ເສຖກິຈລາວຂຍາຍຊ້າ ຍ້ອນ ໂຄວິດ-19
2021.08.23

ທະນາຄານໂລກໄດ້ຣາຍງານ ຜົລການຕິດຕາມເສຖກິຈ ຂອງປະເທດລາວ ໂດຍຄາດຄະເນວ່າ ການຂາຍໂຕຂອງ GDP ຈະເພີ່ມຂຶ້ນ 3,6% ໃນປີ 2021 ທຽບໃສ່ 0,5% ໃນປີ 2020 ຜ່ານມາ. ແຕ່ແນວໃດກໍຕາມ ການຣະບາດຂອງເຊື້ອໂຄວິດ-19 ໃນຮອບທີສອງ ກຳລັງເຮັດໃຫ້ເສຖກິຈລາວຟື້ນໂຕໄດ້ຊ້າ ຍ້ອນທຸຣະກິຈຂນາດນ້ອຍ ໃນຫຼາຍຂແນງການ ຍັງບໍ່ທັນສາມາດກັບມາເຄື່ອນໄຫວ ໄດ້ຢ່າງ ເປັນປົກກະຕິ. ດັ່ງເຈົ້າໜ້າທີ່ທະນາຄານໂລກປະຈຳລາວ ທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ແລະສຽງ ກ່າວຕໍ່ວິທຍຸເຊັຽເສຣີ ໃນວັນທີ 23 ສິງຫາ ວ່າ:
ເພາະວ່າການທ່ອງທ່ຽວບໍ່ໄດ້ແລ້ວ ພວກ SME ຕາຍໝົດຕອນນີ້ ເພາະວ່າຄ່າເງິນຂຶ້ນຫຼາຍເນາະ ພວກນໍາເຂົ້າ-ສົ່ງອອກກາໜັກ. ຖ້າພວກທີ່ຕ້ອງໄດ້ໃຊ້ສິນຄ້າມາຈາກໄທຍ ຫຼືມາຈາກຕ່າງປະເທດນີ ກາໜັກເລີຍ ມັນໄປແປງເປັນໂດລ້າຈັ່ງຊີ້ແລ້ວ ມັນແທບ ບໍ່ ເຫຼືອຫຍັງເລີຍ. ເຂື່ອນເນາະທີ່ສ້າງຜົລກຳໄລ ແມ່ນເໝືອງພວກນັ້ນແຫຼະ ແຕ່ຄິດວ່າພວກທຸຣະກິຈນ້ອຍໆ ໜ້າຈະບໍ່ມີຫຍັງ.
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ໂຕເລຂຂອງ GDP ທີ່ຈະເພີ່ມຂຶ້ນ 3,6% ນັ້ນສ່ວນໃຫຍ່ມາຈາກການລົງທຶນ ຂອງໂຄງການຂນາດໃຫຍ່ ເປັນຕົ້ນ ໂຄງການກໍ່ສ້າງເຂື່ອນໄຟຟ້າ ແລະ ໂຄງການຂຸດຄົ້ນບໍ່ແຮ່ ທີ່ຣັຖບານລາວ ໄດ້ອະນຸຍາດໃຫ້ເຣີ້ມດຳເນີນການ ແລະ ບາງ ໂຄງການ ໄດ້ຮັບອະນຸມັດການລົງທຶນໃໝ່.
ຂນະທີ່ ຂແນງການທ່ອງທ່ຽວ, ການຂົນສົ່ງແລະບໍຣິການອື່ນໆ ແມ່ນຍັງປະເຊີນກັບຄວາມ ຫຍຸ້ງຍາກ ຢ່າງຕໍ່ເນື່ອງໃນການຟື້ນໂຕ ຍ້ອນມາຕການລ໊ອກດາວ ແລະ ການສືບຕໍ່ຈຳກັດການເດີນທາງຣະຫວ່າງປະເທດ ເຊິ່ງເປັນການຕັດໂອກາດຂອງປະເທດ ໃນການ ສ້າງລາຍຮັບຈາກ ຂແນງການທີ່ສຳຄັນນີ້.
