ລາວ ຂາດດຸນການຄ້າ ຕໍ່ເນື່ອງ

ການຄ້າຂາຍຍ່ອຍ ຂອງພໍ່ຄ້າ-ແມ່ຄ້າ ຕາມແຄມທາງ ໃກ້ກັບຄິວຣົດເມ ຕລາດເຊົ້າວຽງຈັນ ທີ່ເປັນສ່ວນນຶ່ງ ຂອງເສຖກິຈລາວ. ຖ່າຍຮູບເມື່ອ: ເດືອນທັນວາ 2019. ຖ່າຍໂດຍ: TS
ການຄ້າຂາຍຍ່ອຍ ຂອງພໍ່ຄ້າ-ແມ່ຄ້າ ຕາມແຄມທາງ ໃກ້ກັບຄິວຣົດເມ ຕລາດເຊົ້າວຽງຈັນ ທີ່ເປັນສ່ວນນຶ່ງ ຂອງເສຖກິຈລາວ. ຖ່າຍຮູບເມື່ອ: ເດືອນທັນວາ 2019. ຖ່າຍໂດຍ: TS (RFA)

0:00 / 0:00

ລາວ ຍັງປະເຊີນກັບບັນຫາ ຂາດດຸນການຄ້າ ຢ່າງຕໍ່ເນື່ອງ, ໃນໄລຍະ 6 ເດືອນຕົ້ນປີນີ້ ມູບຄ່າການສົ່ງອອກ ມີປະມານ 2 ພັນ 600 ລ້ານ ໂດ່ລ້າຣສະຫະຣັຖ ຫຼຸດລົງ 5,1% ເມື່ອທຽບໃສ່ ໄລຍະດຽວກັນຂອງປີກາຍ. ຫຼ້າສຸດ, ມູລຄ່າ ການນໍາເຂົ້າ-ສົ່ງອອກ ປະຈໍາເດືອນສິງຫາ ຜ່ານມາ ຂາດດູນການຄ້າ ປະມານ 7 ລ້ານ 3 ແສນໂດ່ລ້າຣສະຫະຣັຖ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະ ການຄ້າ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ຕໍ່ RFA ໃນມື້ວັນທີ 23 ກັນຍາ ນີ້. ທ່ານກ່າວວ່າ:

“ສະເພາະເດືອນ 8 ເນາະ ດຸນການຄ້າ ມັນຈະຕິດລົບ 7,3 ລ້ານໂດ່ລ້າຣເນາະ. ຍັງແມ່ນບັນຫາ ຂອງໂຄວິດນີ້ແຫຼະ ເຮັດໃຫ້ການສົ່ງອອກນີ້ ມັນມີບັນຫາ. ການນໍາເຂົ້າຊ່ວງນຶ່ງຫັ້ນ ກະມີບັນຫາ ສົມຄວນ, ໂດຍສະເພາະ ແມ່ນຊ່ວງນຶ່ງ ການປ່ຽນ ຄົນຂັບຣົດກັນ, ຫັ້ນນ່າ. ຢູ່ທາງດ່ານ ວຽດນາມ, ດ່ານຈີນ ກັບເບື້ອງໄທຍ ພ້ອມຫັ້ນແຫຼະ.”

ທ່ານເວົ້າວ່າ ປັດຈັຍສໍາຄັນ ທີ່ເຮັດໃຫ້ລາວ ຂາດດຸນການຄ້າໜັກ ແລະ ຕໍ່ເນື່ອງ ຄືແນວນັ້ນ, ກໍຍ້ອນການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ບວກກັບສະພາບ ເສຖກິຈ ຂອງຕລາດ ທີ່ສົ່ງສິນຄ້າອອກໄປ ເຊັ່ນຈີນ, ວຽດນາມ ແລະ ໄທຍ ຂຍາຍໂຕຊ້າ ຍ້ອນຜົລກະທົບ ຈາກການຣະບາດ ຂອງໂຄວິດ-19 ຮວມເຖິງມາຕການ ປ້ອງກັນ ໂຄວິດ-19 ຂອງຣັຖບານ ກໍມີສ່ວນສໍາຄັນ ເປັນຕົ້ນເຣື່ອງຄວາມຫຍຸ້ງຍາກ ໃນການສົ່ງສິນຄ້າ ຜ່ານດ່ານສາກົລຕ່າງໆ.

