ເສຖກິຈລາວປີນີ້ ຍັງຄືບຄານ ຍ້ອນໂຄວິດ-19
2021.07.28

ສະຖາບັນວິທຍາສາດເສຖກິຈ ແລະ ສັງຄົມແຫ່ງຊາດ ໄດ້ອອກບົດຣາຍງານເສຖກິຈ ປີ 2021 ວ່າບໍ່ທັນຟື້ນໂຕຍ້ອນວ່າຜົລກະທົບ ການຣະບາດຂອງໂຄວິດ-19 ໃນຮອບໃໝ່, ຫົວໜ່ວຍທຸຣະກິຈ ເກືອບທຸກປະເພດ ຕ້ອງຢຸດກິຈການຊົ່ວຄາວ ໂຮງງານອຸດສາຫະກັມ ມີໂຄຕ້າການຜລິດຫຼຸດລົງ ກະທົບຕໍ່ການສົ່ງອອກ ການທ່ອງທ່ຽວ ແລະການຄ້າຊາຍແດນ ໄດ້ຮັບຜົລກະທົບໜັກທີ່ສຸດ ຍ້ອນມາຕການ ປິດປະເທດ.
ແຂວງຫລວງພຣະບາງ ເປັນເຂດທີ່ມີນັກທ່ອງທ່ຽວຫຼາຍ ໃນທຸກໆປີ, ແຕ່ຫຼັງຈາກໂຄວິດຣະບາດ ນັກທ່ອງທ່ຽວບໍ່ມີ ເຮັດໃຫ້ທຸຣະກິດ ຮ້ານອາຫານໄດ້ປິດໂຕລົງ. ຊາວເມືອງຫຼວງພຣະບາງ ຜູ້ທີ່ມີທຸຣະກິດຮ້ານອາຫານ ຢູ່ແຂວງຫລວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ ວ່າ:
"ບໍ່ມີນັກທ່ອງທ່ຽວເລີຍ ກະທຳໃຈໄດ້ປິດ, ສຳລັບຫລວງພຣະບາງ ຕອນນີ້ກາຍເປັນເມືອງຮ້າງໜ້ອຍນຶ່ງເລີຍ ຄືແບບໃນເມືອງທີ່ມີຄົນ ຫຼາຍທີ່ສຸດ ແລ້ວ ກະເຄີຍມີຝຣັ່ງຫຼາຍ ດຽວນີ້ ຄືແບບມິດໄປເລີຍ ປົກກະຕິ ເຂດທີ່ຄົນຫຼາຍທີ່ສຸດ ຈະເປັນແຖວຕລາດມືດ ດຽວນີ້ ໂຊນນັ້ນ ກາຍເປັນໂຊນຄົນໜ້ອຍທີ່ສຸດ ແບບປ່ຽວໄປເລີຍ."
ຍານາງ ກ່າວຕື່ມວ່າ ຜົລກະທົບ ຈາກການຣະບາດຂອງໂຄວິດ-19 ຮອບໃໝ່ນີ້ ຍັງໄດ້ເຮັດໃຫ້ລາວ ຕ້ອງປິດກິຈການຮ້ານອາຫານ ຊົ່ວຄາວ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຜົລກະທົບ ອື່ນໆທີ່ຈະຕາມມາໃນຕໍ່ໜ້າ.
ວຽກງານການກໍ່ສ້າງໂຮງແຮມ, ເຮືອນພັກ, ໂຄງການອື່ນໆ ຢູ່ເມືອງວັງວຽງ ແຂວງວຽງຈັນ ຕ້ອງໄດ້ຢຸດເຊົາຊົ່ວຄາວເຮັດໃຫ້ກັມກອນ ຕ້ອງພາກັນກັບບ້ານ ເພື່ອຫາວຽກໃໝ່ແທນ. ຊາວບ້ານຢູ່ເມືອງວັງວຽງ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ກໍຣະກະດາ ວ່າ:
"ບໍຣິສັດກໍ່ສ້າງກໍຫຼຸດລົງ ເນື່ອງຈາກວ່າ ໂຮງແຮມ ບໍຣິສັດຕ່າງໆ ທີ່ຈະສ້າງຕັ້ງຂຶ້ນ ເຂົາກໍຢຸດການສ້າງຕັ້ງ ເນື່ອງຈາກວ່າ ສ້າງໄປ ບໍ່ໄດ້ ເຂົາ ກໍບໍ່ສ້າງແລ້ວ ບໍຣິສັດທີ່ໃຫ້ການກໍ່ສ້າງເນາະ ກໍໄດ້ຢຸດ ຕ່າງຄົນ ຕ່າງຢຸດ ກໍເລີຍວ່າກະທົບ ກະທົບຫຼາຍເລີຍ."
ຢູ່ນະຄອນຫລວງວຽງຈັນ ຮ້ານຄ້າ, ຮ້ານອາຫານ, ໂຮງແຮມ, ເຮືອນພັກ ຕາມແຄມຂອງ ໄດ້ພາກັນປິດກິຈການ ແລະ ຮ້ານອາຫານ ແຄມທາງກໍປິດໂຕລົງ. ຊາວນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນມື້ດຽວກັນວ່າ:
"ຄືແຖວໃກ້ບ້ານເອື້ອຍນິ ຊິມີຮ້ານເຂົ້າປຽກ ຮ້ານຂາຍອາຫານແບບປາປີ້ງ ນຳແຄມທາງ ຂະເຈົ້າກະຂາຍຍາກ ມັນບໍ່ມີພະນັກງານ ໂຮງແຮມ ອີ່ຫຍັງ ຊິໄປ ຊິອີ່ຫຍັງ ຂະເຈົ້າກິນຫັນນ່າ ສ່ວນຫຼາຍແມ່ນປິດກັນເອງ ບໍ່ດີເລີຍ ເວົ້າເຣື່ອງເສຖກິຈ ບໍ່ດີເລີຍ."
