ໂຄວິດ-19 ຮອບສອງ ໃນລາວ ກະທົບຕໍ່ເສຖກິຈ

ສິດນີ
2021.06.07
ໂຄວິດ-19 ຮອບສອງ ໃນລາວ ກະທົບຕໍ່ເສຖກິຈ ໂຄວິດ-19 ຮອບສອງ ໃນປີ 2021 ນີ້ ຈະບໍ່ສົ່ງຜົລ ຕໍ່ເສຖກິຈລາວ ຫຼາຍປານໃດ ເມື່ອທຽບໃສ່ ປີ 2020 ທີ່ ຜ່ານມາ.
RFA

ການຣະບາດຂອງໂຄວິດ-19 ຮອບສອງໃນປີ 2021 ນີ້ ຈະບໍ່ສົ່ງຜົລ ຕໍ່ເສຖກິຈລາວ ຫຼາຍປານໃດ ເນື່ອງຈາກວ່າພາກທຸຣະກິຈ ຂນາດໃຫຍ່ ແລະ ຂນາດກາງ ຍັງສາມາດຜລິດ ແລະ ສົ່ງສິນຄ້າອອກໄປຕ່າງປະເທດ ໄດ້ຕາມແຜນ ເມື່ອທຽບໃສ່ ປີ 2020 ທີ່ ຜ່ານມາ.

ກ່ຽວກັບບັນຫານີ້ ເຈົ້າຫນ້າທີ່ທະນາຄານ ພັທນາເອເຊັຽ ປະຈຳລາວທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະສຽງ ກ່າວຕໍ່ເອເຊັຽເສຣີໃນມື້ ວັນທີ 7 ມິຖຸນາ ປີ 2021 ນີ້ວ່າ ທະນາຄານໂລກ ຫຼື World Bank ຄາດຄະເນວ່າອັຕຣາການເຕີບໂຕ ທາງເສຖກິຈລາວ ໃນປີ 2021 ຈະຢູ່ທີ່ 4.9%, ແຕ່ ທະນາຄານພັທນາເອເຊັຽຄາດຄະເນວ່າ 4%.

ທະນາຄານທັງສອງແຫ່ງດັ່ງກ່າວ ໄດ້ຣະບຸເງື່ອນໄຂເອົາໄວ້ວ່າ ສປປລາວ ຕ້ອງຄວບຄຸມການແຜ່ຣະບາດ ຂອງ COVID-19 ໃຫ້ໄດ້ ກ່ອນໄຕຣມາດ ທີ 3 ກ່ອນຈະມີການປະເມີນ ຜົລກະທົບທາງດ້ານເສຖກິຈ ອີກໃຫມ່ ຊຶ່ງຍັງບໍ່ຮູ້ວ່າ ສະພາບຂອງເສຖກິຈໃນໄລຍະ 6 ເດືອນ ຂ້າງຫນ້າ ຈະຍັງຄືເກົ່າ ຫຼືບໍ່ ຫຼືຫຼຸດລົງຫຼາຍໜ້ອຍປານໃດ. ທ່ານເວົ້າວ່າ:

“ເຮົາຍັງຄົງໂຕເລກ GDP ໄວ້ຄືເກົ່າຢູ່ ວ່າການຂຍາຍໂຕ ຢູ່ທີ່ 4% ຂອງປີນີ້ ແຕ່ວ່າຮອດ ເດືອນ 9 ນີ້ ເຮົາກະຊິມີການປະເມີນເບີ່ງ ວ່າຜົລກະທົບຫຼາຍບໍ່ ຄືເຮົາມາເບີ່ງໂຕເລກການສົ່ງອອກ 4 ເດືອນຕົ້ນປີກະຖືວ່າ ບໍ່ມີຜົລກະທົບຫຼາຍກະຍັງໄຄກວ່າປີ 2020 ເນາະ.”

