ຂ.ບໍຣິຄໍາໄຊ ຊາວສວນ ເລັ່ງປູກ ມັນຕົ້ນ
2017.12.26
ຊາວກະສິກອນຢູ່ແຂວງບໍຣິຄຳໄຊ ປູກມັນຕົ້ນຫລາຍຂຶ້ນ ຍ້ອນບໍຣິສັດຈ່າຍຄ່າມັນ ໃຫ້ໄວແລະທັນໃຈ ເຮັດໃຫ້ຊາວກະສິກອນ ມີກຳລັງໃຈ ໃນການປູກມັນຕົ້ນ ເພີ້ມຂຶ້ນ. ດັ່ງເຈົ້າຫນ້າທີ່ ກະສິກັມແລະປ່າໄມ້ ແຂວງບໍຣິຄຳໄຊ ກ່າວໃນມື້ວັນທີ 22 ທັນວາ ນີ້ວ່າ:
"ຈຳນວນຄົນນີ້ກະບໍ່ແນ່ໃຈ ບໍ່ມີໂຕເລກດີປານໃດເນາະ ຈຳນວນເນື້ອທີ່ປະມານ 9 ພັນ ປາຍເຮັກຕາ ເພີ້ມຂຶ້ນຄັນຊີ່ທຽບໃສ່ປີກາຍ ປີກາຍ ເຮົາມີ 8 ພັນປາຍ ບໍ່ມີບັນຫາຫຍັງ ເຣື້ອງຣາຄາ ເພາະວ່າໂລນຶ່ງ 400 ປາຍກີບ ມັນຕົ້ນດິບ ຂະເຈົ້າເນາະ, ມັນແຫ້ງ ຂະເຈົ້າ ກໍຊື້ພັນປາຍ ພຸ້ນຕວ່າ ດຽວນີ້."
ທ່ານກ່າວຕື່ມວ່າ ໃນປີຫນ້າທາງການມີແຜນການ ຈະສົ່ງເສີມໃຫ້ຊາວ ກະສິກອນ ປູກມັນຕົ້ນຫລາຍຂື້ນ ຄາດວ່າ ຈະຮອດ 10 ພັນເຮັກຕາ ຊຶ່ງປັດຈຸບັນທົ່ວແຂວງ ມີໂຮງງານຮັບຊື້ມັນຕົ້ນ 2 ແຫ່ງ ຢູ່ເມືອງວຽງທອງ ແລະເມືອງບໍຣິຄັນ ແລະຍັງມີອີກນຶ່ງແຫ່ງ ຍັງບໍ່ທັນໄດ້ເປີດເທື່ອ.
ໂຮງງານທີ່ຊື້ມັນຕົ້ນ ສອງແຫ່ງດັ່ງກ່າວ ໄດ້ຊື້ມັນຕົ້ນຈາກ ແຂວງບໍຣິຄຳໄຊ ສວັນນະເຂດ ແລະ ແຂວງຊຽງຂວາງ ມາປ້ອນໂຮງງານແລ້ວ ສົ່ງອອກໄປວຽດນາມ. ທ່ານວ່າ ທາງການແຂວງ ຈະປ້ອງກັນ ບໍ່ໃຫ້ ຊາວກະສິກອນ ປູກມັນຕົ້ນ ໃນແຂວງຕ້ອງມີບັນຫາ ແບບດຽວກັນກັບ ຊາວກະສິກອນ ຢູ່ເມືອງປາກງື່ມ ແຂວງວຽງຈັນ ທີ່ຫລາຍຄົນ ບໍ່ໄດ້ຮັບເງີນຄ່າມັນຕົ້ນ ຈາກບໍຣິສັດ ລາວ-ອີນໂດຊາຍນາ ຍ້ອນໂຮງງານ ຫລົ້ມແຫລວ ໃນການຈ່າຍຫນີິ້ ຄ່າມັນຕົ້ນ ໃຫ້ແກ່ຊາວກະສິກອນ ຫລາຍລ້ານກີບ.
ຊາວກະສິກອນ ທ່ານນຶ່ງກ່າວ ຕໍ່ຫນັງສືພີມທາງການລາວວ່າ ຣາຄາມັນຕົ້ນດິບ ໃນປັດຈຸບັນ ຕົກຢູ່ປະມານ 4 ແສນ 5 ມື່ນກີບ ຕໍ່ນຶ່ງຕັນ ເທົ່າກັບຣາຄາປີກາຍ ບໍ່ສູງປານໃດ ແຕ່ໄດ້ຮັບເງີນໄວ ແລະທັນເວລບໍ່ໄດ້ລໍຖ້າດົນ.