ສິນຄ້າແພງຍ້ອນໂຄວິດ-19 ຣະບາດ
2020.04.03
ຣາຄາສິນຄ້າຫຼາຍຢ່າງ ໃນນະຄອນຫຼວງວຽງຈັນ ແພງຂຶ້ນ ໂດຍສະເພາະອາຫານປະເພດມີ່ ມາມາ ໄວໄວ ໄຂ່ເປັດ ໄຂ່ໄກ່ ທີ່ປະຊາຊົນ ມັກກິນ ແລະມັກຊື້ໄປທ້ອນໄວ້ກິນ ໃນໄລຍະທີ່ກັກໂຕຢູ່ເຮືອນ ຍ້ອນ ໂຄວິດ-19 ຣະບາດຫລາຍຂຶ້ນ, ດັ່ງແມ່ຄ້າຜູ້ນຶ່ງ ໃນນະຄອນຫຼວງ ວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ເມສາ ນີ້ວ່າ:
“ມັັນກະແພງແນ່ຫັ້ນແລ້ວ ພວກມ່ມ່າ ພວກໄວໄວ ກະຂຶ້ນຣາຄາ ຂອງມັນແພງ ແລ້ວກໍຄົນກະບໍ່ໄດ້ມີ. ໄກ່ ໝູ ຍັງສໍ່າເກົ່າຢູ່ ແຕ່ເຂົາກໍເຮັດ ໜ້ອຍລົງຫັ້ນນະ ມັນບໍ່ມີຄົນ ຂາຍໜ້ອຍລົງ ມັນບໍ່ມີຄົນເຂົ້າຕລາດ. ເຮົາຊື້ເປັນແຕະກະແພງ ສົມມຸດວ່າແຕະ 20 ພັນກີບ ມັນກະຂຶ້ນເປັນ 28-29.”
ນາງເວົ້າຕື່ມອີກວ່າ ອາຫານ ທີ່ມີຣາຄາແພງຂຶ້ນນັ້ນ ສ່ວນຫລາຍເປັນອາຫານ ທີ່ນໍາເຂົ້າຈາກປະເທດໄທ ເປັນຕົ້ນໄຂ່ໄກ່ ເມື່ອກ່ອນຂາຍ ແຕະນຶ່ງ 20 ພັນກີບ ແຕ່ດຽວນີ້ຂຶ້ນເປັນ 28-29 ພັນກີບ ແລະ ຍັງຫາຊື້ໄດ້ຍາກອີກ ເພາະປະຊາຊົນ ຕ້ອງການຊື້ຫລາຍ ແລະໃນຕໍ່ໜ້າ ຣາຄາອາຈສູງຂຶ້ນຮອດ 30 ພັນ ກີບກໍເປັນໄດ້.
ສາເຫດທີ່ພາໃຫ້ຣາຄາສິນຄ້າແພງຂຶ້ນນັ້ນ ແມ່ນມາຈາກການປິດດ່ານ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການຂົນສົ່ງ ການຂົນສົ່ງບໍ່ເປັນປົກກະຕິ ເພາະຈະຖືກກວດກາເຂັ້ມງວດ ຕົວຢ່າງແຕ່ກ່ອນສິນຄ້າຈາກໄທ ມາລາວ ມີທຸກສັປດາ ແຕ່ດຽວນີ້ 2-3 ສັປດາຈຶ່ງມີເທື່ອນຶ່ງເຮັດໃຫ້ສິນຄ້າ ບາງປະເພດຂາດຕລາດ ແລະມີຣາຄາແພງຂຶ້ນ. ສ່ວນວ່າຜັກສົດ, ຊີ້ນ ຮວມທັງຊີ້ນໝູ ຣາຄາຍັງປົກກະຕິ ແຕ່ກໍຫາຊື້ໄດ້ຍາກ ເນື່ອງຈາກ ພວກພໍ່ຄ້າແມ່ຄ້າ ຮັບມາຂາຍໄປແຕ່ລະມື້, ບໍ່ກ້າຊື້ມາໄວ້ຫລາຍຄືແຕ່ກ່ອນ.
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າຂອງຮ້ານຄ້າຍ່ອຍ ໃນນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ:
“ດຽວນີ້ຣາຄາສິນຄ້າບາງຢ່າງ ກໍເລິ່ມປັບຣາຄາແພງຂຶ້ນແທ້ ເປັນຕົ້ນໄຂ່ໄກ່ ແລະ ຍັງຫາຊື້ຍາກ ຮ້ານຄ້າທົ່ວໄປກະບໍ່ມີຂາຍແລ້ວ.”
ໃນຂນະດຽວກັນປະຊາຊົນ ເມືອງສັງທອງ ກໍເວົ້າວ່າດຽວນີ້ຣາຄາສິນຄ້າຢູ່ຕລາດສົດ ເມືອງສັງທອງ ຍັງເໝືອນເດີມ, ຍັງຊື້ໄດ້ງ່າຍຍົກເວັ້ນ ເຈລລ້າງມື ແລະຜ້າອັດປາກ-ອັດດັງ:
“ບໍ່ໆ ຄືເກົ່າ ຄືເກົ່າຫັ້ນແຫຼະ ມັນອ່າ, ເຂົາຄວບຄຸມຢູ່ເດ໊ ເພາະວ່າມັນກະຍັງບໍ່ທັນໄດ້ຂາດເຂີນແຮງ ຕລາດກະຍັງເປີດ ທາງນີ້ຍັງບໍ່ ທັນມີ.. ມີຫຍັງເດ໊.”
ກ່ຽວກັບຣາຄາສິນຄ້າ ໃນໄລຍະທີ່ ໂຄວິດ-19 ຣະບາດຢູ່ນີ້ ຜແນກອຸດສາຫະກັມ ແລະການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການ ໃນມື້ວັນທີ 18 ມິນາ 2020 ວ່າ ຫ້າມບໍ່ໃຫ້ຜູ້ປະກອບການ ຊາວຄ້າຂາຍ ແລະ ຕລາດສົດທຸກແຫ່ງສວຍໂອກາດຂຶ້ນຣາຄາສິນຄ້າ ແລະ ກັກຕຸນສິນຄ້າ ເພື່ອຂຶ້ນຣາຄາຕາມໃຈ. ຫາກຍັງຣະເມີດ ຈະໄດ້ຮັບໂທດຕາມຣະບຽບກົດໝາຍ.