ລາວ ຈະຂຍາຍພື້ນທີ່ ປູກ ກາເຟ

ມະນີຈັນ
2018.07.10
F-Dao-coffee ກາເຟ ທີ່ປູກຢູ່ພູພຽງບໍລະເວນ ເມືອງປາກຊ່ອງ ແຂວງຈໍາປາສັກ
Screen captured Dao coffee video

ທາງການລາວພຍາຍາມທີ່ຈະເພີ້ມເນື້ອທີ່ປູກກາເຟ ຍ້ອນຕລາດໃນຕ່າງປະເທດ ຕ້ອງການກາເຟລາວຫຼາຍຂຶ້ນ ໃນຂນະທີ່ມີຄວາມ ກັງວົນນຳ ເຣື່ອງການຂາດເຂີນ ງົບປະມານ ທີ່ຈະຊື້ກາເຟ ຈາກຊາວສວນແລະສົ່ງເສີມ ການປູກກາເຟ.

ທ່ານ ສີວິໄລ ໄຊຍະແສງ ຫົວໜ້າຫ້ອງການ ສະມາຄົມກາເຟລາວ ຊຶ່ງມີສະມາຊິກ ທັງໝົດ 57 ບໍຣິສັດ ໃນທົ່ວປະເທດ ແລະທັງເປັນ ເສນາທິການ ຫລືກອງເລຂາໃຫ້ຣັຖບານ ແລະພາກທຸຣະກິດ ເອກກະຊົນ ກ່າວຕໍ່ RFA ໃນມື້ວັນທີ 9 ກໍຣະກະດາ 2018 ນີ້ວ່າ ຜົລຜລິດ ກາເຟຂອງລາວ ເພີ່ມຂຶ້ນເລັກນ້ອຍໃນແຕ່ລະປີ ໃນຣະຍະ 3-4 ປີ ຜ່ານມານີ້ ຄືຜລິດໄດ້ເຖິງ 50 ພັນປາຍຕັນ.

ພ້ອມດຽວກັນນັ້ນ ທ່ານຍັງໄດ້ຍົກເອົາປະເທດເພື່ອນບ້ານ ຄື ໄທ ແລະວຽດນາມ ທີ່ເປັນຕລາດສໍາຄັນ ສໍາລັບການສົ່ງກາເຟອອກ ຂອງລາວ ມາເປັນຕົວຢ່າງ:

"ເວົ້າເຣື່ອງວ່າພຽງພໍບໍ່ນີ້ ມັນບໍ່ພຽງພໍເພາະວ່າຕລາດ ມີຄວາມຕ້ອງການຫລາຍດຽວນີ້. ບໍ່ພຽງພໍຫລາຍໃນປີນີ້ ມາສົມທຽບເບິ່ງທາງຕລາດ ທາງປະເທດເພື່ອນບ້ານ ຄືໄທ ຈັ່ງຊີ້ ວຽດນາມຈັ່ງຊີ້. ເຂົາມາຊື້ກະຈໍານວນ ຫຼວງຫຼາຍ ແຕ່ກ່ອນເຮົາສົ່ງໄປປະມານ 4-5 ພັນຕັນດຽວນີ້ 10 ພັນ ກວ່າຕັນ ດຽວນີ້. ດຽວນີ້ເບື້ອງໄທ ກະບັນລຸໄປ 5-6 ພັນຕັນນີ້ລະ."

ນອກຈາກນີ້ແລ້ວ ກາເຟລາວ ກໍຍັງມີຕລາດໃນປະເທດຢູໂຣບ ເຖິງຈະໜ້ອຍລົງ ແຕ່ກໍຍັງມີການສົ່ງອອກໄປຢູ່ ຄືປະເທດ Belgium, ເຢັຽຣະມັນ, ຝຣັ່ງ ເສດ ແລະທັງສົ່ງໄປເຖິງປະເທດ Morocco ແລະອາເມຣິກາ. ໃນເອເຊັຽນອກຈາກປະເທດ ເພື່ອນບ້ານແລ້ວກໍຍັງມີ ຍີ່ປຸ່ນ ທີ່ເປັນຕລາດກາເຟລາວ ຫລາຍປີມາແລ້ວ -ທ່ານກ່າວ.

