ໂຄງການເຂື່ອນຂນາດນ້ອຍ ຂ.ເຊກອງ
2018.03.01
ເຈົ້າໜ້າທີ່ ກະຊວງແຜນການແລະການລົງທຶນ ແລະກະຊວງພລັງງານແລະບໍ່ແຮ່ ບໍ່ຮັບຮູ້ໂຄງການ ຈະສ້າງເຂື່ອນໄຟຟ້າ ຂນາດນ້ອຍ 3 ແຫ່ງ ໃນແຂວງເຊກອງ ທີ່ມີການເຊັນສັນຍາ ກໍ່ສ້າງ ໃນວັນທີ 19 ກຸມພາ 2018 ທີ່ຜ່ານມາ ຕາມສັນຍາ ບໍຣິສັດ MP ຈະສ້າງເຂື່ອນ ໄຟຟ້າ ຫ້ວຍເຍືອງ 2 ຂນາດ 9 ເມກາວັດ, ເຂື່ອນຫ້ວຍເຍືອງ 5, 10 ເມກາວັດ ແລະເຂື່ອນໄຟຟ້າ ຫ້ວຍເຍືອງ 7, 11 ເມກາວັດ, ດັ່ງເຈົ້າໜ້າທີ່ ກົມທຸຣະກິດພລັງງານ ກະຊວງພລັງງານແລະບໍ່ແຮ່ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 28 ກຸມພາ ນີ້ວ່າ:
”ເບິ່ງໂຕແຂວງເຊກອງ ຫັ້ນວະ ບໍ່ມີຂໍ້ມູນລະອຽດໄດ໋ ຂນາດນ້ອຍນິ ພວກເຮົາບໍ່ມີຂໍ້ມູນ 15 ເມກາວັດ ນິ ພວກເຮົາມີຂໍ້ມູນ ແຕ່ວ່າ ກົດໝາຍໄຟຟ້າໂຕໃໝ່ ອອກມື້ນີ້ 5 ເມກາວັດ ລົງໄປ ທາງແຂວງເປັນຜູ້ອະນຸມັດເຊັນເອງ ແລະ 5 ເມກາວັດຂຶ້ນໄປ ການເຊັນຕ່າງໆ ມັນຕ້ອງໄດ້ຜ່ານສູນກາງ.”
ທ່ານກ່າວຕື່ມວ່າ ກະຊວງຍັງບໍ່ໄດ້ຮັບຣາຍງານ ວ່າຈະມີການກໍ່ສ້າງເຂື່ອນໄຟຟ້າ ທັງ 3 ແຕ່ກົດໝາຍວ່າດ້ວຍໄຟຟ້າ ສະບັບປັບປຸງ ປີ 2017 ການເຊັນອະນຸມັດ ສ້າງເຂື່ອນໄຟຟ້າຂນາດນ້ອຍ 5 ເມກາວັດ ຂຶ້ນໄປຜູ້ຮັບຜິດຊອບ ແລະອະນຸມັດໂຄງການ ຈະຕ້ອງມີເຈົ້າໜ້າທີ່ ຂັ້ນສູນກາງ ກະຊວງແຜນການແລະການລົງທຶນ ກະຊວງພລັງງານແລະບໍ່ແຮ່ ເປັນຜູ້ຮັບຮອງເອກສານ ຮວມເຖິງການກວດກາ ມາຕຖານ ໃນການ ກໍ່ສ້າງເຂື່ອນໄຟຟ້າ ນຳດ້ວຍ.
ທ່ານ ຄຳມະນີ ອິນທິລາດ ຣັຖມົນຕຣີ ກະຊວງພລັງງານແລະບໍ່ແຮ່ ໄດ້ກ່າວຕອບຄຳຖາມ ຂອງສະມາຊິກສະພາແຫ່ງຊາດ ເມື່ອປີກາຍວ່າ ເຂື່ອນໄຟຟ້າຂນາດນ້ອຍ ທຸກແຫ່ງທີ່ມີທັງ 5 ເມກາວັດ ຂຶ້ນໄປນັ້ນຈະຕ້ອງໃຫ້ສູນກາງ ເປັນຜູ້ຮັບຜິດຊອບ ກວດກາ ມາຕຖານ ໂຄງສ້າງ ແລະ ອະນຸມັດໂຄງການກໍ່ສ້າງ.
ທ່ານ ຄຳມະນີ ອີກວ່າ; ເນື່ອງຈາກໄລຍະຜ່ານມາ ການກໍ່ສ້າງເຂື່ອນໄຟຟ້າ ຂານາດນ້ອຍຕາມກົດໝາຍ ວ່າດ້ວຍໄຟຟ້າ ສະບັບເກົ່ານັ້ນ ເຂື່ອນໄຟຟ້າ ຂນາດຕໍ່າກວ່າ 15 ເມກາວັດ ເຈົ້າໜ້າທີ່ແຂວງ ສາມາດອະນຸມັດກໍ່ສ້າງໄດ້ ຊືຶ່ງຈະບໍ່ເປັນໄປຕາມ ມາຕຖານຂອງສູນກາງ ກຳນົດ ເປັນຕົ້ນ ກໍຣະນີເຂື່ອນນໍ້າເອົ້າ ໃນແຂວງຊຽງຂວາງ ທີ່ແຕກເມື່ອ ເດືອນ ກັນຍາ ປີ 2017 ຜ່ານມາ ຊຶ່ງເຮັດໃຫ້ຣັຖ ເສັຽຫາຍ ຢ່າງຫຼວງຫຼາຍ ອີກທັງປະຊາຊົນຫຼາຍຄອບຄົວ ກໍຖືກຜົນກະທົບໜັກ ເຊັ່ນດຽວກັນ.