ສປປລາວ ຢືມເງິນຕ່າງປະເທດ ຫຼາຍຂຶ້ນ

ສິດນີ
2018.02.14
f-lao-kip ທະນາບັດ ເງິນກີບ ສປປລາວ
Public Domain

ໜັງສືພິມ ເອເຊັຽ ທາຍ​ມ໌ ຣາຍງານວ່າ ສປປລາວ ຢູ່ໄດ້ ຍ້ອນການຕິດໜີ້ ແລະ ກູ້ຢືມເງິນ ຈາກຕ່າງປະເທດ ມາໃຊ້ ໃນແຕ່ລະປີ ຢ່າງຫຼວງຫຼາຍ ຊຶ່ງໃນປັຈຸບັນຄາດວ່າ ສປປລາວ ຕິດໜີ້ຕ່າງປະເທດ ໃນສັດສ່ວນ 68% ຂອງຍອດຜົລຜລິດຮວມ ຫຼື GDP ແລະ ເງິນກູ້ຢືມ ສ່ວນໃຫຍ່ ຫຼາຍ​ກ່​ວາເຄິ່ງ​ນຶ່ງ ແມ່ນກູ້ຢືມ ມາຈາກຈີນ, ຊຶ່ງສະແດງວ່າ ຈີນ ເປັນເຈົ້າຂອງ ສປປລາວ ໃນນາມ ປະເທດເຈົ້າໜີ້. ໜັງສືພິມດັ່ງກ່າວ ຣາຍງານວ່າ 20 ປີ ຫລັງຈາກ ເຫດວິກິດທາງດ້ານການເງິນ ເກີດຂຶ້ນ ໃນເອເຊັຽ ໃນປີ 1997 ເຮັດໃຫ້ເສຖກິດ ໃນຂົງເຂດ ຕົກຕ່ຳ ຣາຍໃຫຍ່ ຖ້າເຫດການ ດັ່ງກ່າວ ເກີດຂຶ້ນອີກໃໝ່ ໃນອານາຄົດ ຈະເຮັດໃຫ້ ສະພາບການເງິນ ໃນລາວ ປະສົບກັບ ເຫດວິກິດໄດ້.

ອີງຕາມຂໍ້ມູນ ຈາກ ອົງການກອງທຶນສາກົລ ຫຼື IMF ທີ່ພິມເຜີຍແຜ່ ເມື່ອປີທີ່ຜ່ານມາວ່າ ໃນປີ 2016 ສປປລາວ ຕິດໜີ້ ຕ່າງປະ ເທດ 9 ພັນ 76 ປາຍລ້ານໂດລາ ເພີ້ມຂຶ້ນ 986 ລ້ານໂດລາ ຈາກປີ 2015 ໝາຍຄວາມວ່າ ສປປລາວ ຕິດໜີ້ ໃນປີ  2016 ຢູ່ໃນສັດສ່ວນ 58.88% ຂອງ ຍອດຜົລຜລິດຮວມ ຂອງລາວ ປະມານ 1.26% ເພີ້ມຈາກປີ 2015 ຖ້າທຽບໃສ່ການຕິດໜີ້ ຕໍ່ຫົວຄົນ ໃນລາວ ກໍປະມານ 1,378 ໂດລາ ຕໍ່ ຫົວຄົນ, ຊຶ່ງໃນປີນີ້ ສປປລາວ ຕິດໜີ້ ລະຫວ່າງ 68% ຂອງຍອດຜົລຜລິດຮວມ.

ໜີ້ສິນສ່ວນໃຫຍ່ ຂອງ ສປປລາວ ແມ່ນຢືມເງິນ ມາໃຊ້ ໃນການພັທນາ ໂຄງຮ່າງພື້ນຖານ ປະເພດຕ່າງໆ ເປັນຕົ້ນ ຖນົນຫົນທາງ, ຂົວ, ສາທາຣະນຸປະໂພກ ປະເພດຕ່າງໆ ໃນແຕ່ລະປີ ຮ່ວມທັງການລົງທຶນ ໃນໂຄງການຮ່ວມຫຸ້ນ ຂອງຣັຖບານ ດັ່ງການສ້າງເຂື່ອນໄຟຟ້າ ຮ່ວມຫຸ້ນ ໃນການຂຸດຄົ້ນແຮ່ທາດ ແລະ ຣັ​ຖວິສາຫະກິດ ປະເພດຕ່າງໆ ຂອງຣັຖບານ.

