ກະຊວງການເງິນຂຶ້ນພາສີ ນໍ້າມັນ
2015.12.24
ເມື່ອສັປດາ ຜ່ານມາ ສະພາແຫ່ງຊາດ ໄດ້ຮັບຮອງເອົາ ກົດໝາຍວ່າດ້ວຍ ຊ່ວຍສາອາກອນ ສະບັບປັງປຸງ ດ້ວຍ ຄະແນນສຽງ ອັນຖ້ວມລົ້ນ ພາຍຫລັງ ທີ່ ດຣ.ລຽນ ທີແກ້ວ ຣັຖມົນຕຣີ ກະຊວງ ການເງີນ ໄດ້ສເນີ ຕໍ່ສະພາ.
ແຕ່ເນື້ອໃນ ບາງຕອນ ໃນ ກົດໝາຍ ດັ່ງກ່າວ ຈະມີການ ເພີ້ມອາກອນ ຜູ້ໃຊ້ນ້ຳມັນ ໃນລາວ ຊື່ງ ປະຊາຊົນ ເຫັນວ່າ ບໍ່ຍຸຕິທັມ ຕໍ່ຜູ້ ບໍຣິໂພກ. ດັ່ງ ດຣ.ລຽນ ທີແກ້ວ ໄດ້ກ່າວ ກ່ຽວກັບ ການ ປ່ຽນແປງ ກົດໝາຍ ນີ້ວ່າ:
"ນໍ້າມັນ ເຊື້ອໄຟ ປັບອັດຕຣາ ແບບທົດແທນ ອັດຕຣາພາສີ ທີ່ ຫລຸດຈາກ 20 ເປີເຊັນ ໝາຍຄວາມວ່າ ພວກເຮົາ ເກັບພາສີ ນ້ຳມັນ ເຊື້ອໄຟ 20 ເປີເຊັນ 15 ເປີເຊັນ 5 ເປີເຊັນ ມາ ເພີ້ມເຂົ້າ ໃນອັດຕຣາ ຊົມໃຊ້ ເຊັ່ນ ແອັດຊັງ ພິເສດ ເພີ້ມຈາກ 25% ເປັນ 39% ແອັດຊັງ ທັມມະດາ ເພີ້ມຈາກ 20% ເປັນ 34% ນໍ້າມັນ ກາຊວນ ເພີ້ມຈາກ 10% ເປັນ 24% ເພາະວ່າ ພາສີ ມັນຈະໄດ້ ຫລຸດຜ່ອນ ຍົກເວັ້ນ ແລ້ວເອົາມາ ເພີ້ມໃສ່ ອັດຕຣາຊົມໃຊ້ ທີ່ມີຢູ່".
ຊາວລາວ ຜູ້ນຶ່ງ ທີ່ຕິດຕາມ ເຣື້ອງນີ້ ໃຫ້ຄວາມເຫັນ ຕໍ່ ເອເຊັຽເສຣີ ວ່າ ການທີ່ ທາງການລາວ ຂຶ້ນອາກອນ ການໃຊ້ ນ້ຳມັນ ເທື່ອນີ້ ຖືວ່າ ປະຊາຊົນ ລາວ ເສັຽປຽບ ໃນຂນະທີ່ ພາສີ ການນຳເຂົ້າ ນ້ຳມັນ ນັ້ນ ຫລຸດລົງ ເປັນການ ສ້າງພາຣະ ໃຫ້ແກ່ ປະຊາຊົນ ຜູ້ທີ່ທຸກຍາກ ຢູ່ແລ້ວ.
ໃນເວລາ ດຽວກັນ ກໍເພື່ອ ຜົລປະໂຫຍດ ຂອງນາຍທຶນ ຜູ້ນຳເຂົ້າ ນ້ຳມັນ ແລະ ຄົນບາງກຸ່ມ ເທົ່ານັ້ນ. ດັ່ງທ່ານ ກ່າວຕໍ່ ເອເຊັຽ ເສຣີ ໃນມື້ ວັນທີ 22 ທັນວາ ນີ້ວ່າ:
"ໂອມັນກະຊິ ບໍ່ຄັກປານໃດ ແຫລະ ປະຊາຊົນ ກະຊິເສັຽປຽບ ເພາະວ່າຕ້ອງໄດ້ ຮັບພາລະ ຫນັກເນາະ ຈ່າຍເພີ້ມຂຶ້ນ ລະກະ ພວກນຳເຂົ້າ ມັນກະຊິ ໄດ້ປຽບ ເພາະວ່າ ນຳເຂົ້າ ນ້ຳມັນ ກະຊິໄດ້ ເສັຽພາສີ ຫນ້ອຍເນາະ ແຕ່ ປະຊາຊົນ ຜູ້ຊົມໃຊ້ ກະຊິໄດ້ ເສັຽພາສີ ເພີ້ມ ກະບໍ່ຢາກ ຍຸຕິທັມ ເນາະ".
ເຖິງຢ່າງໃດ ກໍຕາມ ບົດບັນຍັດ ທີ່ ໄດ້ກຳນົດ ໄວ້ ໃນກົດຫມາຍ ສະບັບນີ້ ແມ່ນຈະຖືກ ປະຕິບັດ ໃນສາມ ຣະຍະ ຄືເລີ້ມແຕ່ ປີ 2016 ຫາ 2017 ຮອດ 2018 ຈື່ງ ຈະກຳນົດ ການເກັບ ອາກອນ ເຕັມອັດຕຣາ ຈາກ ທາງການລາວ.