ລາວຕັດສິນໃຈສ້າງເຂື່ອນ ດອນ ສະໂຮງ
2015.09.30
ຣັຖບານ ລາວ ໃຫ້ ການຢືນຢັນ ວ່າ ຈະສ້າງ ເຂື່ອນ ດອນສະໂຮງ ຕາມ ຂັ້ນຕອນ ຂອງ ສັນຍາ ກັບ ບໍຣິສັດ ສຳປະທານ ທີ່ ທາງ ສະພາ ແຫ່ງຊາດ ກໍໄດ້ ຮັບຮອງ ເອົາແລ້ວ, ຊຶ່ງ ອົງການ ແມ່ນ້ຳ ສາກົນ ແລະ ການຈັດຕັ້ງ ທາງ ສັງຄົມ ຂອງ ກຳພູຊາ ໄທ ແລະ ວຽດນາມ ເວົ້າວ່າ ເປັນການ ຕັດສິນໃຈ ຝ່າຍດຽວ ປາສຈາກ ຄວາມ ເຫັນພ້ອມ ຂອງ ປະເທດ ສະມາຊິກ ແມ່ນ້ຳຂອງ ແລະ ອົງການ ປົກປ້ອງ ສິ່ງແວດລ້ອມ ແລະ ແມ່ນ້ຳ ສາກົນ.
ທ່ານ ວິຣະພົນ ວິຣະວົງ ຮອງ ຣັຖມົນຕຣີ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ເປີດເຜີຍ ໃນ ວັນທີ 3 ກັນຍາ ນີ້ວ່າ ຈະມີການ ສ້າງ ເຂື່ອນ ດອນສະໂຮງ ຕາມ ກຳນົດ ເວລາ ຍ້ອນວ່າ ໂຄງການ ສ້າງ ເຂື່ອນ ນີ້ ເປັນໄປ ຕາມ ຂັ້ນ ຕອນ ແລະ ກົດຫມາຍ ລາວ ແລະວ່າ ອົງການ ແມ່ນ້ຳຂອງ ສາກົນ ບໍ່ມີສິດ ອຳນາດ ໃນ ເຣື້ອງນີ້. ສະພາ ແຫ່ງຊາດ ລາວ ໄດ້ ຮັບຮອງ ເອົາແລ້ວ. ດັ່ງທ່ານ ກ່າວໃນ ຕອນນຶ່ງ ວ່າ:
"ສະພາ ຮັບຮອງ ໄປແລ້ວເດ ເຊັນ ສັນຍາ ສຳປະທານ ໄປແລ້ວ ສະພາ ແຫ່ງຊາດ ກໍໄດ້ ຮັບຮອງເອົາ ສັນຍາ ສຳປະທານ ໄປແລ້ວ ຕອນນີ້ ກໍເດີນ ຕາມ ຂັ້ນຕອນ ຂອງ ຣະບຽບ ກົດຫມາຍ ຕ່າງໆ".
ໃນຂນະ ດຽວກັນ ຫນັງສືພິມ ວຽງຈັນ ທາມສ ສະບັບ ວັນທີ 22 ກັນຍາ 2015 ກໍ ຣາຍງານ ວ່າ ເຂື່ອນ ດອນສະໂຮງ ຈະ ເລີ້ມກໍ່ສ້າງ ໃນ ເດືອນ ພຶສຈິກາ ປີນີ້ ທ່ານ ດາວວົງ ພອນແກ້ວ ອະທິບໍດີ ກົມ ວາງແຜນ ແລະ ນະໂຍບາຍ ກະຊວງ ພລັງງານ ແລະ ບໍ່ແຮ່ ສປປລາວ ກ່າວຕໍ່ ຫນັງສືພີມ ວຽງຈັນ ທາມສ ໃນວັນທີ 21 ກັນຍາ ວ່າ ທາງ ສະພາ ແຫ່ງຊາດ ລາວ ກໍເຫັນພ້ອມ ແລະ ຮັບຜ່ານ ໂຄງການ ເຂື່ອນ ດອນສະໂຮງ ໃຫມ່ ນີ້ ໂດຍ ຂໍ້ສັນຍາ ຕ່າງໆ ຣະຫວ່າງ ຣັຖບານ ກັບ ກຸ່ມຜູ້ ລົງທຶນ ກໍ່ສ້າງ ໄດ້ ລົງນາມ ກັນ ເປັນທີ່ ຮຽບຮ້ອຍ ແລ້ວ ໃນ ປັດຈຸບັນ ຍັງເຫລືອ ແຕ່ການ ລົງນາມ ຂໍ້ຕົກລົງ ຊື້ຂາຍ ໄຟຟ້າ ເທົ່ານັ້ນ ໂດຍແມ່ນ ກົມ ໄຟຟ້າ ລາວ ຫລື EDL ເປັນ ຜູ້ຮັບຊື້. ບໍຣິສັດ MEGA FIRST ເປັນ ຜູ້ລົງທຶນ ກໍ່ສ້າງ ໃນມູນຄ່າ ປະມານ 500 ລ້ານ ໂດລາ ແລະ ໂຄງການ ສ້າງ ເຂື່ອນ ດັ່ງກ່າວ ມີ ສັນຍາ ສຳປະທານ ປະມານ 25 ປີ ຄາດວ່າ ຈະສ້າງໃຫ້ ແລ້ວ ໃນປີ 2020. ດັ່ງ ທ່ານກ່າວ ໃນຕອນນຶ່ງ ວ່າ:
"ກຳລັງ ຈະເລີ້ມ ກໍ່ສ້າງ ໃຫ້ ຣະດູຝົນ ຜ່ານໄປ ກ່ອນ ໃຫ້ ນ້ຳລົງ ຈຶ່ງ ຈະເລີ້ມ ລົງມື ກໍ ປະມານ ເດືອນ 11".
ທ່ານກ່າວ ຕື່ມວ່າ ໃນ ເວລາ ນີ້ ຍັງບໍ່ການ ເຄື່ອນຍ້າຍ ອຸປກອນ ການສ້າງສາ ເຂົ້າໄປ ໃນເຂດ ດັ່ງກ່າວ ເທື່ອ ແລະ ການ ໂຍກຍ້າຍ ປະຊາຊົນ 11 ຄອບຄົວ ກໍ ສຳເຣັດ ແລ້ວ. ໃນຂນະ ດຽວກັນ ບໍຣິສັດ MEGA FIRST ຂອງ ມາເລເຊັຽ ກໍໄດ້ ລົງນາມ ການ ສຳປະທານ ເຂື່ອນ ດອນສະໂຮງ ເປັນ ເວລາ 25 ປີ ຢ່າງ ເປັນ ທາງການ ເມື່ອມໍ່ໆ ມານີ້.
ໝາຍຄວາມ ວ່າ ທາງການ ລາວ ຈະສ້າງ ເຂື່ອນ ດອນສະໂຮງ ຢ່າງ ແນ່ນອນ ໃນ ເດືອນ ພຶສຈິກາ ປີນີ້ ແລະ ກໍເປັນການ ຕັດສີນໃຈ ຝ່າຍດຽວ ປາສຈາກ ຄວາມ ເຫັນພ້ອມ ຂອງ ປະເທດ ອ້ອມຂ້າງ ຜູ້ທີ່ຈະໄດ້ ຮັບ ຜົລກະທົບ ຂ້າມແດນ ຈາກ ໂຄງການ ເຂື່ອນ ດອນໂຮງ, ດັ່ງ ວຽດນາມ ກຳພູຊາ ແລະ ປະຊາຊົນ 8 ແຂວງ ຕາມ ລຳ ແມ່ນ້ຳຂອງ ຂອງໄທ ຮ່ວມດ້ວຍ ອົງການ ປົກປ້ອງ ສິ່ງແວດລ້ອມ ແລະ ຄນະ ກັມມະທິການ ແມ່ນ້່ຳຂອງ.
ໂຄງການ ເຂື່ອນ ດອນສະໂຮງ ເປັນໂຄງການ ທີ່ ມີຄວາມ ຂັດແຍ່ງ ກັນມາ ແຕ່ຕົ້ນ ຈາກ ທຸກພາກສ່ວນ ທີ່ ໃຊ້ນ້ຳຂອງ ຮ່ວມກັນ ເປັນຕົ້ນ ກຳພູຊາ ວຽດນາມ ແລະໄທ, ອົງການ ຈັດຕັ້ງ ທາງສັງຄົມ ອົງການ ແມ່ນ້ຳ ສາກົນ ອົງການ ປົກປ້ອງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ແລະ ສິ່ງ ແວດລ້ອມ ຕາມລຳ ແມ່ນ້ຳຂອງ ແລະ ຫລາຍອົງການ ທີ່ ຕ້ານ ການສ້າງ ເຂື່ອນ ໃນລາວ. ກຸ່ມ ດັ່ງກ່າວ ບໍ່ເຫັນພ້ອມ ໃນການ ສ້າງ ເຂື່ອນ ດອນສະໂຮງ ຮຽກຮ້ອງ ໃຫ້ ມີການ ສຶກສາ ຜົລກະທົບ ເພີ້ມຕື່ມ.
