ພາກທຸຣະກິຈ ຄາດວ່າ ເສຖກິຈລາວ ຟື້ນໂຕຍາກ

ໄຊຍາ
2021.02.16
ພາກທຸຣະກິຈ ຄາດວ່າ ເສຖກິຈລາວ ຟື້ນໂຕຍາກ ເລາະໄປຕາມ ແຄມນໍ້າຊອງ ຮ້ານຄ້ານ້ອຍ ກິນ-ດື່ມ ທີ່ຂາດນັກທ່ອງທ່ຽວ ໃນຊ້ວງມີການຄວບຄຸມ ການຣະບາດ ຂອງເຊື້ອໂຄວິດ-19
File photo: RFA

ສະຖາບັນຄົ້ນຄວ້າເສຖກິຈ ແຫ່ງຊາດລາວ ໄດ້ອອກບົດຣາຍງານ ເມື່ອວັນທີ 10 ກຸມພາ 2021 ວ່າ ໃນປີ 2021 ຄາດວ່າເສຖກິຈ ລາວຂຍາຍໂຕ 4% ເນື່ອງຈາກ ຂແນງການເງິນ- ການທ່ອງທ່ຽວ ກັບມາເປີດບໍຣິການ ແລະ ໂຮງງານອຸດສາຫະກັມ ກັບມາຜລິດ ສິນຄ້າ ເຊິ່ງຄາດ ວ່າຈະມີຍອດສັ່ງສິນຄ້າ ເພີ່ມຂຶ້ນຢ່າງຕໍ່ເນື່ອງ.

ຕໍ່ການຄາດຄະເນ ທາງຂແນງອຸດສາຫະກັມ ແລະການຄ້າ ຍັງບໍ່ໝັ້ນໃຈວ່າ ເສຖກິຈຈະກັບມາ ຟື້ນໂຕໄດ້ຕາມທີ່ສະຖາບັນຄົ້ນຄວ້າ ເສຖກິຈແຫ່ງຊາດຄາດການໄວ້. ຍ້ອນ ອຸດສາຫະກັມ ໃຫຍ່ຫຼາຍແຫ່ງ ຍັງຜລິດສິນຄ້າ ໄດ້ບໍ່ເຕັມເມັດເຕັມໜ່ວຍ ບາງໂຮງງານຜລິດ ສິນຄ້າ ມາແລ້ວ ແຕ່ຍັງສົ່ງອອກບໍ່ໄດ້. ດັ່ງເຈົ້າໜ້າທີ່ ກະຊວງອຸດສາຫະກັມ ແລະການຄ້າ ໄດ້ກ່າວຕໍ່ເອເຊັຽ ເສຣີ ເມື່ອວັນທີ 15 ກຸມພາ 2021.

"ຫຼາຍທຸຣະກິຈ ກະທັ້ງເຮັດ ທັງເຮັດທັງຟັງກັນຢູ່ນີ້ແຫຼະ ແຕ່ກາພຍາຍາມພາກັນ ຄວບຄຸມເພື່ອຮັບປະກັນ ຄວາມປອດພັຍໝົດທຸກຄົນ ຫັ້ນແຫຼະ. ເພາະມັນຈຳນວນ ນຶ່ງຜລິດແລ້ວ ມັນກະອອກໄປບໍ່ໄດ້.. ຍາກໃຜກາຣະວັງໃຜກະຢ້ານ ແລ້ວກາບໍ່ມີໃຜຢາກສ່ຽງ."

ສ່ວນພາກບໍຣິການ ແລະທ່ອງທ່ຽວ ເຊິ່ງຖືວ່າເປັນສ່ວນສຳຄັນ ແລະ ສ້າງຣາຍຮັບໃຫ້ປະເທດ ປະມານ 800-900 ລ້ານໂດລາ ສະຫະຣັຖຕໍ່ປີ. ເມື່ອເກີດການຣະບາດ ເຊື້ອພຍາດໂຄວິດ-19 ກໍ່ໃຫ້ເກີດຜົລກະທົບ ຕໍ່ຈຳນວນນັກທ່ອງທ່ຽວຕ່າງປະເທດເຂົ້າລາວ ຕິດລົບ 74% ເມື່ອທຽບໃສ່ ປີ 2019 ເຮັດໃຫ້ລາຍຮັບຫຼຸດລົງ ປະມານ 300-400 ລ້ານໂດລາ.

