ສູນກວດສຸຂພາບຄົນງານ ໃນລາວ

ທາງການລາວ ຕຽມການ ສ້າງສູນ ກວດສຸຂພາບ ສໍາລັບ ຜູ້ອອກແຮງງານ ໃນລາວ.

ຄົນງານລາວ ໃນນະຄອນຫຼວງວຽງຈັນ RFA/LX

ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະສວັດດິການສັງຄົມຮ່ວມມືກັບໂຮງໝໍມິຕພາບ ກະຊວງສາທາຣະນະສຸຂ ຕຽມສ້າງສູນກວດ ສຸຂພາບໃຫ້ຜູ້ອອກແຮງງານ ຄົນລາວແລະຄົນຕ່າງຊາດ ໃນທົ່ວປະເທດ ເພື່ອໃຫ້ເຂົາເຈົ້າ ໄດ້ຮັບການກວດສຸຂພາບ ຢ່າງສມໍ່າສເມີ ຕາມກົດໝາຍ ຄຸ້ມຄອງແຮງງານ. ດັ່ງເຈົ້າໜ້າທີ່ ກົມຄຸ້ມຄອງແຮງງານ ແລະ ສວັດດິການສັງຄົມ ກ່າວຕໍ່ ວິທຍຸເຊັຍເສຣີ ໃນມື້ວັນທີ່ 10 ກັນຍາ ວ່າ:

“ອັນໂຕນັ້ນ ເພິ່ນມີແຜນສືກສາ ຄື ອາດຈະຍັງບໍ່ທັນມີເທື່ອ ແມ່ນແຜນທີ່ກໍາລັງສິເຮັດ ແຕ່ຍັງບໍ່ທັນໄດ້ເຮັດ ແບບເປັນສູນເທື່ອ ຫັ້ນ.”

ທ່ານກ່າວຕື່ມວ່າ ໃນຣະຍະຜ່ານມາ ມີຜູ້ອອກແຮງງານ ໃນທົ່ວປະເທດ ຍັງບໍ່ໄດ້ກວດສຸຂພາບ ແລະການຄຸ້ມຄອງຊີວິດ ຈາກທາງການລາວ ຢ່າງບໍ່ທົ່ວເຖິງ ເຮັດໃຫ້ມີການເຈັບເປັນ ຢ່າງຮ້າຍແຮງ ຈາກພຍາດທີ່ເກິດຂຶ້ນ ຈາກການອອກແຮງງານ ບາງກໍຣະນີ ເຖິງຮອດຂັ້ນເສັຍຊີວິດ.

ປັຈຈຸບັນ ມີຄົນງານລາວ ທີ່ເຮັດວຽກຢູ່ພາຍໃນປະເທດປະມານ 2 ແສນປາຍຄົນ ໂດຍມີຄົນງານລາວຄິດເປັນ 60% ຍັງບໍ່ສາມາດ ເຂົ້າເຖິງຂໍ້ມູນ ພື້ນຖານທັງເຣື້ອງສິດ ດ້ານປະກັນສັງຄົມ, ດ້ານປະກັນສຸຂພາບແລະປິ່ນປົວ ທີ່ແແຮງງານ ທຸກຄົນຄວນໄດ້ຮັບ.

ຄົນງານລາວຄົນນຶ່ງ ຢູ່ເມືອງມະຫາໄຊ ແຂວງຄໍາມ່ວນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 10 ກັນຍາ ນີ້ວ່າຕົນມາເຮັດວຽກ ນໍາບໍຣິສັດ ເອກຊົນແຫ່ງນຶ່ງ ຢູ່ເມືອງມະຫາໄຊ ກໍຍັງບໍ່ຮູ້ວ່າ ຕົນຄວນຈະໄດ້ຮັບສິດ ໃນດ້ານໃດແດ່ ເພາະບໍ່ມີ ເຈົ້າໜ້າທີ່ໜ່ວຍມາ ໂຄສະນາ ໃຫ້ຮູ້ເຖິງຂໍ້ມູນ ຂັ້ນພື້ນຖານ ຫຼືກົດໝາຍໃດໆ ເພາະທຸກມື້ນີ້ ເຮັດວຽກກໍໄດ້ແຕ່ເງິນຄ່າແຮງງານ ເທົ່ານັ້ນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org