ເຣື້ອງຣາວ ຄວາມເປັນມາ ກໍ່ແມ່ນວ່າ ຫລັງຈາກ ລາວ ໄດ້ເອົາ ບັນຫາ ເຂື່ອນ ດອນສະໂຮງ ເຂົ້າໃນ ຂັ້ນຕອນ ປຶກສາ ຫາລືກັນ ລ່ວງຫນ້າ ໃນ ວັນທີ 25 ກໍຣະກະດາ ປີ 2014 ເປັນ ເວລາ 6 ເດືອນ ເພື່ອໃຫ້ ບັນດາ ປະເທດ ສະມາຊິກ ແຈ້ງ ບັນຫາ ຜົລກະທົບ ແຕ່ ທາງການ ລາວ. ກຸ່ມ ດັ່ງກ່າວ ກໍ່ໄດ້ຈັດ ກອງປະຊຸມ ພິເສດ ຂື້ນ ເພື່ອ ປຶກສາ ຫາລື ກັນ ໃນ ເຣື້ອງນີ້ ແຕ່ບໍ່ ສາມາດ ຕັດສີນໃຈ ໃນບັນຫາ ດັ່ງກ່າວ ໄດ້ ຈຶ່ງໄດ້ ສເນີ ບັນຫານີ້ ໄປຫາ ສະພາ ຄນະ ມົນຕຣີ ແມ່ນ້ຳຂອງ ເປັນ ຜູ້ຕັດສິນ ຊຶ່ງ ປະກອບ ດ້ວຍ ຣັຖມົນຕຣີ ດ້ານ ນ້ຳ ແລະ ສິ່ງແວດລ້ອມ ຈາກ ສປປລາວ ໄທ ກຳພູຊາ ແລະ ວຽດນາມ ພາຍຫລັງ ກອງປະຊຸມ ພິເສດ ໃນ ມື້ວັນທີ 28 ມົກຣາ ປີ 2015 ບໍ່ສາມາດ ຕົກລົງ ກັນໄດ້ ກ່ຽວກັບໂຄງການ ນີ້.
ສະພາ ຄນະ ມົນຕຣີ ແມ່ນ້ຳຂອງ ຫລັງຈາກ ປະຊຸມ ກັນ ໃນວັນທີ 19 ເດືອນ ມິຖຸນາ ປີ 2015 ກໍ ປະກາດ ວ່າ ຍັງມີ ຄວາມຄິດ ທີ່ ແຕກຕ່າງກັນ ຣະຫວ່າງ ປະເທດ ຕ່າງໆ ກ່ຽວກັບ ຂະບວນການ ປຶກສາ ຫາລືກັນ ລ່ວງຫນ້າ ແລະວ່າ ບັນຫາ ນີ້ ຕ້ອງໄດ້ ສົ່ງໃຫ້ ຣັຖບານ ປະເທດ ຕ່າງໆ ທີ່ ກ່ຽວຂ້ອງ ພິຈາຣະນາ ເພື່ອ ແກ້ໄຂ ແຕ່ ເທົ່າເຖິງ ປັດຈຸບັນ ຍັງບໍ່ເຫັນ ຖແລງການ ຈາກ ຝ່າຍ ຣັຖບານ ຂອງ ປະເທດ ທີ່ ກ່ຽວຂ້ອງ ເທື່ອວ່າ ໃຫ້ສ້າງ ຫລືບໍ່ ໃຫ້ສ້າງ.