ກອງທຶນສາກົລ ຣາຍງານ ຕໍ່ໄປວ່າ ໜີ້ຕ່າງປະເທດ ຂອງ ສປປລາວເພີ້ມຂຶ້ນ 5.4 ຕື້ໂດລາໃນປີ 2014 ມາເປັນ 6.5 ຕື້ໂດລາ ໃນທ້າຍປີ 2015 ປະມານ 52% ຂອງຍອດຜົລຜລິດຮວມ, ຊຶ່ງອັດຕຣາ ການຕິດໜີ້ ຂອງລາວ ໃນປີນີ້ ສູງກວ່າຫຼາຍເທົ່າ ທີ່ຄາດໄວ້ ຄືປະມານ 68% ຂອງຍອດຜົລຜລິດຮວມ. ໜີ້ສິນ ອັນມະຫາສານ ດັ່ງກ່າວ ຂອງ ສປປລາວ ບັນທອນ ການເຕີບໂ ຕທາງດ້ານເສຖກິດ ຂອງລາວ ໃນແຕ່ລະປີ ຊຶ່ງໃນປີນີ້ ທະນາຄານພັທນາເອເຊັຽ ຄາດວ່າ ການເຕີບໂຕ ທາງດ້ານເສຖກິດຂອງລາວ ຈະຢູ່ໃນຣະດັບ 6.9% ເທົ່າກັບ ປີ 2017 ແລະ ໃນອະນາຄົດ ຣະຫວ່າງ ປີ 2019 ຫາ 2036 ຄາດວ່າ ການເຕີບໂຕ ຂອງເສຖກິດລາວ ຈະຕົກຢູ່ຣະຫວ່າງ 6.3%.

ໃນຂະນະທີ່ ການເຕີບໂຕ ທາງດ້ານເສຖກິດ ຂອງລາວຫຼຸດລົງ ສປປລາວ ແຮ່ງຈະກູ້ເງິນ ແລະ ຕິດໜີ້ຕ່າງປະເທດຫຼາຍຂ່ື້ນ ເພື່ອເອົາເງິນມາ ໃຊ້ ໃນໂຄງການຕ່າງໆ ຂອງຣັຖບານ ຮ່ວມທັງລາຍຈ່າຍ ຂອງຣັຖ ໃນແຕ່ລະມື້ ເພື່ອການຢູ່ລອດ. ນັກວິຊາການ ເວົ້າວ່າ ສປປລາວ ສືບຕໍ່ ຢືມເງິນ ຫລາຍຂຶ້ນ ເພື່ອມາກະຕຸ້ນ ເສຖກິດໃນລາວ ແລະ ກໍເປັນເຫດຜົລນຶ່ງ ທີ່ລາວເພີ້ມໜີ້ ຣັຖບານລາວ ມີແຜນການຈະເຮັດໃຫ້ໜີ້ສິນ ຂອງ ສປປລາວ ຢູ່ໃນຣະດັບ 23.7% ຂອງ GDP ໃນປີ 2020 ແຕ່ຄາດວ່າ ຍາກທີ່ຈະເຮັດໄດ້.

ສປປລາວ ຕັ້ງເປົ້າໃຫ້ຫຼຸດພົ້ນ ຈາກການເປັນ ຖານະປະເທດດ້ອຍພັທນາ ໃນປີ 2020 ໝາຍຄວາມວ່າ ລາຍໄດ້ ຕໍ່ຫົວຄົນປະມານ 1,035 ໂດລາ ຍາກທີ່ເຮັດໄດ້ ຖ້າເຮັດໄດ້ ແຮ່ງຈະເຮັດໃຫ້ ສປປລາວ ຕິດໜີ້ຫຼາຍກວ່າເກົ່າ ຍ້ອນວ່າ ການເປັນປະເທດພັທນາ ດອກເບັ້ຽສຳລັບ ການກູ້ຢືມເງິນ ຈະເພີ້ມຂຶ້ນຫຼາຍເປີເຊັນ ຈາກການເປັນ ຖານະປະເທດດ້ອຍພັທນາ ດ້ວຍດອກເບັ້ຽຕ່ຳ ແລະ ເງິນໃຫ້ລ້າ.

