ອັດຕຣາເງິນກີບເຟີ້ ຍັງຕໍ່ເນື່ອງ

ໄຊຍາ
2020.02.27
F-kip ທະນາບັດ ເງິນກີບ ສປປລາວ
LPDR

ປັດຈຸບັນອັດຕຣາເງິນເຟີ້ ໃນລາວ ເພີ່ມຂຶ້ນຈົນໜ້າຕົກໃຈສົ່ງຜົລເຮັດໃຫ້ປະຊາຊົນລາວ ຍັງປະເຊີນກັບຄ່າຄອງຊີບແພງ ໂດຍສະເພາະ ຜູ້ຫາເຊົ້າກິນຄໍ່າ ມີຣາຍຮັບບໍ່ພໍກັບຣາຍຈ່າຍ. ເມື່ອເງິນກີບອ່ອນຄ່າລົງ ເປັນປວັດການ ເຮັດໃຫ້ສິນຄ້າ ຂຶ້ນຣາຄາຢ່າງ ຫຼີກລ້ຽງບໍ່ໄດ້. ດັ່ງປະຊາຊົນຜູ້ໄດ້ຮັບຜົລກະທົບ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີ ເມື່ອວັນທີ 14 ກຸມພາ ວ່າຣາຍຈ່າຍກັບຣາຍຮັບ ຕໍ່ເດືອນມັນບໍ່ສົມດຸນກັນ.

"ແຕ່ລະມື້ນີ້ແພງຄ່າຫຍັງກາແພງໄປໝົດ ມື້ນຶ່ງກໍຈ່າຍປະມານ ປະຢັດສຸດກໍປະມານ 40-50 ພັນກີບ ແຫຼະເຈົ້າກໍບໍ່ພໍພຽງປານໃດ ບາງມື້ ຈົກທຶນ ບາງມື້ກໍບໍ່ພໍ ຄັນໄລ່ເປັນເດືອນກໍບໍ່ພໍສົມມຸດເງິນເດືອນ 2 ລ້ານ ເຮົາຈ່າຍໄປແລ້ວມື້ນຶ່ງ 50 ພັນ ຕົກຖືເດືອນນຶ່ງ 1 ລ້ານ 5 ແສນກີບ ເຮົາກໍເຫຼືອນ້ອຍດຽວ."

ປັດຈຸບັນອັດຕຣາແລກປ່ຽນ 1 ໂດລາ ສະຫະຣັຖ ຕໍ່ 9,250 ກີບ ແລະ 1 ບາດ ເທົ່າກັບ 300 ກີບ. ແມ່ຄ້າທີ່ໃຊ້ເງິນບາດ ກ່າວຕໍ່ນັກຂ່າວ RFA ເມື່ອບໍ່ດົນມາວ່າ: ນໍາເອົາສີນຄ້າມາຂາຍກໍລຳບາກໃຈ ແຕ່ລະມື້ຕ້ອງປັບຣາຄາຂຶ້ນລົງ ຕາມອັດຕຣາແລກປ່ຽນ ດັ່ງນັ້ນເວລາຂາຍຈຶ່ງຕັ້ງ ຣາຄາ ເປັນເງີນບາດເພາະຢ້ານລຸບທຶນອັດຕຣາ ແລກປ່ຽນ

"ດົນແລ້ວໄດ້ຫ້າປີ ປະເພດເສື້ອຜ້າໄປເອົາມາແຕ່ໄທ ເຮົາຕ້ອງຈ່າຍເປັນເງີນບາດ ມີແຕ່ວ່າເຮົາເອົາມາຂາຍລະເປັນເງິນກີບກີບ ແລກບາດ ເຫຣດມັນສູງ ອັດຕຣາບໍ່ຄືກັນ ແຕ່ລະມື້ ແຕ່ຖ້າແມ່ນລູກຄ້າປະຈຳເຮົາ ເຂົາອາດຈະຕິໄປຣາຄານຶ່ງ ລູກຄ້າໃໝ່ ກາບໍ່ປານໃດ ກາຢາກໃຫ້ ປະເພດ  ເຫຣດເງິນເວົ້າງ່າຍໆ ຫັ້ນແຫຼະ ເງິນຫັ້ນແຫຼະເນາະ ເງິນກີບເຮົາຢາກໃຫ້ໃຊ້ເງິນກີບ ຫຼາຍກ່ວາເງິນບາດ ເງິນຕ່າງປະເທດຫັ້ນ ແຫຼະເນາະ ຄັນຫຼີກລ້ຽງເງິນ ຕ່າງປະເທດໄດ້ກາໃຫ້ຫຼີກລ້ຽງ ເພາະເງິນກີບເຮົາກາຢາກ ໃຫ້ຄ່າສູງກວ່າ ຕ່າງປະເທດຫັ້ນນ່າ."