ໃນຂນະ ດຽວກັນ ທາງການ ລາວ ກໍ ປະກາດ ວ່າ ຈະເດີນຫນ້າ ໃນການ ກໍ່ສ້າງ ເຂື່ອນ ດອນສະໂຮງ ຕາມ ກຳນົດ ເວລາ ທີ່ ໄດ້ວາງໃວ້ ດັ່ງ ໃນເດືອນ ພຶສຈິກາ ປິນີ້ ຊື່ງເຮັດໃຫ້ ຫຼາຍ ປະເທດ ບໍ່ເຫັນດີ ນຳ. ດັ່ງ ວຽດນາມ ກຳພູຊາ ແລະ ໄທ.
ປະເທດ ວຽດນາມ ເວົ້າວ່າ ເຂື່ອນ ດອນສະໂຮງ ຕ້ອງເລື່ອນ ເວລາໄປ ອີກ ເພື່ອ ສຶກສາ ຜົລກະທົບ ຂ້າມແດນ ໃສ່ ວຽດນາມ ໂດຍສະເພາະ ໃນເຂດ ສາມຫລ່ຽມ ປາກ ແມ່ນ້ຳ ຊຶ່ງ ເປັນອູ່ເຂົ້າ ອູ່ນ້ຳ ຂອງ ວຽດນາມ.
ປະເທດ ກຳພູຊາ ກໍຢາກໃຫ້ ສຶກສາ ເພີ້ມຕື່ມ ຍ້ອນຢ້ານ ສົ່ງ ຜົລກະທົບ ຕໍ່ ຝຸງປາ ໃນ ຕົງເລສາບ ຊຶ່ງ ເປັນແຫລ່ງ ໂປຣຕີນ ຂອງ ປະຊາຊົນ ຜູ້ທຸກຍາກ ໃນ ກຳພູຊາ ແລະ ແມ່ນ້ຳຂອງ ຕອນລຸ່ມ.
ປະເທດ ໄທ ກໍເວົ້າວ່າ ເຂື່ອນ ດອນສະໂຮງ ຍັງບໍ່ມີ ຂໍ້ມູນ ທີ່ ຊັດເຈນ ແລະ ເຄືອຄ່າຍ ປະຊາຊົນ ໄທ ຜູ້ທີ່ ອາສັຍ ການຫາຢູ່ ຫາກິນ ຕາມລຳ ແມ່ນ້ຳຂອງ ກໍຕ້ອງການ ຂໍ້ມູນ ແລະ ຣາຍລະອຽດ ເພີ້ມຕື່ມ ໃນໂຄງການ ເຂື່ອນ ດອນສະໂຮງ.
ແຕ່ ທາງການ ລາວ ເວົ້າວ່າ ສປປລາວ ໄດ້ ປະຕິບັດ ຕາມ ຂັ້ນຕອນ ຄວາມຕ້ອງການ ຂອງ ທຸກ ພາກສ່ວນ ທີ່ ກ່ຽວຂ້ອງ ແລະ ຂໍ້ຕົກລົງ ໃນສົນທິ ສັນຍາ ແມ່ນ້ຳຂອງ ສະບັບ ປີ 1995 ທຸກປະການ ໃນໂຄງການ ເຂື່ອນ ດອນສະໂຮງ ດັ່ງນັ້ນ ຂັ້ນຕໍ່ໄປ ຣັຖບານ ລາວ ຈະ ປະຕິບັດ ໃຊ້ ສິດທິ ອະທິປະຕັຍ ເຂດນ້ຳ ແດນດິນ ຂອງຕົນ ໃນການ ພັທນາ ຊັພຍາກອນ ທັມມະຊາດ ແບບໂປ່ງໄສ ແລະ ໃຫ້ຜົລ ປະໂຫຍດ ແກ່ ປະຊາຊົນ ແລະ ປະເທດ ຊາດ.
ນາງ ພຽນພອນ ດີເທດ ຜູ້ ປະສານງານ ອົງການ ແມ່ນ້ຳ ສາກົນ ປະຈຳ ປະເທດໄທ ກ່າວວ່າ ການ ສ້າງ ເຂື່ອນ ດອນສະໂຮງ ເປັນບັນຫາ ພູມີພາກ ເພາະວ່າ ແມ່ນ້ຳຂອງ ເປັນ ແມ່ນ້ຳ ສາກົນ ດັ່ງນັ້ນ ບໍ່ມີ ຣັຖບານ ປະເທດ ໃດ ປະເທດ ນຶ່ງ ມີອຳນາດ ຕັດສີນໃຈ ສ້າງໄດ້ ຕາມ ລຳພັງ.