ທ່ານກ່າວຕຶ່ມວ່າ ປັຈຈັຍທີ່ເຮັດໃຫ້ອັຕຣາການເຕີບໂຕ ທາງດ້ານເສຖກິຈຂອງລາວ ຍັງຂຍາຍໂຕໄດ້ນັ້ນ ຍ້ອນວ່າໃນໄລຍະ 6 ເດືອນ ຜ່ານມາ ພາກທຸຣະກິດຂນາຍໃຫຍ່ ແລະ ຂນາດກາງ ຍັງມີການລົງທຶນ, ການກໍ່ສ້າງໂຄງການຕ່າງໆຢູ່ ແລະ ພາຍໃນເຂດເສຖກິຈ ພິເສດ ການຜລິດ ແລະ ການສົ່ງອອກ ຍັງເຮັດໄດ້ຕາມແຜນຢູ່.

ສຳລັບການທ່ອງທ່ຽວພາຍໃນປະເທດ ເຊັ່ນວ່ານະໂຍບາຍລາວທ່ຽວລາວ ແລະການຄ້າຂາຍໂດຍທົ່ວໄປ ແມ່ນຖືວ່າໄດ້ຮັບຜົນກະທົບ ເພາະຄົນບໍ່ໄດ້ເດີນທາງໄປໃສ ແລະ ການຈັບຈ່າຍຊື້ສິ່ງຂອງ ຣະຫວ່າງກັນກໍບໍ່ມີ ໃນສ່ວນນີ້ ທາງການລາວຕ້ອງເອົາໃຈໃສ່ແກ້ໄຂ ຢ່າງຮິບດ່ວນ ເພື່ອບໍ່ໃຫ້ເກີດຜົລກະທົບ ໃນໄລຍະຍາວ ແລະ ເກີດອັຕຣາການວ່າງານ ຫຼາຍກວ່ານີ້.

ຕໍ່ສະພາບເສຖກິຈໃນໄລຍະ 6 ເດືອນ ຂອງຕົ້ນປີນີ້, ຜູ້ປະກອບການທ່ອງທ່ຽວ ຢູ່ນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວ ເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ໃນທ້າຍປີ 2020 ຜ່ານມາ ທຸຣະກິຈການທ່ອງທ່ຽວ ໃນລາວ ເລີ່ມຈະດີຂື້ນ ຈາກນະໂຍບາຍລາວທ່ຽວລາວ ແຕ່ຫລັງຈາກບຸນປີໃຫມ່ລາວ ກໍໄດ້ປິດກິຈການອີກ ຍ້ອນໂຄວິດ-19 ຣະບາດຮອບສອງ ສົ່ງຜົລກະທົບຕໍ່ ທຸຣະກິຈການທ່ອງທ່ຽວ ຢ່າງແຮງ ແຕ່ກະຍັງບໍ່ເທົ່າກັບປີກາຍ.

“ໂອ້ຍ! ຢູ່ລາວຣະບາດຫນັກ ກະຈຳເປັນແລ້ວແນວມັນບໍ່ມີທົວ ບໍ່ມີງານເຂົ້່າມາ ກະບໍຣິສັດກະໄດ້ຮັບຄວາມເດືອດຮ້ອນ ຮ້ານອາຫານ ຮ້ານຄ້າ ຮ້ານອີ່ຫຍັງ ຂະເຈົາກະເລີ້ມເປີດຄືນມາ ໃຫມ່ແລ້ວ ຫລັງສົງການເດ້ ຊ້ວງນີ້ກະປິດໄປ.”

ຜູ້ປະກອບການທ່ານນີ້ ກ່າວຕຶ່ມວ່າ ມາຮອດປັດຈຸບັນ ກໍເຫັນວ່າຮ້ານອາຫານ, ຮ້ານທີ່ຂາຍເຄື່ອງຂອງຕ່າງໆ ກໍໄດ້ເປີດກິຈການຕາມ ປົກກະຕິແລ້ວ ແຕ່ຍັງຕ້ອງໄດ້ປະຕິບັດຕາມ ມາຕການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດຄືເກົ່າ ຍົກເວັ້ນຮ້ານອິນເຕີເນັດ, ຮ້ານນວດ ແລະ ສະຖານທີ່ບັນເທິງຕ່າງໆ ຍັງສືບຕໍ່ປິດກິຈການ ຢູ່ຊົ່ວຄາວ.

