ຊາວບ້ານຕ້ອງການທີ່ດິນ ປູກຝັງ
2018.09.13
ປະຊາຊົນ 15 ບ້ານ ທີ່ໄດ້ຮັບຜົລກະທົບ ແລະຖືກໃຫ້ໂຍກຍ້າຍ ຍ້ອນໂຄງການເຂື່ອນໄຟຟ້າໄຊຍະບູຣີ ຮຽກຮ້ອງໃຫ້ຣັຖບາລ ຊ່ອຍຫາດິນ ປູກຟັງໃຫ້ຕື່ມ ຍ້ອນວ່າດິນຈັດສັນ ທີ່ຣັຖບາລແບ່ງໃຫ້ຄອບຄົວນຶ່ງບໍ່ຮອດ 1 ເຮັກຕານັ້ນ ບໍ່ພຽງພໍສໍາລັບການປູກຝັງ ລ້ຽງຊີບ. ດັ່ງປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຢູ່ບ້ານຈັດສັນຄົນນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 13 ກັນຍາ ນີ້ວ່າ:
"ອັນນັ້ນເພິ່ນໃຫ້ຄ່າຊົດເຊີຍໝົດແລ້ວ ຂໍ້ຫຍຸ້ງຍາກໃນການຂໍເຣຶ່ອງດິນ ທໍາການຜລິດເອີ.. .ກໍມີຢູ່ ແຕ່ມັນບໍ່ພຽງພໍ ເພາະວ່າຄອບຄົວນຶ່ງໄດ້ແຕ່ 0.07 ບໍ່ຮອດເຮັກຕາຊໍ້າ."
ທ່ານກ່າວອີກວ່າ ທີ່ຜ່ານມາ ປະຊາຊົນທີ່ໄດ້ຮັບຜົລກະທົບຈາກ ເຂື່ອນໄຊຍະບູຣີ ທັງໝົດເກືອບ 3 ພັນຄົນ ໃນ 15 ບ້ານ, 663 ຄອບຄົວ ໄດ້ສົ່ງໜັງສືຮຽກຮ້ອງໄປຍັງ ຫ້ອງການປົກຄອງແຂວງໄຊຍະບູຣີ ແລ້ວ ເພື່ອຂໍທີ່ດິນເພີ້ມຕື່ມ ສໍາລັບປູກເຂົ້າ, ເຮັດສວນ ຫລືທໍາການຜລິດ ກະສິກັມອື່ນໆ ພໍໄດ້ລ້ຽງຄອບຄົວ. ແຕ່ຍັງບໍ່ທັນໄດ້ຮັບຄໍາຕອບເທື່ອ.
ສ່ວນເຣຶ່ອງຄ່າຊົດເຊີຍຄວາມເສັຍຫາຍ ມາເຖິງປັດຈຸບັນ ທາງການລາວ ກໍຍັງບໍ່ເປີດເຜີຍຣາຍລະອຽດວ່າ ຈະໃຫ້ຄອບຄົວນຶ່ງເທົ່າໃດກັນແທ້.
ປັດຈຸບັນ ປະຊາຊົນຫຼາຍກວ່າ 20% ໃນຈໍານວນ 200 ຄອບຄົວ ປະສົບກັບຄວາມທຸກຍາກຫຼາຍ ຍ້ອນວ່າບໍ່ມີອາຊີບໝັ້ນຄົງ, ທີ່ດິນທໍາກິນ ທີ່ທາງການຈັດສັນໃຫ້ກໍມີໜ້ອຍ ແລະທັງຣັຖບາລ ກໍຫ້າມບໍ່ໃຫ້ຫາປາເດັດຂາດ ຢູ່ເຂດເໜືອເຂື່ອນ ໃນໄລຍະ 2 ກິໂລແມັດ ແລະຢູ່ເຂດໃຕ້ ເຂື່ອນ 1 ກິໂລແມັດ.