ຣັຖບານລາວ ຮູ້ດີ ກ່ຽວກັບ ບັນຫາດັ່ງກ່າວ ແຕ່ຍັງຕ້ອງການ ຢາກຫຼຸດພົ້ນ ຈາກການເປັນຖານະປະເທດດ້ອຍ ພັທນາ ຢູ່. ໃນການກະຕຸ້ນ ເສຖກິດ ແລະ ໃຊ້ໜີ້, ຣັຖບານລາວ ໄດ້ຂາຍພັທບັດ ເປັນເງິນບາດ ໃນຕລາດຫລັກຊັບໄທ ຫຼາຍຄັ້ງ. ການຂາຍ ຄັ້ງເດືອນຕຸລາ ຜ່ານມາ ມີມູນຄ່າ ປະ ມານ 419 ລ້ານໂດລາ, ຊຶ່ງເປັນເງິນໜີ້ ຂອງນັກລົງທຶນ ທາງການລາວ ຈະເອົາລາຍໄດ້ ຈາກການສັມປະທານ ເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ ໃນໄລ​ຍະ ອາຍຸ ການສັມປະທານ ມາໃຊ້ໜີ້ ດັ່ງກ່າວ.

ການເພີ້ມຂຶ້ນ ຂອງໜີ້ຢ່າງຫຼວງຫຼາຍ, ໃນເດືອນຕຸລາຜ່ານມາ ນາຍົກ ຣັຖມົນຕຣີລາວ, ທ່ານທອງລຸນ ສີສຸລິດ, ໄດ້ອອກຄຳສັ່ງ ໃຫ້ກະຊວງການເງິນ ປັບປຸງ ການກວດກາ ການເກັບລາຍໄດ້ ຂອງຣັຖ ໃຫ້ມີປະສິດທິພາບ, ໃນນັັ້ນ ຮວມທັງ ການເກັບພາສີ ແລະ ລາຍຮັບ ຈາກ ຜແນກການ ຫົວໜ່ວຍເສຖກິດ ປະເພດຕ່າງໆ ຂອງຣັຖບານ ຊຶ່ງລາຍໄດ້ ຈາກການເກັບພາສີ ຂອງທາງການລາວ ໃນໄລ​ຍະ ທີ່ຜ່ານມາ ໄດ້ຫຼຸດລົງ ຈາກ 15.8% ຂອງ GDP ໃນປີ 2013 ມາເປັນ 14.3% ໃນປີ ຜ່ານມາ. ທ່ານ ທອງລຸນ ໄດ້ປະກາດ ໃຫ້ມີການຂຍາຍ ການຄ້າຂາຍ ໄປໃນຫຼາຍປະເທດ ໃນອະນາຄົດ ບໍ່ແມ່ນ ຈະອາສັຍ ແຕ່ຄ້າຂາຍ ກັບປະເທດ ທີ່ເຄີຍມີມາ ໃນອະດີດ ດັ່ງ ຈີນ, ໄທ ແລະ ວຽດນາມ ໃຫ້ຮ່ວມຄ້າຂາຍ ກັບປະເທດຂົງເຂດ ທີ່ຮັ່ງມີທັງຫລາຍ ນຳອີກ ດັ່ງ ສິງກະໂປ ແລະ ບຣູໄນ.