ກ່ຽວກັບເຣື່ອງນີ້ ບໍຣິສັດທ່ອງທ່ຽວແຫ່ງນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນ ວ່າ ຂແນງການທ່ອງທ່ຽວ ແລະ ບໍຣິການຖືວ່າໄດ້ ຮັບຜົລກະທົບຢ່າງໜັກໜ່ວງ ນັບແຕ່ເກີດການຣະບາດຂອງເຊື້ອໂຄວິດ-19 ຮອບ ທີ 1 ມາແລ້ວ ເພາະມາຕການລ໊ອກດາວ ແລະ ການຈຳກັດການເດີນທາງ ຣະຫວ່າງປະເທດ, ຂນະທີ່ ການຣະບາດໃນຮອບທີ 2 ກໍໄດ້ສົ່ງ ຜົລກະທົບ ແລະ ມາຕການສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ກໍຕ້ອງຢຸດໄປທັນທີ. ສາເຫດດັ່ງກ່າວ ໄດ້ເຮັດໃຫ້ ທຸຣະ ກິຈ ການທ່ອງທ່ຽວ ແລະ ບໍຣິການອື່ນໆ ທີ່ຕິດພັນກັບການທ່ອງທ່ຽວ ຕ້ອງໄດ້ປິດກິຈການລົງ:
“ເຮັດຫຍັງບໍ່ໄດ້ ບໍຣິສັດອື່ນໜ້າຈະປິດ ຫຼາຍໂຮງແຮມກາປິດ ຫຼາຍຮ້ານອາຫານກາປິດຫຼາຍ ແລ້ວກໍບໍຣິສັດ ໃຫ້ການບໍຣິການທ່ອງ ທ່ຽວ ກໍປິດຫຼາຍ. ໜັກແທ້ກາມີແຕ່ເຮັດຫຍັງບໍ່ໄດ້ ແລ້ວຕອນນີ້ກາມີແຕ່ຖ້າຢ່່່າງດຽວ.”
ທ່ານໄດ້ກ່າວຕື່ມວ່າ ຣັຖບານລາວຕ້ອງເລັ່ງຄວບຄຸມ ແລະ ປ້ອງກັນການແຜ່ຣະບາດຂອງເຊື້ອໂຄວິດ-19 ພາຍໃນປະເທດ ໃຫ້ໄດ້ ໄວທີ່ສຸດ ເພື່ອເປີດການທ່ອງທ່ຽວ ລາວທ່ຽວລາວ ໃຫ້ກັບມາເຄື່ອນໄຫວ ເພາະຈະຊ່ອຍໃຫ້ເສຖກິຈໃນປະເທດລາວ ກັບມາຟື້ນໂຕໄດ້ ສ່ວນໃດສ່ວນນຶ່ງ.
ພໍ່ຄ້າຂາຍເຄື່ອງຍ່ອຍ ຢູ່ຕລາດແຫ່ງນຶ່ງ ໃນນະຄອນໄກສອນພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ເສຖກິຈຕົກຕໍ່າຫຼາຍ ແລະຫຼາຍກິຈການ ຕ້ອງຢຸດເຊົາກິຈການ ແຕ່ສ່ວນໂຕ ກໍໄດ້ເຊົາຂາຍເຄື່ອງ ມາໄດ້ສອງເດືອນແລ້ວ. ເນື່ອງຈາກ ບໍ່ສາມາດແບກຮັບພາລະ ຄ່າໃຊ້ຈ່າຍໄດ້ ເປັນຕົ້ນຄ່າເຊົ່າສະຖານທີ່ ພາຍໃນຕລາດ ແລະ ຄ່າຂົນສົ່ງສິນຄ້າ ຈາກປະເທດໄທຍ ຍ້ອນ ເງິນກີບອ່ອນຄ່າລົງຫຼາຍ. ໃນຂນະທີ່ລາຍຮັບ ຈາການຂາຍສິນຄ້າ ບໍ່ໄດ້ດີເທົ່າທີ່ຄວນ ແລະ ຍ້ອນມາຕການລ໊ອກດາວ ກໍເຮັດໃຫ້ ຜູ້ ຄົນບໍ່ໄດ້ອອກມາຊື້ ເຄື່ອງຊື້ຂອງຄືແຕ່ກ່ອນ:
“ແຕ່ເກົ່າເຮົາເຊົ່າ ບາດນີ້ຄືວ່າຫັ້ນແຫຼະເນາະ ມູນຄ່າເຊົ່າ ມັນກາແພງຂຶ້ນໄປເລື້ອຍໆ ເຮົາກາບໍ່ໄຫວ ເຮົາກາກັບມາເຮັດຢູ່ບ້ານ. ມັນ ຍາກຫຼາຍນ່າດຽວນີ້ ກາເຄື່ອງອຸປະໂພຄບໍຣິໂພຄ ລ້ວນແລ້ວແຕ່ຕີເປັນມູນຄ່າເງິນບາດ ແລ້ວມັນເຮັດໃຫ້ ຄ່າຄອງຊີບມັນກາສູງຂຶ້ນ ກວ່າເກົ່າ.”
