ຣົດເມໂດຍສານຂຶ້ນຄ່າ
2018.11.01
ຣັຖວິສາຫະກິຈຣົດເມ ໃນນະຄອນຫຼວງວຽງຈັນ ຈະປັບຂຶ້ນຣາຄາຄ່າໂດຍສານ ໃນສາມເສັ້ນທາງ ຄື: ສາຍທ່າງ່ອນ, ສາຍດົງໂດກ ແລະ ສາຍໂພນຕ້ອງ ຫາ ດົງໂດກ ຍ້ອນນໍ້າມັນຂຶ້ນລາຄາ ຈຶ່ງຕ້ອງປັບຄ່າໂດຍສານ ໃຫ້ເໝາະສົມ ແລະ ນອກຈາກນັ້ນ ຍັງຈະປັບການນໍາໃຊ້ ບັດໂດຍສານ ແບບຣະບົບ ICT ທັງຣະບົບຣາຍເດືອນ ແລະຣາຍປີ ໃຫ້ສາມາດໃຊ້ໄດ້ ບາງສາຍທາງ. ດັ່ງເຈົ້າໜ້າທີ່ ຣັຖວິສາຫະກິຈຣົດເມ ນະຄອນຫຼວງວຽງຈັນ ກ່າວວ່າ:
“ຍ້ອນນໍ້າມັນຂຶ້ນຫັ້ນແຫຼ້ວ ຍ້ອນມັນບໍ່ໄດ້ ເຮົາເຮັດລາຄານະ ນະໂຍບາຍເດ້ ພວກເຮົາທົດລອງຊື່ໆ ເພາະວ່າແຕ່ເກົ່າຂີ່ໄດ້ ທຸກເສັ້ນທາງເດ້ ບັດນີ້ມາ ກໍແມ່ນກຳນົດເປັນເສັ້ນທາງ ແຕ່ເກົ່າຂີ່ໄດ້ທຸກເສັ້ນທາງ ມັນບໍ່ໄດ້ ມັນເຮັດໃຫ້ຂາດ ເຮັດໃຫ້ລາຍຮັບ ພວກເຮົາບໍ່ໄດ້ ຄາດໝາຍວ່າ ໝາຍຄວາມວ່າ ລາຄາຖືກຄົນຕ້ອງຂີ່ຫຼາຍ ແຕ່ໂຕຈິງ ມັນບໍ່ຂີ່ຫຼາຍເດ່ະ.”
ທ່ານກ່າວຕື່ມວ່າ ຕໍ່ກັບເຣື່ອງທີ່ວ່າ ຫາກຂຶ້ນຄ່າໂດຍສານແລ້ວ ຜູ້ໃຊ້ບໍຣິການຈະຫຼຸດລົງຫຼືບໍ່ນັ້ນ ຕ້ອງເບິ່ງຕາມສະພາບຕົວຈິງ ໃນອະນາຄົດ ເພາະຖ້າຫາກບໍ່ປັບປຸງ ຣາຄາໃໝ່ ໃຫ້ສອດຄ່ອງກັບ ສະພາບສັງຄົມແລ້ວ ພາກສ່ວນກ່ຽວຂ້ອງ ກໍເກີດຂໍ້ຫຍຸ້ງຍາກ ເຊັ່ນດຽວກັນ. ກ່ຽວກັບ ເຣື້ອງການປັບຂຶ້ນຣາຄາ ໂດຍສານນີ້ ປະຊາຊົນ ຢູ່ນະຄອນຫຼວງວຽງຈັນ ເວົ້າວ່າ:
“ໃນລົດເມ ກໍມີຄົນໃຊ້ຢູ່ ຕ່າງແຕ່ວ່າ ລັກສນະອາດຈະ ຄ່າໂດຍສານອາດຈະແພງເບາະ ຫຼືວ່າການບໍຣິການ ບໍ່ດີກໍ່ໄດ້ ເພິ່ນກໍອາດຈະຫັນໄປ ໃຊ້ຢ່າງອື່ນກໍໄດ້ ກໍອາດຈະມີສ່ວນ ເພາະລາຄານໍ້າມັນສູງຫຼາຍ.”
ສຳລັບການປັບຂຶ້ນຣາຄາໃນຄັ້ງນີ້ ຈະປັບຂຶ້ນ ໃນສາມສາຍທາງ ຄື:
1-ສາຍທາງ ທ່າງ່ອນ ຈາກຣາຄາເກົ່າ ບັດ 6 ເດືອນ ຣາຄາເກົ່າ 4 ແສນກີບ ມາເປັນ 8 ແສນກີບ, ບັດ 1 ປີ ຣາຄາເກົ່າ 8 ແສນກີບ ມາເປັນ 1 ລ້ານ 5 ແສນກີບ.
2-ສາຍທາງ ດົງໂດກ ບັດ 6 ເດືອນ ຣາຄາເກົ່າ 3 ແສນ 5 ສິບພັນກີບ ມາເປັນ 5 ແສນກີບ, ບັດ 1 ປີ ຣາຄາເກົ່າ 6 ແສນກີບ ມາເປັນ 8 ແສນກີບ.
3-ສາຍທາງ ໂພນຕ້ອງ-ດົງໂດກ ບັດ 6 ເດືອນ ຣາຄາເກົ່າ 3 ແສນ 5 ສິບພັນກີບ ມາເປັນ 5 ແສນກີບ ບັດ 1 ປີ ຣາຄາເກົ່າ 6 ແສນກີບ ມາເປັນ 8 ແສນກີບ.
ຣາຄາຄ່າໂດຍສານໃໝ່ນີ້ ຈະເຣີ້ມປະຕິບັດຕັ້ງແຕ່ ວັນທີ 5 ພຶສຈິກາ 2018 ນີ້ ເປັນຕົ້ນໄປ.