ສ່ວນປະຊາຊົນອີກທ່ານນຶ່ງ ໄດ້ເວົ້າວ່າສິນຄ້າຣາຄາແພງ ແມ່ນຍ້ອນບໍ່ມີເງິນນ້ອຍ ເຊັ່ນເງິນຫຼຽນ ຫຼືເງີນໃບນ້ອຍທອນ ເພາະຣັຖບານພີມໃບ 50 ພັນ ໃບ 1 ແສນກີບ ເລີຍເຮັດໃຫ້ຜູ້ຂາຍຕັ້ງຣາຄາແບບໂຕເລກມົນໄປເລີຍ. ເພາະວ່ານໍ້າຂຶ້ນຣາຄາ ແນວອື່ນ ກາຂຶ້ນນໍາກັນ ໄຂ່ໜ່ວຍ ນຶ່ງຂາຍພັນກີບ ໜ່ວຍນ້ອຍໜ່ວຍໃຫຍ່ກາຂາຍພັນກີບ ທັງທີ່ວ່າໄຂ່ໜ່ວຍນັ້ນ 600 ກີບ ມັນບໍ່ເງິນທອນ ເຂົາກາຂາຍໜ່ວຍ 1000 ກີບ ສຸດທ້າຍກາຍເປັນຄວາມເຄີຍຊິນ ຂອງສັງຄົມລາວຂາຍຫຍັງ ກໍຂາຍເປັນຣາຄາຫຼັກ ຫົວພັນ ໂລດ.

ຜ່ານມາຊາວກະສິກອນປູກພັກ ກໍພົບກັບບັນຫາຣາຄາຕົກຕໍ່າເຮັດໃຫ້ຣັຖບານຕ້ອງໄດ້ສັ່ງຫ້າມ ບໍ່ໃຫ້ນໍາເຂົ້າປະເພດພືດ-ພັກ ເຊີ່ງມັນເປັນ ຜົລດີ ຕໍ່ຊາວກະສິກອນ ແຕ່ບໍ່ເປັນຜົລດີຕໍ່ກັບແມ່ຄ້າຂາຍ ຢູ່ໃນຕລາດ ແລະ ຄົນຊື້່ ເພາະ ພັກຣາຄາກັບແພງຂຶ້ນ.

"ຖືວ່າຫຼັງຈາກທີ່ຣັຖບານ ຫ້າມນໍາເຂົ້າໄລຍະເດືອນ 10 ເປັນຕົ້ນມາຣາຄາມັນຖີບໂຕຂຶ້ນ ໝາຍຄວາມວ່າຢູ່ໄດ້ຊັ້ນເທາະໄປຊ່ວງ ທີ່ວ່າເດືອນ 10 ຫາ ເດືອນ 03 ທີ່ວ່າພືດພັກຂອງບ້ານເຮົາ ຖືວ່າມັນສນອງຕລາດໄດ້ ຜ່ານມາມັນມີບັນຫາຣາຄາຕົກຕໍ່າ ຍ້ອນວ່າສິນຄ້ານໍາເຂົ້າ ບ້ານ ເຮົາເຮັດໄດ້ຢູ່."

ອີກດ້ານນຶ່ງຢູ່ໃນລາວ ຍັງໃຊ້ຈ່າຍເງິນຕຣາຕ່າງປະເທດ ຢ່າງຊະຊາຍຢູ່ ເຊິ່ງທາງພາກຣັຖບານ ເອງກໍຍອມຮັບໃນກອງປະຊຸມສະພາ ເມື່ອປີກາຍວ່າ ເປັນການຍາກທີ່ຈະບໍ່ໃຫ້ໃຊ້ເງິນຕຣາ ຕ່າງປະເທດລາວ. ດ່ັງຍານາງ ປານີ ຢາທໍຕູ ປະທານສະພາ ແຫ່ງຊາດ ກ່າວ:

