ບຸຄລາກອນການເງິນຈະຖືກ ກວດສອບ

ອຸ່ນແກ້ວ ສຸກສະຫວັນ
2016.01.28
F-Finance ກະຊວງການເງິນ ສປປລ ທີ່ ນະຄອນຫຼວງວຽງຈັນ
RFA/NY

ພາຍຫລັງ ທີ່ ມີການຈັບຕົວ ເຈົ້າໜ້າທີ່ ກະຊວງ ການເງິນ 4 ຄົນ ແລະ ກັກ ບໍຣິເວນ ທ່ານ ພູເພັດ ຄໍາພູນວົງ ອາດີດ ຣັຖມົນຕຣີ ກະ -ຊວງ ການເງິນ ໃນເດືອນ ທັນວາ ປີ 2015, ໃນຂໍ້ຫາ ສໍ້ຣາສ ບັງຫລວງ, ຫລ້າສຸດ ເຈົ້າໜ້າທີ່ ການເງິນ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ຍັງຈະມີ ການກວດສອບ ເຈົ້າໜ້າທີ່ ຜູ້ທີ່ມີສ່ວນ ກ່ຽວຂ້ອງ ໃນການອອກ ພັນທະບັດ, ໂຄງການ ບໍ່ມີຕົວຕົນ ອີກຕໍ່ໄປ.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ເພີ້ມອີກວ່າ ຍັງມີ ພະນັກງານ ກະຊວງ ການເງິນ ອີກຫຼາຍຄົນ ທີ່ຈະຖືກ ກວດສອບ ແລະ ຖືກ ດໍາເນີິນຄະດີ ໃນ ຮອບທີ 2 ໂດຍສະເພາະ ຜູ້ທີ່ມີສ່ວນ ກ່ຽວຂ້ອງ ໃນເລື້ອງນີ້ ແລະ ມີບາງຄົນ ໄດ້ຂຽນໜັງສື ລາອອກ ຂໍກິນ ບໍານານ ກໍມີ. ການ ກວດກາ ຄັ້ງນີ້ ແມ່ນສະເພາະ ງົບປະມານ ສົກປີ 2013-14, ແຕ່ຍັງຈະມີ ການກວດກາ ງົບປະມານ ຂອງສົກປີ 2014-15 ອີກ.

ໃນຂັ້ນຕອນ ດໍາເນີນງານ ແມ່ນ ໃນເບື້ອງຕົ້ນ ອົງການ ກວດສອບ ແຫ່ງຣັດ ຈະເປັນຜູ້ ດໍາເນີນ ການກວດສອບ ພາຍໃຕ້ ການເປັນ ປະທານ ຂອງ ຍານາງ ວຽງທອງ ສີພັນດອນ ແລ້ວ ສົ່ງຣາຍງານ ຕໍ່ໃຫ້ ອົງການ ຕ້ານ ການສໍ້ຣາສ ບັງຫລວງ ໂດຍມີ ທ່ານ ບຸນທອງ ຈິດມະນີ ກັມມະການ ກົມການເມືອງ ສູນກາງພັກ ເປັນ ປະທານ ເພື່ອດໍາເນີນ ມາດຕະການ ເອົາຜິດ ຜູ້ທີ່ພົວພັນ ໃນການ ສໍ້ຣາສ ບັງຫລວງ.

ເຈົ້າໜ້າທີ່ ກະຊວງ ການເງິນ ທ່ານນີ້ ກ່າວອີກວ່າ ໃນເບື້ອງຕົ້ນ ຈະກວດສອບ ພະນັກງານ ຂອງຣັຖ ແລ້ວ ຫລັງຈາກນັ້ນ ຈະກວດສອບ ບໍຣິສັດ ເອກກະຊົນ ທີ່ ມີສ່ວນຮ່ວມ. ປັດຈຸບັນ ທາງການລາວ ໄດ້ຈັບຕົວ ພະນັກງານ ຜູ້ທີ່ມີສ່ວນ ກ່ຽວຂ້ອງ ໃນເລື້ອງນີ້ ແລ້ວ ປະມານ 20 ຄົນ ແລະ ສ່ວນຫຼາຍ ແມ່ນຖືກກັກຂັງ ຢູ່ຄຸກ ໂພນທັນ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ.

ສ່ວນ ທ່ານ ພູເພັດ ຄໍາພູນວົງ ແມ່ນຖືກກັກ ບໍຣິເວນ ຢູ່ຫ້ອງການ ກວດກາ ຂອງ ຄນະ ກັມມະການ ກົມການເມືອງ ສູນກາງພັກ ຢູ່ ຫລັກ 6 ທາງຫລັງ ພິພິດຕະພັນ ໄກສອນ ພົມວິຫານ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່. ການຈັບຂັງ ແລະ ສືບສວນ ພະນັກງານ ກະ -ຊວງ ການເງິນ ທີ່ ສໍ້ຣາສ ບັງຫລວງ ຄັ້ງນີ້ ແມ່ນ ເປັນຄັ້ງທໍາອິດ ແລະ ໃຫຍ່ທີ່ສຸດ ໃນ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.