ພາກຜູ້ປະກອບການ ການບໍຣິການການທ່ອງທ່ຽວ ຢັ້ງຢືນວ່າການທ່ອງທ່ຽວງຽບຫຼາຍ. ພ້ອມນີ້ຍັງບໍ່ມີມາຕການແກ້ໄຂ ຈາກຣັຖບານ ເປັນຮູປທັມໃນການກະຕຸ້ນ ເສຖກິຈໃຫ້ເກີດມີ ການຂຍາຍໂຕໄດ້.

ຜ່ານມາການທ່ອງທ່ຽວສ່ວນຫຼາຍ ເພິ່ງພານັກທ່ອງທ່ຽວຈາກຕ່າງປະເທດ. ຖ້າຍັງບໍ່ເປີດປະເທດ ກໍເປັນການຍາກເສຖກິຈຈະຟື້ນໂຕ. ດັ່ງຜູ້ປະກອບການ ຢູ່ນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:

"ກະຍັງມີຫຼາຍຂໍ້ຫຍຸ້ງຍາກທ້າທາຍ ຢູ່ເນາະຊ່ວງນີ້. ຊ່ວງນີ້ກະບໍ່ຄ່ອຍມີ ຕ່າງປະເທດເນາະ ບໍ່ຄ່ອຍມີນັກທ່ອງທ່ຽວຫຼາຍ ບໍ່ວ່າຈະ ເປັນຄົນຢູ່ໂຣບຄົນບ້ານໃກ້ເຮືອນຄຽງເຮົາ ຄືໂຕຢ່າງ ໄທຍ ວຽດນາມ ກະບໍ່ຄ່ອຍມາ ກະເລີຍພາໃຫ້ ການທ່ອງທ່ຽວ ນັ້ນງຽບສງົບ."

ຜູ້ປະກອບການກ່າວຕື່ມວ່າ ນະໂຍບາຍລາວທ່ຽວລາວ ຄືກະຕຸ້ນໃຫ້ຄົນລາວ ອອກໄປທ່ຽວ ຕາມສະຖານທີ່ຕ່າງໆ ແຕ່ຄົນທີ່ອອກ ໄປທ່ຽວຂັບຣົດໄປເອງ ບໍ່ໄດ້ມາໃຊ້ບໍຣິການ ຂົນສົ່ງສາທາຣະນະຫຼືເໝົາຣົດ. ບາງຄົນນຳອາຫານ, ເຄື່ອງດື່ມໄປກິນເອງ ບໍ່ໄດ້ຊື້ ຕາມຮ້ານຄ້າ, ບາງຄົນເດີນທາງ ໄປ-ກັບ ບໍ່ໄດ້ພັກໂຮງແຮມ ກະເປັນອີກນຶ່ງປັດຈັຍ ທີ່ເຮັດໃຫ້ຜູ້ປະກອບການ ເຫຼົ່ານີ້ບໍ່ມີຣາຍຮັບ.

ແຂວງຫຼວງພຣະບາງ ແຫຼ່ງທ່ອງທ່ຽວ ອັນດັບນຶ່ງຂອງລາວ ກໍໄດ້ຮັບຜົລກະທົບ ຈາກການຣະບາດຂອງເຊື້ອພຍາດໂຄວິດ-19 ດັ່ງ ໂຮງແຮມ, ຮ້ານອາຫານບາງບ່ອນ ກໍໄດ້ປິດຊົ່ວຄາວ. ດັ່ງຜູ້ປະກອບການເຮືອນພັກ ແລະ ຮ້ານອາຫານ ໃນນະຄອນຫຼວງພຣະບາງ ກ່າວວ່າ:

"ຊ້ວງນີ້ກະບັນຫາເຣື່ອງ ວິກິຈເສຖກິຈ ກະທົບໄປໝົດດຽວນີ້ ຮ້ານອາຫານ ໂຮງແຮມຫຼາຍບ່ອນຢູ່ ຫຼວງພຣະບາງ ກະປິດໂຕ ໄປຊົ່ວຄາວ, ບໍຣິສັດທ່ອງທ່ຽວ ແມ່ນຫຍັງຕ່າງໆ ກະປິດໄປແລ້ວ ກະທົບຫຼາຍສົມຄວນ, ໂດຍຮວມແລ້ວກະເສຖກິຈ ໂດຍຫຼັກ ກະອີງໃສ່ການທ່ອງທ່ຽວ."

