ເດີ່ນຍົນໜອງຄ້າງຍັງຢູ່ໃນ ໂຄງການ
2017.02.08

ວຽກງານການກໍ່ສ້າງ ເດີ່ນຍົນສາກົນ ໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ຊຶ່ງໄດ້ຢຸດໄປ ຕັ້ງຫຼາຍເດືອນ ຄາດວ່າຈະ ເລີ້ມຄືນໃໝ່ ໂດຍແມ່ນ ບໍຣິສັດ ຮ່ອງແອັງແຢລາຍ ຄືເກົ່າ ເປັນຜູ້ລົງທຶນ ກໍ່ສ້າງ. ຕາມແຫລ່ງຂ່າວ ໃນແຂວງຫົວພັນ ທ່ານນຶ່ງ ທີ່ບໍ່ປະສົງ ອອກຊື່ ໄດ້ກ່າວກັບ ເອເຊັຽເສຣີ ໃນວັນທີ່ 7 ກຸມພາ ນີ້ວ່າ:
"ກໍມີແຜນຈະເຮັດແລ້ວ ມີແຕ່ຜູ້ໃຫຍ່ ເພິ່ນມາເວົ້າວ່າຕຽມຊື່ໆ ແຕ່ບໍ່ຮູ້ວ່າ ສິລົງແນວໃດ ຍັງບໍ່ຍົກເລີກ ຍັງຈະເຮັດຄືເກົ່າ ຍັງບໍຣິສັດເກົ່າຕິ".
ທ່ານວ່າ ຫລັງຈາກ ວຽກງານກໍ່ສ້າງ ໄດ້ຢຸດໄປ ດົນເຕີບ ປະຊາຊົນ ໃນທ້ອງຖິ່ນ ຄິດວ່າໂຄງການນີ້ ໄດ້ຍົກເລີກໄປ ເພາະມັນກາຍເປັນ ເດີ່ນຍົນຮ້າງໄປແລ້ວ ກ່ຽວກັບເຣື້ອງນີ້ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ເຈົ້າໜ້າທີ່ ຂອງໂຄງການສນາມບິນ ແຕ່ເພິ່ນບໍ່ ສະດວກ ທີ່ຈະໃຫ້ ຂໍ້ມູນ.
ວຽກງານກໍ່ສ້າງ ເດີ່ນຍົນສາກົນ ແຫ່ງນີ້ ໄດ້ຢຸດໄປ ໃນກາງປີ 2016 ຜ່ານມາ ຫລັງຈາກ ບໍຣິສັດ ຮ່ອງແອັງແຍລາຍ ປະສົບບັນຫາ ການເງິນ ຢ່າງໜັກໜ່ວງ ເພາະຕິດໜີ້ ທະນາຄານ ຢູ່ວຽດນາມ ຫຼາຍຮ້ອຍລ້ານ ໂດລາ ຈົນໄດ້ຂາຍ ໂຮງງານ ນໍ້າຕານ ແລະ ສວນ ຢາງພາຣາ ຢູ່ແຂວງອັດຕະປື.
ໃນກອງປະຊຸມສະພາ ຜ່ານມາ ທ່ານ ບຸນຈັນ ສິນທະວົງ ຣັຖມົນຕຣີ ກະຊວງ ໂຍທາທິການ ແລະຂົນສົ່ງ ໄດ້ຊີ້ແຈງວ່າ ໂຄງການສ້າງ ເດີ່ນຍົນ ຢູ່ແຂວງຫົວພັນ ເປັນໂຄງການຍຸທສາດ ໂຄງຮ່າງພື້ນຖານ ເພື່ອການພັທນາ ເສຖກິດ, ທາງການ ລາວ-ວຽດນາມ ຈະຫາລືກັນ ເພື່ອໃຫ້ວຽກງານ ຂອງໂຄງການນີ້ ເລີ້ມຄືນໃໝ່. ຜ່ານມາ ທາງການລາວ ໄດ້ສ້າງເດີ່ນຍົນສາກົນ ຢູ່ແຂວງອັດຕະປື ສໍາເຣັດລົງ ພາຍໃຕ້ ຈຸດປະສົງ ອັນດຽວກັນນີ້ ແລະ ໄດ້ເປີດໃຊ້ແຕ່ ກາງປີ 2016 ພຸ້ນ ແຕ່ກໍຕ້ອງ ຢຸດການ ບໍຣິການ ລົງພາຍໃນ 3 ເດືອນ ຕໍ່ມາ ຍ້ອນບໍ່ມີ ຜູ້ໂດຍສານ ມາໃຊ້ຖ້ຽວບິນ.