ນັກລົງທຶນບໍ່ເຫັນດີຂຶ້ນ ຄ່າແຮງ 1 ລ້ານ 2 ແສນກີບ
ນັກທຸຣະກິດ ທີ່ລົງທຶນ ໃນລາວ ບໍ່ເຫັນດີ ໃຫ້ຂຶ້ນ ຄ່າແຮງງານ ຂັ້ນຕ່ຳ ທີ່ເຫັນວ່າ ສູງເກີນໄປ.
-
ສຸພັດຕາ
2018-02-08 -
-
-
Your browser doesn’t support HTML5 audio
ຜູ້ປະກອບການໂຮງງານຕັດຫຍິບ ແລະຫຼາຍໆກິຈການໃນລາວ ບໍ່ເຫັນດີກັບການຈະຂຶ້ນຄ່າແຮງງານ ຂັ້ນຕ່ຳຈາກ 9 ແສນກີບຕໍ່ເດືອນ ໄປເປັນ 1 ລ້ານ 1 ແສນກີບ ຫາ 1 ລ້ານ 2 ແສນກີບຕໍ່ເດືອນ ຍ້ອນຈະເຮັດໃຫ້ຜູ້ປະກອບການ ມີຄ່າໃຊ້ຈ່າຍທີ່ສູງຂຶ້ນ ແລະອາດຈະ ຕ້ອງໄດ້ ປິດກິຈການໂດຍທາງອ້ອມ, ແຕ່ຖ້າຂຶ້ນເປັນ 1 ລ້ານກີບຕໍ່ເດືອນ ຄົງຈະຮັບໄດ້ຢູ່, ດັ່ງເຈົ້າຂອງໂຮງງານຕັດຫຍິບ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 7 ກຸມພາ ວ່າ:
“ເຣື້ອງສະມາຄົມກຸ່ມຕັດຫຍິບນີ້ແມ່ນ ເຮົາຂໍໃຫ້ຂຶ້ນໃຫ້ຂຶ້ນແຕ່ລ້ານດຽວ, ຖ້າເພິ່ນຂຶ້ນຮອດລ້ານສອງລະແມ່ນ ກະຕ້ອງມີບາງໂຮງງານ ກະຕັດສິນໃຈວ່າເອີ່ ບໍ່ເຮັດສາ ເຊົາສາ. ເພາະວ່າດຽວນີ້ຕັດຫຍິບ ປະຈຸບັນນີ້, ມັນກະບໍ່ມີຊິໄດ້ກຳໄລຫຼາຍ ພໍພຽງແຕ່ວ່າມີ ວຽກເຮັດ ງານທຳໃຫ້ກັມມະກອນ ເຮົາຊື່ໆ. ຖ້າວ່າສົມມຸດວ່າປະມານລ້ານນຶ່ງ ກະໝາຍເຖິງວ່າ ຜູ້ປະກອບການກະ OK ລະກັມມະກອນ ກະຊິ ມີວຽກເຮັດງານທຳຕໍ່ໄປ."
ສຳລັບ ສູນກາງສະຫະພັນກັມມະບານລາວແລ້ວ, ໃນຖານະເປັນອົງກອນ ທີ່ປົກປ້ອງສິທຜົລປໂຍດ ຂອງຜູ້ອອກແຮງງານໃນລາວ ແມ່ນຍັງສເນີໃຫ້ຂຶ້ນ 1 ລ້ານ 2 ແສນກີບຕໍ່ເດືອນ:
“ໃນການທີ່ເຮົາສເນີ ແມ່ນເຮົາເກັບກຳຂໍ້ມູນເຖິງການດຳຣົງຊີວິຕ ຂອງຜູ້ອອກແຮງງານຕໍ່ຜູ້ນຶ່ງເນາະ ທີ່ວ່າຊິກຸ້ມກິນຫັ້ນນ່າ, ເຮົາເອົາໂຕນັ້ນ ມາເປັນໂຕຊີ້ວັດເນາະ. ເຮົາກະມອບໃຫ້ທາງກະຊວງແຮງງານ ຫຼືຣັຖບານເປັນຜູ້ຕັດສິນວ່າຊັ້ນສາ ທີ່ເພິ່ນສາມາດ ຂຶ້ນໄດ້ສ່ຳໃດ, ຫັ້ນແຫຼະ. ແຕ່ເຫຕຜົລຂອງພວກເຮົາ ແມ່ນມັນສ່ຳນີ້ ມັນຈັ່ງຊິສາມາດກຸ້ມໄດ້ເນາະ ໃນຄ່າຄອງຊີພປະຈຸບັນ, ຫັ້ນນ່າ”.
ໃນຂະນະດຽວກັນ, ຜູ້ຈັດການຝ່າຍບຸຄລາກອນ ຂອງໂຮງງານຖົງຢາງພລາສຕິກ ໃນນະຄອນຫຼວງວຽງຈັນ ກໍໃຫ້ຄວາມເຫັນວ່າ:
“ຄັນຊິເວົ້າແລ້ວ ມັນກະຄວນປັບຫັ້ນແຫຼະ ລາວ ເຮົານີ້ນ່າ ຄັນວ່າຕ່ຳຫຼາຍ ເຂົາກະບໍ່ຢູ່ ດຽວນີ້ເຮົາກະຂາດເຂີນ ດ້ານແຮງງານຫຼາຍໄດ໋ ລາວເຮົານ່າ ເພາະວ່າຍ້ອນຄ່າແຮງງານ ເຮົາຖືກ ເຂົາລະໄປເຮັດແນວອື່ນ ທີ່ມັນດີກວ່າ, ໂຕຢ່າງຫັ້ນນ່າ. ຄັນວ່າເຮົາປັບໄດ້, ແຕ່ວ່າເຮົາ ກະຕ້ອງເບິ່ງ ຕ້ອງເບິ່ງອັນນາສິນຄ້າ ເຂົານຳເຂົ້າມາ ຕ້ອງຄວບຄຸມເຣື້ອງ ຣາຄາເຂົາແດ່. ເຂົາໃຫ້ເຮົາຖືກຫຼາຍ ເຮົາມາຂຶ້ນເງິນເດືອນ ພະນັກງານເຂົາ ກະບໍ່ເຫຼືອຫຍັງ ກະໄປບໍ່ລອດອີກ ຊິນາ”.
ຈົນເຖິງປັຈຸບັນ ຣັຖບານຍັງບໍ່ທັນໄດ້ຕັດສິນໃຈ ວ່າຈະຂຶ້ນເປັນເທົ່າໃດ ພຽງແຕ່ກະຊວງແຮງງານ ແລະສວັດດີການສັງຄົມຂອງລາວ ໄດ້ອອກມາຊີ້ແຈງ ເມື່ອບໍ່ດົນມານີ້ ວ່າຈະສເນີຣັຖບານ ໂດຍຜ່ານສະພາແຫ່ງຊາຕ ປັບຂຶ້ນຄ່າແຮງງານຂັ້ນຕ່ຳ ຕໍ່ເດືອນ ຈາກ 9 ແສນກີບຕໍ່ເດືອນ ໃຫ້ເປັນປະມານ 1 ລ້ານ ຫາ 1 ລ້ານ 1 ແສນກີບຕໍ່ເດືອນ.