ຂົວລາວພະມ້າມີສິນຄ້າ ພ້ອມລໍາລຽງ


2013.02.26
F-narcotics-unit ຫ້ອງການ ປາບປາມ ຢາເສພຕິດ ທີ່ແຂວງ ຫຼວງນໍ້າທາ
RFA

ຂົວ ມິຕພາບ ລາວ-ພະມ້າ ອາດເປັນ ເສັ້ນທາງ ຂົນສົ່ງ ຢາເສພຕິດ ທີ່ສະດວກ ຂຶ້ນ.

ຂົວ ມິຕພາບ ຂ້າມ ແມ່ນໍ້າຂອງ ລາວ-ພະມ້າ ຣະຫວ່າງ ເມືອງ ລອງ ແຂວງ ຫລວງນໍ້າທາ ຂອງລາວ ແລະ ເມືອງ Kainglap ຂອງພະມ້າ ທີ່ ກໍາລັງກໍ່ສ້າງ ໃນຕົ້ນປີ 2013 ນີ້, ຫລັງຈາກ ສ້າງສໍາເຣັດແລ້ວ ຂົວແຫ່ງນີ້ ອາດຈະຖືກໃຊ້ ເປັນທາງ ຂົນສົ່ງ ຢາເສພຕິດ ຣະຫວ່າງ ປະເທດ ແຫ່ງໃໝ່ ກໍເປັນໄດ້ ເພາະຂົວນັ້ນ ຕັ້ງຢູ່ແຫ່ລງ ທີ່ມັກຂົນ ຢາເສພຕິດ ເຂົ້າມາລາວ ຫລາຍທີ່ສຸດ. ດັ່ງເຈົ້າໜ້າທີ່ ຫ້ອງການ ຕ້ານ ຢາເສພຕິດ ແຂວງ ຫລວງນໍ້າທາ ທ່ານນຶ່ງ ເວົ້າວ່າ:

"ມັນກະແນ່ນອນ ມັນກະຕ້ອງມີ ຫັ້ນແຫລະ ມັນກໍເປັນຈຸດ ລະວັງ ໂຕນຶ່ງ ໃຫ້ແກ່ ການຈັດຕັ້ງ ຫັ້ນນະ ມັນກໍຍັງມີ ປາກົດການຢູ່ ມັນເປັນຜ່ານ ລະຫວ່າງ ຕ່າງປະເທດ ປະເທດ ກັບ ສປຈີນ".

ທ່ານເວົ້າ ຕໍ່ໄປວ່າ ທຸກມື້ນີ້ ພວກຂົນສົ່ງ ຢາເສພຕິດ ຈາກພະມ້າ ເຂົ້າມາ ໃນແຂວງນີ້ ມີຫຼາຍຮູບແບບ ເປັນຕົ້ນ ຂົນຜ່ານ ຊາຍແດນທົ່ວໄປ ແລະ ຂົນສົ່ງທາງເຮືອ ຂນາດນ້ອຍ. ສ່ວນໃຫຍ່ ຂົນຜ່ານໄປຈີນ ສ່ວນທີ່ເຫລືອ ສົ່ງໄປຂາຍໃນ ທົ່ວປະເທດ ແລະ ທັງສົ່ງອອກ ໄປປະເທດ ເພື່ອນບ້ານ ອື່ນໆອີກ.

ເພື່ອກໍາຈັດ ບັນຫາດັ່ງກ່າວ ທ່ານວ່າ ເມື່ອເປີດໃຊ້ ຂົວແຫ່ງນີ້ແລ້ວ ທາງ ເຈົ້າໜ້າທີ່ ຕ້ອງໄດ້ກວດກາ ຜູ້ເດີນທາງ ຜ່ານເຂົ້າ-ອອກ ຢ່າງລະອຽດ ອັນເປັນບັນຫາ ຫຍຸ້ງຍາກ ສໍາລັບ ແຂວງ ຢູ່ໃນ ຂະນະນີ້. ປັດຈຸບັນ ລາວ ມີຂົວ ມິຕພາບ ລາວ-ໄທ 3 ແຫ່ງ ແລະ ຈະເປີດໃຊ້ ຕື່ມອີກ 1 ແຫ່ງ ໃນປີ 2013 ນີ້ ແລະ ມີຂ່າວ ຢູ່ເລື້ອຍໆວ່າ ມີການລັກ ຂົນສົ່ງ ຢາເສພຕິດ ຜ່ານເຂົ້າ ປະເທດໄທ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.