ສປປລາວສລອງວັນຄຣູ

ໄມຊູລີ
2015.10.07
F-teacher ນາຍຄຣູ ອໍານາດແກ້ວ ກໍາລັງສອນ ວິຊາເລຂ ໃຫ້ລູກສິດ ໃນໂຮງຮຽນ ທີ່ ເມືອງບາຈຽງ
Union Aid Abroad-APHEDA

ວັນທີ 7 ຕຸລາ ທຸກໆປີ, ທາງການ ລາວ ໄດ້ຖືເອົາ ວັນ ດັ່ງກ່າວ ເປັນ ວັນຄຣູ ແຫ່ງຊາດ ເພື່ອ ໃຫ້ນັກຮຽນ ນັກສຶກສາ ແລະ ອະດີດ ລູກສິດ ຈາກ ສະຖາບັນ ຕ່າງໆ ໄດ້ ມີໂອກາດ ຣະນຶກ ເຖິງ ຄຸນງາມ ຄວາມດີ ຂອງ ຄຣູ ອາຈານ ຜູ້ເປັນ ແມ່ພິມ ຂອງ ຊາດ.

ແຕ່ມາເຖິງ ປະຈຸບັນ, ຊີວິດ ການເປັນຢູ່ ຂອງ ຄຣູ ໃນ ສັງຄົມລາວ ພັດເຂົ້າສູ່ ຍຸກ ທີ່ຕົກຕ່ຳ ທີ່ສຸດ ກໍ່ວ່າໄດ້ ເພາະຄຣູ ແລະ ອາຈານ ຜູ້ສິດສອນ ນັກຮຽນ ຕາມ ຊົນນະບົດ ແມ່ນໄດ້ ຮັບຄວາມ ຫຍຸ້ງຍາກ ທີ່ສຸດ, ເນື່ອງຈາກ ວ່າ ໃນບາງ ແຂວງ ແລະ ບາງເມືອງ ເງິນເດືອນ ຂອງຄຣູ ແມ່ນ ບໍ່ກຸ້ມກິນ ຕາມ ສະພາບ ຄ່າຄອງຊີບ ໃນ ປະຈຸບັນ, ແລະ ທັງອອກ ບໍ່ເປັນ ປົກກະຕິ ຈຶ່ງ ເຮັດໃຫ້ ຄຣູ ແລະ ອາຈານ ຫຼາຍຄົນ ປະລະ ການ ສິດສອນ ບາງສ່ວນ ເພື່ອ ໄປຊອກເຮັດ ຊອກຫາ ເພື່ອລ້ຽງ ຊີບທາງ ອື່ນ. ດັ່ງ ທ່ານ ຄຣູ ໂຮງຮຽນ ມັຖຍົມ ເມືອງ ທຸລະຄົມ,ແຂວງ ວຽງຈັນ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

“ມັນກະຝືດເຄືອງ ຫຼາຍໆດ້ານ ຫັ້ນແຫຼະ ເນາະ ຄຣູ ບ້ານນອກ ມັນບໍ່ຄືຄຣູ ໃນເມືອງ ຄຣູ ກະເຮັດໄຮ່ ເຮັດນາ ແດ່. ບາງຄົນ ກະອາຈ ໄປໄຮ່ໄປສວນ ບາງຄົນ ກະບໍ່ຄ່ອຍ ຈະລ່ຳໄລ ຕັ້ງໃຈ ໃນການເປັນ ແມ່ພິມ, ເພາະວ່າ ການ ຄອງຊີບ ເຂົາ ມັນບໍ່ ພຽງພໍ ຕ້ອງໄດ້ ຊອກໄດ້ ຫາ ຕື່ມ”.

ທ່ານກ່າວ ຕື່ມວ່າ ການປະລະ ການສິດສອນ ບາງສ່ວນ ຂອງ ຄຣູ ອາຈານ ບາງຄົນ ນັ້ນ, ມັນໄດ້ ເຮັດໃຫ້ ຄຸນນະພາບ ໃນ ການຮຽນຮູ້ ຂອງ ນັກຮຽນ ຫຼຸດລົງ ແລະ ອາຈເປັນຜົນເສັຽ ຕໍ່ການ ສຶກສາ ຂອງຊາດ ໃນລະຍະ ຍາວ ດ້ວຍ.

ນອກຈາກ ນັ້ນ, ມັນຍັງ ກາຍເປັນ ຊ່ອງວ່າງ ໃຫ້ ນັກຮຽນ ກາຍເປັນຄົນ ທີ່ບໍ່ເຫັນ ຄວາມສຳຄັນ ຂອງການ ຮ່ຳຮຽນ ນຳອີກ ເຖິງ ຂັ້ນເຮັດໃຫ້ ນັກຮຽນ ບາງສ່ວນ ເສັຽ ອະນາຄົດ, ແຕ່ ກໍ່ຈຳເປັນ ເພາະຄຣູ ອາຈານ ກໍ່ບໍ່ມີທາງ ເລືອກ ຫຼາຍ:

“ມັນກະເຮັດ ໃຫ້ມີ ຊ່ອງໂວ່ເນາະ ຄື ນັກຮຽນ ບໍ່ມີ ອາຈານ ຂຶ້ນສອນ ນັກຮຽນ ກະບໍ່ໄດ້ ຮຽນໜັງສື ລະເຂົາກະ ອາຈໂຕນ ໂຮງຮຽນ ໄປຫຼິ້ນ ລະກະ ບາງສ່ວນ ກະອາຈ ເດີນທາງມືດ ທາງຜິດ ໄປທາງ ນັ້ນ”.

ຕັ້ງແຕ່ ທ້າຍປີ 2012 ເປັນ ຕົ້ນມາ, ທາງການລາວ ພົບກັບ ບັນຫາ ການເງິນ ຢ່າງໜັກ ຈົນເຮັດໃຫ້ ບໍ່ມີ ເງິນ ເດືອນ ທີ່ຈະຈ່າຍ ໃຫ້ ແກ່ ຄຣູ ແລະ ອາຈານ ໃນ ທົ່ວ ປະເທດ ໃຫ້ ທັນເວລາ ໃນ ແຕ່ລະ ເດືອນ, ຊຶ່ງ ຊາວລາວ ກໍ ເປັນຫ່ວງ ວ່າ ການທີ່ ຣັຖບານ ລາວ ບໍ່ສາມາດ ຈ່າຍ ເງິນເດືອນ ໃຫ້ ແກ່ ພະນັກງານ ຄຣູ ອາຈານ ໃນ ທົ່ວ ປະເທດ ໃຫ້ທັນ ໃນແຕ່ລະ ເດືອນ ມັນອາຈ ກະທົບໃສ່ ຄຸນນະພາບ ການ ສຶກສາ ຂອງລາວ ໃຫ້ ຫຼ້າຫຼັງ ແລະ ຕົກຕ່ຳ ທີ່ສຸດ ໃນ ຍຸກ ທີ່ ຈະ ກ້າວເຂົ້າ ສູ່ ປະຊາຄົມ ອາຊຽນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.