ສໍາລັບສິນຄ້າສົ່ງອອກ ທີ່ໄດ້ຮັບຜົລກະທົບ ໜັກທີ່ສຸດ ສ່ວນຫຼາຍເປັນ ເຄື່ອງນຸ່ງຫົ່ມ, ມັນຕົ້ນ, ກ້ວຍ, ກາເຟ, ເຈັ້ຽ ແລະ ຊິ້ນສ່ວນ electronic ແລະ ສິນຄ້າ ທີ່ສົ່ງອອກຫຼາຍກວ່າໝູ່ ແມ່ນ ແຮ່ຄໍາ, ທອງແດງ ແລະ ຜລິຕພັນທອງແດງ. ສ່ວນສິນຄ້ານໍາເຂົ້າ ກໍມີເຄື່ອງ ອຸປໂພຄ-ບໍຣິໂພຄ, ເຄື່ອງໃຊ້ໄຟຟ້າ ແລະ ອຸປກອນໄຟຟ້າ, ນໍ້າມັນກາຊ້ວນ, ນໍ້າມັນແອັດຊັງ, ປຸ໋ຍ, ອຸປກອນກົລຈັກ, ເຫຼັກ ແລະເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ, ເຄື່ອງອະໄຫຼ່ຣົດ ຮວມເຖິງເຄື່ອງ ທີ່ເຮັດ plastic, ເຊິ່ງສ່ວນຫຼາຍ ນໍາເຂົ້າມາ ຈາກໄທຍ, ຈີນ ແລະ ວຽດນາມ.

ເຈົ້າໜ້າທີ່ ສະມາຄົມ ຢາງພາຣາ ແຂວງພາກເໜືອ ໃນແຂວງຫຼວງນໍ້າທາ ຜູ້ຂໍສງວນຊື່ ເວົ້າຕໍ່ RFA ໃນມື້ດຽວກັນນີ້ວ່າ ໄລຍະທີ່ເກີດ ການຣະບາດ ຂອງເຊື້ອພຍາດ ໂຄວິດ-19 ຊາວສວນຢາງພາຣາ ຍັງຂາຍຢາງພາຣາ ໃຫ້ບໍຣິສັດ ໄດ້ປົກກະຕິ, ຕ່າງແຕ່ວ່າ ລາຄາຢາງ ຖືກຫຼາຍ. ສ່ວນການສົ່ງ ຢາງພາຣາ ອອກໄປຂາຍ ຕ່າງປະເທດນັ້ນ ເຫັນວ່າ ຫຼາຍບໍຣິສັດ ກໍໄດ້ຮັບຜົລກະທົບ ຫຼາຍສົມຄວນ ຍ້ອນມາຕການ ປິດດ່ານສາກົລ:

“ດຽວນີ້ ເຂົາກະປິດດ່ານເນາະ, ແຕ່ວ່າ ມີຫຼາຍບໍຣິສັດນີ້ ໃນກໍຣະນີ ທີ່ບໍ່ໄດ້ສົ່ງອອກ ເຂົາກະຊື້ໄວ້ ນີ້ນ່າ. ເກັບໄວ້ຢູ່ຊາຍແດນ ມີແຕ່ວ່າ ລາຄາຕົກ ບໍ່ໄດ້ຕາມຄາດໝາຍຊື່ໆ.”