ຫົວໜ່ວຍທຸຣະກິດ ທີ່ໄດ້ຮັບຜົລກະທົບຫຼາຍທີ່ສຸດ ແມ່ນພາກການທ່ອງທ່ຽວ, ການບໍຣິການ ແລະ ທຸຣະກິດ ຂນາດນ້ອຍ ແລະ ກາງ ຫຼື SME. ເຈົ້າໜ້າທີ່ຂແນງການຄ້າ ທ່ານນຶ່ງໄດ້ກ່າວຕໍ່ ເອເຊັຽເສຣີ ວ່າຣັຖບານກໍພຍາມຊ່ວຍກະຕຸ້ນເສຖກິຈ:
"ພາບລວມເບາະ ມັນກະຟື້ນຂຶ້ນມາໜ້ອຍນຶ່ງ ແດ່ແລ້ວ ແຕ່ວ່າ ສ່ວນຫຼາຍມັນຈະເຄື່ອນໄຫວຢູ່ພາຍໃນຄ່ອຍໆ ແບບກະຕຸ້ນກະຕຸ້ນກໍ ພຍາຍາມ ຊ່ວຍກັນຫຼາຍໆໂຄງການຂະເຈົ້າກະ [ຣັຖບານ] ພຍາຍາມຜັກດັນ."
ບົດຣາຍງານເສຖກິຈ ປີ 2021 ໄດ້ສເນີ ແນວທາງການແກ້ໄຂບັນຫາ ໄລຍະສັ້ນເພຶ່ອເຮັດໃຫ້ເສຖກິຈ ຟື້ນໂຕໄວ ຄື ຣັຖບານຕ້ອງ ສະກັດກັ້ນ ແລະ ຄວບຄຸມການຣະບາດຂອງ ໂຄວິດ-19 ໃນຊຸມຊົນໃຫ້ໝົດໄປໂດຍໄວທີ່ສຸດ, ເລັ່ງສັກວັກຊິນປ້ອງກັນໂຄວິດ-19 ໃຫ້ໄດ້ຢ່າງໜ້ອຍ 50 ເປີເຊັນ ຂອງຈຳນວນພົລເມືອງລາວທົ່ວປະເທດ, ປັບປຸງວິທີການເຮັດວຽກ ຂອງໜ່ວຍງານຣັຖ ໂດຍສະເພາະ ເຣື່ອງເອກສານໃຫ້ໄວຂຶ້ນ ເພື່ອປະຢັດເວລາ ແລະ ສືບຕໍ່ການປະຕິບັດມາຕການຫຼຸດຜ່ອນ ການຊຳລະດອກເບັ້ຽ ແລະ ຕົ້ນທຶນໃຫ້ແກ່ ຫົວໜ່ວຍ ທຸຣະກິດ.
ເຖິງຢ່າງໃດກໍຕາມ, ບົດຣາຍງານ ສະຖາບັນວິທຍາສາດເສຖກິຈ ແລະ ສັງຄົມແຫ່ງຊາດ ຍັງລະບຸວ່າ ການແຜ່ຣະບາດຂອງໂຄວິດ -19 ໃນຊຸມຊົນ ໃນຕົ້ນໄຕຣມາດທີ 2 ໄດ້ເຮັດໃຫ້ ຣັຖບານລາວ ຕ້ອງປະຕິບັດມາຕການເຂັ້ມງວດ ທາງດ້ານເສຖກິຈເປັນຮອບທີ 2.
ບົດຣາຍງານຍັງລະບຸ ອີກວ່າ: ຖ້າປຽບທຽບສະພາບເສຖກິຈກ່ອນເກີດການຣະບາດ ໃນຮອບນີ້ ແລະ ຮອບກ່ອນ ໄຕຣມາດ ທີ 1 ຂອງປີ 2020 ແລະ 2021 ຈະເຫັນວ່າຍັງມີຫຼາຍດ້ານ ທີ່ມີທ່າກ້າວໜ້າກວ່າ ທີ່ຈະເຮັດໃຫ້ລວມຍອດຜລິຕພັນ ພາຍໃນ ຫຼື GDP ໃນປີ 2021 ເຕີບໂຕໄດ້ເຖິງ 3.7 ເປີເຊັນ.
ຣັຖບານໄດ້ປະຊຸມປຶກສາຫາລືກັນ ໃນວັນທີ 26-27 ກໍຣະກະດາ ທີ່ຜ່ານມາ ຢູ່ນະຄອນຫຼວງວຽງຈັນເພື່ອສຸມໃສ່ ແລະສືບຕໍ່ຄຸ້ມຄອງ ເສຖກິຈມະຫານພາກໃຫ້ໝັ້ນຄົງ, ແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສຖກິຈ-ການເງິນ ໃຫ້ໜັກແໜ້ນ ແລະເຂັ້ມແຂງເທື່ອລະກ້າວ, ຊຸກຍູ້ສົ່ງເສີມ ການລົງທຶນ-ການຜລິດເປັນສິນຄ້າ, ການຂຸດຄົ້ນແຫ່ເຫຼັກ, ການຕິດຕັ້ງ ອຸປກອນການກວດກາ ສິນຄ້ານຳເຂົ້າ-ສົ່ງອອກ ຢູ່ດ່ານຊາຍແດນ ເພື່ອຮັບປະກັນ ປະສິດທິພາບ ແລະ ປະສິດທິຜົລ.