ຜູ້ປະກອບການເຮືອນພັກ ທີ່ເມືອງວັງວຽງ ແຂວງວຽງຈັນ ທ່່ານນຶ່ງກ່າວຕໍ່ເອເຊັຽເສຣີວ່າ ເຖິງແມ່ນວ່າເມືອງວັງວຽງບໍ່ມີໂຄວິດ-19 ຣະບາດແຕ່ໄດ້ຮັບ ຜົລກະທົບຂ້ອນຂ້າງໜັກ ຍ້ອນວ່າເປັນເມືອງທ່ອງທ່ຽວ ຖ້າບໍ່ມີນັກທ່ອງທ່ຽວຈາກຕ່າງແຂວງ ຫຼືຈາກນະຄອນຫຼວງ ວຽງຈັນ ມາທ່ຽວ ກໍເຮັດໃຫ້ທຸຣະກິດຕ່າງໆ ເຊົາໄປຫມົດ.

“ໂຊກດີວ່າ ທາງວັງວຽງ ບໍ່ມີຄົນຕິດເຊື້ອ ລະເຂົາເປັນເຂດຂຽວ ປັດຈຸບັນລະຄົນວຽງຈັນ ຄົນແຂວງອື່ນ ມັນຈະໄປບໍ່ໄດ້ ຂະເຈົ້າຈະ ຊົບເຊົາເລີຍ ຖ້າວ່າການຕິດຫລຸດລົງກໍເປີດໄດ້ ຖ້າຕິດເຊື້ອບໍ່ຫລຸດ ກະເປີດບໍ່ໄດ້ ຊີ້ນ່າ ແຕ່ວ່າ ປະຊາຊົນຂະເຈົ້າ ໄປມາຫາສູ່ກັນໄດ້ ບໍ່ຄືຢູ່ວຽງຈັນ.”

ປະຊາຊົນລາວຄົນນຶ່ງ ຢູ່ເມືອງປາກເຊ ແຂວງຈຳປາສັກກ່າວວ່າ ເຖິງແມ່ນວ່າ ທາງການລາວ ຈະເປີດໃຫ້ຫົວຫນ່ວຍທຸຣະກິດກັບມາ ເຄື່ອນໄຫວແລະ ອະນຸຍາດໃຫ້ຄົນໄປມາຫາສູ່ ກັນແລ້ວກໍຕາມ ແຕ່ສະພາບໂຕຈິງນັ້ນ ຍັງເຫັນວ່າ ຄົນຍັງບໍ່ອອກຈັບຈ່າຍຊື້ສິ່ງຂອງ ແລະ ທ່ອງທ່ຽວຫຼາຍປານໃດ ອາດຍັງມີຄວາມຢ້ານກົວຢູ່.

“ປະຈຸບັນເພິ່ນກະເປີດແລ້ວ ຢູ່ປາກເຊນີ້ເປີດ ແຕ່ວ່າ ມັນບໍ່ມີຄົນໄປຄົນມາຕິ ໃຜບໍ່ມີເງິນຄັນບໍ່ຈຳເປັນອີ່ຫລີ ກໍບໍ່ໄປບໍ່ມາ ເອີ ບາດນີ້ ໃຜກະບໍ່ມິີເງິນມີຄຳ ໃຜກະບໍ່ໄປແລ້ວ ບໍ່ຄືແຕ່ກີ້ ຫາເງິນສະດວກສະບາຍ ໃຜກະໄປຫລິ້ນ ໄປທ່ຽວ ໄປຫັ້ນໄປໜີ້.”

ຄົນລາວອີກຄົນນຶ່ງ ທີ່ຂາຍຊີ້ນສົດ ຢູ່ຕລາດ ນະຄອນຫຼວງວຽງຈັນ ເວົ້າວ່າ ຜູ້ທຸກຍາກທີ່ຫາເງິນເພື່ອໃຊ້ຈ່າຍ ໃນແຕ່ລະມື້ ເມື່ອຖືກ ຜົລກະທົບຈາກການຣະບາດຂອງໂຄວິດ-19 ໃນໄລຍະປິດບ້ານປິດເມືອງ ຣັຖບານກໍບໍ່ມີຫຍັງຊ່ອຍຂະເຈົ້າ ແລະ ຫຼາຍຄົນເຖິງຂັ້ນ ເຂົ້າຂາດແລງ ແກງຂາດຫມໍ້ ຍ້ອນບໍ່ມີຣາຍໄດ້ ແລະ ຂາດວຽກເຮັດງານທຳ.