ທາງການລາວ ມີເປົ້າໝາຍ ຈະພັທນາ ຍົກຣະດັບ ການເຕີບໂຕ ທາງດ້ານເສຖກິດ ໃຫ້ໄດ້ຢ່າງໜ້ອຍ 7-8% ໃນປີຫນ້າ ດ້ວຍການສົ່ງເສີມ ການລົງທຶນ ພາຍໃນ ແລະ ຈາກຕ່າງປະເທດ ໃຫ້ຫຼາຍຂຶ້ນ ໃນທຸກຂແນງທຸຣະກິດ ເປັນຕົ້ນ ການກະສິກັມ, ລ້ຽງສັດ, ຜລິດສິນຄ້າ ເພື່ອສົ່ງອອກ ຍົກຣະດັບ ການທ່ອງທ່ຽວ ແລະ ທຸຣະກິດທ້ອງຖິ່ນ ໃຫ້ຫຼາຍຂຶ້ນ ຮ່ວມດ້ວຍ ການປະຢັດມັທຍັດ ພາຍໃນ ແຕ່ ພາກປະຕິບັດ ຕົວຈິງນັ້ນ ຈະເປັນຢ່າງໃດ. ອະດີດຣັຖມົນຕຣີ ກະຊວງການເງິນ ຂອງສປປລາວ ເວົ້າວ່າ ເງິນຕິດໜີ້ ຈຳນວນດັ່ງກ່າວ ສ່ວນໃຫຍ່ ແມ່ນມາຈາກ 20 ຫ້ອງການກາງ ຂອງຣັຖບານ ໃນບັນດາ 4 ແຂວງໃຫຍ່ໆ ຮ່ວມດ້ວຍ ນະຄອນຫຼວງວຽງຈັນ ທີ່ຣັຖບານລາວ ຈະຕ້ອງໄດ້ໃຊ້ຄືນ, ທ່ານໄດ້ກ່າວ ກ່ຽວກັບ ເຣື້ອງນີ້ ໃນກອງປະຊຸມ ບັນດາເຈົ້າແຂວງ ໃນທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ ໃນເວລານັ້ນ.

ທ່ານວ່າ ໜີ້ສິນສ່ວນຫຼາຍ ແມ່ນຢຶມເງິນ ມາໃຊ້ ໃນການລົງທຶນ ຂອງຣັຖ ໃນຈຳນວນ 1,473 ໂຄງການ ແລະ ສ່ວນໃຫຍ່ ແມ່ນການສ້າງໂຄງຮ່າງພື້ນຖານ ດັ່ງ ຖນົນຫົນທາງ ແລະ ການພັທນາຕ່າງໆ ໃນລາວ. ທາງການລາວ ໄດ້ອອກພັນທະບັດ ໃນການຈ່າຍໜີ້ຄືນ ຈຶ່ງຢາກໃຫ້ ກະຊວງຕ່າງໆ ວາງມາຕການ ຢ່າງເຄັ່ງຄັດ ໃນການດຳເນີນໂຄງການ ແລະ ໃນອະນາຄົດ ໂຄງການຕ່າງໆ ຕ້ອງໄດ້ເຫັນພ້ອມ ຈາກຣັຖບານ ແລະ ສະພາແຫ່ງຊາດກ່ອນ, ຊຶ່ງໜີ້ສິນ ທີ່ຜ່ານມາ ສ່ວນໃຫຍ່ ບໍ່ໄດ້ຜ່ານສະພາ. ກ່ຽວກັບ ເຣື້ອງໜີ້ສິນ ຂອງຣັຖບານ ອັນມະຫາສານ, ນັກວິຊາການລາວ ທ່ານນຶ່ງ ເວົ້າວ່າ ຍ້ອນຂາດການບໍຣິຫານ ຈັດການ ການສໍ້ຣາສ ບັງຫຼວງ ແລະ ການຮົ່ວໄຫລ ຂອງລາຍໄດ້ ຂອງຣັຖ ນັ້ນເອງ: (ສຽງ ປະ​ກອບ)