ລາວ ເປັນປະເທດນ້ອຍ ດ້ອຍພັທນາ ແລະກໍປາກົດວ່າ ພຍາຍາມເຮັດໃຫ້ຕົນມີບົດບາດ ໃນເຣື່ອງການຜລິດກາເຟ ໂດຍມີການປູກກາເຟ 2 ຊນິດຕົ້ນຕໍ ຄື Robusta ແລະ Arabica ຂນະທີ່ຢູ່ປະເທດລາວ ປົກກະຕິຜູ້ຄົນດື່ມກາເຟ ໃສ່ນົມຂຸ້ນຫວານ. ແລະຫາກເວົ້າເຖິງຄຸນນະພາບ ຂອງກາເຟລາວ ທ່ານ ສີວິໄລ ໄດ້ກ່າວໂດຍປຽບທຽບໃສ່ ກາເຟຂອງປະເທດ Guatemala ຢູ່ອາເມຣິກາໃຕ້ ທີ່ມີຄຸນນະພາບດີ ທີ່ສຸດຄື 1 ໃນ 5 ປະເທດ ຕົ້ນໆຂອງໂລກ, ກໍມີຊື່ສຽງ ແລະ ເປັນທີ່ນິຍົມກັນໂດຍທົ່ວໄປ ໃນປະເທດຕ່າງໆ:

"ມັນທຽບໄດ້ກັບກາເຟໂລກ ແມ່ນກົວເຕມາລາ ມັນຢູ່ໃນ 1 ຫາ 5 ຂອງໂລກ. 2 ມາແມ່ນເຣື່ອງຣົດຊາດ ເປັນເອກລັກ ມັນຈະມີກິ່ນຫອມ ໝາຍຄວາມວ່າໃຫ້ caffeine ທີ່ບໍ່ສູງ ເໝາະກັບນັກດື່ມ ລະກະອັນ 2 ມາ ກາເຟ ເຮົານີ້ມັນເປັນກາເຟ ຄ້າຍໆແບບ ອິນຊີ (organic) ມັນຈະແຕກຕ່າງ ຈາກກາເຟ ວຽດນາມ ຫລືກາເຟໄທ. ດິນງາມເພາະວ່າດິນເຮົາ ມັນເປັນດິນພູເຂົາໄຟເກົ່າ ທີ່ມອດມາຫລາຍປີແລ້ວ ລະມັນມີແຮ່ທາດຢູ່ ເທິງໜ້າດິນພໍສົມຄວນ."

ການປູກກາເຟຢູ່ປະເທດລາວ ເລີ່ມຂຶ້ນດ້ວຍການປູກ 2-3 ຕົ້ນທໍາອິດ ໂດຍພວກລ່າຫົວເມືອງຂຶ້ນຝຣັ່ງ ເມື່ອປະມານປີ 1915. ພາຍຫລັງທີ່ ໄດ້ທົດລອງປູກ ແລະເກັບໝາກກາເຟຢູ່ທາງເຂດພາກເໜືອຂອງລາວ ໃນຣະຍະນຶ່ງແລ້ວ ໃນທີ່ສຸດຄົນຝຣັ່ງເສດ ກໍຮູ້ວ່າຢູ່ພາກໃຕ້ຂອງລາວ ກໍເປັນເຂດສໍາລັບການປູກກາເຟ ຍ້ອນດິນດີ ແລະອາກາດກໍເໝາະສົມ.

ເມື່ອຫລາຍລ້ານປີກ່ອນ ມີພູເຂົາໄຟຣະເບີດຂຶ້ນ ຢູ່ພາກໃຕ້ຂອງລາວ ເຮັດໃຫ້ດິນໃນເຂດນັ້ນ ມີແຮ່ທາດຕ່າງໆ ດີສໍາລັບການປູກກາເຟ -ຕາມຂໍ້ມູນຂອງ Wikipedia. ເຂດດິນດີທີ່ວ່ານັ້ນ ແມ່ນພູພຽງບໍລະເວນ ທີ່ມີການປູກກາເຟຫລາຍຢູ່ລາວ ແລະໄດ້ຮັບ ຜົລຜລິດຫລາຍ ໃນປັດຈຸບັນນີ້.