"ໂອຍາກຫຼາຍອັນນີ້ຊິມີບັນຫາໂລດ ເພາະວ່າປະສົບການ ໃນການບໍຣິຫານຂອງພວກເຮົາ ໃນໄລຍະຜ່ານມາ ຍ້ອນຫ້າມນິແຫຼະມັນລະຍາກ ເພາະເສຖກິດຂອງພວກເຮົາບໍ່ທັນເຂັ້ມແຂງ ໝາຍຄວາມວ່າສິນຄ້າສົ່ງອອກ ຂອງພວກເຮົານີ້ກາຍັງນ້ອຍທີ່ສຸດ ມັນກວມເທົ່າໃດເປີເຊັນ ຂອງຈີດີພີເທົ່ານັ້ນ ສະນັ້ນພວກເຮົາຍັງຈະຕ້ອງໄດ້ ເຖິງວ່າກົດໝາຍເຮົາວ່າ ເຮົາຫ້າມແຕ່ໂຕຈີງປະຊາຊົນກາຍັງນໍາໃຊ້, ໂຕຢ່າງ ເງິນບາດ ບັນດາແຂວງທີ່ມີຊາຍແດນກັບ ປະເທດເພື່ອນບ້ານໄກ້ຄຽງໄທເຮົານີ້ໄກ້ກັບປະເທດໃດ ກາໃຊ້ເງິນສະກຸນຂອງປະເທດນັ້ນ."

ອັດຕຣາເງິນເຟີ້ເປັນພັຍທີ່ຮຸນແຮງ ຕໍ່ກັບຊີວິດການເປັນຢູ່ ຂອງຄົນລາວ ໂດຍສະເພາະ 80% ເຄື່ອງອຸປະໂພກ ແລະ ບໍຣິໂພກແມ່ນນໍາ ເຂົ້າຈາກໄທ ຕໍ່ກໍຣະນີນີ້ນັກເສຖສາດລາວ ໄດ້ກ່າວຕໍ່ຊື່ມວນຊົລພາຍໃນວ່າ ເງິນເຟີ້ຫຼາຍເທົ່າໃດ ຍີ່ງເຮັດໃຫ້ສີນຄ້າແພງຂຶ້ນເທົ່ານັ້ນ.

"ເງິນກີບອ່ອນຄ່າເປັນບັນຫາ ທີ່ສຳຄັນທີ່ສຸດເລີຍ ເພາະເປັນບັນຫາຮ້ອນກະທົບ ໂດຍກົງຕໍ່ເສຖກິດ-ສັງຄົມ ຂອງປະຊາຊົນໃນປັດຈຸບັນ ເຊີ່ງຫຼັກໆ ກາແມ່ນອ່ອນຄ່າຕໍ່ເງີນບາດແລະເງີນໂດລາ, ພວກເຮົາເຮັດການຄ້າກັບໄທນໍາ ເຂົ້າ ຈາກໄທ ຫຼາຍກ່ວາໝູ່ ຖ້າທຽບເງິນ ເງິນໃສ່ເງິນບາດ ອ່ອນຄ່າຫຼາຍກວ່າໝູ່ຈະກະທົບໂດຍກົງ.

ນຶ່ງລະແມ່ນເຮັດໃຫ້ຣາຄາສິນຄ້າ ທີ່ນຳເຂົ້າແພງຂຶ້ນ ທີ່ຄິດໄລ່ເປັນເງິນກີບ ແຕ່ເວລາມາຂາຍເປັນເງິນກີບ ກໍຈະຂາຍຣາຄາແພງຂຶ້ນຈະເຮັດ ໃຫ້ອັດຕຣາເງິ້ນເຟີ້ສູງຂຶ້ນ ເພາະວ່າ ເງິນເຟີ້ ກໍໝາຍຄວາມວ່າສິນຄ້າ ຣາຄາສູງຂຶ້ນ ແຕ່ວ່າສາເຫດຂອງຣາຄາ ສິນຄ້າສູງຂຶ້ນນັ້ນແມ່ນ ມາຈາກສິນຄ້ານໍາເຂົ້າ ເນື່ອງຈາກວ່າສິນຄ້າ ຢູ່ໃນຕລາດ ສປປລາວ ພວກເຮົານີ້ນ່າ ປະມານ 70-80% ແມ່ນສິນຄ້າບໍຣິໂພກທີ່ນໍາ ເຂົ້າຈາກໄທ ດັ່ງນັ້ນ ການອ່ອນຄ່າຂອງເງິນກີບ ຕໍ່ເງີນບາດ ນີ້ເປັນກະທົບຮ້າຍແຮງໃສ່ ຊີວິດ ການເປັນຢູ່ຂອງປະຊາຊົນ."

ອັດຕຣາແລກປ່ຽນເພີ່ມສູງຂຶ້ນແບບບໍ່ເຄີຍມາກ່ອນ ປະຊາຊົນລາວຕ້ອງປະເຊີນ ກັບຄ່າຄອງຊີບທີ່ສູູງຂຶ້ນເປັນເງົາຕາມໂຕ ອາຫານການກິນ, ຄ່ານໍ້າ-ຄ່າໄຟ, ຄ່ານໍ້າມັນ, ຄ່າເທີມ, ຄ່າຍາມ, ຄ່າຂີ້ເຫຍື້ອ ແລະ ສະລະພັດຄ່າ ທີ່ຕ້ອງຈ່າຍເມື່ອທຽບແລ້ວ ລາຍຮັບບໍ່ພໍກັບຄ່າໃຊ້ຈ່າຍ.

