເທດ ວຽດນາມ.

ການເຕີບໂຕ ທາງດ້ານເສຖກິດ ຂອງສປປລາວ ສ່ວນໃຫຍ່ ແມ່ນມາຈາກ ການສໍາປະທານທີ່ດິນ ການຂຸດຄົ້ນ ຊັພຍາກອນ ທັມມະຊາດ ຮວມທັງ ການຕັດໄມ້, ຜົນຜລິດຈາກ ການກະເສດ, ແຮ່ທາດ ແລະພລັງງານ ແຕ່ຄົນບາງກຸ່ມ ກໍກັງວົນວ່າ ມັນເປັນສິ່ງທີ່ ໄດ້ມາຈາກ ການສູນເສັຽ ທີ່ດິນ ຂອງ ປະຊາຊົນ.

ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄດ້ກ່າວໃນ ກອງປະຊຸມ ສະພາແຫ່ງຊາດ ວ່າທາງ ຣັຖບານ ຈະດໍາເນີນ ການແກ້ໄຂ ນະໂຍບາຍ ການສໍາປະທານ ໃນລາວ ຢູ່ຕໍ່ໄປ.

“ມັນມີຊ່ອງຫວ່າງ ໃນການຈັດຕັ້ງ ປະຕິບັດ ນະໂຍບາຍ ການໃຫ້ສໍາປະທານ ຄືເຊັ່ນດຽວກັນກັບ ກົດໝາຍ ທີ່ດິນ, ສ້າງແຕ່ບັນຫາ.” ທ່ານກ່າວ, ໂດຍປາສຈາກ ການໃຫ້ ຣາຍລະອຽດ.

“ຣັຖບານຍອມຮັບວ່າ ຍັງມີບັນຫາຮີບດ່ວນ ທີ່ຕ້ອງໄດ້ຍົກຂຶ້ນມາ ພິຈາຣະນາ ແລະກໍໄດ້ເລີ້ມ ດໍາເນີນການໄປແລ້ວ ເພື່ອແກ້ໄຂບັນຫາ ເຫຼົ່ານັ້ນ.”

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.