ເວົ້າເຖິງຜົລຜລິດກາເຟຢູ່ລາວ ທ່ານ ສີວິໄລ ໄຊຍະແສງ ຫົວໜ້າຫ້ອງການ ສະມາຄົມ ກາເຟລາວ ບອກໃຫ້ຮູ້ວ່່າ ເປັນແຫລ່ງທີ່ມາຂອງ ຣາຍໄດ້ອັນດັບ 3 ຂອງລາວ ຮອງລົງມາຈາກເຂື່ອນໄຟຟ້າ ແລະບໍ່ແຮ່:

"ເອີ້ນວ່າມັນສາມາດ ສ້າງຣາຍຮັບໃຫ້ແກ່ປະເທດຖືວ່າ 1ໃນ3 ແປວ່າຮອງຈາກເຂື່ອນໄຟຟ້າ ຖືວ່າເຮົານີ້ມີເຂື່ອນໄຟຟ້າ ບໍ່ແຮ່ ແຕ່ວ່າເປັນ ອັນດັບນຶ່ງຂອງເສຖກິດກະສິກັມ. ຣາຍຮັບປີນີ້ຕົກຢູ່ປະມານ 80 ລ້ານໂດລາເພີ່ມ ຈາກປີກາຍ ປະມານເກືອບ 10 ລ້ານຖືວ່າສູງ."

ແລະກໍປ່ກົດວ່າ ມູນຄ່າກາເຟນັ້ນ ເພີ່ມຂຶ້ນໃນແຕ່ລະປີ -ຕາມຂ່າວວຽງຈັນທາມສ ສະບັບລົງວັນທີ 16 ພຶສພາ 2018, ລາວ ມີຣາຍໄດ້ຈາກ ການສົ່ງກາເຟ ອອກໄປຂາຍຕ່າງປະເທດ 52 ລ້ານ 7 ແສນໂດລາ ສະຫະຣັຖ ໃນປີ 2014, ເພີ່ມຂຶ້ນເປັນ 54 ລ້ານ 8 ແສນໂດລາ ໃນປີ 2015, ແລະ 67 ລ້ານໂດລາ ໃນປີ 2016. ແລະເມື່ອປີກາຍ ໄດ້ເຖິງ 98 ລ້ານ 1 ແສນໂດລາ ສະຫະຣັຖ.

ສໍາລັບປີຕໍ່ໄປ ມູນຄ່າການສົ່ງອອກ ຈະເພີ່ມຂຶ້ນ ຫລືແນວໃດນັ້ນ ທ່ານເວົ້າວ່າ ຍາກທີ່ຈະຄາດຄະເນ ລ່ວງໜ້າໄວ້ໄດ້ ເພາະມັນຂຶ້ນຢູ່ກັບ ຣາຄາກາເຟໃນຕລາດໂລກ:

"ມັນກະແລ້ວແຕ່ຣາຄາ ຕລາດໂລກ ຄືກັນກັບຣາຄານໍ້າມັນ. ໃນແຕ່ ລະປີມັນອາດ ຈະບໍ່ຄືກັນ ລາງເທື່ອມັນອາດຈະປີໜ້າ ຣາຄາຂຶ້ນກະມີ ...ກະປີ ນີ້ກະເຫັນວ່າ ຢູ່ໃນຣະດັບມາຕຖານ ບໍ່ຂຶ້ນລະກະບໍ່ຫລຸດຫລາຍ."

ຣາຄາກາເຟສເລັ່ຽ ໃນປີນີ້ ສູງສຸດຢູ່ທີ່ 3 ພັນໂດລາ ສະຫະຣັຖ ຕໍ່ຕັນ ສໍາລັບກາເຟນ້ອຍ. ສຳລັບຢູ່ລາວ ຣາຄາກາເຟປັດຈຸບັນ ກິໂລນຶ່ງ ປະມານ 23 ພັນກີບ -ທ່ານກ່າວ

"ແປວ່າຣາຄາເຮົາສິຕົກຢູ່ ປະມານ 23 ພັນກີບ 30 ພັນກີບຕໍ່ກິໂລ."

ກາເຟຂອງລາວ ຕາມຄໍາເວົ້າຂອງທ່ານ ສີວິໄລ, ມີຢູ່ 3 ຊນິດໃຫຍ່ໆ ຄື Arabica ຫລືກາເຟນ້ອຍ ເປັນກາເຟ ທີ່ມີກິ່ນຫອມ ຣົດຊາດບໍ່ຂຽ້ວ ດື່ມບໍ່ໃສ່ ນໍ້າຕານ ແມ່ນເໝາະສົມກວ່າ. Robusta ຫລືກາເຟກາງທີ່ໃຫ້ຄວາມເຂັ້ມຂຸ້ນ ຫລືວ່າມີທາດ caffeine ສູງກວ່າ Arabusta ແລະ ບໍ່ມີກິ່ນຫອມ ຄືກັນກັບກາ ເຟນ້ອຍ. ແລະ Essential ທີ່ແຕ່ລະປີ ບໍ່ມີມູນຄ່າສູງ ຜລິດໄດ້ 400-500 ຕັນຕໍ່ປີ. ຕລາດມັກທີ່ສຸດແມ່ນຕລາດ ຕາເວັນອອກກາງ.