ຜູ້ປະກອບການ ທີ່ນໍາເຂົ້າອາຫານທະເລ ແລະ ອາຫານແຊ່ແຂງ ຈາກປະເທດໄທຍ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ນັບແຕ່ເກີດການຣະບາດ ຂອງເຊື້ອໂຄວິດ-19 ໃນຮອບທີ 2 ກໍເຮັດໃຫ້ການສັ່ງນໍາເຂົ້າອາຫານທະເລ ແລະອາ ຫານແຊ່ແຂງຫຼຸດລົງ.
ສາເຫດຫຼັກໆ ກໍອາຈເກີດຈາກ ສະຖານະທາງການເງິນຂອງຄົນລາວຫຼຸດລົງ ບວກກັບຄ່າເງິນກີບ ທີ່ອ່ອນລົງຫຼາຍ ແລະ ຍັງກັງວົນ ເຣື່ອງການຣະບາດເຊື້ອໂຄວິດ-19 ຈະແກ່ຍາວ ຈຶ່ງເຮັດໃຫ້ຄົນລາວ ພາກກັນຣະມັດຣະວັງການໃຊ້ຈ່າຍ ແລະ ເກັບເງິນໄວ້ ເພື່ອໃຊ້ ຈ່າຍໃນຍາມຈຳເປັນ:
“ຊ່ວງນີ້ເງິນບາດຂຶ້ນຣາຄາ, ຂາຍປົກກະຕິ ບາງມື້ກາມີເຄື່ອງເຂົ້າ ບາງມື້ ກາບໍ່ມີຄັນບໍ່ມີຄົນຂາຍເຄື່ອງ ອາຫານທະເລ ອີ່ຫຍັງທົ່ວໄປ ກາຍາກ ເພາະວ່າຢູ່ລາວ ບໍ່ມີ. ກາອາຈໝົດແນ່ບໍ່ໝົດແນ່ ກາແລ້ວແຕ່ບາງເທື່ອຂາຍດີໝົດໄວ. ຊ່ວງບໍ່ມີໂຄວິດແລ້ວຂາຍດີ ອາດ ເປັນຍ້ອນການເງິນ ເພາະວ່າໂຄວິດ ກາເຣີ້ມຣະບາດຄືນລະ.”
ກ່ຽວກັບການປະເມີນສະພາບເສຖກິຈລາວ ໃນປີ 2021 ນີ້ ນັກເສຖສາດລາວ ທ່ານນຶ່ງ ຜູ້ຂໍສງວນຊື່ແລະສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽ ເສຣີໃນມື້ດຽວກັນວ່າ ການປະເມີນເສຖກິຈລາວ ຂອງພາກສ່ວນຕ່າງໆນັ້ນ ຄົງບໍ່ສອດຄ່ອງກັບ ສະພາບການປັຈຈຸບັນປານໃດ. ເນື່ອງ ຈາກສະຖານະການ ການແຜ່ຣະບາດ ຂອງເຊື້ອໂຄວິດ-19 ພາຍໃນປະເທດ ແລະ ປະເທດເພື່ອນບ້ານ ທີ່ເປັນຄູ່ຄ້າກັບປະເທດລາວ ຍັງບໍ່ມີທ່າທີ ທີ່ດີຂຶ້ນ ແລະ ໄດ້ສົ່ງຜົລກະທົບ ຕໍ່ທຸກຂແນງການເປັນວົງກ້ວາງ.
ທ່ານກ່າວວ່າ ການປະເມີນເສຖກິຈລາວ ຂອງພາກສ່ວນສະຖາບັນການເງິນ ຣະຫວ່າງປະເທດ ຫຼາຍແຫ່ງ ແລະ ການປະເມີນ ຂອງ ພາກຣັຖເອງ ໃນສອງໄຕຣມາດທີ່ຜ່ານມາ ກໍຄົງບໍ່ສອດຄ່ອງກັບຄວາມເປັນຈິງໃນປັດຈຸບັນນີ້. ໂດຍສະເພາະຂແນງການທ່ອງທ່ຽວ ຍັງ ບໍ່ສາມາດເປັນໄປໄດ້ເລີຍ. ເນື່ອງຈາກສະຖານະການ ໃນການຄວບຄຸມເຊື້ອໂຄວິດ-19 ພາຍໃນປະເທດທີ່ຍັງບໍ່ແນ່ນອນ ແລະສະພາບ ການຣະບາດໃນປະເທດອ້ອມຂ້າງ ກໍຍັງບໍ່ມີທ່າທີທີ່ດີຂຶ້ນ. ບວກກັບບັນຫາເສຖກິຈພາຍໃນປະເທດ ເປັນຕົ້ນອັດຕຣາເງິນເຟີ້ ທີ່ສູງຂຶ້ນ, ໜີ້ສາທາຣະນະຂອງປະເທດສູງຂຶ້ນ ແລະ ຣັຖບານຂາດງົບປະມານ ເນື່ອງຈາກເກັບລາຍຮັບບໍ່ໄດ້ຕາມແຜນການ ກໍຍິ່ງຈະບໍ່ງ່າຍ ທີ່ ຈະເຮັດໃຫ້ເສຖກິຈລາວ ສາມາດຂຍາຍໂຕ ໄດ້ຕາມເປົ້າໝາຍ ທີ່ຕັ້ງໄວ້ກ່ອນໜ້ານີ້.
