ໂຮງງານຕັດຫຍິບ ແລະ ຜລິດເສື້ອຜ້າ ໃນລາວ ກໍາລັງ ປະເຊີນບັນຫາ ແລະ ອຸປສັກ ຫຼາຍຢ່າງ ຍ້ອນຂາດແຄນແຮງງານ ທີ່ມີສີມື ແລະ ຕ້ອງໄດ້ເສັຽ ຄ່າໃຊ້ຈ່າຍເພີ້ມຂຶ້ນ ເພື່ອພັທນາ ສັກກະຍະພາບ ຂອງແຮງງານ ຕັດຫຍິບ, ດັ່ງເຈົ້າໜ້າທີ່ ໂຮງງານຕັດຫຍິບ ແຫ່ງນຶ່ງ ໃນນະຄອນຫຼວງ ວຽງຈັນ ກ່າວວ່າ:
“ໂອ້ ຂາດເຂີນ ແຕ່ຊຸມບໍ່ເປັນຫັ້ນລະ ກໍຢາກນ້ອຍ ເພາະວ່າ ໂຮງຮຽນກໍບໍ່ມີເດ ແກ້ໄຂ ເຮົາກໍເອົາມາສອນເອງ ຫັ້ນລະ ກໍເສັຽຫລາຍເຕີບ ແຕ່ທຽບໃສ່ ໂດຍຮວມກໍໄດ້ ເຂົາເປັນ ແລະ ກໍໃຫ້ສວັດດິການ ເຂົາເດ ເຂົາກໍຢູ່ນໍາເຮັາໄດ້.”
ທ່ານກ່າວຕື່ມວ່າ ຖ້າຫາກໂຮງງານໃດ ໃຫ້ສວັດດີການ ຄົນງານບໍ່ດີ ເຂົາກໍຢູ່ນໍາ ບໍ່ດົນ ເພາະເຂົາເຈົ້າ ມີີຄ່າໃຊ້ຈ່າຍຫຼາຍ ຖ້າທຽບໃສ່ ປະເທດເພື່ອນບ້ານ ຖືວ່າ ເປັນທົບເຄິ່ງ. ການຂາດແຄນ ແຮງງານ ທີ່ມີຄວາມສາມາດ ສະເພາະ ເປັນບັນຫາຊໍ້າເຮື້ອ ໃນພາກອຸດສະຫະກັມຕັດຫຍິບ ໃນລາວ ທີ່ສົ່ງຜົນເຮັດໃຫ້ ການສົ່ງເສື້ອຜ້າອອກ ຫຼຸດລົງ.
ນອກຈາກນີ້ ລູກຄ້າ ໃນປັດຈຸບັນ ກໍຕ້ອງການສິນຄ້າ ທີ່ມີຄຸນນະພາບດີຂຶ້ນ ຜູ້ຜລິດ ມີອໍານາດໜ້ອຍ ທີ່ຈະຕໍ່ຮອງຣາຄາ ເນື່ອງຈາກ ຄ່າໃຊ້ຈ່າຍ ເພີ້ມຂຶ້ນ ໃນຂນະທີ່ ຣາຄາ ທີ່ໄດ້ຮັບຈາກລູກຄ້າ ຍັງຢູ່ເທົ່າເກົ່າ ເຮັດໃຫ້ທາງໂຮງງານ ຕ້ອງໄດ້ແບກຮັບ ຕົ້ນທຶນເພີ້ມຂຶ້ນ ບາງໂຮງງານ ກໍຍຸບໄປ, ດັ່ງທີ່ທ່ານກ່າວວ່າ:
”ມັນກໍແບບນັ້ນ ກໍມີບາງໂຮງງານ ກໍໄດ້ທົດຖອຍຍຸບໄປ ແຕ່ແນ່ນອນເຣື້ອງ ຕົ້ນທຶນ ເຮົາກໍຢາກຫລຸດ ແຕ່ວ່າ ມັນຫລຸດໄປແລ້ວ ຄົນເຮັດ ກໍເຮັດນໍາ ບໍ່ໄດ້ ສົມມຸດວ່າ ເຮົາໄດ້ລູກຄ້າຢູ່ ແຕ່ບໍ່ມີຜູ້ເຮັດ ເຮົາກໍຢູ່ບໍ່ໄດ້ ພະນັກງານ ກໍຢູ່ບໍ່ໄດ້ ພະນັກງານ ເຂົາກໍໄປເຮັດແນວອື່ນ ຈັ່ງວ່າເນາະ.”
ຕາມຂໍ້ມູນ ຂອງສະມາຄົມ ອຸສຫະກັມຕັດຫຍິບລາວ ໃນກອງປະຊຸມຄັ້ງທີ່ 8 ເມື່ອຕົ້ນເດືອນທັນວາ, ໃນປີ 2015 ປະເທດລາວ ມີໂຮງງານ ຕັດຫຍິບ 92 ໂຮງງານ ແຕ່ໃນປັັດຈຸບັນ ເຫລືອພຽງ 78 ໂຮງງານ.