ຊາວບ້ານຫາປາຍາກ ຍ້ອນກໍ່ສ້າງ ເຂື່ອນ ດອນສະໂຮງ
2018.01.18

ຊາວປະມົງຢູ່ເມືອງຊະນະສົມບູນ ແຂວງຈຳປາສັກ ທີ່ຫາປາຢູ່ໃນແມ່ນ້ຳຂອງ ເດືອດຮ້ອນຍ້ອນປາໜ້ອຍລົງ, ຫາຍາກບໍ່ຄືແຕ່ກ່ອນ ພາຍຫລັງ ມີການກໍ່ສ້າງເຂື່ອນດອນສະໂຮງ ໃນແມ່ນ້ຳຂອງ ມານີ້ ປາ ບໍ່ສາມາດຂຶ້ນ-ລ່ອງ ຜ່ານຮູສະໂຮງ ໄດ້ຕາມທັມຊາດ ຄືເກົ່າ, ດັ່ງຊາວປະມົງ ບ້ານດອນກຸ່ມ ເມືອງຊະນະສົມບູນ ແຂວງຈຳປາສັກ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 17 ມົກຣາ ວ່າ:
"ບໍ່ມີປາ ຫາກິນຍາກໃນແມ່ນ້ຳຂອງ ເພາະວ່າປາມັນກໍບໍ່ຂຶ້ນມາ ເພາະວ່າເຂົາຕັນເຂື່ອນຢູ່ ເຂື່ອນດອນສະໂຮງ ທາງປາເຂົາກໍອັດໄວ້ ມັນກໍບໍ່ ຂຶ້ນບໍ່ຫລາຍ ຄືແຕ່ພໍ່ແຕ່ແມ່ ມັນກໍຫລາຍ ມື້ນຶ່ງມັນກໍໄດ້ຢູ່ 10 ກວ່າກິໂລ ຫລື 20 ກວ່າກິໂລ ດຽວນີ້ບໍ່ໄດ້."
ລາວເວົ້າວ່າ ບ້ານດອນກຸ່ມເປັນບ້ານນ້ອຍ ມີປະຊາຊົນຢູ່ 70 ປາຍຄອບຄົວ ໃນນັ້ນມີ 8 ຄອບຄົວມີອາຊີບປະມົງ ແຕ່ການຫາປາໃນຣະຍະ ຫລັງໆມານີ້ໄດ້ໜ້ອຍລົງ ບັນຫານີ້ບໍ່ພຽງແຕ່ມີ ຜົລກະທົບ ຕໍ່ຜູ້ທີ່ເປັນຊາວປະມົງເທົ່ານັ້ນ ແຕ່ຊາວບ້ານທົ່ວໄປ ກໍໄດ້ຮັບຜົລກະທົບເຊັ່ນກັນ ຍ້ອນວ່າ ເມື່ອໃດພວກເຂົາເຈົ້າ ຊອກຫາເຄື່ອງປ່າຂອງດົງ ມາກິນບໍ່ໄດ້ ກໍພາກັນ ລົງຫາປາມາກິນ.
ກ່ຽວກັບເຣຶ່ອງນີ້ ຊາວປະມົງອີກຜູ້ນຶ່ງ ທີ່ຢູ່ຫ່າງຈາກບ້ານດອນກຸ່ມປະມານ 8 ກິໂລແມັດ ກໍບອກວ່າ ຊາວປະມົງໃນເຂດບ້ານ ຂອງເຂົາເອງ ປະມານ 30 ປາຍຄົນ ກໍປະສົບກັບບັນຫາ ດຽວກັນ ນັ້ນ:
"ຄົນລາວນີ້ອຶດຢາກດຽວນີ້ ຫາກິນກໍໂອລຳບາກ ເຂື່ອນເລີ້ມເຮັດ ປາມັນກໍບໍ່ຂຶ້ນ ມັນຖືກກິ່ນນ້ຳໂມກນ້ຳມັນ ຂອງທີ່ມັນມີກິ່ນມັນກໍສິໜີໄປ ເລີຍນະ ມັນກໍສິບໍ່ຢາກຂຶ້ນມາ ຂ້ອຍໄປແຕ່ລະມື້ນີ້ ບໍ່ຄ່ອຍໄດ້ໄດ໋ ໄດ້ກໍພໍປານນັ້ນແຫລະ.”
ເວົ້າເຖິງສາເຫດ ທີ່ເຮັດໃຫ້ປາໜ້ອຍລົງນັ້ນ ທ່ານ ສົມກຽດ ເຂື່ອນຊຽງສາ ເຈົ້າໜ້າທີ່ເຄືອຂ່າຍ ອະນຸຮັກ ຊັພຍາກອນທັມມະຊາດ ແລະ ວັທນະທັມ ລຸ່ມແມ່ນ້ຳຂອງ ແມ່ນ້ຳລ້ານນາ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ນັບຕັ້ງແຕ່ປີ 2017 ມາເຖິງປັດຈຸບັນ ຢູ່ເຂື່ອນ ດອນສະໂຮງ ໄດ້ມີການຂຸດດິນ ຖົມດິນໃສ່ບໍຣິເວນ ຫົວເຂື່ອນ ໃນແມ່ນ້ຳຂອງ ທີ່ເອີ້ນວ່າ ຊ່ອງນ້ຳໄຫລ ຮູສະໂຮງ ເຮັດໃຫ້ປາບໍ່ສາມາດ ລອຍຂຶ້ນ-ລ່ອງ ຜ່ານຮູນ້ຳນັ້ນໄດ້ ຄືເກົ່າ ຈຶ່ງເຮັດໃຫ້ຈຳນວນປາ ຢູ່ຕອນເໜືອເຂື່ອນ ຫລຸດລົງ.
ທ່ານເວົ້າວ່າ ຜົລຂອງການສຶກສາ ທາງວິທຍາສາດ ຫຼາຍກວ່າ 28 ສະບັບ ຣະບຸວ່າຮູສະໂຮງໃນແມ່ນ້ຳຂອງ ໃນເຂດເມືອງໂຂງ ແຂວງ ຈຳປາສັກ ມີຄວາມສຳຄັນຫຼາຍ ຍ້ອນຮູນ້ຳດັ່ງກ່າວ ມີຄວາມຍາວ 5 ກິໂລແມັດ, ກວ້າງ 100 ແມັດ, ເປັນບ່ອນທີ່ປາ ລອຍຂຶ້ນ-ລ່ອງ ຫຼາຍທີ່ສຸດ ຍ້ອນເປັນບ່ອນດຽວ ທີ່ປາສາມາດລອຍຜ່ານ ໄປ-ມາ ໄດ້ທັງປີ, ເປັນແກ້ງທີ່ບໍ່ສູງ ພໍເທົ່າໃດ ບໍ່ຄືກັນກັບຮູນ້ຳບ່ອນອື່ນ ທີ່ຢູ່ໃກ້ ກັນນັ້ນ ເປັນຕົ້ນ ຄອນພະເພັງ ແລະ ຫລີ່ຜີ ທີ່ສູງຊັນ ປາ ບໍ່ສາມາດລອຍຜ່ານໄດ້.