ຜູ້ປະກອບການ ຂົນສົ່ງສິນຄ້າ ໃນນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ RFA ໃນມື້ວັນທີ 23 ກັນຍານີ້ວ່າ ຜົລກະທົບ ໃນໄລຍະ ເກີດການຣະບາດ ຂອງໂຄວິດ-19 ນີ້ ໜັກຫຼາຍ ເພາະບໍ່ມີໂຄຕ້າ ສັ່ງສິນຄ້າ ເຂົ້າມາເລີຍ ແລະ ການນໍາເຂົ້າ-ສົ່ງອອກ ກໍມີໜ້ອຍເຕັມທີ ເມື່ອທຽບໃສ່ປີກາຍ:

“ມັນບໍ່ມີສິນຄ້າ ສິນຄ້າບໍ່ຫຼາຍເນາະ ມັນກະຜົລກະທົບ ກັບພະນັກງານ ກັບຊີວິດການເປັນຢູ່ ນີ້ແຫຼະ. ເພິ່ນກະປະຕິບັດ ແບບປະຕູດຽວ ຄືເກົ່າ ຫັ້ນແຫຼະດຽວນີ້.”

ເຈົ້າໜ້າທີ່ ສະພາອຸດສາຫະກັມ ແລະ ການຄ້າ ແຫ່ງຊາຕລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເຣື່ອງການນໍາເຂົ້າ-ສົ່ງອອກ ຂອງລາວ ທີ່ຂາດດຸນການຄ້າໜັກ, ເຊິ່ງສາເຫດນຶ່ງ ກໍຍ້ອນມີການ ສໍ້ຣາສບັງຫຼວງ ຂອງເຈົ້າໜ້າທີ່ ປະຈໍາດ່ານສາກົລ ບາງຄົນ ແລະ ດ່ານສາກົລ ບາງແຫ່ງ ບໍ່ມີຣະບົບອອນລາຍ ໃນການເກັບຂໍ້ມູນ ກ່ຽວກັບການ ນໍາສິນຄ້າເຂົ້າ ແລະ ສົ່ງອອກ ແລະ ການກວດກາ ຍັງບໍ່ເຂັ້ມງວດ:

“ເຣື່ອງການຄ້າ ນໍາເຂົ້າ-ສົ່ງອອກນີ້ ຢູ່ລາວນີ້ ກະ corruption ກະເປັນນຶ່ງ ໃນອັນນັ້ນແຫຼະ. ຂ້ອນຂ້າງຍາກໜ້ອຍນຶ່ງ, ແຕ່ວ່າ ຣັຖບານເນາະ ພາກສ່ວນກ່ຽວຂ້ອງ ເພິ່ນກະພະຍາຍາມ ປັບປຸງເນາະ ເຮັດໃຫ້ເປັນ ອອນລາຍນະ ຄັນວ່າເຂົ້າອອນລາຍ ກະສິໃຄໜ້ອຍນຶ່ງ ເພາະມັນບໍ່ໄດ້ ຜ່ານຄົນເນາະ.”

ເຈົ້າໜ້າທີ່ ທນາຄານພັທນາເອເຊັຽ ປະຈໍາລາວ ທ່ານນຶ່ງ ຜູ້ຂໍສງວນຊື່ ໃຫ້ຄວາມເຫັນ ກ່ຽວກັບເຣື່ອງນີ້ ຕໍ່ RFA ໃນມື້ດຽວກັນ ນັ້ນວ່າ ຍ້ອນ ການຣະບາດ ຂອງໂຄວິດ-19 ເຮັດໃຫ້ສະພາບ ເສຖກິຈລາວ ເຕີບໂຕຊ້າ, ເຊິ່ງຈະກະທົບ ຕໍ່ການເກັບຣາຍຮັບ ປະຈໍາປີ ຢ່າງແນ່ນອນ, ໂດຍຄາດວ່າ ໃນປີນີ້ ການເກັບຣາຍຮັບ ຈະຫຼຸດລົງ ປະມານ 21% ຂອງແຜນການ ແລະ ການຂາດດຸນ ຈະສູງເຖິງ 6% ຂອງລວມຍອດ ມູລຄ່າຜລິຕພັນ ພາຍໃນ ຫຼື GDP, ເຊິ່ງຖືວ່າສູງຫຼາຍ:

