ການເງິນຈຸລພາກສົງເປືອຍ ເຂົ້າສູ່ ປົກກະຕິ

ໄຊຍາ
2018.04.16
F-Micro-finance ປະຊາຊົນຊາວບ້ານສົງເປືອຍ ເມືອງນາຊາຍທອງ ໂຮມກັນ ຂໍຖອນເງິນຈາກ ສະຖາບັນການເງິນ ຈຸລພາກ ເພື່ອ ການພັທນາ ເມື່ອວັນທີ 30 ມິນາ 2018
Screen captured from: ບອກຂ່າວວັນນີ້

ປະຊາຊົນລູກຄ້າ ທີ່ໄດ້ເປີດບັນຊີເງິນຝາກນໍາ ສະຖາບັນການເງິນຈຸລພາກ ຢູ່ຕລາດສົງເປືອຍ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ສາມາດ ໄປຖອນເງິນຝາກໄດ້ ຕາມປົກກະຕິແລ້ວ ຕັ້ງແຕ່ວັນທີ 09 ເມສາ 2018 ເປັນຕົ້ນມາ ຕາມການແຈ້ງການ ຂອງ ສະຖາບັນ. ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງນາຊາຍທອງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 13 ເມສາ ນີ້ວ່າ:

"ຂະເຈົ້າໄປກະໄດ້ຢູ່ ດອກແມ່ນຫຍັງ ຂະເຈົ້າກະແກ້ໄຂ ຂະເຈົ້າກະເປີດວັນຈົນຮອດວັນສຸກ ຫັ້ນແຫລະ ກະໄດ້ແດ່ແລ້ວ 5 ຫາ 6 ເດືອນ ຂະເຈົ້າກະໄດ້ໄປ 2 ຫາ 3 ເດືອນ ຈັງຊິນະ."

ເຈົ້າໜ້າທີ່ກ່າວຕື່ມວ່າ ບໍ່ຮູ້ຄັກແນ່ວ່ານັບຕັ້ງແຕ່ ວັນທີ 09 ເມສາ ຈົນຮອດປັດຈຸບັນ ລູກຄ້າໄດ້ໄປຖອມເງິນ ຈັກຄົນແລ້ວ ແລະຖອນເງິນໄດ້ ຕາມທີ່ ຕົນຕ້ອງການຫລືບໍ່ ແຕ່ລູກຄ້າສ່ວນໃຫຍ່ ກໍພໍໃຈທີ່ຖອນເງິນໄດ້ ຊຶ່ງທາງສະຖາບັນ ຈະໃຫ້ລູກຄ້າສາມາດ ຖອນເງິນໄດ້ຈົນຮອດ ວັນທີ 25 ເມສາ ນີ້ ຈາກນັ້ນຈະໃຫ້ຖອນຕື່ມອີກ ເມື່ອໃດນັ້ນ ຕ້ອງຕິດຕາມການແຈ້ງການຕໍ່ໄປ.

ກ່ອນໜ້ານີ້ເມື່ອວັນທີ 2 ຫາ 6 ເມສາ ມີປະຊາຊົນທີ່ເປັນລູກຄ້າ ປະມານ 60 ຄົນ ຫາ 100 ຄົນ ຕໍ່ມື້ພາກັນໄປຖອນເງິນ ຢູ່ສະຖາບັນ ການເງິນ ຈຸລພາກ ທີ່ຮັບເງິນຝາກ ແຕ່ພະນັກງານບອກວ່າ ຍັງບໍ່ມີເງິນພຽງພໍ ແລະໃຫ້ເລື່ອນໄປຖອນກ່ອນ ປີໃໝ່ລາວ.

ເມື່ອວັນທີ 30 ມິນາ ຜ່ານມາ ປະຊາຊົນຈຳນວນ 40 ຄົນ ຢູ່ບ້ານສົງເປືອຍເໜືອ ແລະສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫລວງ ວຽງຈັນ ໄດ້ພາກັນມາໄປໂຮມຊຸມນຸມ ຕໍ່ໜ້າສະຖາບັນການເງິນຈຸລພາກ ຍ້ອນບໍ່ພໍໃຈ ທີ່ສະຖາບັນການເງິນ ບໍ່ມີເງິນ ໃຫ້ຖອນ ໂດຍໃຫ້ ເຫດຜົນວ່າ ສະຖາບັນການເງິນ ມີບັນຫາກ່ຽວກັບການເງິນ ເນື່ອງຈາກມີລູກຄ້າກູ້ຢືມເງິນ ໄປຫລາຍກ່ອນໜ້ານັ້ນ ແລະ ມີຂ່າວໃສ່ຮ້າຍ ປ້າຍສີ ຕໍ່ສະຖາບັນ ສົ່ງຜົນໃຫ້ລູກຄ້າ ມາຖອນເງິນອອກໄປຕື່ມອີກ. ດັ້ງນັ້ນຈຶ່ງຂາດເງິນໝູນວຽນໃຫ້ ລູກຄ້າມາຖອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.