ທາງການລາວເພີ້ມຕ້ານການ ສໍ້ໂກງ

ຈໍາປາທອງ
2017.09.13
F-audit ກົມກວດກາພາຍໃນ ຜແນກສະກັດກັ້ນ ແລະ ຕ້ານການສໍ້ຣາສບັງຫລວງ
RFA/LX

ທາງການ ສປປລາວ ເພີ້ມມາຕການຕ້ານ ການສໍ້ຣາດບັງຫລວງ ໂດຍໃຊ້ກົດໝາຍ ແລະຣະບຽບການຕ່າງໆ ເຄັ່ງຄັດຂຶ້ນ ເປັນຕົ້ນກຳນົດໃຫ້ ຜູ້ທີ່ເປັນຫົວໜ້າໜ່ວຍງານ ຕ້ອງຮັບຜິດຊອບ ຕໍ່ການທຸຈະຣິດ ຢູ່ໃນອົງການຂອງຕົນ ເພື່ອລົບລ້າງ ການສ້ຳຣາດບັງຫຼວງ ໃຫ້ໄດ້ພາຍໃນ ປີ 2020. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ລາວຣະດັບສູງ ໃນວັນທີ 12 ກັນຍາ 2017:

"ກະເພີ້ມມາຕການເຂັ້ມງວດ ຂຶ້ນເລື້ອຍໆຫັ້ນແຫລະ ເພື່ອບໍ່ໃຫ້ມັນ ມີການສໍ້ຣາດບັງຫລວງ ຕ້ອງໄດ້ເຂັ້ມງວດຂຶ້ນ ກວ່າເກົ່າອີກນະ ດຽວນີ້ ມັນກະເປັນການລັກເຮັດ ຂອງກຸ່ມຄົນໃດສ່ວນນຶ່ງຊື່ໆ ຈັ່ງວ່າມີການ ປາບປາມ".

ທ່ານກ່າວຕື່ມວ່າ ສາເຫດທີ່ຍັງມີ ພະນັກງານຣັຖກອນ ຈຳນວນນຶ່ງ ສໍ້ຣາດບັງຫຼວງ ຢູ່ນັ້ນ ກໍຍ້ອນພວກເຂົາເຈົ້າ ຄິດວ່າ ອົງການກວດກາ ແຫ່ງຣັຖ ຄົງບໍ່ສາມາດກວດເຫັນ ຄວາມຜິດ ຂອງພວກເຂົາເຈົ້າ, ແລະວ່າ ເຖິງຢ່າງໃດກໍຕາມ ທີ່ຜ່ານມາ ທາງການ ກໍສາມາດກວດເຫັນ ຄວາມຜິດແລະຈັບ ເຈົ້າໜ້າທີ່ ຜູ້ສໍ້ຣາດບັງຫຼວງ ນັ້ນໄດ້ຫຼາຍຄົນ. ຊຶ່ງສ່ວນໃຫຍ່ ເປັນຄະດີຍັກຍອກ ງົບປະມານຂອງຣັຖ ທີ່ຖືກລົງໂທດ ຫລຸດຕຳແໜ່ງ, ຖືກພັກວຽກ ແລະໜັກໄປກວ່ານັ້ນ ແມ່ນໃຫ້ອອກການ ພ້ອມທັງຖືກ ດຳເນີນຄະດີ ຕາມກົດໝາຍ.

ໜັງສືພິມຂອງທາງການລາວ ຣາຍງານວ່າ ນັບຕັ້ງແຕ່ປີ 2012 ຮອດປີ 2014 ຣັຖບາລ ສປປລາວ ສູນເສັຍງົບປະມານ ຈາກການສໍ້ຣາດ ບັງຫລວງ ຫລາຍກວ່າ 1 ພັນຕື້ກີບ, ໃນນັ້ນເສັຍງົບປະມານ 100 ຕື້ກີບ ໃຫ້ໂຄງການສ້າງຖນົນ ຢູ່ແຂວງອຸດົມໄຊ ຊຶ່ງ ສ້າງຍັງບໍ່ທັນແລ້ວ ກໍໂຈະໂຄງການໄປ.

ສະພາແຫ່ງຊາດ ໄດັຮັບຜ່ານກົດໝາຍ ວ່າດ້ວຍການຕ້ານສໍ້ຣາດບັງຫລວງ ໃນປີ 2005 ແລະຖືກບັງຄັບໃຊ້ ມາເຖິງປັດຈຸບັນ. ທີ່ຜ່ານມາ ຣັຖບາລກໍໄດ້ອອກ ດຳຣັຖ ໃຫ້ພະນັກງານ-ຣັຖກອນ ທີ່ມີໜ້າທີ່ ຂຽນຣາຍງານ ຊັພສິນສ່ວນຕົວ ເພື່ອທີ່ຈະສາມາດ ກວດສອບຊັພສິນ ຂອງແຕ່ລະຄົນ ໄດ້ງ່າຍຂຶ້ນ ແຕ່ກໍຍັງບໍ່ສາມາດ ສະກັດກັ້ນ ການສໍ້ຣາດບັງຫລວງ ນັ້ນໄດ້.

ປີ 2016 ອົງການເພື່ອຄວາມໂປ່ງສັຍສາກົນ Transparency International ໄດ້ຈັດ ສປປລາວ ຢູ່ໃນກຸ່ມປະເທສ ທີ່ມີການສໍ້ຣາດບັງ -ຫຼວງ ຫຼາຍໃນໂລກ ຄືໃຫ້ຢູ່ໃນອັນດັບທີ 123 ໃນຈໍານວນ 176 ປະເທສ, ເມື່ອປີ 2015 ຢູ່ໃນອັນດັບທີ 139.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.