“ເກາະເອ້ຍ ມື້ນຶ່ງສອງມື້ມາຊື້ໆ ແລ້ວບໍ່ໃຫ້ຄົນໄປມາແບບນີ້ ແລ້ວຊີ່ເອົາໃສມາກິນ.”

ທາງການລາວ ຄາດຄະເນຈາກຂໍ້ມູນໂຕຈິງວ່າ ການຣະບາດຂອງໂຄວິດ-19 ຮອບສອງ ເທື່ອນີ້ ຈະເຮັດໃຫ້ຄົນງານລາວ ປະມານ 84 ພັນ ຄົນຫວ່າງງານຂາດຣາຍໄດ້ ແລະ ຈະກ້າວໄປສູ່ພາວະຄວາມທຸກຍາກເພີ່ມອີກ.

ກ່ຽວກັບຜົລກະທົບ ຈາກການແຜ່ຣະບາດຂອງ COVID-19 ຮອບທີສອງໃນລາວນີ້ ນັກເສຖສາດ ແລະ ນັກສັງເກດການກທາງດ້ານ ເສຖກິຈທ່ານນຶ່ງກ່າວວ່າ ເຖິງແມ່ນວ່າ ການຣະບາດຈະບໍ່ສົ່ງຜົລກະທົບ ຕໍ່ເສຖກິຈຂນາດໃຫຍ່ ແຕ່ຜູ້ທີ່ໄດ້ຮັບຜົລກະທົບຫນັກ ແມ່ນ ກຸ່ມນັກສຶກສາຈົບໃຫມ່ ແລະ ກຸ່ມຜູ້ອອກແຮງງານຂັ້ນຕ່ຳ ໃນເຂດໂຕເມືອງຫວ່າງານ ຫຼາຍກວ່າຫມູ່.

“ສ່ວນຫຼາຍແມ່ນກຸ່ມຄົນຢູ່ເຂດໂຕເມືອງເນາະ ແຕ່ພວກຢູ່່ໃນເມືອງບໍ່ມີຣາຍໄດ້ ລະກະຢູ່ບໍ່ໄດ້ເລີຍ ຫຼາຍຄົນກະມີພື້ນຖານມາຈາກ ຊົນນະບົດ ກະໄດ້ກັບບ້ານ ພວກຈົບໃໝ່ ໂດຍສະເພາະພວກຈົບປຣິນຍາຕຣີ ຕັ້ງແຕ່ປີກາຍພຸ້ນ ບໍ່ໄດ້ວຽກເຮັດລະກະຕໍ່ຈົນຮອດ ປັດຈຸບັນ ຈົບປຣິນຍາມາ ແລະ ກະບໍ່ມີວຽກເຮັດ.”

ໃນປີ 2020 ຜ່ານມາ ເຖິງແມ່ນວ່າ ສປປລາວ ຈະໄດ້ຮັບຜົລກະທົບ ຈາກ ໂຄວິດ-19 ຣະບາດຢ່າງຫນັກກໍຕາມ ແຕ່ ທາງການລາວ ຣາຍງານວ່າ ອັຕຣາການເຕີບໂຕ ທາງດ້ານ ເສຖກິດຂອງລາວ ໃນປີ 2020 ເພີ່ມຂຶ້ນ 3%, ເຊິ່ງກົງກັນຂ້າມ ກັບຣາຍງານຂອງ ທະນາຄານພັທນາເອເຊັຽ ຫຼື ADB, ທີ່ວ່າ ໃນປີ 2020 ເສຖກິດລາວ ຕິດລົບ -2,5% ຊຶ່ງປັດຈັຍ ສຳຄັນໃນການຕິດລົບ ແມ່ນມາ ຈາກການຣະບາດ ຂອງໂຄວິດ-19 ທີ່ເຮັດໃຫ້ທຸຣະກິດຕ່າງໆ ປິດກິຈການເປັນຕົ້ນ ພາກບໍຣິການ ແລະ ການທ່ອງທ່ຽວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.