ຣັຖບານລາວຈະປະມູນຂາຍ ຣົດຫລູ ອີກ 16 ຄັນ

ສຸພັດຕາ
2018.03.29
F-car ຕົວຢ່າງ ຣົດ ປະຈໍາຕໍາແໜ່ງ ຂອງຜູ້ນໍາ ສປປ ລາວ ຊຶ່ງມີການນໍາມາ ປະມູນຂາຍ ເພື່ອເປັນການປະຢັດມັທຍັດ ງົບປະມານ
RFA

ທາງການລາວຈະປະມູນຂາຍຣົດ BENZ 16 ຄັນເປັນຄັ້ງທີສອງ ຊຶ່ງເປັນຣົດທີ່ເຄີຍໃຊ້ຮັບຮອງແຂກ ຂອງຣັຖບານ, ຊອງປະມູນມີຂາຍ ເລີ້ມແຕ່ວັນທີ 26 ມີນາ ຫາ ວັນທີ 5 ເມສາ 2018 ແລະ ຈະເປີດຊອງປະມູນ ໃນວັນທີ 6 ເມສາ 2018 ນີ້ ທີ່ຫໍປະຊຸມ ແຫ່ງຊາດ, ດັ່ງທ່ານ ສົມທິ ເຈົ້າໜ້າທີ່ປະມູນຣົດ ສຳນັກງານນາຍົກຣັຖມົນຕຣີ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 29 ມິນາ ນີ້ວ່າ:

“16 ຄັນລົດ BENZ, BENZ-E 15, BENZ-S 1 ຄັນ ພໍດີລົດດັ່ງກ່າວນີ້ ແມ່ນລົດຮັບຮອງແຂກ ຂອງລັດຖະບານ ຊຶ່ງພວກເຮົາປະມູນ ຂາຍອອກ, ເປີດຊອງວັນທີ 6 ເມສາ ເວລາ 14 ໂມງ (ບ່າຍ ສອງໂມງ) ເຈົ້າໆໄວ ລົດຢູ່ຫໍປະຊຸມແຫ່ງຊາດ ຂາຍຊອງປະມູນ ຫໍປະຊຸມ ແຫ່ງຊາດ ແລະເປີດຊອງ ຢູ່ຫໍປະຊຸມແຫ່ງຊາດ.”

ທ່ານກ່າວຕື່ມວ່າ ຣົດຈຳນວນ 16 ຄັນ ທີ່ນຳມາປະມູນຂາຍອອກນັ້ນ ກໍຈະມີຣົດ BENZ ຣຸ້ນE. 15 ຄັນ ແລະ ຮຸ້ນS. 1 ຄັນ. ມີຣາຄາ ປະມູນເຣີ້ມແຕ່ 547 ລ້ານກີບ ຫຼືປະມານ 66 ພັນໂດລາ ສະຫະຣັຖ, ເມື່ອປີກາຍທາງການລາວ ກໍໄດ້ປະມູນຂາຍ ຣົດຫລູ 14 ຄັນ ແລະ ປະຊາຊົນລາວ ຈົ່ມວ່າເປັນຫຍັງ ພະນັກງານຣັຖ ບາງຄົນ ຈຶ່ງປະມູນໄດ້. ຕົວຢ່າງ ທ່ານ ທອງລິດ ກິ່ງແກ້ວອຸດົມ ຊື່ງເປັນພະນັກງານ ກົມຊັບສິນ ກະຊວງການເງິນ ແລະມີພັລຍາ ເປັນເຈົ້າຂອງ ບໍຣິສັດກໍ່ສ້າງ ກໍປະມູນຊື້ຣົດຫຼູຫລາ ມູນຄ່າ 1,330 ລ້ານກີບ ຊຶ່ງເປັນຣົດ ປະຈຳຕຳແໜ່ງ ຂອງນາຍົກຣັຖມົນຕຣີ ທ່ານ ທອງລຸນ ສີສຸລິດ.

ທ່່ານສົມທິ ກ່າວວ່າ ຕໍ່ກໍຣະນີ ທີ່ມີພະນັກງານຣັຖກົມຊັບສິນ ເຂົ້າຮ່ວມປະມູນຣົດນັ້ນ. ທາງການ ບໍ່ໄດ້ຈຳກັດສິດທິຜູ້ໃດ ທຸກຄົນ ສາມາດ ປະມູນໄດ້:

“ການຄັງການເງິນອັນອື່ນ ພວກເຮົາກໍ່ບໍ່ສາມາດຈຳກັດໄດ້ ເລື້ອງສິດທິຂອງບຸກຄົນ ແຫຼ່ງເງິນຈະມາຈາກທີ່ໃດໆກໍ່ຢ່າ ມັນສິດຂອງບຸກຄົນ ພວກເຮົາບໍ່ສາມາດ ຈະຈຳກັດດອກ ເອີ່... ອັນນີ້ແມ່ນຄັງເງິນ ຄັງອັນນັ້ນອັນນີ້ ມີເງິນຫຼາຍ ມັນບໍ່ກ່ຽວຂ້ອງ ເຈົ້າຊື້ ຕາມຕົວນີ້ ສ່ວນວ່າ ການກວດກາອື່ນ ແມ່ນມີໜ້າທີ່ ຂອງພວກສິດກວດສອບ ຂອງຜູ້ອື່ນ.”

ທ່ານກ່າວຕື່ມວ່າ ຫາກຈະໃຫ້ເຈົ້າໜ້າທີ່ ແລະພະນັກງານຣັຖ ເຂົ້າຮ່ວມປະມູນ ກໍຈະຕ້ອງໃຫ້ເຈົ້າໜ້າທີ່ ກວດກາແຫ່ງຣັຖ ກວດສອບແຫຼ່ງ ທີ່ມາຂອງເງິນກ່ອນ ເນື່ອງຈາກ ການປະມູນຣົດ ຫຼູຫລາ ຄັ້ງທີ່ຜ່ານມາ ບໍ່ມີເຈົ້າໜ້າທີ່ ກວດກາແຫ່ງຣັຖ ເຂົ້າຮ່ວມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.