ຟາມໝູຂອງຈີນຈະໝົດ ສັນຍາ ແລ້ວ
2018.12.11
ຟາມລ້ຽງໝູຂອງ ນັກທຸຣະກິດຈີນ ຢູ່ບ້ານສົງເປືອຍໃຕ້ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ທີ່ສົ່ງກິ່ນເໝັນ ໃສ່ປະຊາຊົນຫລາຍຄອບຄົວ ມາເປັນເວລາ ຫລາຍເດືອນແລ້ວນັ້ນ ຈະໝົດສັນຍາສັມປະທານ ເນື້ອທີ່ແລ້ວໃນເດືອນທັນວານີ້ ພາຍຫລັງໄດ້ ດໍາເນີນທຸຣະກິດມາໄດ້ 8 ປີ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ເມືອງນາຊາຍທອງ ທ່ານນຶ່ງທີ່ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ່ 11 ທັນວາ ນີ້:
“ໝົດເດືອນ12 ມັນກໍຖືກໝົດສັນຍາແລ້ວ ທາງສິ່ງແວດລ້ອມ ກໍລົງມາກວດບໍ່ມີບັນຫາຫຍັງດອກ ປົກຕິນີ້ແຫຼະ ເວົ້າເຣື້ອງນີ້ມັນກໍເວົ້າມາດົນ ແລ້ວແຫລະ ແຕ່ວ່າມັນກໍແກ້ໄຂບໍ່ໄດ້ ທາງສິ່ງແວດລ້ອມ ເພິ່ນກໍລົງມາກວດກາ ໃຫ້ອະນາມັຍແມ່ນຫຍັງ.”
ກ່ອນໜ້ານີ້ ເມື່ອວັນທີ 16 ພຶສຈິກາ ຜ່ານມາ ເຈົ້າໜ້າທີ່ ຜແນກຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແລະພາກສ່ວນກ່ຽວຂ້ອງໄດ້ ລົງພື້ນທີ່ ໄປກວດກາຟາມລ້ຽງໝູຂອງຈີນ ແຫ່ງດັ່ງກ່າວ ພ້ອມກັບເອົານໍ້າເປື້ອນ ແລະຂິ້ໝູໄປວິຈັຍ ຫລັງຈາກສົ່ງກິ່ນ ເໝັນຕໍ່ຊາວບ້ານ ຫລາຍຄອບຄົວ ຈົນໄດ້ຮ້ອງຮຽນຂັ້ນເມືອງ ເພື່ອຊ່ວຍແກ້ບັນຫາດັ່ງກ່າວ.
ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ຜູ້ດຽວກັນນີ້ເວົ້າວ່າ ຫລັງຈາກໝົດສັນຍາ ສັມປະທານແລ້ວ ເຈົ້າຂອງຟາມໝູແຫ່ງນີ້ ກໍບໍ່ປະສົງ ຈະຂໍຕໍ່ສັນຍາ ສັມປະທານ ຕື່ມແຕ່ຢ່າງໃດ ຊຶ່ງເຂົາເຈົ້າກໍຈະເຣີ້ມ ຂົນຍ້າຍໝູອອກຈາກ ພຶ້ນທີ່ ແລະຖອນສິ່ງປູກສ້າງຕ່າງໆ ຫລັງຈາກນັ້ນ ກໍຈະຄືນເນື້ອທີ່ ໃຫ້ເຈົ້າຂອງດິນ ໃນອີກບໍ່ດົນນີ້.
ສ່ວນຟາມລ້ຽງໝູ ອີກຫລາຍແຫ່ງ ຢູ່ເມືອງນາຊາຍທອງ, ຢູ່ບ້ານສົງເປື່ອຍເໜືອ, ບ້ານໂພນຊໍາ ແລະບ້ານອື່ນໆ ຊື່ງເປັນຂອງນັກທຸຣະກິດຈີນ ຜູ້ດຽວກັນນີ້ນັ້ນ ຍັງບໍ່ມີຣາຍງານ ກ່ຽວກັບເຣື້ອງສົ່ງກິ່ນເໝັນ ຣົບກວນປະຊາຊົນ ຄືກັບຟາມໝູຢູ່ບ້ານສົງເປື່ອຍໃຕ້ ແຕ່ຢ່າງໃດ.