ທ່ານໄດ້ກ່າວຕື່ມວ່າ ສິ່ງທີ່ພໍຈະເຮັດໃຫ້ເສຖກິຈລາວ ມີການຂຍາຍໂຕແດ່ ກໍຄົງມີພຽງແຕ່ໂຄງການການລົງທຶນຂນາດໃຫຍ່ ຂອງຣັຖ ບານລາວ ເປັນຕົ້ນແມ່ນໂຄງການ ທາງຣົດໄຟລາວ-ຈີນ ທີ່ມີກຳນົດຈະເປີດໃຊ້ໃນທ້າຍປີນີ້ ກໍອາຈເປັນໂຄງການ ທີ່ຊ່ອຍໃນການ ສົ່ງເສີມການຂົນສົ່ງສິນຄ້າ ໃນພາກພື້ນເພື່ອດືງເງິນຕຣາ ເຂົ້າໃນປະເທດ ໃນອານາຄົດ. ແຕ່ຖ້າສະຖານະການໂຄວິດ-19 ຍັງຍືດເຍື້ອ ກໍຍັງບໍ່ງ່າຍທີ່ຈະສາມາດສ້າງລາຍໄດ້ ແບບທັນທີທັນໃດ.
ອີງຕາມການບົດຣາຍງານ ຂອງທະນາຄານໂລກຍັງຣະບຸອີກວ່າ ເພື່ອຫຼຸດຜ່ອນຜົລກະທົບຈາກການຂຍາຍໂຕຊ້າລົງ ຂອງເສຖກິຈລາວ ຈຶ່ງໄດ້ແນະນຳໃຫ້ປະເທດລາວ ເພີ່ມທະວີການປະຕິຮູບ ດ້ານທຸຣະກິຈ ແລະ ອຳນວຍຄວາມສະດວກ ດ້ານການຄ້າເພື່ອໃຫ້ປະເທດ ໄດ້ຮັບຜົລປໂຍດທີ່ເໝາະສົມ ຈາກໂຄງຮ່າງພື້ນຖານທີ່ສ້າງຂື້ນໃໝ່ ແລະ ຈາກບັນດາສັນຍາ ຜ່ອນຜັນການຄ້າ ທີ່ປະເທດລາວ ເປັນ ພາຄີ ເຊິ່ງການປະຕິຮູບດັ່ງກ່າວ ຈະສາມາດບັນລຸໄດ້ ດ້ວຍການປັບປຸງຣະບຽບ ແລະຂັ້ນຕອນການລົງທຶນໃຫ້ວ່ອງໄວຂຶ້ນ.
ເພີ່ມຄວາມສະດວກ ໃນການດຳເນີນທຸຣະກິຈ. ເຮັດໃຫ້ຄ່າບໍຣິການດ້ານການຂົນສົ່ງຝາກສາງ ແລະ ປ່ຽນຖ່າຍສິນຄ້າຖືກລົງ ແລະ ຊ່ອຍປັບປຸງຄຸນນະພາບສິນຄ້າ ໂດຍສະເພາະແມ່ນ ສິນຄ້າສົ່ງອອກ ໃນຂແນງການກະເສຕ. ການຂຍາຍໂຄງການຊ່ອຍເຫຼືອ ຂອງ ຣັຖບານແກ່ພາກທຸຣະກິຈ ໄປຄຽງຄູ່ກັບການໂຄສະນາ ສົ່ງເສີມແຜນການດັ່ງກ່າວ ທີ່ຈະຊ່ອຍໃຫ້ບັນດາວິສາຫະກິຈ ສາມາດປັບໂຕ ແລະ ສ້າງລາຍຮັບທີ່ຈຳເປັນ ແກ່ຜູ້ປະກອບການແລະປະເທດ.