“ການຈັດສັນ ງົບປະມານນີ້ ຣາຍຮັບຈະຫຼຸດລົງ ປະມານ 21% ຂອງແຜນເນາະ. ແລ້ວບາດນີ້, ການຂາດດຸນ ງົບປະມານນີ້ ຈະເພີ່ມຂຶ້ນເປັນ 6% ຂອງ GDP ຖືວ່າຫຼາຍ ເປັນຫຍັງ ມັນຈຶ່ງຫຼຸດລົງ ໂຄວິດນີ້ລະເນາະ.”

ເມື່ອປະເທດລາວ ປະເຊີນກັບການ ເກັບຣາຍຮັບ ບໍ່ໄດ້ຕາມແຜນ ທັງຈາກພາກການຄ້າ, ການລົງທຶນ ແລະ ການນໍາເຂົ້າ-ສົ່ງອອກ ຄືແນວນັ້ນ ກອງເງິນທຶນການເງິນສາກົລ ຫຼື IMF ປະເມີນສະພາບ ໜີ້ສິນສາທາຣະນະ ເມື່ອເດືອນມິຖຸນາ ຜ່ານມາວ່າ ເປັນໄປໄດ້ສູງ ທີ່ວ່າ ໜີ້ສາທາຣະນະ ຂອງລາວ ອາຈເພີ່ມຂຶ້ນສູງ ຢູ່ໃນຣະດັບ 65 ຫາ 68% ຕໍ່ GDP ໃນປີ 2020 ນີ້ ຍ້ອນການເກັບຣາຍຮັບ ຫຼຸດລົງຫຼາຍ ແລະ ການກູ້ຢືມ ຫຼາຍຂຶ້ນ ເພື່ອດຸ່ນດ່ຽງ ງົບປະມານ ແລະ ຊໍາຣະຣາຍຈ່າຍ ອັນເຮັດໃຫ້ການເງິນ ມີຄວາມສ່ຽງ ຕໍ່ການ ຂາດສະພາບຄ່ອງ ແລະ ເຮັດໃຫ້ ບໍ່ສາມາດ ຈ່າຍດອກເບັ້ຽ ແລະ ຕົ້ນທຶນກູ້ຢືມ ຕ່າງປະເທດ ໄດ້ຕາມກໍານົດເວລາ.

ອີງຕາມບົດປະເມີນ ຂອງສະຖາບັນ ຄົ້ນຄວ້າເສຖກິຈ ແຫ່ງຊາຕລາວ ກ່ຽວກັບສະພາບ ເສຖກິຈມະຫາພາກ ຂອງລາວ ເມື່ອເດືອນກໍຣະກະດາ ຜ່ານມາ, ທາງສະຖາບັນ ໄດ້ແນະນໍາ ໃຫ້ຣັຖບານລາວ ເອົາໃຈໃສ່ ໃນການວາງນະໂຍບາຍ ຄືຄວນເນັ້ນໃສ່ ການປັບໂຕ ເຂົ້າກັບສະພາບ ປົກຕິໃໝ່ ໃຫ້ຫຼາຍຂຶ້ນ ເປັນຕົ້ນ ການສືບຕໍ່ແກ້ໄຂ ຊີວິດການເປັນຢູ່ ຂອງປະຊາຊົນ ແລະ ຜູ້ໃຊ້ແຮງງານ, ຟື້ນຟູການຜລິຕທຸຣະກິຈ ແລະ ເອົາໃຈໃສ່ບັນຫາ ຂອງສະພາບເສຖກິຈ ມະຫາພາກ ໃຫ້ມີປະສິດທິພາບ.