ບ.ຫ້ວຍແຊງຄໍາເຊົາປູກ ໝາກເດືອຍ
2017.10.26
ຊາວບ້ານຫ້ວຍແຊງຄຳ ເມືອງປາກແບງ ແຂວງອຸດົມໄຊ ເຊົາປູກຫມາກເດືອຍ ຍ້ອນວ່າບໍ່ພໍໃຈ ກັບໂຮງງານໝາກເດື່ອຍຂອງຈີນ ທີ່ບໍ່ຍອມ ຂຶ້ນຣາຄາ ໝາກເດືອຍ ໃຫ້ແກ່ຂະເຈົ້າ ຊຶ່ງໃນປັດຈຸບັນ ຣາຄາຈະຕົກຢູ່ປະມານ 1700 ກີບ ຕໍ່ນື່ງກິໂລ ຫລຸດຈາກປີ ຜ່ານມາຢ່າງຫຼວງຫຼາຍ ຄືກິໂລລະປະມານ 3 ພັນກີບ. ດັ່ງເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງກ່າວໃນວັນທີ 25 ຕຸລາ ນີ້ວ່າ:
“ປີນີ້ຫມົດບ້ານ ບໍ່ມີຜູ້ໃດປູກແລ້ວ ປີນີ້ແລ້ວຂາຍມີແຕ່ 1500 ຕໍ່ມາ 1700 ຣາຄາຕົກ ຖ້າເຂົາຂຶ້ນຣາຄາ ປະມານໂລ 3 ພັນນີ້ ປະຊາຊົນ ສິປູກ ປີນຶ່ງກໍເກືອບຮອດ ນຶ່ງຮ້ອຍໂຕນ ພຸ້ນແຫລ້ວ”.
ທ່ານກ່າວຕື່ມວ່າ ປະຊາຊົນ ຜູ້ທີ່ປູກຫມາກເດືອຍ ໄດ້ຫັນມາປູກເຂົ້າ ເພາະຂາຍໄດ້ຣາຄາດີກວ່າ ແຕ່ເຖິງຢ່າງໃດກໍຕາມ ຂະເຈົ້າອາຈກັບມາ ປູກຫມາກເດືອຍ ອີກໃຫມ່ ຖ້າໂຮງງານຈີນ ປັບຣາຄາໃຫ້ແກ່ຂະເຈົ້າ ຫລາຍກວ່ານີ້. ໃນປັດຈຸບັນ ໂຮງງານ ຫມາກເດື່ອຍ ຕ້ອງໄດ້ໄປຫາຊື້ ຫມາກເດືອຍຈາກບ້ານອື່ນມາປ້ອນໂຮງງານ ເພື່ອຜລິດສົ່ງໄປຈີນ.
ເຈົ້າຫນ້າທີ່ຫ້ອງການ ກະສິກັມແລະປ່າໄມ້ ທີ່ເມືອງປາກແບງ ທ່ານນຶ່ງເວົ້າວ່າ ໃນປັດຈຸບັນ ເຈົ້າຫນ້າທີກ່ຽວຂ້ອງ ກຳລັງຕຽມຫາລື ກັບເຈົ້າ ຂອງໂຮງງານຫມາກເດືອຍ ສອງແຫ່ງ ຢູ່ເມືອງປາກແບງ ກ່ຽວກັບ ການເຊັນສັນຍາ ຣາຄາຫມາກເດືອຍ ໃນປີ 2018 ຊື່ງຄາດວ່າຈະເພີ້ມ ຂຶ້ນກິໂລລະ 2500 ກີບ ແຕ່ໃນປີນີ້ ທາງໂຮງງານ ຈະຊື້ໃນຣາຄາເດີມ ບໍ່ມີການປ່ຽນແປງ:
“ດຽວນີ້ຂັ້ນທາງການຂອງເພີ່ນກໍມອບໃຫ້ການຄ້າ ຮຽກທັງສອງໂຮງງານ ນີ້ກັບພາກສ່ວນທີ່ກ່ຽວຂ້ອງ ເຂົ້າມາເຊັນສັນຍາ ຫມາກເດືອຍ ປີ 2018 ກະຄິດວ່າຈະເພີ້ມຂຶ້ນເປັນ 2500 ເນາະ”.
ທ່ານວ່າ ເມື່ອປີກາຍຣາຄາໝາກເດືອຍ ປະມານກິໂລລະ 3 ພັນກີບ ແຕ່ມາໃນປີນີ້ ໄດ້ຫຼຸດລົງ ຢ່າງຫລວງຫລາຍ ຊຶ່ງເຈົ້າຂອງໂຮງງານຈີນ ໃຫ້ເຫດຜົລວ່າ ຣາຄາຫມາກເດືອຍ ໃນຈີນຕົກຕ່ຳ ສົ່ງຜົລກະທົບ ມາລາວ. ຊາວບ້ານ ທີ່ບ້ານຫ້ວຍແຊງຄໍາ ເມືອງປາກແບງ ແຂວງອຸດົມໄຊ ນອກຈາກຈະບໍ່ໄດ້ຣາຄາດີ ໃນການຂາຍຫມາກເດືອຍ ແລ້ວຍັງໄດ້ຮັບຜົນກະທົບ ຈາກໂຮງງານອົບໝາກເດືອຍ ຂອງຈີນ ທີ່ປ່ອຍຝຸ່ນລະອອງ ອອກມາຕາມທໍ່ ປິວໄປໃສ່ເຮືອນ ຂອງປະຊາຊົນ ແລະ ປິວລົງໃສ່ ນໍ້າຫ້ວຍແຊງ ເຮັດໃຫ້ນໍ້າເສັຽນຳອີກ.
ຊາວບ້ານທ່ານນຶ່ງ ເວົ້າວ່າໃນ ສອງ-ສາມ ປີຜ່ານມາວ່າ ບັນຫາໂຮງງານ ສ້າງຜົນກະທົບ ຕໍ່ຊຸມຊົນນັ້ນ ໄດ້ເລີ້ມມາໄດ້ຫລາຍປີແລ້ວ ຊຶ່ງຝຸ່ນ ລະອອງ ທີ່ເຂົາເຈົ້າປ່ອຍຕາມ ທໍ່ລະບາຍນັ້ນ ໃນແຕ່ລະມື້ ມັນ}າຍພໍສົມຄວນ ຜ່ານມາເຮັດໃຫ້ ຊາວບ້ານທີ່ ລົງອາບນໍ້າຢູ່ຫ້ວຍແຊງ ເປັນຕຸ່ມ ຄັນຕາມໂຕ ແລະຊາວບ້ານແນ່ໃຈວ່າ ເປັນຍ້ອນຝຸ່ນ ທີ່ໂຮງງານໝາກເດືອຍ ປ່ອຍລົງໃສ່ນໍ້າ.