ສປປລາວ ເປັນນຶ່ງ ໃນບັນດາປະເທດ ທີ່ຕິດໜີ້ ຕ່າງປະເທດ ອັນມະຫາສານ ຈົນບາງປະເທດ ບໍ່ຢາກໃຫ້ ຣັຖບານລາວ ຢືມເງິນ ອີກແລ້ວ ຖ້າໃຫ້ຢຶມ ກໍຈະເປັນ ດອກເບັ້ຽສູງ ດັ່ງການກໍ່ສ້າງ ເສັ້ນທາງ, ຣົດໄຟ ຄວາມໄວສູງ ທີ່ ລາວຈະກູ້ຢືມເງິນ ຈາກ ຈີນ. ສປປລາວ ຕິດໜີ້ ເກີນຍອດ ຜົລຜລິດຮວມ ຂອງຊາດ ໃນ ບາງປີ ແລະ ໜີ້ ດັ່ງກ່າວ ຈະໄປຮອດ ເຊັ່ນລູກ ເຊັ່ນຫລານ ຂອງຄົນລາວ ໃນຊາດ.

ການໃຊ້ໜີ້ ຂອງຣັຖບານລາວ ສ່ວນໃຫຍ່ ແມ່ນການຂາຍຊັພຍາກອນ ທັມມະຊາດ ໃຫ້ແກ່ ນັກລົງທືນຕ່າງຊາດ ເປັນຕົ້ນ ການໃຫ້ສັມປະທານ ໃນການສ້າງເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ ແລະ ປູກຕົ້ນໄມ້ ເສຖກິດ ແລະ ໃຫ້ສັມປະທານ ໃນເຂດເສຖກິດພິເສດຕ່າງໆ, ຮວມທັງ ການສ້າງສຖານທີ່ ຫລີ້ນການພນັນ ຫລື ຂາຍທຸຣະກິດ ຣັຖວິສາຫະກິດ ຂອງຣັຖບານ ໃຫ້ແກ່ ນັກລົງທືນເອກຊົນ ເປັນຜູ້ດຳເນີນກິຈການ ຫຼື ແລກດ້ວຍ ຊັບສິນແນວອື່ນ ດັ່ງໂຕຢ່າງ ເມື່ອຫຼາຍປີຜ່ານມາ ທາງການລາວ ໄດ້ໃຊ້ໜີ້ຈີນ 80 ລ້ານໂດລາ ໃນການສ້າງສນາມກິລາ ແຫ່ງຊາດ ທີ່ຫລັກ ທີ 16 ດ້ວຍການເອົາດິນບືງທາດຫລວງ 300 ເຮັກຕາ ໃຫ້ຈີນສ້າງອາຄານ, ບ້ານພັກ ຂາຍໃຫ້ຄົນຕ່າງຊາດ ໃນເຂດນະຄອນຫຼວງວຽງຈັນ ແລະ ໂຄງການສ້າງເສັ້ນທາງ ຣົດໄຟລາວ-ຈີນ ທີ່ ສປປລາວ ກູ້ເງິນຈີນ ມາລົງທຶນ ຢ່າງຫຼວງຫຼາຍນັ້ນ ໜີ້ບາງສ່ວນ ອາດແລກດ້ວຍ ບໍ່ໂປຕັສ ທີ່ແຂວງຈຳປາສັກ.

ແຜນການໃຊ້ໜີ້ ຂອງຣັຖບານ ດ້ວຍການອະນຸມັດໂຄງການຕ່າງໆ ໃນລາວ ສົ່ງຜົລກະທົບ ຕໍ່ປະຊາຊົນທ້ອງຖິ່ນ ໃນການບັງຄັບ ໃຫ້ໂຍກຍ້າຍ ຈາກ ບ່ອນຢູ່ອາສັຍ ຂອງພວກຂະເຈົ້າ ເປັນຕົ້ນ ໂຄງການສ້າງເຂື່ອນຫຼາຍເຂື່ອນ ໃນລາວ ແລະ ໂຄງການອື່ນໆ ທີ່ຣັຖບານ ຕ້ອງການ ເງິນມາໃຊ້ໜີ້ ແລະ ກະຕຸ້ນ ເສຖກິດ ຮວມທັງ ການຢູ່ລອດ ຂອງຣັຖບານ ໃນແຕ່ລະປີ ນັ້ນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.