ກາເຟລາວ ຊຶ່ງຖືເປັນແຫລ່ງຣາຍໄດ້ ທີ່ສໍາຄັນສໍາລັບຣັຖບານລາວນັ້ນ ຫົວໜ້າ ຫ້ອງການສະມາຄົມ ກາເຟລາວ ບອກວ່າ ຈະຂຍາຍ ການຜລິດ ແລະຕລາດ ສົ່ງອອກ ໂດຍການໂຄສະນາ ໃຫ້ຕ່າງປະເທດ ມາລົງທຶນຜລິດ:

"ຕລາດສົ່ງອອກ ເຮົາກະສືບຕໍ່ຂຍາຍຢູ່ ກະເລັ່ງໃສ່ທາງຣັຖບານ. 2 ມາກະແມ່ນອົງການ ຊ່ວຍເຫລືອຂອງສາກົລ ທີ່ຢູ່ປະຈໍາລາວຫັ້ນ ລະກະອັນ 3 ກໍຄືບັນດາຫົວໜ່ວຍທຸຣະກິດ ທີ່ມີທ່າແຮງໃນການດຶງດູດ ນັກລົງທຶນ ຫລືວ່າ ລູກຄ້າຈາກຕ່າງປະເທດ ເຂົ້າມາເພາະວ່າ ການຜລິດ ຂອງເຮົານີ້ ຍັງຂຍາຍໄດ້ຢູ່ ຍັງສາມາດຂຍາຍເນື້ອທີ່."

ດັ່ງນັ້ນ ພວກທ່ານຈຶ່ງຕ້ອງການມີໜ່ວຍງານວິໃຈ ແຮ່ທາດໃນດິນຂອງລາວ ຊຶ່ງປັດຈຸບັນ ຂາດນັກວິໃຈ ຍັງອາສັຍນັກວິໃຈບັນດາປະເທດ ເພື່ອນບ້ານມາຊ່ວຍ ກ່ຽວກັບເຣຶ່ອງນີ້ ປາກົດວ່າໄດ້ມີການຂໍໃຫ້ ທາງຣັຖບານລາວຊ່ວຍເຫຼືອ ເພາະມີຄ່າໃຊ້ຈ່າຍຫຼາຍ ໃຊ້ງົບປະມານຫລາຍ ຊຶ່ງຂນະນີ້ ກໍາລັງລໍຄໍາຕອບ ຢູ່.

ຢ່າງໃດກໍຕາມ ຕາມຣາຍງານຂ່າວວຽງຈັນທາມສ ສະບັບວັນທີ 16 ພຶສພາ ທີ່ຜ່ານມານີ້ ຊາວສວນກາເຟລາວສາມາດຜລິດ ກາເຟທີ່ມີ ຄຸນນະພາບ ໄດ້ຕາມມາຕຖານສາກົລ ແຕ່ກໍາລັງສູ້ຊົນກັບການຂາດ ທຶນຮອນທີ່ຈະສນັບ ສນູນພວກເຂົາເຈົ້າ ຊຶ່ງທາງສະມາຄົມກາເຟລາວ ກໍໄດ້ຂໍໃຫ້ ທາງຣັຖບານລາວ ຊ່ວຍເຣື່ອງທຶນຮອນ ສໍາລັບຜູ້ຜລິດກາເຟລາວ ໃນຣະຍະສັ້ນ ເພື່ອບໍ່ໃຫ້ເກີດ ການມີໜີ້ສິນ ໃນຣະຍະຍາວ ສໍາລັບຜູ້ຜລິດກາເຟລາວ.

ແລະເຣື່ອງການສົ່ງກາເຟ ອອກໃນປີ 2818 ນີ້ ຣັຖບານລາວ ກໍຄາດຫວັງວ່າ ຈະມີມູນຄ່າ ເຖິງ 100 ລ້ານໂດລາສະຫະຣັຖ ຂນະທີ່ທາງ ສະມາຄົມກາເຟລາວ ມີຄວາມກັງວົນຣື່ອງ ການຂາດເຂີນເງິນ ທີ່ຈະຊື້ກາເຟນຳຊາວສວນ ແລະເຣຶ່ອງການສົ່ງເສີມ ຊາວກະເສຕກອນ ປູກກາເຟນັ້ນຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.