ພ້ອມນີ້ຄ່າແຮງງານຂັ້ນຕໍ່າທີ່ຣັຖບານ ປະກາດຂຶ້ນພຽງ 1 ລ້ານ 1 ແສນກີບ ນັ້ນມັນບໍ່ເໝາະສົມ ກັບປັດຈຸບັນ. ຫຼາຍທ່ານກໍຄົງຈະຮັບຮູ້ກັນດີ ແຕ່ກໍຈຳເປັນຕ້ອງທົນ ຢູ່ກັບສະພາບທີ່ບໍ່ມີທາງເລືອກໄດ້. ທາງການລາວ ຣາຍງານອັດຕຣາເງິນເຟີ້ ເຣີ້ມຕົ້ນ ເດືອນ ມົກຣາ ປີ 2020 ຢູ່ໃນຣະດັບ  6,94% ເຊິ່ງເປັນການເພີ່ມຂຶ້ນຢ່າງຕໍ່ເນື່ອງ ສົ່ງຜົລໃຫ້ສິນຄ້ານໍາເຂົ້າ ເກືອບທຸກປະເພດແພງຂຶ້ນ ແຕ່ທາງການລາວຢັ້ງຢືນ ວ່າຍັງສາມາດຄວບຄຸມບໍ່ໃຫ້ ອັດຕຣາສູງໄປກ່ວານີ້.

ສປປລາວ ແມ່ນເປັນປະເທດທີ່ມີຄ່າຄອງຊີບແພງ ເປັນອັນດັບສອງຂອງຊ້ຽນ ຮອງ ຈາກປະເທດສີງກະໂປ ກໍຄືດັຊນີ ຄ່າຄອງຊີບຢູ່ທີ 52,69 ສ່ວນສີງກະໂປ 69,79 . ພ້ອມກັນນີ້ຖ້າທຽບລາຍຮັບຕໍ່ ປະຊາກອນລາວ ຕົກຢູ່ອັນດັລ 128 ຂອງໂລກ ແລະ ຈັດເປັນປະເທດ ທີ່ບໍ່ໄດ້ ຫຼຸດພົ້ນອອກຈາກຄວາມທຸກຍາກ ໂດຍມີລາຍຮັບ 1,996 ໂດລາ ຕໍ່ຄົນຕໍ່ປີ.

ຜ່ານມາທາງການລາວ ພຍາຍາມຄວບຄຸມຣາຄາສິນຄ້າ ໂດຍສະເພາະແມ່ນໝວດອາຫານ ເຊັ່ນ ເຂົ້າ, ຊີ້ນ, ປາ ພືດພັກ ແຕ່ບໍ່ໄດ້ຜົລເນື່ອງ ຈາກສິນຄ້າຢູ່ຕາມຕລາດແມ່ນ ນໍາເຂົ້າຈາກໄທ ປະກອບກັບອັດຕຣາ ແລກປ່ຽນຂຶ້ນໄປຕລອດ ຈົນມາເຖີງເດືອນມົກຣາ ອັດຕຣາແລກປ່ຽນ ກໍຍັງບໍ່ນີ້ງ ເພາະສະນັ້ນມັນເປັນໄປບໍ່ໄດ້ ທີ່ຈະຄວບຄຸມຣາຄາ.

ສ່ວນປະຊາຊົນກໍຕ້ອງດີ້ນຮົນ ປະເຊີນກັບບັນຫາຄ່າຄອງຊີບແພງຕໍ່ໄປ ແລະ ກໍເປັນບັນຫາທີ່ທ້າທາຍ ຕໍ່ຣັຖບານວ່າຈະມີມາຕການແນວໃດ ເພື່ອຫຼຸດຜ່ອນລາຍຈ່າຍ ສ້າງລາຍຮັບເພີ່ມ ໃຫ້ປະຊາຊົນ. ໂຕເລກເສຖກິດຂອງລາວ ພັດຂຍາຍໂຕຕໍ່ເນື່ອງ ແຕ່ ປະຊາຊົນກັບບໍ່ໄດ້ຮັບ ຜົລປະໂຫຍດ. ສ່ວນຫຼາຍຍັງມີລາຍຮັບຕໍ່າ ແລະ ບໍ່ມີຄວາມໝັ້ນຄົງໃນຊີວິດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.