IFC ຮ່ວມມືຮ່າງກົດໝາຍ

ອົງການ ການເງິນນານາຊາຕ ເຄື່ອຂ່າຍ ທະນາຄານ ໂລກ
ອົງການ ການເງິນນານາຊາຕ ເຄື່ອຂ່າຍ ທະນາຄານ ໂລກ (IFC)

0:00 / 0:00

ອົງການ ການເງິນ ຣະຫວ່າງ ປະເທດ IFC ປະກາດ ກ່ຽວກັບ ແຜນການ ເຮັດວຽກ ຮວມກັບ ຣັຖບານລາວ ເພື່ອ ຮ່າງກົດໝາຍ ທີ່ ຈະຊ່ວຍ ຄຸ້ມຄອງ ການພັທນາ ພລັງງານ ໄຟຟ້າ. ຕາມຄໍາເວົ້າ ຂອງ IFC ສປປ ລາວ ເປັນນຶ່ງ ໃນບັນດາ ປະເທດ ທີ່ທຸກຍາກ ທີ່ສຸດ ໃນພາກພື້ນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ແຕ່ເປັນນຶ່ງ ໃນຈໍານວນ ປະເທດ ທີ່ ຮັ່ງມີ ທີ່ສຸດ ດ້ານຊັພຍາກອນ ທັມະຊາດ. ໃນຊ່ວງ ທົສວັດ ທີ່ຜ່ານມາ ການລົງທຶນ ຕ່າງໆ ໄດ້ນໍາໄປສູ່ ການພັທນາ ໂຄງການ ພລັງງານ ປະມານ 20 ໂຄງການ ຊຶ່ງຄາດວ່າ ຈະມີເຖິງ 50 ໂຄງການ ໃນ ປີ 2025.

IFC ເວົ້າວ່າ ການສ້າງ ເຂື່ອນໄຟຟ້າ ທີ່ພັທນາ ໄປຢ່າງ ໄວວານີ້ ມີຄວາມສໍາຄັນ ໃນການຊຸກຍູ້ ການເຕີບໂຕ ທາງ ເສຖກິດ-ສັງຄົມ ຂອງລາວ ເຖິງແມ່ນວ່າ ຈະມີການ ແຂ່ງຂັນກັນ ຫລາຍຂຶ້ນ ໃນບັນດາ ຜູ້ໃຊ້ນໍ້າ ຊຶ່ງ ການທົບທວນ ກົດໝາຍ ວ່າດ້ວຍນໍ້າ ທີ່ ມີອາຍຸ 17 ປີ ຂອງລາວ ແມ່ນມີ ຄວາມສໍາຄັນ. ປັຈຈຸບັນ ຣັຖບານລາວ ຢູ່ຣະຫວ່າງ ຂັ້ນຕອນ ຂໍຄໍາເຫັນ ຈາກມວນຊົນ ເຣື່ອງ ຮ່າງກົດໝາຍ ດັ່ງກ່າວ ໂດຍໄດ້ຮັບ ການສນັບ ສນູນ ຈາກ IFC ແລະ ທະນາຄານ ໂລກ ຊຶ່ງ ມີການເຊີນຊວນ ຜູ້ ມີສ່ວນຮ່ວມ ຈາກ ທຸກພາກສ່ວນ ໃຫ້ຊ່ວຍອອກ ຄໍາເຫັນ.

IFC ວ່າ ການປຶກສາ ຫາຣື ເທື່ອລ່າສຸດ ທີ່ມີຂຶ້ນຢູ່ ນະຄອນຫລວງ ວຽງຈັນ ເມື່ອເດືອນ ພຶສພາ ຜ່ານມາ ມີ ຜູ້ຕາງໜ້າ ຈາກ ບໍຣິສັດ ພລັງງານ ໄຟຟ້າ ພລັງນໍ້າ ແລະ ຫ້ອງການ ທະນາຍຄວາມ ເຂົ້າຮ່ວມ ຫາຣື ບັນຫາຕ່າງໆ ຮວມທັງ ບັນຫາ ຄວາມປອດພັຍ ຂອງ ເຂື່ອນ, ການປ່ອຍນໍ້າ ແລະ ການຄຸ້ມຄອງ ບໍຣິຫານ ການໄຫລ ຂອງນໍ້າ ຮວມຢູ່ດ້ວຍ.