ຣັ​ຖ​ບານ ມີແຜນ ຄວບຄຸມງົບ​ປະມານ

ສຸພັດຕາ
2019.11.14
ທ່ານ ສົມດີ ດວງດີ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີ ກະຊວງການເງິນ ໄດ້ຣາຍງາຍຫລາຍບັນຫາ ທາງດ້ານເສຖກິຈ ຮວມທັງ ງົບປະມານ, ການເງິນຂອງ ສປປລາວ.
Screen captured LNTV video

ທ່ານ ສົມດີ ດວງດີ, ຮອງນາຍົກຣັຖມົນຕຣີ ແລະ ທັງເປັນ ຣັຖມົນຕຣີ ກະຊວງການເງິນ, ກ່າວເຖິງ ການແກ້ໄຂບັນຫາ ການຊໍາຣະ ໜີ້ສິນ ສາທາຣະນະ ຂອງສປປ ລາວ ໃນປີ 2020 ທີ່ຍັງມີ ຂໍ້ຫຍຸ້ງຍາກ ແລະ ເປັນເຣື່ອງ ທີ່ທ້າທາຍຫຼາຍ ທີ່ຈະຊໍາຣະ ເງິນກູ້ຢືມ ຄືນໄດ້ຄົບຖ້ວນ ຍ້ອນງົບປະມານ ບໍ່ພຽງພໍ, ດັ່ງທ່ານກ່າວ ໃນກອງປະຊຸມ ສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ 8 ຕອນນຶ່ງວ່າ:

"ຕ້ອງການເງິນ ເພື່ອມາດຸ່ນດ່ຽງ ຊໍາຣະຕົ້ນທຶນ ເງິນກູ້ຕ່າງໆ 10 ພັນ 347 ຕື້ກີບ ອັນນີ້ ຖືວ່າ ເປັນຄວາມຕ້ອງການ ແຫຼ່ງທຶນທີ່ສູງ ຖືວ່າ ເປັນແຫຼ່ງດຸ່ນດ່ຽງ ທີ່ຫຼາຍພໍສົມຄວນ ເພື່ອຈະຊອກທຶນ ມາແກ້ໄຂ ການດຸ່ນດ່ຽງ ຂອງພວກເຮົາ ໃນປີ 2020.”

ທ່ານກ່າວວ່າ ປະເທດລາວ ຕ້ອງການເງິນຈໍານວນ 10 ພັນ 347 ຕື້ກີບ ເພື່ອນໍາໄປ ຊໍາຣະເງິນກູ້ຢືມ. ເງິນຈໍານວນນີ້ ຈະແຍກເປັນສອງຮ່ວງ ເພື່ອຊໍາຣະ ເງິນກູ້ຢືມຕ່າງປະເທດ ຈໍານວນ 5,759 ຕື້ກີບ ແລະ ຊໍາຣະເງິນກູ້ ພາຍໃນປະເທດ ຈໍານວນ 4,558 ຕື້ກີບ. ຈໍານວນເງິນ ທີ່ວ່ານີ້ ຍັງບໍ່ໄດ້ ຮວມດອກເບັ້ຽ ທີີ່ຈະຕ້ອງ ຊໍາຣະເຂົ້ານໍາ.

ສ່ວນມາຕການ ການແກ້ໄຂ ບັນຫາ ເພື່ອໃຫ້ປະເທດລາວ ສາມາດ ຊໍາຣະ ໜີ້ສາທາຣະນະ ໄດ້ຕາມແຜນ ໄດ້ຢ່າງຄົບຖ້ວນ ໃນປີ 2020 ທ່ານ ສົມດີ ກ່າວວ່າ ຣັຖບານ ຈະສຸມໃສ່ ວຽກງານກວດກາ ໃຫ້ເຂັ້ມງວດເພີ່ມຂຶ້ນຕື່ມ ເພືື່ອບໍ່ໃຫ້ງົບປະມານ ຮົ່ວໄຫຼ ພ້ອມກັບ ສັ່ງໃຫ້ທຸກອົງການ ແລະ ໜ່ວຍງານ ຂອງຣັດ ທົ່ວປະເທດ ປະຕິບັດ ມາຕການປະຢັດ:

"ມາຕການ ປີ 2020 ນີ້ ຈະສຸມໃສ່ ປະຕິບັດ ເປັນຕົ້ນ ແມ່ນ ການແກ້ໄຂ ການຮົ່ວໄຫຼ ຂອງງົບປະມານ ການດໍາເນີນ ມາຕການ ປະຢັດ ຣາຍຈ່າຍ ບໍຣິຫານ ຢ່າງເຂັ້ມງວດ ປັບປຸງ ການຄຸ້ມຄອງ ແຫຼ່ງຣາຍຮັບ.”

ກ່ຽວກັບ ເຣື່ອງທີ່ວ່ານີ້ ນັກຊ່ຽວຊານ ດ້ານການເງິນ ຂອງທະນາຄານໂລກ ປະຈໍາລາວ ຢືນຢັນວ່າ ຣັຖບານລາວ ຕ້ອງປະເຊີນກັບ ສະພາວະ ການເປັນໜີ້ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ຄືເຫັນໄດ້ ໃນປີ 2016 ທີ່ຖືເປັນ ປີທໍາອິດ ທີ່ໜີ້ສິນ ຂອງຣັຖບານລາວ ຫຼາຍກວ່າ 60% ຂອງຮວມຍອດ ມູນຄ່າ ຜລິຕພັນ ພາຍໃນ ຫຼື GDP ຂອງລາວ.

ໜີ້ ຂອງຣັຖບານລາວ ເພີ່ມຂຶ້ນ ເປັນ 65.3% ໃນປີ 2018 ແລະ ທັງຍັງຈະເພີ່ມຂຶ້ນ ເປັນ 68% ໃນປີ 2019 ແລະ ຫຼາຍກວ່າ 70% ໃນປີ 2020 ຊຶ່ງເປັນ ປີສິ້ນສຸດ ຂອງແຜນພັທນາ ເສຖກິຈ-ສັງຄົມ 5 ປີ ຄັ້ງທີ 8 ຂອງຣັຖບານລາວ.

ເຈົ້າໜີ້ຣາຍໃຫຍ່ ຂອງຣັຖບານລາວ ຄື ທະນາຄານພັທນາເອເຊັຽ ຫຼື ADB, ທະນາຄານໂລກ ແລະ ຣັຖບານຈີນ, ແລະ ກໍຄາດກັນວ່າ ຈີນ ຈະກ້າວຂຶ້ນ ເປັນເຈົ້າໜີ້ ອັນດັບ 1 ຂອງລາວ ໃນອີກ 3 ປີຕໍ່ໜ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.