ເຄືອຂ່າຍ ຊຸມຊົນ ຈາກ 8 ແຂວງ ຕາມລຳ ແມ່ນ້ຳຂອງ ຂອງໄທ ກໍ່ຕ້ານ ການສ້າງ ເຂື່ອນ ດອນສະໂຮງ ກຸ່ມ ດັ່ງກ່າວ ເວົ້າວ່າ ໂຄງການ ເຂື່ອນ ດອນສະໂຮງ ຍັງບໍ່ມີ ຂໍ້ມູນ ທີ່ ຊັດເຈນ ທາງການ ລາວ ຕ້ອງໃຫ້ ຂໍ້ມູນ ຊາວບ້ານ ຕາມ ລຳ ແມ່ນ້ຳຂອງ ກ່ອນ, ກ່ອນ ຈະສ້າງ.
ເຄືອຂ່າຍ ຊຸມຊົນ ດັ່ງກ່າວ ເຄີຍ ສົ່ງຟ້ອງ ເຂື່ອນ ໄຊຍະບູຣີ ແລະ ບໍຣິສັດ ໄທ ທີ່ ຊື້ ໄຟຟ້າ ຈາກ ເຂຶ່ອນ ແລະ ທະນາຄານ ໄທ ທີ່ ໃຫ້ເງິນກູ້ ໃນການ ສ້າງ ກຸ່ມ ດັ່ງກ່າວ ກຳລັງ ພິຈາຣະນາ ສົ່ງຟ້ອງ ເຂື່ອນ ດອນສະໂຮງ. ສຳລັບ ອົງການ ຟື້ນຟູ ຣະບົບ ນິເວດ ຕາມລຳ ແມ່ນ້ຳຂອງ ຜູ້ ອຳນວຍການ ອົງການ ດັ່ງກ່າວ ນາງ ເປຣມ ລືດີ ດາວເຮືອງ ກໍກ່າວວ່າ ອົງການ ຂອງ ນາງ ຕ້ອງການ ຢາກໃຫ້ ທຸກ ປະເທດ ໃນ ແມ່ນ້ຳຂອງ ທົບທວນ ໂຄງການ ເຂື່ອນ ດອນສະໂຮງ ຢ່າງ ຈິງຈັງ ໂດຍສະເພາະ ຣັຖບານ ໄທ ນາງເວົ້າວ່າ:
"ເບິ່ງ ຄືວ່າ ທ່າທີ ຂອງ ຣັຖບານໄທ ບໍ່ ຈິງຈັງ ໃນ ບັນຫາ ນີ້".
ຍ້ອນ ເຫດຜົລ ທັງຫມົດ ທີ່ ກ່າວມາ ຂ້າງເທິງ ນີ້ ຈຶ່ງເວົ້າໄດ້ ວ່າ ທາງການ ລາວ ຕັດສິນໃຈ ຝ່າຍດຽວ ໃນການສ້າງ ເຂື່ອນ ດອນສະໂຮງ ໂດຍ ບໍ່ຄຳນຶງ ເຖິງ ຄວາມ ຄັດຄ້ານ ຈາກ ພາກສ່ວນ ທີ່ ກ່ຽວຂ້ອງ ໃນ ໂຄງການ ດັ່ງກ່າວ.
ເຂື່ອນ ດອນສະໂຮງ ເປັນເຂື່ອນ ນ້ຳລົ້ນ ຂນາດ 260 ເມກາວັດ ສ້າງ ແລະ ລົງທຶນ ໂດຍ ບໍຣິສັດ Mega first ຂອງ ມາເລເຊັຽ ໃນມູນຄ່າ ການກໍ່ສ້າງ ປະມານ 500 ລ້ານ ໂດລາ ໃນການ ສຳປະທານ 25 ປີ ຄາດວ່າ ຈະສ້າງໃຫ້ ແລ້ວ ແລະ ບໍຣິການ ຂາຍ ໄຟຟ້າ ໃນ ປີ 2020 ຊາວບ້ານ 11 ຄອບຄົວ ຖືກ ໂຍກຍ້າຍ ໄຟຟ້າ ສ່ວນໃຫຍ່ ຈະໃຊ້ ພາຍໃນ ປະເທດ ບາງສ່ວນ ຂາຍໃຫ້ ປະເທດ ເພື່ອນ ບ້ານ.