ການຄາດການເສຖກິຈ ປີ 2021 ຈະຂຍາຍໂຕ 4% ເຫັນວ່າສູງເກີນໄປ ເມື່ອທຽບໃສ່ກັບ ສະພາບເສຖກິຈປັຈຈຸບັນ ເນື່ອງຈາກພາກ ທຸຣະກິຈ ຫຼາຍຂແນງການ ຍັງບໍ່ທັນກັບມາ ເຄື່ອນໄຫວ ໄດ້ຕາມປົກກະຕິດ, ໂດຍສະເພາະການທ່ອງທ່ຽວ ແລະ ການລົງທຶນ ຈາກ ຕ່າງປະເທດ. ດັ່ງເຈົ້າໜ້າທີ່ ທະນາຄາພັທນາເອເຊັຽ ຫຼື ADB ຂໍສງວນຊື່ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ສະພາບເສຖກິຈແບບນີ້ ຊິເອົາຫຍັງມາຂຍາຍໂຕ ບາດນີ້ທ່ອງທ່ຽວ ກະບໍ່ມີ, ມັນບໍ່ມີຫຍັງທີ່ກະເຕື້ອງຂຶ້ນ ເພາະວ່າການປິດ ປະເທດເພື່ອພັກດັນ ການຂຍາຍໂຕທີ່ຫຼາຍກວ່ານັ້ນ ມັນບໍ່ທັນມີ, ຄິດວ່າຢູ່ລາວນີ້ ຄິດວ່າເສຖກິຈ ຈະຟື້ນໂຕຄືນໄວແທ້ ປີ 2022 ຫຼັງຈາກ ໂຕຢ່າງເຣື່ອງໂຄວິດ ນີ້ງຽບລົງໄປແລ້ວ, ແລ້ວລາວເປີດຣົຖໄຟໃໝ່ ລະເຮັດໃຫ້ຄົນ ມີຄວາມກະຕື ລືລົ້ນເນາະ ຜູ້ໃດຢາກ ຈັບຈ່າຍ ຜູ້ໃດຢາກອັນນັ້ນແລ້ວ ມັນຈະພັກດັນໃຫ້ເສຖກິຈຂຍາຍໂຕ."

ບົດຣາຍງານ ຂອງສະຖາບັນຄົ້ນຄວ້າເສຖກິຈ ແຫ່ງຊາດ ຍັງຣະບຸຕື່ມວ່າ ຄວາມທ້າທາຍ ຂອງຣັຖບານລາວ ໃນແກ້ໄຂບັນຫາເຣື່ອງ ເສຖກິຈຄືຄວາມບໍ່ແນ່ນອນ ກ່ຽວກັບການ ຣະບາດເຊື້ອພຍາດໂຄວິດ-19 ຍັງມີສູງ. ໂດຍສະເພາະແມ່ນ ປະເທດເພື່ອນບ້ານເຊັ່ນ ໄທຍ, ພະມ້າ ແລະວຽດນາມ ທີ່ກຳລັງປະເຊີນກັບ ການຣະບາດຮອບໃໝ່ ເຮັດໃຫ້ປະເທດລາວ ຍັງມີຄວາມສ່ຽງ ແລະສິ່ງທ້າທາຍ ໃນການສະກັດກັ້ນ ແລະສ່ຽງຕໍ່ການຣະບາດຮອບໃໝ່.

ທະນາຄານໂລກປະຈຳລາວ ຣາຍງານເມື່ອວັນທີ 12 ມົກຣາ 2021 ວ່າເພື່ອເຮັດໃຫ້ ສະພາບເສຖກິຈລາວ ກັບມາຟື້ນໂຕໄດ້ ຢ່າງມີ ປະສິດຕິພາບ ແລະ ຍືນຍົງ ທະນາຄານໂລກ ໄດ້ ສເນີໃຫ້ຣັຖບານລາວ ອອກນະໂຍບາຍ ການເງິນ ເພື່ອກະຕຸ້ນເສຖກິຈ, ຫຼຸດຜ່ອນ ໜີ້ສິນຕ່າງປະເທດ, ປັບປຸງການເກັບລາຍຮັບ ບໍ່ໃຫ້ຮົ່ວໄຫຼ ແລະ ສນອງການຊ່ອຍເຫຼືອປະຊາຊົນ ທຸຣະກິຈຂນາດນ້ອຍ, ຂນາດກາງ ທີ່ຖືກຜົລກະທົບໜັກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.